Breaking News

Kuanjai Life Stlye

ສວນສະໜຸກ Lego land ເປັນສວນສະໜຸກແຫ່ງທີ 6 ຂອງໂລກ

      ສວນສະໜຸກ Lego land ເປັນສວນສະໜຸກແຫ່ງທີ 6 ຂອງໂລກ ແລະ ເປັນແຫ່ງທຳອິດໃນອາຊີ ຕັ້ງຢູ່ ISKANDAR ລັດ Johor Bahru  ປະເທດມາເລເຊຍ ທາງພາກໃຕ້ສຸດຂອງແຫຼມມາລາຍູ ຕິດກັບປະ ເທດສິງກະໂປ ເປັນສວນສະໜຸກສຳລັບຄອບຄົວ ແລະ ເດັກນ້ອຍອາຍຸ 2-12 ປີ ເຊິ່ງມີເຄື່ອງຫຼິ້ນຫຼາຍກວ່າ 40 ຊະນິດ ໃນເນື້ອທີ່ 34 ເຮັກຕາ ແບ່ງເປັນ 7 ໂຊນຄື: ໂຊນ The Begining ເປັນບໍລິເວນທາງເຂົ້າສວນສະໜຸກປະກອບດ້ວຍຮ້ານອາຫານ, ກາເຟ ແລະ ຮ້ານຂາຍເຄື່ອງທີ່ລະນຶກ. ໂຊນ Miniland ທີ່ມີ lego ປະກອບຕໍ່ກັນຂຶ້ນມາເປັນການຈຳລອງ ສະຖານທີ່ສຳຄັນຂອງປະເທດຕ່າງໆໃນອາຊີ ໂດຍໂຊນນີ້ຖືວ່າເປັນໂຊນເດັ່ນທີ່ພິເສດຂອງສວນສະໜຸກ ເພາະໄດ້ໃຊ້ເວລາສ້າງ 3 ປີ ແລະ …

Read More »

ເງິນ​ເດືອນ​ທຳ​ອິດ ຈະ​ແບ່ງ​ໃຊ້​ແບບ​ໃດ?

