Breaking News

Kuanjai Life Stlye

ຄິດກ່ອນຈ່າຍ!! ເງິນເດືອນທຳອິດ ຈະແບ່ງໃຊ້ແບບໃດ? ໃຫ້ເປັນປະໂຫຍດທີ່ສຸດ…

ແບ່ງທ້ອນໄວ້ຢ່າເອົາແຕ່ຮູ້ຈ່າຍພຽງຢ່າງດຽວ: ໄດ້ເງິນເດືອນ ເດືອນທຳອິດສິ່ງທີ່ຄວນເຮັດແມ່ນແບ່ງເງິນສຳລັບເກັບໄວ້ ເພາະຄົນສ່ວນຫຼາຍມັກລືມຄິດເຖິງຈຸດນີ້ ແລະ ມັກວາງແຜນໂດຍການເອົາໄປຈ່າຍຫຼິ້ນເປັນອັນດັບຕົ້ນໆ ການເກັບເງິນໄວ້ຄວນເຮັດໃຫ້ເປັນນິໄສຝຶກເອົາໄວ້ຕັ້ງແຕ່ເງິນເດືອນ ເດືອນທຳອິດເພື່ອໄດ້ເງິນເດືອນເດືອນຕໍ່ໄປຈະເປັນແຮງຈູງໃຈໃນການເກັບເງິນໄວ້ອີກ. ຕອບແທນບຸນຄຸນພໍ່ແມ່: ການນຶກເຖິງຜູ້ທີ່ມີບຸນຄຸນແມ່ນເປັນສິ່ງທີ່ດີຂອງຄົນເປັນລູກ ການຕອບແທນບຸນຄຸນດ້ວຍຊັບທີ່ຊອກຫາໄດ້ ເປັນຄັ້ງທຳອິດເປັນອີກໜຶ່ງທາງທີ່ຈະຮູ້ຈັກຄວາມຮັບຜິດຊອບເຖິງແມ່ນວ່າພໍ່ແມ່ຈະບໍ່ຢາກໄດ້ເງິນລູກ ແຕ່ກໍຄວນໃຫ້ໄປຕາມໜ້າທີ່ເພື່ອໃຫ້ພໍ່ແມ່ມີລາຍໄດ້ສຳລັບໃຊ້ຈ່າຍ ແລະ ສຸດທ້າຍແລ້ວພໍ່ແມ່ຈະເກັບເງິນສ່ວນນີ້ໄວ້ໃຫ້ເຮົາຄືເກົ່າ. ໃຫ້ລາງວັນກັບຕົວເອງ: ຫຼັງຈາກການເຮັດວຽກມາໝົດເດືອນດ້ວຍຄວາມຕັ້ງໃຈ, ມຸ່ງໝັ້ນໃນໜ້າທີ່ຄວນຕອບແທນຕົນເອງດ້ວຍການກິນອາຫານດີໆຫຼືໄປທ່ອງທ່ຽວໃຫ້ສະບາຍໃຈ, ເຮັດກິດຈຳທີ່ຕົນເອງມັກເພື່ອເປັນການຜ່ອນຄາຍຄວາມຄຽດຈາກການເຮັດວຽກ, ເພື່ອເປັນແຮງຈູງໃຈ, ກຳລັງໃຈໃນການເຮັດວຽກໃນເດືອນຕໍ່ໄປ. ແບ່ງການໃຊ້ຈ່າຍເທົ່າທີ່ຈຳເປັນ: ການແບ່ງເງິນໄວ້ໃຊ້ຈ່າຍເທົ່າທີ່ຈຳເປັນຄື ຢ່າໃຊ້ເງິນເດືອນໝົດໄປກັບເລື່ອງທີ່ບໍ່ເປັນປະໂຫຍດ ແລະ ຢ່າຄິດວ່າຕົນເອງສາມາດຫາເງິນໃໝ່ໄດ້ ເຊິ່ງເປັນຄວາມຄິດທີ່ຜິດ. ເຮົາຄວນຮູ້ຈັກວາງແຜນການໃຊ້ເງິນຢ່າງຄຸ້ມຄ່າເທົ່າທີ່ຈຳເປັນ. ໃຊ້ໜີ້ (ຖ້າມີ): ຢ່າຜິດສັນຍາກຳນົດມື້ທີ່ຈະໃຊ້ໜີ້ ເພາະວ່າອັດຕາດອກເບ້ຍສູງ ຫາກບໍ່ສົນໃຈອາດກາຍເປັນການສ້າງໜີ້ ແລະ ເພີ່ມພາລະໃຫ້ຫຼາຍຂຶ້ນໄປອີກໃນເດືອນຕໍ່ໄປ. ດັງນັ້ນ, ຄວນມີວິໄນຮູ້ຈັກວາງແຜນເຊິ່ງເປັນວິທີເບື້ອງຕົ້ນທີ່ຄວນນຶກເຖິງຂອງຄົນເປັນໜີ້.

