Breaking News

Kuanjai Life Stlye

ຈາກເດັກນ້ອຍໄວ 11 ຕໍ່ສູ້ເພື່ອຄວາມເທົ່າທຽມ ປັດຈຸບັນຄື ເມແກຣນ ດັສເຊວແຫ່ງຊັສເຊັກ 

ຍ້ອນກັບໄປເມື່ອ 25 ປີກ່ອນ ເມແກຣນ ໃນໄວເດັກ ຫຼືຊື່ເກົ່າຄື ເຣເຊວ ເມແກຣນ ມາເຄິນ ອາຍຸພຽງ 11 ປີ ໃນເວລາທີ່ກຳລັງເຂົ້າຮຽນໃນຊັ້ນຮຽນວິຊາສັງຄົມສາດພ້ອມກັບໝູ່ເພື່ອນ ແລະ ໄດ້ເບິ່ງໂຄສະນາສິນຄ້າກ່ຽວກັບນໍ້າຍາລ້າງຈານຍີ່ຫໍ້ໜຶ່ງ ທີ່ເວົ້າເຖິງ ແມ່ຍິງທົ່ວທັງອະເມຣິກາທີ່ກຳລັງຕໍ່ສູ້ກັບຄາບນໍ້າມັນທີ່ຕິດຢູ່ຕາມໝໍ້ ຈາກນັ້ນກໍ່ມີເດັກນ້ອຍຜູ້ຊາຍສອງຄົນໃນຊັ້ນຮຽນ ໄດ້ເວົ້າຂຶ້ນວ່າ (ແມ່ນ! ບ່ອນຂອງແມ່ຍິງຄືຕ້ອງຢູ່ໃນຫ້ອງຄົວ) ພໍແຕ່ໄດ້ຍິນເຮັດໃຫ້ ເມແກຣນ ຮູ້ສຶກຊ໋ອກ ແລະ ໃຈຮ້າຍ ມັນບໍ່ແຟຣເລີຍ ລາວຈຶ່ງຄິດວ່າຄວນຈະຕ້ອງເຮັດຫຍັງຈັກຢ່າງ ແລະ ນັ້ນຄືຈຸດເລີ່ມຕົ້ນທີ່ເຮັດໃຫ້ ເມແກຣນ ກາຍເປັນນັກລົນນະລົງເພື່ອຄວາມເທົ່າທຽມທາງເພດ                         ເມແກຣນ ດັສເຊວແຫ່ງຊັສເຊັກ ເກີດເມື່ອວັນທີ 4 ສິງຫາ ພ.ສ. 2524 …

Read More »

ສ່ອງ! ຄຣິດຕິນ້າ ລາສະສິມມາ ບໍ່ຮູ້ໄປເຮັດຫຍັງມາ ດຽວນີ້ຂໍບອກວ່າ…

ມາສ່ອງ! ຄຣິດຕິນ້າ ລາສະສິມມາ ອະດີດ ນາງສາວລາວ (Miss Laos 2012) ທີ່ດຽວນີ້ຂໍບອກວ່າ…ງາມ ມີສະເໜ່ຈັບອົກຈັບໃຈ ເບິ່ງມຸມໃດກໍ່ບໍ່ເບື່ອ ຫຼື ເປັນຍ້ອນທີ່ ສາວ ຄຣິດຕິນ້າ ອາດຈະເປັນຍ້ອນໄວອາຍຸທີ່ໃຫ່ຍຂຶ້ນ ປ່ຽນໄປຈາກລຸກເກົ່າໆ ເບິ່ງແລ້ວອໍລ້າຈັບ ແຕ່ກ່ອນທີ່ວ່າງາມແລ້ວ ດຽວນິ້ຍິ່ງງາມຂຶ້ນໄປອີກ ເບິ່ງແລ້ວແພງອີ່ຫລີ ປັດຈຸບັນ ສາວ ຄຣິດຕິນ້າ ນາງກໍ່ຍັງມີວຽກໃນວົງການບັນເທິງເລື້ອຍໆ ທັງຖ່າຍແບບ ເດີນແບບ ສະແດງເອັມວີ ເປັນພີເຊັນເຕີ້ຜະລິດຕະພັນຕ່າງໆ, ໃຜທີ່ມັກ ແລະ ເປັນແຟນຄລັບຂອງສາວຄົນນີ້ກໍ່ຢ່າລືມເປັນກຳລັງໃຈໃຫ້ນາງກັນແດ່ເດີ້ແຟນໆ… ຮູບພາບຈາກ: Christina Lasasimma , pemxaypanya

Read More »

