Breaking News

Career Advice

ໜຸ່ມໆບອກມາ!!! ແມ່ຍິງແບບນີ້ແຫຼະທີ່ຜູ້ຊາຍຢາກໄດ້ມາເປັນແມ່ຂອງລູກ…

ສໍາລັບຜູ້ຊາຍທຸກຄົນນັ້ນ ໜຶ່ງໃນການຕັດສິນໃຈທີ່ສໍາຄັນທີ່ສຸດໃນຊິວິດ ຄືການຊອກແມ່ຍິງທີ່ແມ່ນ ແມ່ຍິງທີ່ຈະເປັນແມ່ທີ່ດີຂອງລູກ ແມ່ຍິງທີ່ຈະຊ່ວຍວາງແຜນຊີວິດ ແລະ ເຮັດໃຫ້ພວກເຂົາເປັນຜູ້ຊາຍທີ່ດີຂຶ້ນໃນແຕ່ລະມື້ ແມ່ຍິງທີ່ຈະຮ່ວມທຸກຮ່ວມສຸກກັບເຂົາ ທັງໃນມື້ທີ່ດີ ແລະ ມື້ທີ່ຮ້າຍ ແຕ່ນັ້ນເບິ່ງຄືວ່າຈະເປັນຄຸນສົມບັດທີ່ກວ້າງຫຼາຍ ຖ້າຈະເບິ່ງກັນແບບເຈາະເລິກແລ້ວ ແມ່ຍິງແບບໃດ? ລັກສະນະແບບໃດ? ທີ່ພວກເຂົາຊອກຫາ ຈຶ່ງຈະເອີ້ນໄດ້ວ່າ ແມ່ຍິງແບບນັ້ນຄື ສາວໃນຝັນທີ່ຕ້ອງການຢາກຈະໃຫ້ມາເປັນແມ່ຂອງລູກ ເຮົາມາເບິ່ງກັນເລີຍວ່າມີລັກສະໃດແດ່??? 1. ເປັນຕົວຂອງຕົວເອງແທ້ໆ ການເປັນແມ່ຍິງທີ່ ງາມ ບໍ່ໄດ້ກ່ຽວກັບຮູບລັກພາຍນອກຂອງເຈົ້າທັງໝົດ ແຕ່ມັນຄືທັງໝົດທີ່ເປັນຕົວເຈົ້າ ຕົວຕົນຂອງເຈົ້າ ແມ່ຍິງຫຼາຍຄົນທີ່ພາຍນອກສວຍງາມແບບຫາທີ່ຕິບໍ່ໄດ້ ແຕ່ເມື່ອເບິ່ງກັນທີ່ພາຍໃນ ບຸກຄະລິກ ຄວາມເປັນຕົວຕົນ ຫຼືຄາແລັກເຕີນັ້ນ ເກືອບຈະເບິ່ງບໍ່ໄດ້ເລີຍ ຜູ້ຊາຍສ່ວນຫຼາຍຕ້ອງການແມ່ຍິງທີ່ດູດີທັງພາຍນອກ ແລະ ພາຍໃນ ພວກເຂົາຕ້ອງການຄົນຈິງໃຈ ບໍ່ຕົວະຕົ້ມ ບໍ່ແອັບ ເຈົ້າເປັນແນວໃດເວລາຢູ່ກັບໝູ່ ເວລາຢູ່ເຮືອນຕົວເອງ ເວລາຢູ່ກັບເຂົາເຈົ້າກໍເຮັດຕົວແບບນັ້ນ ເພາະນັ້ນຄືຕົວຕົນຂອງເຈົ້າ ບໍ່ແມ່ນສະແດງ ຫຼືປຸງແຕ່ງຂຶ້ນມາ ຖ້າຄົນມັນຈະແມ່ນກໍໃຫ້ມັນແມ່ນ ຖ້າບໍ່ແມ່ນກໍໃຫ້ມັນເປັນໄປ 2. ເຄົາລົບຕົວເອງ ວິທີພຣີເຊັ້ນຕົວເອງອອກມາ …

Read More »

ເຜີຍຄວາມຈິງ!! ເປັນຫຍັງຄົນຈຶ່ງມັກຖ່າຍຮູບ ຊິກແພັກ ອວດຫຸ່ນເປ໊ະ ຫຼັງອອກກໍາລັງກາຍລົງ Social…

