Breaking News

Kuanjai Life Stlye

ຮູ້ໄວ້ກ່ອນໄປທ່ຽວ “ທິເບດ” ດິນແດນຫຼັງຄາໂລກ!!!

“ທິເບດ” ຫຼື ທີ່ມັກເອີ້ນກັນວ່າ “ດິນແດນຫຼັງຄາໂລກ” ມີເມືອງເອກຊື່ວ່າ: ລາຊາ (Lhasa) ແລະ ໄດ້ຂຶ້ນລາຍຊື່ 50 ເມືອງ ທີ່ໜ້າໄປຢ້ຽມຊົມທີ່ໃນສຸດໂລກ ເວົ້າໄດ້ວ່າເປັນສູນກາງຂອງສາດສະໜາຂອງທິເບດ ແລະ ສໍາຜັດກັບສະຖາປັດຕະຍະກໍາທີ່ງົດງາມ. ທິເບດມີເນື້ອທີ່ 1.228.400 ກມ2, ປະຊາກອນກວ່າ 6 ລ້ານຄົນ. ສະນັ້ນ, ຖ້າຄິດໄປຢ້ຽມຊົມ ສາມາດໄປໄດ້ຫຼາຍເສັ້ນທາງ ເຊັ່ນ: ທາງອາກາດ ເພາະມີສາຍການບິນ Lao Airlines ວຽງຈັນ-ຄຸນໜິງ ແລ້ວຕໍ່ເຄື່ອງຈາກຄຸນໝິງໄປເມືອງລາຊາ ເມືອງຫຼວງຂອງທິເບດເລີຍ ຫຼື ຈະໄປດ້ວຍລົດເມ ວຽງຈັນ-ຄຸນໝິງກໍໄດ້ ແຕ່ທາງນີ້ຈະໃຊ້ເວລາເດີນທາງຫຼາຍມື້ສົມຄວນ. ເວັບໄຊ Tripdeedee.com ບອກວ່າ: ການຂໍວີຊາ ເຂົ້າທິເບດຕ້ອງຂໍຜ່ານຈີນເທົ່ານັ້ນ ແລ້ວສົ່ງ Visa ແລະ ໜ້າ Passport ໃຫ້ຕົວແທນເຮັດ Visa ໃນທິເບດ ອາດໃຊ້ເວລາປະມານ …

Read More »

ແຟນຄລັບກຣີດໆໆ! ຊາລີວ ຊັບປຸຍ ນັກເຕະສະໂມສອນດັງເຊັກອິນປະເທດລາວ!!!

ເຮັດເອົາແຟນຄລັບກຣີດໆໆ ເມື່ອ ຊາລີວ ຊັບປຸຍ ໜຸ່ມຫຼໍ່ຂວັນໃຈສາວໆ ນັກເຕະບານຈາກສະໂມສອນ ເມືອງທອງຍູໄນເຕັດ ໄດ້ມາເຊັກອິນທີ່ ປະເທດລາວ, ເຊິ່ງໃນວັນທີ 16 ກໍລະກົດ 2018 ຊັບປຸຍ ກໍ່ໄດ້ເດີນທາງໄປຮ່ວມງານທີ່ນະຄອນຫຼວງວຽງຈັນ ພ້ອມທັງເຊັກອິນຜ່ານ ອິນສະຕາແກຼມ ໃຫ້ແຟນຄລັບໄດ້ຕິດຕາມກັນອີກດ້ວຍ. ສຳລັບ ຊາລີວ ຊັບປຸຍ ອາຍຸ 26 ປີ ເປັນອີກໜຸ່ມຫຼໍ່ຂວັນໃຈສາວໆ ເປັນນັກເຕະບານລູກເຄິ່ງ ໄທ-ສະວິດເຊີແລນ ປັດຈຸບັນຫຼິ້ນເປັນກອງກາງໃຫ້ກັບສະໂມສອນ ເອສຊີຈີ ເມືອງທອງ ຍູໄນເຕັດ ໃນໄທຫຼີກ ແລະ ໃນໄວໆນີ້ກຽມພົບກັບການແຂ່ງຂັນເຕະບານນັດພິເສດ ລະຫວ່າງ ທີມຊາດລາວ ແລະ ເອັດສຊີຈີ ເມືອງທອງ ຍູໄນເຕັດ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 31 ສິງຫາ 2018, ທີ່ສະໜາມກິລາແຫ່ງຊາດຫຼັກ 16 ເວລາ 18:30  ໃຜທີ່ຢາກເຊຍ …