ແມ່ຍິງມືສອງ ຫຼືແມ່ຮ້າງ ຄວາມເຊື່ອເຫຼົ່ານີ້ ເຮັດໃຫ້ແມ່ຍິງຕ້ອງກົ້ມໜ້າອົດທົນ…

ແມ່ຍິງເສຍປຽບສະເໝີໃນສະໜາມແຫ່ງຄວາມຮັກ ເມື່ອລົງສະໜາມແຫ່ງຄວາມຮັກແລ້ວ ແມ່ຍິງເຮົາມັກຈະຕົກເປັນຮອງຜູ້ຊາຍສະເໝີ ດ້ວຍຂອບວັດທະນະທຳ-ປະເພນີ ທີ່ຫ້າມແມ່ຍິງບໍ່ໃຫ້ລົ້ມເຫຼວໃນເລື່ອງຄວາມຮັກ ຫຼືອອກຈາກຄວາມສຳພັນໄດ້ງ່າຍໆ ໂດຍສະເພາະເມື່ອແຕ່ງດອງແລ້ວ ບໍ່ຊັ້ນຈະຖືກສັງຄົມ ຫຼຸດຄຸນຄ່າລົງ ໃຫ້ກາຍເປັນພຽງແມ່ຍິງມືສອງ ຫຼືແມ່ຮ້າງ ຄວາມເຊື່ອເຫຼົ່ານີ້ ຊຸກຍູ້ແມ່ຍິງໃຫ້ຕ້ອງກົ້ມໜ້າອົດທົນ ຢູ່ໃນຄວາມສຳພັນ ຫຼືຄວາມຮັກທີ່ໝົດອາຍຸ ດ້ວຍຄວາມຮັບຜິດຊອບ ໃນຖານະແຟນ ຫຼືວ່າເມຍ ແຕ່ສຳລັບຜູ້ຊາຍ ສັງຄົມບ້ານເຮົາຊ້ຳພັດໃຫ້ໂອກາດ ຫຼິ້ນແສ້ພານສາວ ເລາະຮ້ານນ້ອຍຮ້ານໃຫຍ່ ໄຟຍິບຍັບ ນອກກາຍ ແລະນອກໃຈໄດ້ທຸກເວລາ !! ຢ່າລືມວ່າຄວາມຮັກມີມື້ໝົດອາຍຸ ເຮົາເຕີບໃຫຍ່ຂຶ້ນມາກັບຄຳສັ່ງສອນ ຫຼືມັກໄດ້ຍິນມາສະເໝີວ່າ ຖ້າຮັກກັນ ຕ້ອງຮັກດຽວໃຈດຽວ ຮັກຕະຫຼອດໄປ ແມ່ນແລ້ວ ຄວາມຮັກທີ່ຍືນຍາວ ຄົງທົນຖາວອນ ເປັນສິ່ງທີ່ປະເສີດສູງສົ່ງ ປຽບໄດ້ດັ່ງຄວາມຮັກຈາກຄົນໃນຄອບຄົວ ຈາກພໍ່ແມ່ ອ້າຍເອື້ອຍນ້ອງ ທີ່ບໍ່ວ່າຜ່ານໄປດົນປານໃດ ກໍບໍ່ປ່ຽນແປງ .. ແຕ່ສໍາລັບຄວາມຮັກແບບບ່າວສາວແລ້ວ ບອກເລີຍວ່າ ມັນອ່ອນໄຫວ ແລະບອບບາງຫຼາຍ ມັນເຄື່ອນເໜັງ ປັບປ່ຽນ ໄປຕາມປັດໄຈພາຍໃນ ແລະພາຍນອກ …

Read More »

ໄປທ່ຽວນຳກັນບໍ່? ແບກໃຈໄປຖິ້ມໄວ້ ວັງວຽງ…3 ມື້ 2 ຄືນ (ເດີນທາງຕອນແລງວັນສຸກ ກັບຕອນແລງວັນອາທິດ) 

