Breaking News

Kuanjai Life Stlye

ສີເຫຼືອງມາແຮງ! ມິກ ແອນ ແມັດແຟຊັ່ນໂທນເຫຼືອງ (Yellow Street Style)

Hello ໝູ່ເພື່ອນ ມາອັບເດດ Trend Fashion ໃນຊ່ວງນີ້ກັນແດ່ ຊ່ວງນີ້ເລື່ອນໄປໃສໃນໜ້າຈໍມືຖືຂອງເຮົາກໍ່ຈະເຫັນໂທນເສື້ອຜ້າສີເຫຼືອງເຕັມໄປໝົດ ຊະນີIndy ກໍ່ບໍ່ລໍຊ້າໄດ້ຊອກເອົາ ແນວ Style ການແຕ່ງໂຕໃນຄອນເສັບ Yellow Style ມາຝາກໝູ່ເພື່ອນເຊັ່ນດຽວກັນ ແຕ່ຈະເປັນອອກເປັນແນວ Street ແດ່ ເພື່ອໃຫ້ໝູ່ເພື່ອນໃສ່ ແລະ ມິກ ແອນ ແມັດ ເສື້ອຜ້າໃຫ້ໃສ່ໄດ້ໃນທຸກໆມື້ ລອງມາເບິ່ງໄອເດຍຈາກເຫຼົ່າເນັດໄອດໍ້ ສາວໆຝຣັ່ງກັນເບິ່ງເດີ້ ໃຜໃສ່ໂທນສີນີ້ມັນກໍ່ຈະນຳເທຼນສຸດໆໆໆ ເຫັນໂທນສີເຫຼືອງແລ້ວເຂົ້າກັບແສງແດດບ້ານເຮົາຂະໜາດວ່າບໍ່ໝູ່ເພື່ອນ ໃຜທີ່ໃສ່ໂທນສີນີ້ ຊ່ວງນີ້ ຂໍບອກວ່ານອກຈາກຈະເດັ່ນແລ້ວ ຍັງຖ່າຍຮູບຂຶ້ນອີກນຳເດີ້ ໃຜບໍ່ແຕ່ງໂທນສີນີ້ ຊ່ວງນີ້ ລະວັງ ເອົ້າກະແສ ບໍ່ທັນເທຼນແຟຊັນກັບໝູ່ເດີ້!!! Via: IG/americanstyle

Read More »

ສະແດງຄວາມຍິນດີ! ທີມໝູປ່າ-ອາຄາເດມີ່ ຈະໄດ້ເປັນແຂກ VIP ໃນຮອບຊິງຊະນະເລີດບານໂລກ 2018 (ດັງໄກໄປທົ່ວໂລກອີ່ຫລີ)

ດັງໄກໄປທົ່ວໂລກ ສຳລັບກໍລະນີ 13 ຊີວິດຕິດຖໍ້າຫຼວງ-ຂຸນນໍ້ານາງນອນ ຈັງຫວັດ ຊຽງລາຍ ປະເທດໄທ, ຫຼ້າສຸດ ທ່ານ ຈານນີ່ ອິນຟານຕິໂນ ປະທານສະຫະພັນບານເຕະນາໆຊາດ (FIFA) ໄດ້ສົ່ງຈົດໝາຍເຖິງ ພລ.ຕ.ອ ສົມຍົດ ພຸ່ມພັນມ່ວງ ນາຍົກສະມາຄົມກິລາບານເຕະແຫ່ງປະເທດໄທ ເພື່ອຮ່ວມສະແດງຄວາມຍິນດີທີ່ໄດ້ພົບນ້ອງໆ ທີມໝູ່ປ່າ-ອາຄາເດມີ່ ທັງ 12 ຄົນ ແລະ ຄູເຝິກ 1 ຄົນ ລວມທັງໝົດ 13 ຊີວິດ ຫຼັງຈາກທີ່ຕິດຢູ່ໃນຖໍ້າໄປເປັນເວລາກວ່າ 10 ມື້. ເຊິ່ງ ທ່ານ ຈານນີ່ ອິນຟານຕິໂນ ປະທານສະຫະພັນບານເຕະນາໆຊາດ (FIFA) ໄດ້ສົ່ງໜັງສືຮ່ວມສະແດງຄວາມຍິນດີ ລວມເຖິງໃຫ້ກຳລັງໃຈຜູ້ທີ່ມີສ່ວນກ່ຽວຂ້ອງ ໂດຍໃຈຄວາມໜັງສືໄດ້ລະບຸວ່າ: “ຂ້ອຍໄດ້ຕິດຕາມຂ່າວການຊ່ວຍຊີວິດນັກເຕະບານເຍົາວະຊົນທັງ 12 ຄົນ ແລະ ຄູເຝິກສອນອີກ 1 ຄົນ ເຊິ່ງໄດ້ຕິດຢູ່ໃນຖໍ້າທີ່ ຈັງຫວັດ ຊຽງລາຍ ປະເທດໄທ ເນື່ອງຈາກມີນໍ້າຖ້ວມປິດປາກຖໍ້າ …

Read More »

ກຽມຕົວແນວໃດ? ຖ້າຈະໄປທ່ອງທ່ຽວຕ່າງປະເທດຄັ້ງທໍາອິດ!!!