ເງິນເດືອນທຳອິດ ຈະແບ່ງໃຊ້ແບບໃດ?      ແບ່ງທ້ອນໄວ້ຢ່າເອົາແຕ່ຮູ້ຈ່າຍພຽງຢ່າງດຽວ: ໄດ້ເງິນເດືອນ ເດືອນທຳອິດສິ່ງທີ່ຄວນເຮັດແມ່ນແບ່ງເງິນສຳລັບເກັບໄວ້ ເພາະຄົນສ່ວນຫຼາຍມັກລືມຄິດເຖິງຈຸດນີ້ ແລະ ມັກວາງແຜນໂດຍການເອົາໄປຈ່າຍຫຼິ້ນເປັນອັນດັບຕົ້ນໆ ການເກັບເງິນໄວ້ຄວນເຮັດໃຫ້ເປັນນິໄສຝຶກເອົາໄວ້ຕັ້ງແຕ່ເງິນເດືອນ ເດືອນທຳອິດເພື່ອໄດ້ເງິນເດືອນເດືອນຕໍ່ໄປຈະເປັນແຮງຈູງໃຈໃນການເກັບເງິນໄວ້ອີກ. ຕອບແທນບຸນຄຸນພໍ່ແມ່: ການນຶກເຖິງຜູ້ທີ່ມີບຸນຄຸນແມ່ນເປັນສິ່ງທີ່ດີຂອງຄົນເປັນລູກ ການຕອບແທນບຸນຄຸນດ້ວຍຊັບທີ່ຊອກຫາໄດ້ ເປັນຄັ້ງທຳອິດເປັນອີກໜຶ່ງທາງທີ່ຈະຮູ້ຈັກຄວາມຮັບຜິດຊອບເຖິງແມ່ນວ່າພໍ່ແມ່ຈະບໍ່ຢາກໄດ້ເງິນລູກ ແຕ່ກໍຄວນໃຫ້ໄປຕາມໜ້າທີ່ເພື່ອໃຫ້ພໍ່ແມ່ມີລາຍໄດ້ສຳລັບໃຊ້ຈ່າຍ ແລະ ສຸດທ້າຍແລ້ວພໍ່ແມ່ຈະເກັບເງິນສ່ວນນີ້ໄວ້ໃຫ້ເຮົາຄືເກົ່າ. ໃຫ້ລາງວັນກັບຕົວເອງ: ຫຼັງຈາກການເຮັດວຽກມາໝົດເດືອນດ້ວຍຄວາມຕັ້ງໃຈ, ມຸ່ງໝັ້ນໃນໜ້າທີ່ຄວນຕອບແທນຕົນເອງດ້ວຍການກິນອາຫານດີໆຫຼືໄປທ່ອງທ່ຽວໃຫ້ສະບາຍໃຈ, ເຮັດກິດຈຳທີ່ຕົນເອງມັກເພື່ອເປັນການຜ່ອນຄາຍຄວາມຄຽດຈາກການເຮັດວຽກ, ເພື່ອເປັນແຮງຈູງໃຈ, ກຳລັງໃຈໃນການເຮັດວຽກໃນເດືອນຕໍ່ໄປ. ແບ່ງການໃຊ້ຈ່າຍເທົ່າທີ່ຈຳເປັນ: ການແບ່ງເງິນໄວ້ໃຊ້ຈ່າຍເທົ່າທີ່ຈຳເປັນຄື ຢ່າໃຊ້ເງິນເດືອນໝົດໄປກັບເລື່ອງທີ່ບໍ່ເປັນປະໂຫຍດ ແລະ ຢ່າຄິດວ່າຕົນເອງສາມາດຫາເງິນໃໝ່ໄດ້ ເຊິ່ງເປັນຄວາມຄິດທີ່ຜິດ. ເຮົາຄວນຮູ້ຈັກວາງແຜນການໃຊ້ເງິນຢ່າງຄຸ້ມຄ່າເທົ່າທີ່ຈຳເປັນ. ໃຊ້ໜີ້ (ຖ້າມີ): ຢ່າຜິດສັນຍາກຳນົດມື້ທີ່ຈະໃຊ້ໜີ້ ເພາະວ່າອັດຕາດອກເບ້ຍສູງ ຫາກບໍ່ສົນໃຈອາດກາຍເປັນການສ້າງໜີ້ ແລະ ເພີ່ມພາລະໃຫ້ຫຼາຍຂຶ້ນໄປອີກໃນເດືອນຕໍ່ໄປ. ດັງນັ້ນ, ຄວນມີວິໄນຮູ້ຈັກວາງແຜນເຊິ່ງເປັນວິທີເບື້ອງຕົ້ນທີ່ຄວນນຶກເຖິງຂອງຄົນເປັນໜີ້.  

Read More »

