Breaking News

Kuanjai Life Stlye

ປະຫວັດສາດ!! Netflix ທໍາລາຍສະຖິຕິ ມີຊື່ເຂົ້າຊິງ Primetime Emmy Awards ຫຼາຍທີ່ສຸດ 160 ສາຂາ ຂະນະທີ່ HBO ເຈົ້າຂອງສະຖິຕິເກົ່າມີພຽງ 107 ສາຂາ….

ກາຍເປັນອີກໜຶ່ງທີ່ປີທີ່ຄ່າຍ ສະຕຣີມມິ່ງຍັກໃຫຍ່ Netflix ໄດ້ສະແດງສັກກາຍະພາບ ແລະ ຄວາມນິຍົມກັບການໄດ້ເຂົ້າຊິງລາງວັນ Primetime Emmy Awards ຄັ້ງທີ 72 ສູງເຖິງ 160 ສາຂາ ໃນຂະນະທີ່ຄູ່ແຂ່ງສໍາຄັນໃນທຸກປີຄື HBO ໄດ້ໄປພຽງ 107 ສາຂາ ພ້ອມຍັງສ້າງປະຫວັດສາດເປັນຄ່າຍທີ່ໄດ້ເຂົ້າຊິງຫຼາຍທີ່ສຸດໃນ 1 ປີ. ໂດຍເອົາຊະນະສະຖິຕິຂອງ HBO ທີ່ເຮັດໄວ້ເມື່ອປີ 2019 ທີ່ 137 ສາຂາ. ແຕ່ເຖິງ Netflix ຈະຢູ່ໃນອັນດັບໜຶ່ງດ້ານຈໍານວນສາຂາທັງໝົດລວມກັນ HBO ກໍຍັງສາມາດສະຫຼອງໄດ້ ເພາະມິນິຊີຣີ່ເລື່ອງ Watchmen ທີ່ນໍາສະແດງໂດຍ ເຣິຈິນາ ຄິງ ແລະ ດັດແປງຈາກກາຕູນ ຊຸບເປີຮີໂຣ່ຂອງ DC Comics ກໍເປັນລາຍການທີ່ໄດ້ຮັບການສະເໜີຊື່ເຂົ້າຊິງຫຼາຍທີ່ສຸດເຖິງ 26 ສາຂາ ສ່ວນຊີຣີ່ Succession ຂອງ …

Read More »

ທີ່ມາຂອງຄໍາວ່າ “ສະຫຼາດຕົວແມ່” ແລະ ວິຖີຊີວິດຕົວແມ່ເຂົາເຮັດແນວໃດ??? ມາເບິ່ງ! ນິໄສທີ່ບົ່ງບອກວ່າ ຜູ້ນີ້ແຫຼະ ສະຫຼາດຕົວແມ່