Read More »

ສະແດງຄວາມຍິນດີ! ທີມຊາດ ຝຣັ່ງ ຄວ້າແຊ້ມບານໂລກ 2018

ລຸ້ນລະທຶກເຊຍໃຈຈົດໃຈຈໍ່ກັນທົ່ວໂລກ ເມື່ອແມັດການແຂ່ງຂັນ ບານໂລກຮອບຊິງຊະນະເລີດລະຫວ່າງ ຝຣັ່ງ VS ໂຄເອເຊຍ ໃນຄໍ່າຄືນຂອງວັນທີ 15 ກໍລະກົດ 2018 ທີ່ຜ່ານມາ ເຊື່ອວ່າແຟນໆກໍ່ຕ້ອງມີທີມທີ່ລຸ້ນ ແລະ ຢູ່ໃນໃຈແນ່ນອນ ແລະ ວິນາທີຕື່ນເຕັ້ນກໍ່ມາເຖິງເມື່ອການແຂ່ງຂັນດຳເນີນໄປຢ່າງດຸເດືອດ ແລະ ໃນທີ່ສຸດ ຝຣັ່ງ ກໍ່ສາມາດເອົາຊະນະ ໂຄເອເຊຍ ເຖິງ (4-2) ຂໍສະແດງຄວາມຍິນດີກັບ ທີມຊາດ ຝຣັ່ງ ທີ່ຄວ້າແຊ້ມ ບານໂລກ 2018 ທີ່ຈັດຂຶ້ນຢູ່ປະເທດ ລັດເຊຍ ໃນຄັ້ງນີ້. ສຳລັບ ປະເທດ ຝຣັ່ງ ບໍ່ແມ່ນເທື່ອທຳອິດທີ່ ຄວ້າແຊ້ມບານໂລກ ເພາະຍ້ອນໄປໃນປີ 1998 ຝຣັ່ງກໍ່ຄວ້າແຊ້ມບານໂລກ (ຂໍສະແດງຄວາມຍິນດີນຳຫຼາຍໆ) via: FB/FIFA World Cup

Read More »

ໄປ່ສາວໆ! ໄປຍີ່ປຸ່ນນໍາກັນ… ໄປເບິ່ງທົ່ງດອກໄມ້ກວ້າງສຸດສາຍຕາ ແລະ ພູເຂົາຟູຈິທີ່ໂດ່ງດັງ…