4 ວິທີໃຊ້ຈ່າຍພາໃຫ້​ມີ​ເງິນ​ທ້ອນ

4 ວິທີໃຊ້ຈ່າຍພາໃຫ້ມີເງິນທ້ອນ ການໃຊ້ຊີວິດໃນປະຈຸບັນນີ້ ອາດເຮັດໃຫ້ຫຼາຍໆຄົນຮູ້ສຶກວ່າ ຊົ່ວຊິທ້ອນເງິນໄດ້ມັນບໍ່ແມ່ນເລື່ອງ່າຍໆ ເພາະມີສິ່ງກະຕຸ້ນໃຈຫຼາຍຢ່າງເຮັດໃຫ້ເຮົາຕ້ອງໃຊ້ຈ່າຍເງິນຢູ່ຕະຫຼອດເວລາ ແຕ່ມັນກໍຂຶ້ນກັບການກະທຳຂອງທ່ານເອງທີ່ບໍ່ລະມັດລະວັງໃນການໃຊ້ຈ່າຍ ຫຼື ເວົ້າອີກຢ່າງໜຶ່ງກໍຄື ຈ່າຍເງິນແບບບໍ່ຄິດ ເຊິ່ງວາລະສານຂວັນໃຈສະບັບນີ້ ກໍໄດ້ຊອກວິທີຈະຊ່ວຍໃຫ້ທ່ານມີເງິນທ້ອນໄດ້ຫຼາຍຂຶ້ນ ຊຶ່ງທ່ານເອງຕ້ອງພະຍາຍາມປ່ຽນແປງດັ່ງຕໍ່ໄປນີ້: ກຳນົດຈຳນວນເງິນໃນກະເປົາ. ເປັນວິທີທີ່ຈະຊ່ວຍໃຫ້ທ່ານຄວບຄຸມການໃຊ້ເງິນໃນແຕ່ລະມື້, ແຕ່ລະອາທິດ ແລະ ຮູ້ຈັກເລືອກໃຊ້ຈ່າຍສະເພາະສິ່ງທີ່ຈຳເປັນ ຕາມງົບປະມານທີ່ມີເທົ່ານັ້ນ ໂດຍແບ່ງໄວ້ຈ່າຍໃນແຕ່ລະອາທິດ ເຊິ່ງອາທິດໜຶ່ງຕ້ອງຈ່າຍເທົ່າໃດ ແລະ ຕ້ອງຈ່າຍໃຫ້ພຽງພໍ ພາຍໃນເງິນທີ່ຢູ່ໃນກະເປົາ ແລະ ຫ້າມກົດ    ໃໝ່ອີກເດັດຂາດຖ້າບໍ່ຈຳເປັນແທ້ໆ. ແຍກເງິນໄວ້ໃຊ້ຈ່າຍໃຫ້ລະອຽດ. ເງິນທີ່ເຮົາທ້ອນໄດ້ ຄວນແຍກໃຫ້ລະອຽດວ່າຈະໃຊ້ຈ່າຍສິ່ງໃດ ເພື່ອບໍ່ໃຫ້ປົນກັບເງິນທີ່ຈ່າຍແຕ່ລະມື້ ໂດຍແນະນຳໃຫ້ແບ່ງເງິນອອກເປັນ 2 ສ່ວນ ສ່ວນທຳອິດ ໃຫ້ແບ່ງໄວ້ໃນທະນາຄານ ຫຼື ທ້ອນໄວ້ເປັນກອງທຶນກັບບ້ານ ອາດເປັນໄລຍະຍາວແບບມີກຳນົດ ສໍາລັບເງິນສ່ວນທີສອງ ໃຫ້ທ້ອນໄວ້ເປັນເງິນສໍາຮອງເພື່ອໃຊ້ໃນເວລາສຸກເສີນ ເຊິ່ງຄວນມີຢ່າງໜ້ອຍ 6 ເທົ່າຂອງຄ່າໃຊ້ຈ່າຍໃນແຕ່ລະເດືອນ ໂດຍຝາກໄວ້ໃນບັນຊີທະນາຄານ ຫຼື ກອງທຶນບ້ານທີ່ເປັນໄລຍະສັ້ນ ສາມາດຖອນໄດ້ທຸກເວລາ. ບໍ່ຄວນຊື້ເຄື່ອງຕາມໃຈມັກ. ໃນເວລາຊື້ເຄື່ອງ …

Read More »

