Breaking News

Kuanjai Life Stlye

ຄວາມ​ງາມ​ຂອງ​ທະ​ເລ ​ໃນເກາະ​ສະ​ເມັດ

ຄວາມງາມຂອງທະເລ ໃນເກາະສະເມັດ ເກາະສະເມັດ ໃນແຂວງຣະຍອງ ປະເທດໄທ ມີແຫຼ່ງທ່ອງທ່ຽວທີ່ມີຊື່ສຽງທາງດ້ານຄວາມງາມຂອງທະເລທີ່ໂດດເດັ່ນ ໂດຍມີຫາດຊາຍສີຂາວ ລັກສະນະຂອງເກາະຈະເປັນຮູບສາມຫຼ່ຽມ ເຊິ່ງເປັນດິນແດນຕໍານານເລື່ອງເລົ່າຂານ ພະອາໄພມະນີ ເກາະແກ້ວພິສະດານ. ສາວໆຫຼາຍຄົນອາດຈະເຄີຍໄດ້ຍິນເລື່ອງ “ພະອາໄພມະນີ ແມງກະເບື້ອສະໝຸດ” ທີ່ເປັນວັນນະຄະດີກະວີເອກຂອງ ສູນທອນຜູ່ ຂອງໄທ ແລະ ຂອງໂລກ ແຕ່ນັກທ່ອງທ່ຽວບາງຄົນອາດຈະບໍ່ເຄີຍໄດ້ຍິນເລື່ອງນີ້ມາກ່ອນກໍມີ. ສະນັ້ນ, ຈິ່ງຂໍນຳພາທ່ານຜູ້ອ່ານໄປຮູ້ຈັກ ເກາະແກ້ວພິສະດານ ຫຼື ເກາະສະເມັດ ເພີ່ມຕື່ມ ເພື່ອກໍ່ໃຫ້ເກີດຄວາມສົນໃຈຢາກໄປທ່ຽວ ໃນສະຖານທີ່ແຫ່ງນີ້ ທີ່ຢູ່ໃກ້ກັບປະເທດລາວ ໄປມາກໍສະດວກສະບາຍ ສິ່ງສຳຄັນ ເຮົາບໍ່ຕ້ອງເສຍເງິນຫຼາຍອີກ ນອກນັ້ນ ຍັງເປັນການປະຢັດເວລາໃນການເດີນທາງນຳອີກເນາະ ! ເຊິ່ງສະຖານທີ່ທ່ອງທ່ຽວຂອງເກາະສະເມັດກໍມີຫຼາຍແຫ່ງ ແຕ່ຈະສະເໜີພຽງບາງແຫ່ງທີ່ເດັ່ນໆ ມາໃຫ້ທ່ານຜູ້ອ່ານໄດ້ຮູ້ບາງຈຸດເທົ່ານັ້ນເຊັ່ນ: “ອ່າວກາງ” ຢູ່ທາງພາກເໜືອຂອງເກາະ ສາມາດເບິ່ງເຫັນຈາກບ້ານເພ ມີຫາດຊາຍຂາວຍາວປະມານ 1 ກິໂລແມັດ ເປັນຊຸມຊົນໝູ່ບ້ານໜຶ່ງໃນເກາະສະເມັດ ທັງເປັນບ່ອນຈອດເຮືອທ່ອງທ່ຽວ ສ່ວນອີກບ່ອນໜຶ່ງແມ່ນ “ຫາດຊາຍແກ້ວ” ຢູ່ທາງຕາເວັນອອກສຽງໃຕ້ຂອງເກາະຫ່າງຈາກໝູ່ບ້ານໃນເກາະປະມານ 800 …

Read More »