ເຮົາຮັກແມ່ຍິງຕົວແມ່ທຸກຄົນ ເປັນຫຍັງນັ້ນຫວາ? ກໍເພາະວ່ານາງ Powerful ຕົວແມ່ແນວໃດລະ ໄປໃສກັບນາງ ຊີວິດແສນຈະງ່າຍ ແລະ ອອກຈະໄດ້ຮັບສິດທິພິເສດຫຼາກຫຼາຍ ບອກເລີຍວ່າຖ້າເຈົ້າມີໝູ່, ນ້ອງ, ແຟນ, ຫົວໜ້າ ຫຼືຄົນໃນຄອບຄົວເຂົ້າຂ່າຍ 11 ນິໄສທີ່ ຂັວນໃຈ ຈະມານໍາສະເໜີຕໍ່ໄປນີ້ ຂໍໃຫ້ຮັກສາມິດຕະພາບກັບນາງໄວ້ໃຫ້ໝັ້ນ ຖ້າຂາດນາງໄປເຈົ້າຈະຂາດຊີວິດຊີວາໃນຊີວິດໄປເລີຍ ບໍ່ມີດອກທີ່ນາງຈະຈົກເງິນໃບ 5000 ກີບໃຫ້ Tip ພະນັກງານເສີບ: Concept ເລື່ອງໃຫ້ Tip ຂອງສາວຕົວແມ່ເລີຍຄື: Tip ໜັກ Tip ຂັ້ນເທບ ນາງຈະບໍ່ຄິດແຄ່ມື້ນີ້ ແຕ່ຄິດເຜື່ອໄວ້ເລີຍວ່າ ຖ້າມື້ນີ້ນາງໃຫ້ Tip ພະນັກງານເສີບໄປ 100.000 ກີບ ມື້ໜ້າຖ້ານາງມາບ່ອນນີ້ກັບໝູ່ອີກ ລາວຕ້ອງຈື່ເຮົາໄດ້ແນ່ນອນ! ແລະ ນາງກໍຈະໄດ້ໂຕະທີ່ດີທີ່ສຸດ ລວມເຖິງບໍລິການທີ່ດີທີ່ສຸດຢ່າງແນ່ນອນ.ບໍ່ມີຫຍັງເປັນໄປບໍ່ໄດ້: ສໍາລັບສາວຕົວແມ່ແລ້ວ ທຸກສິ່ງເປັນໄປໄດ້ໝົດແນ່ນອນ ນາງໆຫຼາຍໆຄົນຫັກສໍຂຽນອອກເປັນ 2 ກ້ານ ດ້ວຍເຈ້ຍໃບດຽວມາແລ້ວ ນາງຈະເຊື່ອເລື່ອງພະລັງຈິດທີ່ເໜືອກວ່າທຸກສິ່ງຫຼາຍ ນາງບອກເຮົາວ່າ …

Read More »

ໜຸ່ມໆບອກມາ!!! ແມ່ຍິງແບບນີ້ແຫຼະທີ່ຜູ້ຊາຍຢາກໄດ້ມາເປັນແມ່ຂອງລູກ…

ສໍາລັບຜູ້ຊາຍທຸກຄົນນັ້ນ ໜຶ່ງໃນການຕັດສິນໃຈທີ່ສໍາຄັນທີ່ສຸດໃນຊິວິດ ຄືການຊອກແມ່ຍິງທີ່ແມ່ນ ແມ່ຍິງທີ່ຈະເປັນແມ່ທີ່ດີຂອງລູກ ແມ່ຍິງທີ່ຈະຊ່ວຍວາງແຜນຊີວິດ ແລະ ເຮັດໃຫ້ພວກເຂົາເປັນຜູ້ຊາຍທີ່ດີຂຶ້ນໃນແຕ່ລະມື້ ແມ່ຍິງທີ່ຈະຮ່ວມທຸກຮ່ວມສຸກກັບເຂົາ ທັງໃນມື້ທີ່ດີ ແລະ ມື້ທີ່ຮ້າຍ ແຕ່ນັ້ນເບິ່ງຄືວ່າຈະເປັນຄຸນສົມບັດທີ່ກວ້າງຫຼາຍ ຖ້າຈະເບິ່ງກັນແບບເຈາະເລິກແລ້ວ ແມ່ຍິງແບບໃດ? ລັກສະນະແບບໃດ? ທີ່ພວກເຂົາຊອກຫາ ຈຶ່ງຈະເອີ້ນໄດ້ວ່າ ແມ່ຍິງແບບນັ້ນຄື ສາວໃນຝັນທີ່ຕ້ອງການຢາກຈະໃຫ້ມາເປັນແມ່ຂອງລູກ ເຮົາມາເບິ່ງກັນເລີຍວ່າມີລັກສະໃດແດ່??? 1. ເປັນຕົວຂອງຕົວເອງແທ້ໆ ການເປັນແມ່ຍິງທີ່ ງາມ ບໍ່ໄດ້ກ່ຽວກັບຮູບລັກພາຍນອກຂອງເຈົ້າທັງໝົດ ແຕ່ມັນຄືທັງໝົດທີ່ເປັນຕົວເຈົ້າ ຕົວຕົນຂອງເຈົ້າ ແມ່ຍິງຫຼາຍຄົນທີ່ພາຍນອກສວຍງາມແບບຫາທີ່ຕິບໍ່ໄດ້ ແຕ່ເມື່ອເບິ່ງກັນທີ່ພາຍໃນ ບຸກຄະລິກ ຄວາມເປັນຕົວຕົນ ຫຼືຄາແລັກເຕີນັ້ນ ເກືອບຈະເບິ່ງບໍ່ໄດ້ເລີຍ ຜູ້ຊາຍສ່ວນຫຼາຍຕ້ອງການແມ່ຍິງທີ່ດູດີທັງພາຍນອກ ແລະ ພາຍໃນ ພວກເຂົາຕ້ອງການຄົນຈິງໃຈ ບໍ່ຕົວະຕົ້ມ ບໍ່ແອັບ ເຈົ້າເປັນແນວໃດເວລາຢູ່ກັບໝູ່ ເວລາຢູ່ເຮືອນຕົວເອງ ເວລາຢູ່ກັບເຂົາເຈົ້າກໍເຮັດຕົວແບບນັ້ນ ເພາະນັ້ນຄືຕົວຕົນຂອງເຈົ້າ ບໍ່ແມ່ນສະແດງ ຫຼືປຸງແຕ່ງຂຶ້ນມາ ຖ້າຄົນມັນຈະແມ່ນກໍໃຫ້ມັນແມ່ນ ຖ້າບໍ່ແມ່ນກໍໃຫ້ມັນເປັນໄປ 2. ເຄົາລົບຕົວເອງ ວິທີພຣີເຊັ້ນຕົວເອງອອກມາ …