ປ່ຽນ​ມື້​ເຮັດ​ວຽກປົກກະຕິ ​ໃຫ້​ເປັນ​ມື້​ທີ່ພິ​ເສດທີ່ສຸດ

ປ່ຽນມື້ເຮັດວຽກປົກກະຕິ ໃຫ້ເປັນມື້ທີ່ພິເສດທີ່ສຸດ “ສຸກໃດຈະເທົ່າສຸກ, ເສົາ, ອາທິດ” ຄົນເຮັດວຽກຫຼາຍໆຄົນຈະເຫັນດີນຳກັບຄຳຄົມນີ້ຫຼືບໍ່ ? ແຕ່ຖ້າຫາກປ່ຽນມື້ເຮັດວຽກ ຈັນ-ສຸກ ໃຫ້ກາຍເປັນມື້ທີ່ພິເສດໄດ້ ເຈົ້າກໍຈະຍິ້ມແຍ້ມແຈ່ມໃສຕະຫຼອດເວລາ, ເຮັດໃຫ້ມັນສະໝອງປອດໂປ່ງເດີນແມ່ນແລ່ນສະດວກ ເພາະອາລົມມີຜົນຕໍ່ການປະມວນຜົນຂອງສະໝອງ ຖ້າອາລົມດີຈະຊ່ວຍໃຫ້ມີຄວາມຄິດສ້າງສັນ, ໃນທາງກົງກັນຂ້າມ ຖ້າຢູ່ໃນອາລົມທີ່ວິຕົກກັງວົນ ຫຼື ແມ່ນແຕ່ມີຄວາມມຸ່ງໝັ້ນຫຼາຍເກີນໄປ ຈະມີຜົນເຮັດໃຫ້ຄິດບໍ່ອອກ, ສະໝອງບໍ່ແລ່ນ. ອາລົມດີ ຫຼື ບໍ່ດີ ມີຜົນຕໍ່ການຄິດ ແລະ ການແກ້ໄຂບັນຫາໄດ້. ໄປຮອດບ່ອນເຮັດວຽກໃຫ້ໄວຂຶ້ນ 10 ນາທີ ແລະ ເລີ່ມຕົ້ນກິດຈະກຳໃດໜຶ່ງທີ່ທ່ານເຮັດແລ້ວມີຄວາມສຸກ  ລອງເຮັດກິດຈະກຳໃດໜຶ່ງທີ່ຖືກໃຈກ່ອນເວລາຈະເລີ່ມເຮັດວຽກ ເຊັ່ນ: ດື່ມກາເຟທີ່ມັກ, ອ່ານວາລະສານທີ່ມັກ, ຟັງເພງ, ນັ່ງສະມາທິ ຫຼື ອື່ນໆ. ຂໍເວລານອກສັ້ນໆ ມື້ລະ 3 ຄັ້ງ ເມື່ອເລີ່ມເຮັດວຽກໄດ້ພໍສົມຄວນແລ້ວ ອາດຈະເລີ່ມຄົ້ນຄິດວາງແຜນບໍ່ຄ່ອງ, ສະໝອງບໍ່ແລ່ນ ຢ່າໄປນັ່ງບີບບັງຄັບຕົວເອງຕໍ່ໄປ ລອງຂໍເວລານອກໄປຍ່າງຫຼິ້ນ, ຢືດເສັ້ນຢືດສາຍໃຫ້ສະບາຍຕົວຈັກ 5-10 …

Read More »