ຫາດຊາຍ Hahei ປະ​ເທດ​ນິວຊີ​ແລນ

ຫາດຊາຍ Hahei ປະເທດນິວຊີແລນ ວາລະສານຂັວນໃຈສະບັບນີ້ຂໍພາເພື່ອນໆ ໄປຮູ້ຈັກກັບທະເລແຫຼ່ງນ້ຳໃສໆ ເມື່ອເຫັນແລ້ວຕ້ອງອົດໃຈບໍ່ໄດ້ທີ່ຈະລົງລອຍຫຼີ້ນນ້ຳແບບເຢັນຊື່ນໃຈນັ້ນກໍຄື “ຫາດຊາຍ Hahei” ເຊິ່ງຕັ້ງຢູ່ບໍລິເວນ Coromandel ໃນ Waikato ພາກເໜືອຂອງປະເທດນິວຊີແລນ ແລະ ເປັນທີ່ຕັ້ງຂອງ Cathedral Cove ຫຼື ເອີ້ນອີກຢ່າງໜຶ່ງວ່າ “ຫີນໂຄ້ງທີ່ສັກສິດ” ເຊິ່ງເປັນອີກໜຶ່ງສະຖານທີ່ ທີ່ນັກທ່ອງທ່ຽວນິຍົມກັນໄປທ່ຽວຊົມຜັກຜ່ອນຫຼາຍເປັນພິເສດ ເຊິ່ງເອີ້ນໄດ້ວ່າເປັນສະຖານທ່ອງທ່ຽວທີ່ເໝາະສຳລັບຄົນຮັກທະເລ. ຫາດຊາຍ Hahei ນອກຈາກຈະເປັນທະເລທີ່ສວຍງາມ, ມີຊາຍຫາດຂາວໃສແລ້ວ ຍັງມີກ້ອນຫີນທີ່ເປັນໂຄ້ງໃຫຍ່ທີ່ໃຫ້ຄວາມສະຫງົບສຸກ. ເນື່ອງຈາກວ່າຫີນນັ້ນມີຂະໜາດໃຫຍ່ບວກກັບບັນຍາກາດອັນເຢັນສະບາຍແສນສະຫງົບສຸກ ຈຶ່ງພາໃຫ້ມີນັກທ່ອງທ່ຽວນິຍົມມາພັກຜ່ອນເປັນຈຳນວນຫຼວງຫຼາຍ ເພື່ອຜ່ອນຄາຍພາຍໃຕ້ຮົ່ມເງົາຂອງຜາຫີນ ລວມທັງເຮັດຈັດກິດຈະກຳທາງນ້ຳຫຼາຍຢ່າງເຊັ່ນ ດຳນ້ຳເພື່ອຊົມປະກາລັງ ແລະ ພາຍເຮືອຫຼີ້ນ ຊົມພາບທິວທັດທຳມະຊາດ. ນອກຈາກນີ້, ໃຈກາງເມືອງ ຂອງແຖວບໍລິເວນຫາດຊາຍ Hahei ຍັງປະກອບດ້ວຍຮ້ານອາຫານ ຄາເຟ່, ພັບບຣາ, ຮ້ານຂາຍເຄື່ອງທີ່ລະນຶກ, ຮ້ານຄ້າທົ່ວໄປທີ່ສະດວກສະບາຍໃຫ້ກັບການຈັບຈ່າຍຊື້ຂອງໃຊ້ສຳລັບນັກທ່ອງທ່ຽວບໍ່ວ່າຈະເປັນອຸປະກອນດຳນ້ຳ, ອຸປະກອນຕຶກປາ ແລະ ອື່ນໆ. ທັງໝົດນີ້ ເປັນສິ່ງທີ່ເຮັດໃຫ້ຫາດຊາຍ …

Read More »