ສາວໆ ໃຜໆກໍຢາກມີສຸຂະພາບດີກັນໝົດແຫຼະ ຍິ່ງໃນຊ່ວງ Healthy ທີ່ຄົນລຸກຂຶ້ນມາ ອອກກໍາລັງກາຍ ດູແລຕົວເອງຢ່າງໜັກໜ່ວງແບບນີ້ ຈະປ່ອຍໃຫ້ຕົວເອງນັ່ງຢູ່ກັບຂີ້ໂຜ່ນຍ້ອຍໄດ້ແນວໃດລະ? ແຕ່ສິ່ງໜຶ່ງທີ່ເຮົາມັກສັງເກດໄດ້ເລີຍຄື ນອກຈາກການໄປອອກກໍາລັງກາຍທີ່ Fitness ແລ້ວ ເປັນຫຍາງງງງເປັນຫຍັງຫຼາຍໆ ຄົນຈຶ່ງຕ້ອງຖ່າຍຮູບອວດ ຊິກແພັກງາມໆ ລົງ Social ໃຫ້ຄົນທີ່ຍັງບໍ່ມີອິດສາຫຼິ້ນໆລະ? ມື້ນີ້ ຂວັນໃຈ ຈະມາພາສາວໆ ໄປຊອກຄໍາຕອບກັນ!!! ຖ່າຍຮູບອວດຊິກແພັກຫຼັງອອກກໍາລັງກາຍແລ້ວ… 1. ຂໍເກັບໄວ້ເບິ່ງນິສໜຶ່ງ ສາວໆຈ໋າ ກວ່າຈະມີຊິກແພັກໄດ້ນີ້ມັນບໍ່ແມ່ນເລື່ອງງ່າຍໆໃດ໋ ບັນດາຄົນອອກກໍາລັງກາຍກໍຄົງຈະຮູ້ກັນດີ ວາເຮົາຈະຕ້ອງ Sit-Up ເຮັດຜ່າແພລງ ແລະ ອື່ນໆ ມື້ລະຈັກເທື່ອ ເຖິງຈະໄດ້ຊິກແພັກງາມໆ ແບບນີ້ມາຄອງ ບໍ່ແມ່ນວ່າຄິດໄດ້ຢາກໂຊກໍຖ່າຍຮູບໂຊໂລດມັນບໍ່ແມ່ນຈ່າາາາ ເພາະສະນັ້ນ ຖ້າມັນຂຶ້ໜມາກໍຂໍຖ່າຍເກັບໄວ້ເບິ່ງເປັນທີ່ລະນຶກແນ່ກະແລ້ວກັນເນາະ!!! 2. ສ້າງກໍາລັງໃຈໃຫ້ຕົວເອງ ຖ້າຄົນທີ່ ອອກກໍາລັງກາຍ ຫຼຸດນໍ້າໜັກ້ສາງຫຸ່ນເປ໊ະໆ ເພື່ອຄວາມເຮລຕີ້ ຈະຮູ້ດີວ່າ ວິໄນໃນການອອກກໍາລັງກາຍນີ້ເປັນສິ່ງທີ່ສໍາຄັນຫຼາຍສໍ່າໃດ ເຮົາຈະຕ້ອງຕໍ່ສູ້ກັບອາຫານຕ່າງໆ ທີ່ເຖິງວ່າຈະມີລົດຊາດແຊບ ຖືກປາກສໍ່າໃດ …

Read More »

ງາມຢ່າງດຽວບໍ່ພໍ!!! 5 ລັກສະນະນິໄສທີ່ແມ່ຍິງຍຸກໃໝ່ຕ້ອງມີ ເພື່ອຄວາມງາມ-ເກັ່ງ-ສະຫຼາດຮູ້ເທົ່າທັນຄົນ…