Read More »

ແມ່ຄ້າອອນລາຍຄວນຮູ້!!! ເປີດເຜີຍລາຄາສິນຄ້າຢູ່ໜ້າ Post ກັບຖ້າລູກຄ້າຖາມຈຶ່ງຕອບ Inbox ແບບໃດໄດ້ຜົນດີກວ່າກັນ…

ເວລາສົນໃຈສິນຄ້າທີ່ໂພສຂາຍທາງອອນລາຍໃຜໆກໍຢາກຮູ້ລາຄາກ່ອນ ເມື່ອບໍ່ເຫັນລາຍລະອຽດລາຄາ ແນ່ນອນຜູ້ຊື້ກໍຕ້ອງຄອມເມັນຖາມຢູ່ກ້ອງໂພສ ແຕ່ເຊື່ອວ່າຫຼາຍກວ່າ 80% ແມ່ນຫງາຍເງີບກັບຄຳຕອບຈາກພໍ່ຄ້າແມ່ຄ້າວ່າ ດຽວ “Inbox”ຫຼື “ຝາກເບີໂທໄວ້ແລ້ວຈະມີພະນັກງານຕິດຕໍ່ກັບ”. ຜູ້ຂາຍບາງຄົນຄິດວ່າການເປີດເຜີຍລາຄາແບບໂປ່ງໃສເປັນເລື່ອງບໍ່ດີສຳລັບການຂາຍໃນຍຸກນີ້ ເພາະຖ້າເປີດເຜີຍລາຄາກ່ອນກໍຍິ່ງຈະເຮັດໃຫ້ຄົນຈຳນວນຫຼາຍຕົກໃຈກັບລາຄາແລ້ວບໍ່ກັບມາອີກ ຫຼື ລູກຄ້າພຽງແຕ່ຢາກຮູ້ລາຄາແລ້ວກໍໄປສົມທຽບກັບລາຄາຮ້ານອື່ນທີ່ຕໍ່າກວ່າ ອີກດ້ານໜຶ່ງຄົນຂາຍກໍຄິດວ່າຕົນເອງຍັງບໍ່ທັນມີໂອກາດສະແດງໃຫ້ລູກຄ້າເຫັນສັກກາຍະພາບຂອງສິນຄ້າທີ່ໂດດເດັ່ນກວ່າຮ້ານຄ້າທີ່ຂາຍໃນລາຄາຖືກ ຫຼື ໜັກກວ່ານັ້ນກໍແມ່ນ ຫຼີກລ່ຽງຈາກລູກຄ້າຈຳພວກ “ຖາມແລ້ວບໍ່ເອົາ”. ບໍ່ວ່າຈະຍ້ອນເຫດຜົນໃດກໍຕາມ, ແຕ່ລູກຄ້າຊໍ້າພັດຢາກຮູ້ລາຄາກ່ອນ ຫຼື ຢາກໃຫ້ຜູ້ຂາຍເປີດເຜີຍລາຄາໄວ້ ໂດຍບໍ່ຈຳເປັນລໍຖ້າຄຳຕອບທາງຂໍ້ຄວາມ ຫຼື “Inbox” ເຊິ່ງຖືວ່າຊັກຊ້າເສຍເວລາ ເພາະລູກຄ້າຫຼາຍຄົນກໍສົນໃຈໃນສິນຄ້ານັ້ນໆແທ້ ສິ່ງສຳຄັນກໍແມ່ນ ລູກຄ້າຕ້ອງການຄວາມໂປ່ງໃສ ເຊິ່ງສະແດງເຖິງຄວາມຊື່ສັດຂອງຜູ້ຂາຍ ນັ້ນກໍຄື ການເປີດເຜີຍເລື່ອງລາຄາໄວ້ລ່ວງໜ້າ ແລະ ບໍ່ປ່ຽນແປງຕາມສິ່ງທີ່ຕົນເຫັນວ່າ ລູກຄ້າສາມາດຈ່າຍໄດ້. ການເປີດເຜີຍລາຄາແບບໂປ່ງໃສແມ່ນມີຄວາມສຳຄັນ ເນື່ອງຈາກລູກຄ້າຈະໄດ້ຮັບຮູ້ແບບທັນໃຈ ທັງຕັດສິນໃຈໄດ້ໄວ ແລະ ບໍ່ເສຍເວລາຕ້ອງລໍຖ້າຄຳຕອບທາງຂໍ້ຄວາມ ທັງເຮັດໃຫ້ລູກຄ້າເຂົ້າເຖິງມູນຄ່າສິນຄ້າຕາມຄວາມຕ້ອງການຕາມຄວາມສາມາດທີ່ຕົນຊື້ໄດ້ ແລະ ຜູ້ຂາຍຄວນກຳນົດລາຄາຕາມສິ່ງທີ່ຕົນເຊື່ອວ່າ ບໍລິການນັ້ນມີຄ່າແລະ ບໍ່ຕ້ອງຢ້ານອີກວ່າລາຄານັ້ນຈະຖືກ ຫຼື ແພງສຳລັບລູກຄ້າ ຖ້າຜະລິດຕະພັນນັ້ນມີຄຸນນະພາບສົມກັບໂຄສະນາທີ່ວ່າໄວ້.