ຈະໄປທ່ອງທ່ຽວຕ່າງປະເທດຄັ້ງທໍາອິດ ຫຼາຍໆຄົນກໍຄົງຕື່ນເຕັ້ນສຸດໆ ເຮັດຕົວບໍ່ຖືກ ບໍ່ຮູ້ຈະກຽມຕົວແນວໃດເພື່ອບໍ່ໃຫ້ພາດ ມາອ່ານຄໍາແນະນໍາທາງນີ້ເລີຍ!!! 1. ສໍາຫຼວດປະເທດທີ່ຈະໄປ ຖ້າມີປະເທດເປົ້າໝາຍແລ້ວ ໃຫ້ລົງມືຊອກຂໍ້ມູນພື້ນຖານທັນທີເລີ່ມແຕ່ທີ່ຕັ້ງ, ອານາເຂດ, ເມືອງທີ່ຈະໄປ, ພາສາຂຽນ ແລະ ພາສາເວົ້າ, ອາກາດໄລຍະທີ່ຈະເດີນທາງ Style ອາຫານການກິນ ວັດທະນະທໍາທ້ອງຖີ່ນເບື້ອງຕົ້ນ ຖ້າເຮົາເຂົ້າໃຈວ່າ ເຮົາຈະເດີນທາງໄປບ່ອນນັ້ນແບບໃດ ເຮົາກໍຈະກຽມຕົວໄດ້ງ່າຍຂຶ້ນນັ້ນເອງ 2. ເຮັດ Check Lists ມີສິ່ງຂອງຫຼາຍຢ່າງທີ່ຈໍາເປັນຕ້ອງໃຊ້ໃນການດໍາລົງຊີວິດ ໂດຍສະເພາະບາງຄົນທີ່ມີຂໍ້ຈໍາກັດເຊັ່ນ: ແພ້ອາຫານບາງຊະນິດ, ກິນຍາກ, ຂີ້ຮ້ອນ, ຂີ້ໜາວ ຫຼື ເຈັບເປັນງ່າຍ ຄວນມີ Check Lists ເຄື່ອງຂອງທີ່ຈໍາເປັນຕ້ອງໃຊ້ໃຫ້ຄົບ ບໍ່ຄວນໄປຊອກຊື້ເອົາທາງໜ້າ ເພາະອາດຈະບໍ່ມີໃຫ້ຊື້ ຫຼື ລາຄາສູງ ຈົນເຮັດໃຫ້ໝົດຄວາມມ່ວນໄປເລີຍ. 3. ກະເປົ໋າ ແລະ Passport ບໍ່ວ່າຈະເປັນບ້ານເມືອງທີ່ຈະເລີນແລ້ວ ຫຼື ບໍ່… ກໍມີຂີ້ລັກທັງໝົດ …

Read More »

ວິນຫົວ, ປວດຮາກຂະນະເດີນທາງປ້ອງກັນໄດ້ແນວໃດ?