10 ​ເລື່ອງ​ນ້ອຍໆ ​ເພື່ອ​ຄວາມ​ກ້າວໜ້າ​ໃນ​ອາຊີບ

10 ເລື່ອງນ້ອຍໆ ເພື່ອຄວາມກ້າວໜ້າໃນອາຊີບ ປະຈຸບັນເສດຖະກິດ ນັບມື້ຂະຫຍາຍຕົວ ເຮັດໃຫ້ມີການແຂ່ງຂັນກັນຫຼາຍຂຶ້ນ ສະນັ້ນ, ຄວນປະຕິບັດຕົນເອງໃຫ້ເປັນຄົນທີ່ມີຄຸນຄ່າຕໍ່ບໍລິສັດ ເພື່ອໃຫ້ສາມາດສ້າງປະໂຫຍດໄດ້ສູງສຸດ. ຢ່າເບິ່ງຂ້າມເລື່ອງເລັກໆນ້ອຍໆດັ່ງຕໍ່ໄປນີ້. ຂໍຄຳແນະນຳຈາກຄົນທີ່ປະສົບການມາກ່ອນ ຖ້າທ່ານມີບຸກຄົນທີ່ເປັນແບບຢ່າງ ທັງຮູ້ສຶກປະທັບໃຈໃນການເປັນນັກທຸລະກິດ ກໍຄືພະນັກງານທີ່ດີເດັ່ນ ທ່ານບໍ່ຕ້ອງເກງໃຈທີ່ຈະເຂົ້າໄປຂໍຄຳແນະນຳຈາກຄົນໆນັ້ນ ຫລື ບາງທີກໍໃຊ້ຮູບການຂຽນຈົດໝາຍຂໍຄຳແນະນຳທີ່ເປັນປະໂຫຍດກໍໄດ້. ຮຽນຮູ້ການເຮັດວຽກຂອງຫົວໜ້າ ພະຍາຍາມເບິ່ງຜົນງານທີ່ດີຂອງຫົວໜ້າ ເພື່ອຮຽນຮູ້ທີ່ຈະເຮັດວຽກໄດ້ຢ່າງມີປະສິດທິພາບແບບຫົວໜ້າຂອງທ່ານ ເມື່ອໃດທີ່ຫົວໜ້າທ່ານບໍ່ສະບາຍ ຫຼື ລາພັກ ທ່ານກໍສາມາດເຮັດວຽກແທນເພິ່ນໄດ້ ຖືວ່າໄດ້ຊ່ວຍຫົວໜ້າຂອງທ່ານ ແລະ ຍັງເຮັດໃຫ້ທ່ານມີຄວາມແຕກຕ່າງກວ່າເພື່ອນຮ່ວມງານຄົນອື່ນໆອີກ. ໝັ່ນຊ່ວຍວຽກຕ່າງໆບໍ່ວ່າວຽກນ້ອຍ ຫຼື ໃຫຍ່ ການທີ່ຈະເຂົ້າໄປມີບົດບາດໃນເລື່ອງວຽກງານ ຫຼື ກິດຈະກຳຕ່າງໆ ເຖິງວ່າຈະເປັນພຽງເລື່ອງນ້ອຍໆກໍຕາມ ທ່ານຄວນເຄື່ອນໄຫວຢູ່ໃນສາຍຕາຂອງຜູ້ບໍລິຫານຫຼາຍຂຶ້ນ ຈຶ່ງຈະຖືກຈົດຈໍາໂດຍອັດຕະໂນມັດ ເມື່ອມີເລື່ອງໃຫ້ຊ່ວຍເຫຼືອ ຊື່ຂອງທ່ານກໍຈະຂຶ້ນມາຢູ່ໃນຄວາມຄິດຂອງຫົວໜ້າທັນທີ. ຮັກສາສໍາພັນທະພາບກັບລູກຄ້າ ຫຼື ແຂກທຸກຄົນ ບໍ່ວ່າຈະເປັນແຂກຜູ້ນ້ອຍ ຫຼື ແຂກຜູ້ໃຫຍ່ກໍຕາມ ທ່ານບໍ່ຄວນຂາດການຕິດຕໍ່ກັບເຂົາເຈົ້າ ແຕ່ທ່ານບໍ່ມີທາງຮູ້ດອກວ່າ ມື້ໜຶ່ງພວກເຂົາອາດມີຄວາມສຳຄັນຕໍ່ທ່ານໃນອະນາຄົດ. ພັດທະນາທັກສະໃນການເວົ້າຢູ່ສະຖານທີ່ສາທາລະນະ ແລະ ທັກສະການນຳສະເໜີວຽກ …

Read More »