Read More »

ເປີດຊີວິດອີກມຸມ!!! ເບີດ ທົງໄຊ ນັກຮ້ອງຊື່ດັງ (ປະເທດໄທ) ຫັນມາໃຊ້ຊີວິດພໍພຽງ ແລະພຽງພໍຕາມຄໍາສອນຂອງພໍ່ຫຼວງ…

“ຊີວັນມັນກະສໍ່ານີ້ແຫຼະ ຊິເອົາຫຍັງຫຼາຍ” ສຸດທ້າຍແລ້ວຄົນເຮົາກໍບໍ່ຕ້ອງການຫຍັງຫຼາຍນອກຈາກຄວາມສຸກ ຕ່າງແຕ່ວ່າຄວາມສຸກຂອງແຕ່ລະຄົນນັ້ນແມ່ນຫຍັງ? ຫຼືບາງຄົນອາດຈະບໍ່ຮູ້ດ້ວຍຊໍ້າຄວາມຄວາມຈິງແລ້ວຄວາມສຸກຂອງຕົວເອງແມ່ນຫຍັງ? ບາງຄົນມ່ວນ ແລະ ມີຄວາມສຸກກັບຊື່ສຽງເງິນຄໍາ ມ່ວນກັບການໄດ້ໃຊ້ຊີວິດທີ່ຫຼູຫຼາ ຢູ່ທ່າມກາງແສງສີສຽງ ແຕ່ບາງຄົນຄວາມສຸກຄືການໄດ້ຢູ່ແບບສະຫງົບ ພໍພຽງກັບສິ່ງທີ່ມີ ແລະມັກເທົ່ານັ້ນ… ຄືດັ່ງກັບ ນັກຮ້ອງຊື່ດັງລະດັບຕໍານານ ອ້າຍເບີດ ທົງໄຊ ແມັກອິນໄຕ ສີລະປິນທີ່ມີຄວາມເປັນເອກະລັກ ແລະ ມີຊື່ສຽງຕັ້ງແຕ່ອະດີດຈົນມາຮອດປັດຈຸບັນ ກັບຊີວິດອີກມຸມໜຶ່ງທີ່ບໍ່ແມ່ນການຈັບໄມຮ້ອງເພງເທິງເວທີ ທີ່ມີແຕ່ແສງສີສຽງອ້ອມຮອບ ແຕ່ເປັນການຈັບຊວ້ານ ສຽມ ຫັນມາປູກຝັງ ລ້ຽງສັດກິນເອງ ພ້ອມທັງເປີດຕະຫຼາດຂາຍເອງ ດ້ວຍແນວຄິດຢາກເດີນຕາມຄໍາສອນຂອງພໍ່ຫຼວງ (ປະມຸກແຫ່ງ ຣາຊະອານາຈັກໄທ) ໂດຍອ້າຍເບີດ ໄດ້ບອກວ່າ ເນື້ອທີ່ 100 ໄລ່ ທີ່ເຮັດການກະສິກໍານັ້ນ ໄດ້ແບ່ງອອກເປັນສ່ວນເພື່ອປູກຜັກ ແລະ ມີບຶງນໍ້າກວ້າງ ມີນໍ້າຜົ່ນອອກມາເພື່ອປັບອາກາດ ບັນຍາກາດດີຈະເຮັດໃຫ້ມີອົກຊີເຈນໃນນໍ້າ; ບຶງນໍ້າເອົາໄວ້ລ້ຽງປາ ພ້ອມທັງສູບເອົານໍ້າມາໃຊ້ ແລະ ເຮັດນາ… ທຸກສິ່ງທີ່ລົງມືເຮັດ ເບີດ ມີຄວາມຕັ້ງໃຈສ້າງມັນຂຶ້ນມາດ້ວຍຄວາມຮັກ!! ແນວໃດກໍຕາມ …

