Breaking News

Chic Working Women

ມື້ນີ້ເຮົາມີວິທີໃນການເບິ່ງແຍງຜິວໜ້າຂອງທ່ານໃຫ້ຂາວ ແລະ ງາມຄືກັບສາວເກົາຫລີມາຝາກ!!

ວິທີເຮັດໃຫ້ໜ້າຂາວໃສແບບສາວເກົາຫລີ ວິທີເຮັດໃຫ້ໜ້າຂາວຄືສາວເກົາຫລີທີ່ເບິ່ງແນວໃດກໍ່ໜ້າຮັກສົດໃສ ມື້ນີ້ເຮົາມີວິທີໃນການເບິ່ງແຍງຜິວໜ້າຂອງທ່ານໃຫ້ຂາວ ແລະ ງາມຄືກັບສາວເກົາຫລີມາຝາກ ເຊິ່ງວິທີເຮັດໃຫ້ໜ້າຂາວນັ້ນບໍ່ຍາກ ຖ້າໃຜຍາກມີໜ້າຂາວໃສ ນັ້ນມາເບິ່ງວິທີກັນເລີຍ. ວິທີເຮັດໃຫ້ໜ້າໃສໂດຍການນອນຫຼັບພັກຜ່ອນໃຫ້ພຽງພໍ. ຢ່າງນ້ອຍມື້ລະ 8 ຊົ່ວໂມງ ເພາະໃນຊ່ວງເວລາພັກຜ່ອນເປັນຊ່ວງທີ່ຮ່າງກາຍສ້ອມແປງພາກສ່ວນທີ່ຊຸດໂຊມໂດຍສະເພາະຊ່ວງເວລາ 11 ໂມງກາງຄືນຫາ 4 ໂມງເຊົ້າຈະເປັນເວລາຂອງຜິວພັນຢ່າງແທ້ຈິງ. ວິທີເຮັດໃຫ້ໜ້າໃສ ໂດຍການຮັບປະທານຜັກໝາກໄມ້ສົດທີ່ຫຼາກຫຼາຍ. ໂດຍສະເພາະໃນກຸ່ມທີ່ອຸດົມໄປດ້ວຍໄຟເບີ ເພາະບໍ່ພຽງແຕ່ໄດ້ຮັບວິຕາມິນທີ່ຈໍາເປັນຕໍ່ຜິວພັນແລ້ວຍັງຊ່ວຍໃຫ້ລະບົບການຂັບຖ່າຍເປັນປົກກະຕິ ແຕ່ຖ້າເປັນຜັກ, ໝາກໄມ້ທີ່ມີວິຕາມິນເອ, ວິຕາມິນຊີ, ວິຕາມິນອີ ແລະ ແຄໂລທີນຍິ່ງຈະຊ່ວຍສົ່ງເສີມການເບິ່ງແຍງຜິວພັນ, ປົກປ້ອງຜິວພັນຈາກອະນຸມູນອິດສະລະໄດ້ອີກດ້ວຍ. ວິທີເຮັດໃຫ້ໜ້າໃສ ໂດຍການດື່ມນໍ້າມື້ລະປະມານ 1.5-2 ລິດ. ເພື່ອເປັນການລ້າງຂອງເສຍອອກຈາກພາຍໃນ ເພື່ອຜິວພັນຂາວໃສສູ່ພາຍນອກເຊິ່ງວິທີດື່ມນໍ້າທີ່ຖືກວິທີເຮົາຕ້ອງຈິບເລື່ອຍໆບໍ່ແມ່ນຈະດື່ມເທື່ອລະຈອກໃຫຍ່ໆ ແລະ ບໍ່ຄວນດື່ມນໍ້າສະເພາະເວລາທີ່ຮູ້ສຶກຢາກດື່ມເທົ່ານັ້ນ ໂດຍສະເພາະຜູ້ທີ່ເຮັດວຽກໃນຫ້ອງແອ ເພາະຜິວພັນຈະເສຍນໍ້າ ແລະ ຄວາມຊຸ່ມໄປໂດຍບໍ່ຮູ້ຕົວ. ວິທີເຮັດໃຫ້ໜ້າໃສ ໂດຍຫຼີກລ້ຽງແສງແດດ ແລະ ໃຊ້ຄີມກັນແດດເປັນປະຈໍາ. ການໃຊ້ຄີມກັນແດດທີ່ດີບໍ່ຈໍາເປັນຕ້ອງເລືອກຄີມກັນແດດທີ່ມີຄ່າ SPF ສູງຈົນເກີນໄປເພາະຖ້າ SPF ສູງສານເຄມີກໍ່ຫຼາຍ ຄ່າ …