ຄວາມງາມເປັນສິ່ງທີ່ຢູ່ຄູ່ກັບແມ່ຍິງເຮົາມາທຸກຍຸກທຸກສະໄໝ ຈົນມີຫຼາຍຄົນມັກເວົ້າວ່າ ເປັນແມ່ຍິງຢ່າຫຍຸດງາມ ແຕ່ໂລກເຮົານັບມື້ນັບໝູນໄປໄວ ຍິ່ງຍຸກນີ້ແລ້ວເຮັດໃຫ້ຮູ້ເລີຍວ່າຄວາມງາມຢ່າງດຽວບໍ່ພໍ ແມ່ຍິງເຮົາຕ້ອງມີຫຍັງຫຼາຍກວ່ານັ້ນ!!! ນີ້ຄື 5 ລັກສະນະນິໄສ ທີ່ແມ່ຍິງຍຸກໃໝ່ຕ້ອງມີ ເພື່ອຄວາມງາມ ເກັ່ງ ສະຫຼາດທັນຄົນ ຈະໄດ້ງາມແບບຄົບເຄື່ອງ ຈຶ່ງບໍ່ຖືກໃຜເອົາປຽບໄດ້ງ່າຍໆ ບໍ່ວ່າຈະໃນຄວາມສໍາພັນ ການຮຽນ ຫຼືການເຮັດວຽກ… ງາມ ເກັ່ງ ສະຫຼາດທັນຄົນ ຕ້ອງຮູ້ຈັກ Check ກ່ອນ Share ລັກສະນະນິໄສສໍາຄັນຂອງສາວຍຸກໃໝ່ຄືເຮົາ ຄືການບໍ່ສົ່ງຕໍ່ຂ່າວປອມ ຫຼືຂໍ້ມູນທີ່ບໍ່ມີແຫຼ່ງທີ່ມາຊັດເຈນ ເພາະໂລກ Social ໃຫ້ທັງຜົນດີ ແລະ ຮ້າຍໃນເວລາດຽວກັນ ສະນັ້ນ ກ່ອນຈະ Share ຫຍັງ ເວົ້າຫຍັງເທິງ Social ຕ້ອງອ່ານ-ຄິດ ແລະ ພິຈາລະນາໃຫ້ລະອຽດກ່ອນຈັກ 2-3 ຮອບຈຶ່ງ Share ; ເພາະບໍ່ແມ່ນຂໍ້ມູນຜິດໆເທົ່ານັ້ນທີ່ເປັນອັນຕະລາຍ ແຕ່ການ Share ໂດຍບໍ່ຮູ້ຈັກທີ່ໄປທີ່ມານັ້ນ …

Read More »

ສວຍລວຍເກັ່ງບໍ່ງໍ້ຜູ້ຊາຍ!!! ກາລະແມ ພິກອນສາວຊື່ດັງ (ໄທ) ເຜີຍເຄັດລັບຄວາມສໍາເລັດ ເປົ້າທະລຸ 130 ລ້ານບາດ ຊີວິດແຮັບປີ່ບໍ່ມີຜົວກໍໄດ້…

ເວົ້າເລື່ອງຄວາມສາມາດຂອງແມ່ຍິງແລ້ວ ບາງຄົນນັ້ນຜູ້ຊາຍແມນໆຍັງບໍ່ເທົ່າ ໂດຍສະເພາະຍຸກນີ້ ຍຸກແຫ່ງຄວາມສະເໝີພາບ ທຸກຄົນມີສິດສ້າງສັນສິ່ງໃໝ່ຕາມຄວາມສາມາດ ເຮົາຈະເຫັນວ່າມີແມ່ຍິງເກັ່ງຫຼາຍຄົນທີ່ຖືກເວົ້າເຖິງຫຼາຍຂຶ້ນ ເຊັ່ນ ຫຼາຍປະເທດກໍມີ ນາຍຍົກລັດຖະມົນຕີເປັນແມ່ຍິງ ແຖມຍັງສາມາດບໍລິຫານປະເທດໄດ້ດີບໍ່ດ້ອຍໄປກວ່າຜູ້ຊາຍ ລວມໄປເຖິງບັນດາກະຊວງ ອົງກອນ ແລະ ຫົວໜ່ວຍທຸລະກິດທີ່ຍົກລະດັບແມ່ຍິງໃຫ້ມີບົດບາດສູງຂຶ້ນ!!! ໜຶ່ງໃນນັ້ນບັນດາແມ່ຍິງເກັ່ງທີ່ແອັດຊື່ນຊົມ ແລະ ຍອມຮັບໃນຄວາມສາມາດຄື ສາວກາລະແມ ພັດຊະລະສີ ພິທີກອນຊື່ດັງ ຫຼາກຫຼາຍຄວາມສາມາດ ຫຼືທີ່ຮູ້ຈັກກັນດີຄື ພິທີກອນລາຍການ Take Me Out Thailand ທີ່ມີໜຸ່ມສາວລາວໄປຮ່ວມຫຼາຍຄົນແລ້ວ… ສໍາລັບ ສາວກາລະແມ ແມ່ນອາຍຸຂຶ້ນເລກ 4 ແລ້ວ ແລະ ເປັນເຈົ້າຂອງທຸລະກິດອາຫານເສີມເພື່ອສຸຂະພາບ Hi Power Shot ແຕ່ຍັງຄົງຄວາມງາມນັບມື້ນັບງາມຂຶ້ນ ແຖມນາງຍັງຖືສະຖານະໂສດຢູ່ອີກດ້ວຍ ນີ້ແຫຼະເພິ່ນວ່າ ໂສດສວຍລວຍ ໃຫ້ຜູ້ຊາຍເສຍດາຍຫຼິ້ນ… ເຊິ່ງຫຼ້າສຸດກໍມີຂ່າວຄາວວ່າ ສາວນາງໄດ້ເຮັດບຸນໃຫຍ່ຖວາຍທອງຄໍາໃຫ້ວັດຈໍານວນ 53 ກິໂລກຣາມ ຈາກການປະສົບຄວາມສໍາເລັດໃນທຸລະກິດຄວາມງາມຂອງນາງ… ນາງໄດ້ເຜີຍເຖິງເຄັດລັບຄວາມສໍາເລັດໃນທຸລະກິດວ່າ ນາງມີຄວາມເຊື່ອກ່ຽວກັບພຸດທະສາສະໜາກ່ອນທີ່ຈະເປີດຕົວຜະລິດຕະພັນຕົວໃໝ່ແມ່ນໄດ້ມີການບະບົນໄວ້ …