Read More »

ຮູ້ແລ້ວປ່ຽນດ່ວນ!! 5 ແນວຄິດເພື່ອປ່ຽນແປງທັດສະນະຄະຕິເປັນຄົນລວຍ…

1 ເຮົາສາມາດເປັນທັງຄົນ “ຄົນລວຍ” ແລະ “ຄົນດີ” ໄປພ້ອມກັນ ບາງຄົນອາດມີທັດສະນະຄະຕິໃນທາງບໍ່ດີຕໍ່ຄວາມຮັ່ງມີ ເພາະຄິດວ່າຄວາມລວຍນັ້ນ ໄດ້ມາຈາກຄວາມກິເລດຕັນຫາ ຊຶ່ງຄວາມຄິດນີ້ມັນກໍມີສ່ວນຖືກຢູ່ໃນສ່ວນໜຶ່ງ ແຕ່ໃນໂລກນີ້ຍັງມີຄົນລວຍອີກຫຼາຍຄົນທີ່ເປັນຄົນດີຊ່ວຍເຫຼືອສັງຄົມແບບບໍ່ຫວັງຜົນຕອບແທນ ພຽງແຕ່ວ່າຄວາມຄິດຂອງຄົນຈໍານວນນັ້ນບາງເທື່ອມັນອາດບໍ່ຖືກກັບຈິດໃຈຂອງຄົນທີ່ຄິດຕ່າງນັ້ນແຫຼະ! 2 ສ້າງ “ເສັ້ນທາງ” ສູ່ຄວາມລວຍ ແທນ “ຄວາມຄິດ” ຢາກລວຍ ຄວາມລວຍ ເປັນສິ່ງທີຄົນເຮົາຕ້ອງສ້າງມັນດ້ວຍຕົວເອງ ເຮົາອາດເຫັນຄົນທີລວຍຫຼາຍໆຄົນຢູ່ອ້ອມຮອບເຮົາ ບໍ່ເຫັນເລີຍວ່າມີໃຜລວຍຂຶ້ນມາແບບສະບາຍສະບາຍ ບໍ່ມີເລີຍ ເພາະທຸກສິ່ງນັ້ນຕ້ອງສ້າງດ້ວຍ “ການລົງມື” ບໍ່ໃຊ້ແຕ່ຄວາມຄິດຢ່າງດຽວ ຕ້ອງລົງມືເຮັດໄປພ້ອມຈຶ່ງຈະເຫັນຜົນ. 3 ຖ້າເຮົາບໍລິຫານເງິນໂຕເອງບໍ່ໄດ້ ເຮົາກໍບໍລິຫານຊີວິດຂອງເຮົາບໍໍໄດ້ຄືກັນ ລອງສັງເກດເບິ່ງວ່າ ໃນການດໍາເນີນຊີວິດແຕ່ລະມື້ນັ້ນ ບໍ່ມີມື້ໃດເລີຍທີເຮົາຈະບໍ່ຈ່າຍເງິນ ດັ່ງນັ້ນ ການບໍຫານເງິນຂອງເຮົານັ້ນຕ້ອງໃຫ້ສອດຄ່ອງຄືກັບການບໍລິຫານຊີວິດນໍາອີກ. 4 ໃຫ້ຄວາມສົນໃຈກັບ “ຊັບສິນ” ບໍ່ແມ່ນ “ລາຍໄດ້” ຄົນຈະລວຍ ຕ້ອງລວຍທີຊັບສິນ ໂດຍການສ້າງຊັບສິນທາງການເງິນເພື່ອສ້າງລາຍໄດ້ຈາກການລົງທຶນໃຫ້ໂຕເຮົາ ບໍ່ແມ່ນເອົາແຕ່ຫາລາຍໄດ້ຈາກບ່ອນເຮັດວຽກພຽງຢ່າງດຽວ ເພາະຖ້າວ່າມື້ໃດມື້ໜຶ່ງທ່ານເຮັດວຽກບໍ່ໄດ້ ກໍສະແດງວ່າທ່ານບໍ່ມີລາຍໄດ້ຫຍັງເລີຍ ດັ່ງນັ້ນ ຢ່າໃຫ້ຄວາມສໍາຄັນຜິດບ່ອນ. 5 ການປະຢັດເງິນຄື ຈຸດເລີ່ມຕົ້ນຂອງອິດສະລະພາບທາງການເງິນ ຫຼາຍຄົນເຄີຍເວົ້າວ່າ …