ຖ້າໃຜມີແຜນຢາກຈະໄປທ່ອງທ່ຽວປະທດຍີ່ປຸ່ນໃນໄລຍະເດືອນນີ້ ຖືວ່າເປັນໄລຍະທີ່ເໝາະສົມຫຼາຍສໍາລັບການເດີນທາງທ່ອງທ່ຽວ ເພາະອາກາດບໍ່ໜາວ ບໍ່ຮ້ອນ ອຸນຫະພູມຢູ່ທີ່ປະມານ 16-20 ອົງສາ ຂຶ້ນຢູ່ກັບແຕ່ລະມື້ນໍາ ເຊິ່ງອຸນຫະພູມປະມານນີ້ ຖືວ່າເປັນສະຫວັນຂອງດອກໄມ້ ແລະ ສະຫວັນຂອງຄົນທ່ຽວຊົມພ້ອມ. ເລີ່ມຕົ້ນຂໍແນະນໍາ ດອກອະເຊເລຍ (Azalea) ເປັນຕົ້ນໄມ້ທີ່ຄົນຍີ່ປຸ່ນນິຍົມປູກໄວ້ຕາມແຄມທາງ ເຊິ່ງດອກຂອງມັນຈະປະກອບດ້ວຍຫຼາກຫຼາຍສີ ອອກດອກເຕັມຕົ້ນ ສະຖານທີ່ງົດງາມທີ່ສຸດແນະນໍາໃຫ້ໄປຊົມຕາມທາງຍ່າງໄປສູ່ສານເຈົ້າທີ່ໃຫຍ່ ແລະ ສໍາຄັນທີ່ສຸດໃນ “ມາຄຸຣະ” ຄື ສານເຈົ້າຊິຣຸໂອະກະ ຮະຊິມານກຸ. ຕໍ່ມາແມ່ນ ດອກໂຣໂດເດນດຼອນ (Rhododendron) ຫຼື ກຸຫຼາບພັນປີ ທີ່ສວນພຶກສາສາດ ເມືອງໂຕກຽວ ເປັນສະຖານທີ່ຮິບໂຮມດອກກຸຫຼາບພັນປີໄວ້ຫຼາກຫຼາຍສີ ຫຼາຍສາຍພັນຕັ້ງແຕ່ ສີຂາວ ສີບົວ ສີແດງ ສີມ່ວງ. ວີສທີເຣຍ (Wisteria) ເປັນດອກໄມ້ຂອງເດືອນພຶດສະພາ ທີ່ງົດງາມ ສະຖານທີ່ ທີ່ແນະນໍາສໍາລັບຊົມດອກ ວິສທີເຣຍ ແມ່ນ ສວນຄິໂຍສຸມິ (Kiyosumi) ກາງກຸງໂຕກຽວ ແລະ …

Read More »

ງາມຫຼາຍ! ໜໍແນ່ງ ເນັດໄອດໍ້ລາວ ຮ່ວມເຟມກັບ ແຕ້ວ (ເຈົ້າແມ່ນາຄີ) ທີ່ປະເທດ ຝຣັ່ງ!!!

ງາມແຮງ! ເມື່ອ ນິ່ງແນ່ງ ຈັນດາລີ ເນັດໄອດໍ້ສາວລາວ ໄດ້ໂພສຮູບພາບຜ່ານ ອິນສະຕາແກຣມ ເຊິ່ງຮູບພາບນີ້ໄດ້ຮ່ວມເຟມກັບ ແຕ້ວ ນະຖະພອນ ນັກສະແດງຊື່ດັງຈາກປະເທດເພື່ອນບ້ານ ຫຼື ແຟນໆຮູ້ກັນດີໃນນາມ “ເຈົ້າແມ່ນາຄີ”  ວັນແຫ່ງຄວາມຄິດຮອດ #Paris with exclusive #worldsurprisetravel @patsamon @taewaew_natapohn A post shared by Chandaly Sitpraxay ?? (@ningnang_chandaly) on Jul 11, 2018 at 7:30pm PDT ເຊິ່ງ ໜໍແນ່ງ ເອງຍັງໄດ້ຂຽນແຄັບຊັ່ນອີກວ່າ “ວັນແຫ່ງຄວາມຄິດຮອດ” ຈົນເຮັດໃຫ້ມີບັນດາແຟນຄລັບຈາກທັງສອງຝັ່ງເຂົ້າໄປກົດໄລ້ ກົດແຊຣ ແລະ ສະແດງຄວາມຄິດເຫັນກັນຈຳນວນຫຼວງຫຼາຍ, ເຫັນແລ້ວງາມຫຼາຍໆ ໜ້າຮັກສຸດໆ ແລະ ຍັງມີຮູບຂອງ ສາວໆ ມາຝາກທຸກຄົນນຳເດີ້!!! …

Read More »