Read More »

90% ຂອງຄູ່ຮັກ ເລີກກັນຍ້ອນເລື່ອງເງິນ

ຮັກແທ້ແຕ່ຍັງຜິດກັນຍ້ອນເງິນ!! ເລື່ອງເງິນ-ຄໍາ ເຖິງວ່າມັນຈະບໍ່ສຳຄັນທີ່ສຸດໃນຊີວິດ ແຕ່ມັນກໍເປັນສິ່ງຈໍາເປັນທີ່ສຸດໃນຊີວິດ ຂອງທຸກຄົນ ເພາະສະນັ້ນ ຄວນຕົກລົງກັນ ກ່ອນຈະມີບັນຫາພາຍຫຼັງຕັດສິນໃຈໃຊ້ຊີວິດຮ່ວມກັນ. ສາວໆທີ່ກໍາລັງຈະຕັດສິນໃຈ ໃຊ້ຊີວິດຄູ່ ກະລຸນາ ຄິດໜ້ອຍໜຶ່ງກ່ອນເນາະ! ຢ່າເກງໃຈທີ່ຈະຖາມເຖິງການວາງແຜນເລື່ອງເງິນ ຂອງຄົນຮັກ ຖ້າບໍ່ຢາກຜິດກັນພາຍຫຼັງ ຄວນຖາມເຂົາກ່ຽວກັບການເງິນ ແລະ ຊ່ວຍກັນວາງແຜນຫຼືຕົກລົງເລື່ອງເງິນກ່ອນຕັດສິນໃຈໃຊ້ຊີວິດຄູ່ ຖ້າຫາກຕົກລົງກັນໃຫ້ເຂົ້າໃຈດີແລ້ວ ເຊື່ອໄດ້ວ່າເລື່ອງເງິນຈະບໍ່ມາເຮັດໃຫ້ຄວາມຮັກຂອງທ່ານມີບັນຫາແນ່ນອນ ໃຜຈະເປັນຄົນກໍາເງິນ?? ເປັນຄໍາຖາມທໍາອິດທີ່ຈະຕ້ອງລົມກັນໃຫ້ເຂົ້າໃຈທີ່ສຸດ ຖ້າຈະຕົກລົງແຕ່ງດອງກັນແລ້ວ ລາຍໄດ້ ແລະ ຊັບສິນຫຼັງຈາກແຕ່ງດອງ ຄວນຈະຕົກເປັນກອງກາງທັນທີ່ ການບໍລິຫານລາຍຮັບ-ລາຍຈ່າຍ ຄວນບໍລິຫານຮ່ວມກັນ ເພື່ອທັງສອງຈະໄດ້ມີສ່ວນຮັບຜິດຊອບຮ່ວມກັນ. ຕົກລົງກັນແລ້ວກໍຄວນມີຂໍ້ຈໍາກັດໃນການໃຊ້ເງິນ. ເພື່ອບໍ່ໃຫ້ມີບັນຫາກັນໃນໄລຍະຍາວ ທັງສອງຄວນລົມກັນເລື່ອງລາຍຈ່າຍໃນຊີວິດປະຈໍາວັນວ່າ ມີຫຍັງແດ່? ອັນໃດທີ່ຄວນເພີ່ມ-ຄວນຫຼຸດ ຫຼື ຄວນອອກກັນ ເພື່ອຄວາມສົມດຸນຂອງຊີວິດຄູ່. ເລື່ອງໜີ້ເປັນສິ່ງສຳຄັນທີ່ສຸດ!! ເລື່ອງໜີ້ ຫຼາຍຄົນເກືອບຕາຍຍ້ອນບໍ່ຮູ້ວ່າ ຄົນຮັກຂອງຕົນເປັນໜີ້ຫຼາຍປານໃດ ຖ້າຮັກກັນແທ້ ຄວນຍອມຮັບວ່າ ມີໜີ້ຫຍັງແດ່? ເທົ່າໃດ? ຍ້ອນຫຍັງຈິ່ງເປັນໜີ້? ຄວນບອກກັນໃຫ້ລະອຽດ ບໍ່ແມ່ນມາບອກຫຼັງແຕ່ງດອງ ເພາະຖ້າຮູ້ຫຼັງແຕ່ງດອງວ່າເປັນໜີ້ …