ຄວາມງາມ ​ພູ​ເຂົາ​ໄຟ ອະ​ໂຊະ ນາຄາ​ດາເກະ

ຄວາມງາມ ພູເຂົາໄຟ ອະໂຊະ  ນາຄາດາເກະ (Aso Nakadake Crater) ທ່ານຜູ້ອ່ານ ອາດຈະບໍ່ຄຸ້ນຫູ ກັບຊື່ເມືອງ ຄຸມາໂມໂຕະ ເຊິ່ງເປັນເມືອງທີ່ຕັ້ງຢູ່ທາງຕາເວັນຕົກຂອງເກາະ ຄິວຊູ ປະເທດຢີ່ປຸ່ນ ມີທຳມະຊາດທີ່ສວຍສົດງົດງາມໂດດເດັ່ນ ພ້ອມທັງມີປະຫວັດສາດອັນດົນນານມາແລ້ວ ສະຖານທີ່ທ່ອງທ່ຽວບາງບ່ອນໃນເມືອງ ຄຸມາໂມໂຕະມີ: ປາກປ່ອງພູເຂົາໄຟ ອະໂຊະ ນາຄາເກະ (Aso Nakadake Crater). ພູເຂົາໄຟອະໂຊະ ນາຄາດາເກະ ເປັນພູເຂົາໄຟທີ່ມີພະລັງ, ເປັນສະຖານທີ່ ທີ່ສາມາດເບິ່ງຄວາມງາມຂອງ ປ່ອງພູເຂົາໄຟໄດ້ໃກ້ທີ່ສຸດ ຕັ້ງຢູ່ກາງເກາະ ຄິວຊູ ເຊິ່ງພູເຂົາໄຟແຫ່ງນີ້  ຂຶ້ນຊື່ລືນາມວ່າ: ເປັນອານາເຂດທີ່ໃຫຍ່ທີ່ສຸດແຫ່ງໜຶ່ງຂອງໂລກ ໂດຍມີຄວາມຍາວ ປະມານ 24 ກິໂລແມັດ ຈາກເໜືອລົງໃຕ້ ແລະ 18 ກິໂລແມັດ ຈາກຕາເວັນອອກ ສູ່ຕາເວັນຕົກ ສ່ວນບ່ອນປາກປ່ອງພູເຂົາໄຟ ຈະມີເສັ້ນອ້ອມວົງ ປະມານ 4 ກິໂລແມັດ …

Read More »

ເກາະເຊຈູ ຄວາມມະຫັດສະຈັນທາງທຳມະຊາດ

ເກາະເຊຈູ ຄວາມມະຫັດສະຈັນທາງທຳມະຊາດ “ຢາກໄປທ່ຽວເກົາຫຼີ” ປະໂຫຍກນີ້ໃຜໆກໍມີຢູ່ໃນຄວາມຄິດ ໂດຍສະເພາະ ສາວຫຼາຍໆຄົນ ລວມທັງແອດມິນເອງ ກໍປາຖະໜາຢາກໄປເຊັ່ນດຽວກັນ ເພື່ອຈະໄດ້ສຳພັດກັບບັນຍາກາດແດນກິມຈິຈັກເທື່ອໜຶ່ງໃນຊີວິດ ເອົາເປັນວ່າ ເຮົາມາຮູ້ຈັກປະເທດເກົາຫຼີໃຕ້ກັນກ່ອນເນາະ. ສາທາລະນະລັດເກົາຫຼີ ຫລື ເກົາຫລີໃຕ້ ມີເມືອງຫຼວງຊື່ວ່າ ໂຊ. ສະພາບອາກາດມີ 4 ລະດູຄື ລະດູໃບໄມ້ຫຼົ່ນ, ລະດູຮ້ອນ, ລະດູມໍລະສຸມ ແລະ ລະດູໜາວ ສຳລັບສະຖານທີ່ທ່ອງທ່ຽວ ເກາະເຊຈູ (Jeju) ເປັນເກາະທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດທີ່ສວຍສົດງົດງາມ ແລະ ມີຄວາມມະຫັດສະຈັນທາງທຳມະຊາດຫຼາຍແຫ່ງທີ່ໄດ້ຮັບຮອງເປັນມໍລະດົກໂລກທາງທຳມະຊາດ ເວົ້າສະເພາະ ເກາະເຊຈູ ແຫ່ງນີ້ເກີດຈາກການລະເບີດຂອງພູເຂົາໄຟ ທີ່ເຮັດໃຫ້ພື້ນດິນອຸດົມໄປດ້ວຍແຮ່ທາດທີ່ສຳຄັນ  ເໝາະແກ່ການປູກພືດນາໆຊະນິດ ໜຶ່ງໃນນັ້ນກໍຄື ຊາຂຽວ ທີ່ຂຶ້ນຊື່ວ່າເປັນຊາທີ່ດີມີຄຸນນະພາບທີ່ສຸດ. ສິ່ງທີ່ພິເສດອີກຢ່າງໜຶ່ງກໍຄື ນໍ້າຕົກຕາດ ຊອນຈີຍອນ Cheongiyeon Waterfall ສາຍທາລາແຫ່ງນີ້ເປັນແຫຼ່ງນໍ້າຈືດທີ່ຫຼໍ່ລ້ຽງຜູ້ຄົນໃນເກາະເຊຈູຕະຫຼອດທັງອະດີດຈົນເຖິງປັດຈຸບັນ ມັນເປັນສິ່ງທີ່ຫາຍາກ ແລະ ມີຄຸນຄ່າທີ່ສຸດຂອງເກາະກາງທະເລແບບນີ້. ນອກຈາກນັ້ນ ເກາະ ເຊຈູ …