ສາວໆເຄີຍເປັນບໍ່ ເວລາຂີ່ລົດຈະມີອາການແບບວ່າວິນວຽນ, ປວດຫົວ, ປວດຮາກຢູ່ຕະຫຼອດ ແລະ ຮ້າຍແຮງທີ່ສຸດກໍຈະຮາກອອກມາແນ່… ມັນເປັນສິ່ງທໍລະມານບໍ່ໜ້ອຍເລີຍ ແຖມຍັງເປື້ອນອີກ ໂອ່ຍຍຍ ບໍ່ຢາກຈະຄິດ ມື້ນີ້ເລີຍຢາກຈະມາແນະນໍາວິທີແກ້ອາການເມົາລົດມາໃຫ້ໄດ້ອ່ານ ແລະ ປະຕິບັດເບິ່ງ… 1. ຫ້າມອ້ານໜັງສື ຫຼື ຫຼິ້ນໂທລະສັບໃນຂະນະຂີ່ລົດ ເພາະຈະເຮັດໃຫ້ປະສາດ ຫຼື ສະມາທິຂອງເຮົາ ຈົດຈໍ່ຢູ່ທາງໜ້າເທົ່ານັ້ນ ແລະ ອາການທີ່ຕາມມາຄື ການປັບສົມດຸນຕາມການເຄື່ອນໄຫວຂອງລົດບໍ່ໄດ້ ອາການເມົາຈຶ່ງມັກເກີດຂຶ້ນ ດັ່ງນັ້ນ ເວລາຂີ່ລົດເຮົາຈຶ່ງບໍ່ຄວນຈ້ອງຢູ່ກັບສິ່ງດຽວ ແລະ ພະຍາຍາມເບິ່ງວິວທິວທັດທາງນອກຕະຫຼອດ ຈະຊ່ວຍຫຼຸດອາການນີ້ໄດ້. 2. ພະຍາຍາມນັ່ງບໍລິເວນທາງໜ້າລົດ ປະສາດສ່ວນຕ່າງໆ ຈະຮັບຮູ້ຈັງຫວະການເຄື່ອນຕົວຂອງລົດ ລວມທັງການເຕັ້ນຂອງລົດໄດ້ ຈາກການທົດລອງພົບວ່າວິທີນີ້ຊ່ວຍໃຫ້ຜູ້ທີ່ມັກເມົາລົດ ມີອາການຫຼຸດລົງຫຼາຍ. 3. ຢາມ່ອງ, ຢາດົມ, ຢາອົມ, ຢາຫອມ ຊ່ວຍທ່ານໄດ້ ເມື່ອເລີ່ມມີອາການວິນວຽນຫົວ, ປວດຮາກ ລອງຈັບຂຶ້ນມາສູດດົມ ຈະຊ່ວຍບັນເທົາອາການໄດ້ດີພໍສົມຄວນ 4. ກິນໝາກໄມ້ທີ່ມີລົດຊາດສົ້ມ ເຊັ່ນ …

Read More »

ຂໍ້ຄວນຮູ້!!! ຖ້າຕ້ອງຂີ່ຍົນຄັ້ງທໍາອິດ ຕ້ອງປະຕິບັດແນວໃດ???

ການເດີນທາງດ້ວຍຍົນສໍາລັບຄົນທີ່ບໍ່ເຄີຍນັ້ນ ສາມາດສ້າງຄວາມຢ້ານ ແລະ ກັງວົນໃຈໄດ້ຢ່າງບໍ່ໜ້າເຊື່ອ ສາເຫດຫຼັກໆນັ້ນກໍຄົງເປັນເພາະຄວາມຕື່ນເຕັ້ນ ບໍ່ຮູ້ວ່າຈະປະຕິບັດຕົວແນວໃດ ເພາະການຂຶ້ນຍົນນັ້ນຈະຫຍຸ້ງຍາກກວ່າການເດີນທາງແບບອື່ນເລັກໜ້ອຍ ດັ່ງນັ້ນ ມື້ນີ້ຂວັນໃຈເລີຍຮວບຮວມເອົາຂັ້ນຕອນງ່າຍໆ ມາແນະນໍາສໍາລັບສາວໆທີ່ກໍາລັງເດີນທາງດ້ວຍຍົນຄັ້ງທໍາອິດ. 1. ໃນກໍລະນີເດີນທາງໄປຕ່າງປະເທດ ໃຫ້ກະກຽມເອກະສານຕ່າງໆ ທີ່ຈໍາເປັນເຊັ່ນ: Passport ໃສ່ກະເປົ໋າໃຫ້ພ້ອມ ລວມເຖິງການ Check ຂະໜາດກະເປົ໋າຕາມສາຍການບິນທີ່ກໍານົດວ່າບໍ່ຄວນເກີນເທົ່ານັ້ນເທົ່ານີ້, ສຶກສາຂໍ້ຫ້າມການນໍາເຄື່ອງຂອງບາງຢ່າງຂຶ້ນໄປນໍາ. 2. ຄວນເດີນທາງມາຮອດສະໜາມບິນ ກ່ອນເວລາປະມານ 2 ຊົ່ວໂມງ ຈາກນັ້ນໃຫ້ໄປ Check In ທີ່ Coulter ສາຍການບິນ ເຊິ່ງສາມາເບິ່ງໄດ້ຕາມປ້າຍຕ່າງໆທີ່ຕິດໄວ້ແຕ່ A-Z ແຕ່ຕ້ອງເບິ່ງດີໆ ເພາະບາງເທື່ອເຮົາໄປຮອດ Coulter ຍັງບໍ່ເປີດກໍມີຈ່າ. 3. ເມື່ອ Check In ແລ້ວ ກໍນັ່ງຖ້າ ຫຼື ເຂົ້າໄປກວດ Passport ໄດ້ເລີຍ ເຊິ່ງແນະນໍາວ່າໃຫ້ເຂົ້າໄປທາງໃນເລີຍຈະດີກວ່າ ເພາະເຮົາຈະໄດ້ມີເວລາຍ່າງເບິ່ງທາງໃນພ້ອມວ່າເປັນແນວໃດ ລວມເຖິງຕ້ອງ …

Read More »