Read More »

ບຸບຜາມະນີ ຈຸນລະມະນີ “ເຮັດໃຫ້ດີທີ່ສຸດ” ​ເຖິງຜົນທີ່ອອກມາຈະເປັນແບບໃດກໍຕາມ

ປະຈຸບັນ ໃຜໆກໍມັກຈະໃຊ້ຄໍາວ່າ ສະສົມປະສົບການ ໃນການເຮັດວຽກຫຼາຍດ້ານ ຫຼື ເຮັດວຽກຫຼາຍບ່ອນ ທີ່ສົ່ງຜົນເຮັດໃຫ້ຄົນຜູ້ນັ້ນໄດ້ຮຽນຮູ້ປະສົບການໃນການເຮັດວຽກຫຼາຍຂຶ້ນ ໂດຍບໍ່ຈໍາເປັນຕ້ອງຮຽນຈົບຫຍັງ ຂໍພຽງແຕ່ໃຈມັກ ແລະ ຕັ້ງໃຈກັບວຽກນັ້ນ ຄືກັບ ນາງ ບຸບຜາມະນີ ຈຸນລະມະນີ ອາຍຸ 35 ປີ ຜູ້ຈັດການຝ່າຍການຕະຫຼາດ ແລະ ປະຊາສຳພັນ ທະນາຄານກຸງສີ ປະຈຳ ສປປ ລາວ. ບຸບຜາມະນີ ຮຽນຈົບດ້ານໄອທີ ລະບົບເວ໊ບໄຊ ຈາກອົດສຕາລີ ຫລັງຈາກນັ້ນ ກໍໄດ້ໄປສອນພາສາອັງກິດໃຫ້ກັບໂຮງຮຽນເດັກນ້ອຍ ຢູ່ປະເທດຢີ່ປຸ່ນ ເປັນເວລາ 5 ປີ ຈຶ່ງກັບມາເຮັດວຽກໃນບ້ານເກີດ ເລີ່ມທໍາອິດແມ່ນໄດ້ເປັນ ທີ່ປຶກສາ ຢູ່ໂຮງຮຽນອະນຸບານ ເມື່ອເຮັດໄປບໍ່ດົນ ກໍປ່ຽນມາເຮັດວຽກຢູ່ສູນການແພດ ປະຈຸບັນ ໄດ້ມາເຮັດວຽກຢູ່ທະນາຄານກຸງສີ ເປັນຜູ້ຈັດການຝ່າຍການຕະຫຼາດ ແລະ ປະຊາສຳພັນ. ຫາກທ່ານໃດສົນໃຈອ່ານຕໍ່ ສາມາດຕິດຕາມໄດ້ທີ່ ວາລະສານຂວັນໃຈສະບັບເດືອນ ຕຸລາ …

Read More »

7 ນິໄສເລື່ອງຄວາມງາມ ທີ່ຫ້າມເຮັດເດັດຂາດ!!!