Read More »

ເຜີຍຄວາມຈິງ!! ເປັນຫຍັງຄົນຈຶ່ງມັກຖ່າຍຮູບ ຊິກແພັກ ອວດຫຸ່ນເປ໊ະ ຫຼັງອອກກໍາລັງກາຍລົງ Social…

ສາວໆ ໃຜໆກໍຢາກມີສຸຂະພາບດີກັນໝົດແຫຼະ ຍິ່ງໃນຊ່ວງ Healthy ທີ່ຄົນລຸກຂຶ້ນມາ ອອກກໍາລັງກາຍ ດູແລຕົວເອງຢ່າງໜັກໜ່ວງແບບນີ້ ຈະປ່ອຍໃຫ້ຕົວເອງນັ່ງຢູ່ກັບຂີ້ໂຜ່ນຍ້ອຍໄດ້ແນວໃດລະ? ແຕ່ສິ່ງໜຶ່ງທີ່ເຮົາມັກສັງເກດໄດ້ເລີຍຄື ນອກຈາກການໄປອອກກໍາລັງກາຍທີ່ Fitness ແລ້ວ ເປັນຫຍາງງງງເປັນຫຍັງຫຼາຍໆ ຄົນຈຶ່ງຕ້ອງຖ່າຍຮູບອວດ ຊິກແພັກງາມໆ ລົງ Social ໃຫ້ຄົນທີ່ຍັງບໍ່ມີອິດສາຫຼິ້ນໆລະ? ມື້ນີ້ ຂວັນໃຈ ຈະມາພາສາວໆ ໄປຊອກຄໍາຕອບກັນ!!! ຖ່າຍຮູບອວດຊິກແພັກຫຼັງອອກກໍາລັງກາຍແລ້ວ… 1. ຂໍເກັບໄວ້ເບິ່ງນິສໜຶ່ງ ສາວໆຈ໋າ ກວ່າຈະມີຊິກແພັກໄດ້ນີ້ມັນບໍ່ແມ່ນເລື່ອງງ່າຍໆໃດ໋ ບັນດາຄົນອອກກໍາລັງກາຍກໍຄົງຈະຮູ້ກັນດີ ວາເຮົາຈະຕ້ອງ Sit-Up ເຮັດຜ່າແພລງ ແລະ ອື່ນໆ ມື້ລະຈັກເທື່ອ ເຖິງຈະໄດ້ຊິກແພັກງາມໆ ແບບນີ້ມາຄອງ ບໍ່ແມ່ນວ່າຄິດໄດ້ຢາກໂຊກໍຖ່າຍຮູບໂຊໂລດມັນບໍ່ແມ່ນຈ່າາາາ ເພາະສະນັ້ນ ຖ້າມັນຂຶ້ໜມາກໍຂໍຖ່າຍເກັບໄວ້ເບິ່ງເປັນທີ່ລະນຶກແນ່ກະແລ້ວກັນເນາະ!!! 2. ສ້າງກໍາລັງໃຈໃຫ້ຕົວເອງ ຖ້າຄົນທີ່ ອອກກໍາລັງກາຍ ຫຼຸດນໍ້າໜັກ້ສາງຫຸ່ນເປ໊ະໆ ເພື່ອຄວາມເຮລຕີ້ ຈະຮູ້ດີວ່າ ວິໄນໃນການອອກກໍາລັງກາຍນີ້ເປັນສິ່ງທີ່ສໍາຄັນຫຼາຍສໍ່າໃດ ເຮົາຈະຕ້ອງຕໍ່ສູ້ກັບອາຫານຕ່າງໆ ທີ່ເຖິງວ່າຈະມີລົດຊາດແຊບ ຖືກປາກສໍ່າໃດ …