Hello ໝູ່ເພື່ອນຊ່ວງນີ້ເຫັນຫຼາຍຄົນຈົ່ມວ່າ ເຊັງ ຄຽດຈາກວຽກ-ການຮຽນ ແຟນຖິ້ມ ອົກຫັກ ໝູ່ບໍ່ຫຼິ້ນນໍາ (ເອົ້າໆໆ! ງານດຣ່າມ່າກໍ່ມາ 555) ຢ່າເດີ້!!! ເຂດນີ້ເປັນເຂດງົດເລື່ອງດຣ່າມ່າ ເພາະເປັນເຂດທີ່ມີແຕ່ຄວາມສະບາຍ ງົດເລື່ອງວຽກ-ເລື່ອງຮຽນ ໃຜທີ່ອົກຮັກແຟນບໍ່ຮັກກໍ່ບໍ່ຕ້ອງເສົ້າເພາະ ຂວັນໃຈ ເຮົາຈະພາໄປທ່ຽວທີ່ ເມືອງ ວັງວຽງ ແຂວງ ວຽງຈັນ ເປັນດິນແດນສວຍງາມ ສະຖານທີ່ທ່ອງທ່ຽວຍອດຮິດ ແລະ ສຳຄັນຂອງປະເທດລາວ. ຫຼັງຈາກທີ່ເມື່ອຍຈາກການເຮັດວຽກຫຼືການຮຽນອັນຕຶງຄຽດ ແຕ່ບໍ່ຢາກເດີນທາງໄກ ບໍ່ຢາກໃຊ້ເວລາຫຼາຍມື້ ຢາກທ່ຽວທຳມະຊາດ ແລະ ໂດດນໍ້າໄປພ້ອມໃນເວລາດຽວກັນ ຂວັນໃຈ Travel ເລີຍຂໍເອົາໃຈໝູ່ເພື່ອນທີ່ກຳລັງວາງແຜນທີ່ຈະທ່ຽວ ມີຄວາມຢາກໄປທ່ຽວພັກໃຈ ພັກກາຍແຕ່ມີວັນພັກກໍ່ດັນມີແບບຈຳກັດເຫຼືອເກີນ, ດັ່ງນັ້ນ ແນະນຳເລີຍ ວັງວຽງ ອອກເດີນທາງຕອນແລງວັນສຸກ ກັບມາຕອນແລງວັນອາທິດ ໃຊ້ເວລາເດີນທາງດ້ວຍລົດສ່ວນຕົວປະມານ 2 ຊົ່ວໂມງປາຍກໍຮອດແລ້ວ ແຕ່ຖ້າເປັນລົດໂດຍສານກໍເກີນ 3-4 ຊົ່ວໂມງແນ່ນອນ ແຖມມີກິດຈະກຳຜະຈົນໄພ ແລະ ມີແຫຼ່ງທ່ອງຫຼາຍແຫ່ງໃຫ້ຫຼິ້ນຈົນບາງເທື່ອອາດຈະລືມມື້ກັບພຸ້ນໄດ໋… …

Read More »

ມາສ່ອງ! ເທນເນີ້ສາວໜ້າຫວານ ຫຸ່ນສຸດເຊັກຊີ່ (ອິດສາຫຸ່ນ)

ໂອ້ວ້າວວວວ! ຢາກຈະບອກວ່າມື້ນີ້ ຊະນີIndy ຈະພາມາລັດເລາະແຖວໆຟິດເນັດ ພໍດີໄປເຈິສາວຄົນໜຶ່ງສະດຸດຫູສະດຸດຕາ ໜ້າຕາຫວານໆ ແຕ່ຫຸ່ນນາງນັ້ນຟິດແອນເຟີມ ກ້າມແໜ້ນໆ ເປັນມັດໆ ເຊັກຊີ່ຮ້າຍຍຍ (ເຫັນຫຸ່ນແລ້ວອິດສາຄ່ອຍໆ 555)… ເລີຍໄດ້ໄປສ່ອງໂປຟາຍຂອງນາງມາຝາກແຟນໆນຳເດີ້!!! ສາວໜ້າຫວານຄົນນີ້ນາງມີຊື່ວ່າ ທິບພະພອນ ເພັງສະຫວັນ (ເຟື້ອງ) ອາຍຸ 30 ປີ ປະຈຸບັນນາງເປັນຄູເຝິກສອນອອກກຳລັງກາຍ (Trainer) ຢູ່ທີ່ Up2U Fitness ແລະ ນາງມີດີຼກຼີເປັນເຖິງອາດີດນັກກິລາບານບ້ວງທີມຊາດລາວ (Basketball) ແລະ ນາງຍັງເຄີຍເຂົ້າຮ່ວມປະກວດກິລາເພາະກາຍປະເພດ ໂມເດວ ທີ່ປະເທດໄທ ໃນງານ “Thailand International Expo 2017″ແລະ ໄດ້ລາງວັນອັນດັບທີ 7 ພຸ້ນໄດ໋ (ກໍ່ບໍ່ໜ້າແປກທີ່ໄດ້ ເພາະນາງກໍ່ເລີດດດ) ຕໍ່ຈາກນັ້ນນາງກໍ່ໄດ້ເຂົ້າແຂ່ງຂັນໃນງານ “Fitness Angel Modle” ທີ່ປະເທດໄທ ແລະ ຍັງຮ່ວມແຂ່ງຂັນໃນເວທີ “Mr. …

Read More »