7 ນິໄສເລື່ອງຄວາມງາມ ທີ່ຫ້າມເຮັດເດັດຂາດ!!! ໃຊ້ຄວາມຮ້ອນກັບເສັ້ນຜົມຕອນເສັ້ນຜົມປຽກ. ບາງທ່ານຢາກຫຼຸດເວລາທີ່ຈະເຮັດໃຫ້ເສັ້ນຜົມແຫ້ງໄວຂຶ້ນໂດຍການໃຊ້ເຄື່ອງລີດຜົມ, ໄດລີດຜົມເພື່ອຫວັງວ່າຄວາມຮ້ອນຈະຊ່ວຍໃຫ້ເສັ້ນຜົມແຫ້ງໄດ້ໄວຂຶ້ນ ແລະ ຈັດຊົງໄປໃນຕົວ ແຕ່ທ່ານຮູ້ບໍ່ວ່າເສັ້ນຜົມຂອງເຮົານັ້ນອ່ອນແອທີ່ສຸດໃນເວລາທີ່ມັນກໍາລັງປຽກ ແລະ ຖ້ານໍາເອົາຄວາມຮ້ອນໄປກະທົບໃສ່ກັບໂມເລກຸນຂອງນໍ້າຈະເຮັດໃຫ້ນໍ້າຮ້ອນຂຶ້ນລະເຫີຍອອກໄປ ແລະ ນໍາພາຄວາມຊຸ່ມຊື່ນອອກຈາກເສັ້ນຜົມໄປນໍາເສັ້ນຜົມຈຶ່ງແຫ້ງເສຍແຕກປາຍງ່າຍຂຶ້ນ. ແຖຂົນເທິງໃບໜ້າ. ໃຜທີ່ຄິດຈະແຖຂົນໜ້າຕົນເອງດ້ວຍການໃຊ້ມີດແຖນັ້ນໃຫ້ຢຸດຄິດໄດ້ເລີຍ ແມ່ນຢູ່ວ່າການໃຊ້ມີດແຖຂົນນັ້ນມັນອາດຈະໄວ ແລະ ສະດວກສະບາຍແຕ່ໃຫ້ຍົກເວັ້ນການແຖຂົນໃບໜ້າການແຖຂົນເທິງໃບໜ້າຈະເຮັດໃຫ້ຂົນທີ່ຂຶ້ນມາໃໝ່ກາຍເປັນສ້ຽນນ້ອຍໆ ແລະ ສ່ຽງຕໍ່ການເປັນບາດແຜເພາະຖືກມີດແຖບາດ. ບີບສິວ. ຖ້າທ່ານໃດຄິດທີ່ຈະກໍາຈັດສິວດ້ວຍການບີບມັນອອກມາ ທ່ານຮູ້ບໍວ່າຈະເຮັດໃຫ້ເກີດຮອຍດຳ ແລະ ຮອຍແຜເປັນທີ່ປິ່ນປົວໄດ້ຍາກກວ່າເກົ່າ. ບໍ່ເຮັດຄວາມສະອາດອຸປະກອນແຕ່ງໜ້າ. ທ່ານຮູ້ບໍວ່າຖ້າຫາກທ່ານບໍ່ເຮັດຄວາມສະອາດອຸປະກອນແຕ່ງໜ້າເລີຍນັ້ນມັນຈະກາຍເປັນແຫຼ່ງຕົກຄ້າງຂອງເຄື່ອງສໍາອາງເມື່ອປະສົມກັບຄວາມມັນ ແລະ ເຊວຜິວໜັງທີ່ຕາຍແລ້ວຈາກຜິວໜ້າຈະຖືກສະສົມຢູ່ເທິງອຸປະກອນແຕ່ງໜ້າມັນອາດຈະກາຍເປັນແຫຼ່ງສະສົມຂອງເຊື້ອພະຍາດ ແລະ ອາດເປັນສາເຫດໜຶ່ງທີ່ເຮັດໃຫ້ສິວເກີດຂຶ້ນໄດ້. ນອນທັງທີ່ຍັງແຕ່ງໜ້າ. ບາງຄົນຫຼັງຈາກໄປທ່ຽວກັບມາກໍເຂົ້ານອນເລີຍໂດຍທີ່ບໍ່ໄດ້ລ້າງເຄື່ອງສໍາອາງອອກ ເພາະອາດຈະຄິດວ່າການໄດ້ພັກຜ່ອນໃຫ້ພຽງພໍນອນຫຼັບໃຫ້ເຕັມອີ່ມພຽງເທົ່ານີ້ກໍຈະເຮັດໃຫ້ຜິວໜ້າສົດໃສໜ້າຕາສົດຊື່ນໄດ້ແລ້ວ ແຕ່ທ່ານຮູ້ບໍ່ວ່າການລ້າງເຄື່ອງສໍາອາງນີ້ກໍເປັນເລື່ອງທີ່ສໍາຄັນເຖິງແມ່ນວ່າທ່ານຈະໄດ້ພັກຜ່ອນໄດ້ນອນເຕັມອີ່ມປານໃດ  ແຕ່ຖ້ານອນຫຼັບທັງທີ່ມີເຄື່ອງສໍາອາງຢູ່ນັ້ນມັນມີໂອກາດທີ່ຈະເຮັດໃຫ້ຜິວໜ້າໝອງຄໍ້າ ແລະ ສິວກໍອາດຈະເກີດຂຶ້ນມາອີກດ້ວຍ. ແຕ່ງໜ້າທັບລົງໃບໜ້າທີ່ມີ Make-up ຢູ່ແລ້ວ. ການແຕ່ງໜ້າທັບລົງໃບໜ້າທີ່ມີ Make-up ຢູ່ແລ້ວນັ້ນໃຊ້ໄດ້ຖ້າເປັນການແຕ່ງແບບເພີ່ມເລັກໆນ້ອຍໆເຊັ່ນ: ການເພີ່ມສີໜ້າ, ເພີ່ມຄິ້ວ, ເພີ່ມສີປາກ, ເພີ່ມສີຂອບຕາ ແຕ່ຖ້າເປັນການແຕ່ງແບບທາຄຣີມຮອງພື້ນ, ທາແປ້ງເພີ່ມນັ້ນຈະເຮັດໃຫ້ຜິວໜ້າຂອງທ່ານນັ້ນໝອງຄໍ້າ …