Read More »

ພູເຂົາສາຍຮຸ້ງ Zhangye Danxia Landform

ສະຖານທີ່ທ່ອງທ່ຽວໃນອາຊີກໍຖືວ່າ ມີຫຼາຍບ່ອນທີ່ສວຍສົດງົດງາມ ເຊິ່ງຫຼາຍຄົນອາດຈະເຄີຍໄດ້ໄປສຳພັດ ຫຼືພົບເຫັນດ້ວຍຕົນເອງມາແລ້ວກໍມີ ແຕ່ເຖິ່ງຢ່າງໃດກໍ່ຕາມທາງ ວາລະສານຂັວນໃຈຈະພາທ່ານຜູ້ອ່ານທຸກໆທ່ານທີ່ມີຄວາມສົນໃຈໃນການທ່ຽວຊົມ “ພູເຂົາ” ຂໍແນະນຳເລີຍວ່າ “ພູເຂົາສາຍຮຸ້ງ” ທີ່ຢູ່ບໍ່ໃກ້ບໍ່ໄກຈາກປະເທດລາວເຮົານີ້ ເຊິ່ງສະຖານທີ່ແຫ່ງນີ້ ເປັນແຫຼ່ງທ່ອງທ່ຽວທີ່ທຳມະຊາດສ້າງຂຶ້ນອີກແບບໜຶ່ງທີ່ເປັນຕາງຶດງໍ້ ແລະງົດງາມ ມີລວດລາຍທີ່ເປັນເອກະລັກ ສ້າງຂຶ້ນໂດຍທຳມະຊາດ ແລະທຳມະຊາດກໍໄດ້ແຕ່ງເຕີມສີສັນໃຫ້ກັບໂລກ ອຸທິຍານແຫ່ງຊາດ Zhangye Danxia ຈົນກາຍເປັນລັກສະນະສະເພາະຂອງ “ຕັນເຊຍແລນຟອນ” (Danxia landform) ແຫ່ງນີ້. ມັນສາມາດດຶງດູດນັກທ່ອງທ່ຽວຢ່າງຫຼວງຫຼາຍ ໃຫ້ບຸກບືນເດີນທາງໄປຊົມອຸທິຍານແຫ່ງຊາດ Zhangye Danxia ກັບພູເຂົາສາຍຮຸ້ງ. “ອຸທິຍານທໍລະນີຈາງເຍ່ ຕັນເຊຍແລນຟອດ” (Zhangye Danxia Landform Geological Park) ໄດ້ຕັ້ງຢູ່ໃນເມືອງຈາງເຍ່ ທາງຕາເວັນຕົກສຽງເໜືອຂອງມົນທົນການຊູ ລັກສະນະທາງທໍລະນີວິທະຍານີ້ພົບເຫັນໃນປະເທດຈີນ ມີລັກສະນະສຳຄັນຄື ພູຫີນຂະໜາດໃຫຍ່ທີ່ເປັນຊັ້ນໆເກີດມາຈາກຫີນລາຍສີແດງ ແລະການສະສົມຂອງແຮ່ທາດຕັ້ງແຕ່ຍຸດຄີເທຊຽມ.    

Read More »