Read More »

ງາມຢ່າງດຽວບໍ່ພໍ!!! 5 ລັກສະນະນິໄສທີ່ແມ່ຍິງຍຸກໃໝ່ຕ້ອງມີ ເພື່ອຄວາມງາມ-ເກັ່ງ-ສະຫຼາດຮູ້ເທົ່າທັນຄົນ…

ຄວາມງາມເປັນສິ່ງທີ່ຢູ່ຄູ່ກັບແມ່ຍິງເຮົາມາທຸກຍຸກທຸກສະໄໝ ຈົນມີຫຼາຍຄົນມັກເວົ້າວ່າ ເປັນແມ່ຍິງຢ່າຫຍຸດງາມ ແຕ່ໂລກເຮົານັບມື້ນັບໝູນໄປໄວ ຍິ່ງຍຸກນີ້ແລ້ວເຮັດໃຫ້ຮູ້ເລີຍວ່າຄວາມງາມຢ່າງດຽວບໍ່ພໍ ແມ່ຍິງເຮົາຕ້ອງມີຫຍັງຫຼາຍກວ່ານັ້ນ!!! ນີ້ຄື 5 ລັກສະນະນິໄສ ທີ່ແມ່ຍິງຍຸກໃໝ່ຕ້ອງມີ ເພື່ອຄວາມງາມ ເກັ່ງ ສະຫຼາດທັນຄົນ ຈະໄດ້ງາມແບບຄົບເຄື່ອງ ຈຶ່ງບໍ່ຖືກໃຜເອົາປຽບໄດ້ງ່າຍໆ ບໍ່ວ່າຈະໃນຄວາມສໍາພັນ ການຮຽນ ຫຼືການເຮັດວຽກ… ງາມ ເກັ່ງ ສະຫຼາດທັນຄົນ ຕ້ອງຮູ້ຈັກ Check ກ່ອນ Share ລັກສະນະນິໄສສໍາຄັນຂອງສາວຍຸກໃໝ່ຄືເຮົາ ຄືການບໍ່ສົ່ງຕໍ່ຂ່າວປອມ ຫຼືຂໍ້ມູນທີ່ບໍ່ມີແຫຼ່ງທີ່ມາຊັດເຈນ ເພາະໂລກ Social ໃຫ້ທັງຜົນດີ ແລະ ຮ້າຍໃນເວລາດຽວກັນ ສະນັ້ນ ກ່ອນຈະ Share ຫຍັງ ເວົ້າຫຍັງເທິງ Social ຕ້ອງອ່ານ-ຄິດ ແລະ ພິຈາລະນາໃຫ້ລະອຽດກ່ອນຈັກ 2-3 ຮອບຈຶ່ງ Share ; ເພາະບໍ່ແມ່ນຂໍ້ມູນຜິດໆເທົ່ານັ້ນທີ່ເປັນອັນຕະລາຍ ແຕ່ການ Share ໂດຍບໍ່ຮູ້ຈັກທີ່ໄປທີ່ມານັ້ນ …

Read More »