Read More »

ອາຫານຕ້ານພະຍາດມະເຮັງ

ອາຫານຕ້ານພະຍາດມະເຮັງ ການເລືອກກິນອາຫານກໍເປັນໜຶ່ງໃນທາງອອກສໍາລັບຄົນທີ່ບໍ່ຢາກເປັນພະຍາດມະເຮັງ ໂດຍສະຖາບັນວິໄຈມະເຮັງແຫ່ງສະຫະລັດອາເມລິກາໄດ້ອອກມາແນະນໍາສຸດຍອດອາຫານທີ່ມີສານຕ້ານມະເຮັງດັ່ງນີ້: ກຸ່ມອາຫານທີ່ມີສານຕ້ານມະເຮັງສູງສຸດເຊັ່ນ: ຫົວຜັກທຽມ, ຜັກກະຫຼໍ່າປີ, ຖົ່ວເຫຼືອງ, ຂີງ, ກະຣົດ ແລະ ຜັກເຊີນາລີ (Celery). ກຸ່ມອາຫານທີ່ມີສານຕ້ານມະເຮັງລະດັບກາງເຊັ່ນ: ເຕົາຮູ້, ໝາກກ້ຽງ, ເລມອນ, ໝາກເລັ່ນ. ກຸ່ມອາຫານທີ່ມີສານຕ້ານມະເຮັງລະດັບຕໍ່າເຊັ່ນ: ໝາກແຕງເມລອນ, ມັນຝຣັ່ງ, ໝາກໄມ້ຕະກຸນເບີຣີ່.          

Read More »