Read More »

ນັ່ງເຮັດວຽກດົນໆ ພະຍາດລຸມແທ້!! ແນະນໍາ 5 ວິທີຢືດເສັ້ນສໍາລັບສາວ Office ເຮັດໄດ້ງ່າຍໃຊ້ພື້ນທີ່ບໍ່ຫຼາຍ…

ສາວໆ Office ຫຼາຍຄົນທີ່ຕ້ອງນັ່ງເຮັດວຽກຢູ່ບ່ອນເກົ່າເປັນເວລາດົນ ບາງຄັ້ງກະມ່ວນກັບການເຮັດວຽກຈົນເຜີບຶດດຽວກໍຄົບ 8 ຊົ່ວໂມງແລ້ວ ບາງຄັ້ງກໍວຸ້ນກັບວຽກຈົນບໍ່ເໜັງໄປໃສ ປິ່ນໄປປິ່ນມາ ມີເວລາລຸກແຕ່ໄປກິນເຂົ້າທ່ຽງ ຈົນເປັນສາເຫດເຮັດໃຫ້ເກີດອາການປວດຫຼັງ-ປວດແອວຕາມມາ!! ມີ້ນີ້ ຂວັນໃຈມີເຄັດລັບດີໆມາຕ້ອນສາວໆກັນ ກັບ 5 ທ່າຢືດເສັ້ນຢືດສານສໍາລັບຄົນທີ່ຕ້ອງນັ່ງເຮັດວຽກດົນໆ ຄວນເຮົາ!!! ທ່າທີ 1: Cow Face Pose ນັ່ງຕັ່ງອີ້ແລ້ວຢືດລໍາຕົວຊື່ ຍົກແຂນຂ້າງໜຶ່ງແລ້ວເອື້ອມໄປຈັບຈັບກັບມືອີກເບື້ອງໜຶ່ງທາງດ້ານຫຼັງ ຄ້າງທ່ານີ້ໄວ້ 20-30 ວິນາທີ ແລ້ວເຮັດສະລັບຂ້າງກັນໃນທ່າເກົ່າ ທ່ານີ້ຈະຊ່ວຍຢືດບ່າໄຫຼ່ ແລະ ເຮັດໃຫ້ແຜ່ນຫຼັງຢືນຊື່ ຖ້າບໍ່ສາມາດຍື້ມືໃຫ້ເຖິງກັນໄດ້ ໃຫ້ນໍາເອົາຜ້າແພເປັນຕົວກາງແລ້ວຈັນປາຍແພທັງສອງຂ້າງແທນໄດ້ ທ່າທີ 2 : Overhead Stretch ເລີ່ມຈາກການຢືນເອົາມືກັບພະນັກຕັ່ງອີ້ ຖອຍຫຼັງອອກໄປປະມານ 2 ກ້າວ ອ້າຂາເທົ່າກັບຄວາມກວ້າງຂອງບ່າໄຫຼ່ ແລ້ວກົດໜ້າເອິກລົງໂດຍທີ່ຢຽດແຂນຕຶງ ຈະຊ່ວຍເປີດບ່າໄຫຼ່ ແລະ ຊ່ວຍຢືດບໍລິເວນກ້າມເນື້ອຫຼັງ ບໍລິເວນປີກ ແລະ ເອິກ ຄ້າງທ່ານີ້ໄວ້ …

Read More »