Read More »

ເຕັກນິກດີໆ!! ການຕັ້ງເປົ້າໝາຍ ເພື່ອໄປໃຫ້ເຖິງຝັນ…

ການເລີ່ມຕົ້ນໃໝ່ ບໍ່ວ່າຈະເປັນການເລີ່ມລົງມືເຮັດສິ່ງໃໝ່ ຫຼືການເລີ່ມຕົ້ນຊີວິດໃໝ່ ສິ່ງທີ່ຢາກໃຫ້ທຸກຄົນມີຄື ການຕັ້ງເປົ້າໝາຍ ແລະສໍາຄັນໄປກວ່ານັ້ນຄືການໄປເຖິງເປົ້າໝາຍ ແຕ່ເຮັດແນວໃດໃຫ້ເຮົາສາມາດໄປເຖິງເປົ້າໝາຍທີ່ຕັ້ງໄວ້ໄດ້ ມື້ນີ້ ຂວັນໃຈມີເຕັກນິກດີໆ ທີ່ຈະໃຫ້ສາວໆສາມາດຕັ້ງເປົ້າໝາຍ ແລະ ເຮັດຕາມເປົ້າໝາຍໃຫ້ສໍາເລັດມາບອກກັນ… ໄປເບິ່ງເລີຍ!!! ຕັ້ງເປົ້າໝາຍທີ່ບໍ່ໃຫຍ່ເກີນໄປ ເປົ້າໝາຍທີ່ດີບໍ່ຈໍາເປັນຕ້ອງແມ່ນເປົ້າໝາຍທີ່ຍິ່ງໃຫຍ່ອະລັງການສະເໝີໄປ ເປົ້າໝາຍນ້ອຍໆ ງ່າຍໆ ທີ່ສາມາດເຮັດໄດ້ໃນໄລຍະເວລາສັ້ນ ເປົ້າໝາຍທີ່ເຮົາສາມາດເບິ່ງເຫັນຊ່ອງທາງ ແລະ ວິທີການທີ່ຈະກ້າວໄປເຖິງເປົ້າໝາຍນັ້ນໃຫ້ສໍາເລັດໄດ້ ເປັນເປົ້າໝາຍທີ່ດີຄືເປົ້າໝາຍທີ່ສາມາດລົງມືເຮັດແທ້ໄດ້ຫຼາຍທີ່ສຸດ. ກໍານົດລາຍລະອຽດໃຫ້ຊັດເຈນ ເປົ້າໝາຍທີ່ຕັ້ງໄວ້ບໍ່ຄວນເປັນເປົ້າໝາຍແບບເລື່ອນລອຍ ເຮົາຄວນກໍານົດລາຍລະອຽດຂອງເປົ້າໝາຍໃຫ້ຊັດເຈນເຊັ່ນ ເຮັດຫຍັງ? ຢູ່ໃສ? ແລ້ວຈະສໍາເລັດເມື່ອໃດ? ເຊັ່ນວ່າ ເຮົາຕ້ອງການຫຼຸດນໍ້າໜັກຈໍານວນຈັກກິໂລ ພາຍໃນໄລຍະເວລາຈັກມື້ ຖ້າເຮົາສາມາດລະບຸລາຍລະອຽດລົງໄປຫຼາຍເທົ່າໃດ ກໍຈະຍິ່ງງ່າຍຕໍ່ການເຮັດຕາມໄດ້ຫຼາຍຂຶ້ນເທົ່ານັ້ນ ເຕືອນຕົວເອງຢູ່ສະເໝີ ເຮົາຄວນ “ເຕືອນຕົວເອງຢູ່ສະເໝີ” ເຊັ່ນຂຽນເຈ້ຍໂນ໊ດຕິດໄວ້ໃນບໍລິເວນທີ່ເຮົາເບິ່ງເຫັນໄດ້ຊັດເຈນ ການຕັ້ງເວລາແຈ້ງເຕືອນໃນມືຖື ຫຼືການບອກໃຫ້ໝູ່ ຄອບຄົວ ຄົນຮັກຊ່ວຍເຕືອນເຮົາຢູ່ສະເໝີກໍເປັນການດີ ແຕ່ສິ່ງສໍາຄັນທີ່ສຸດຄື ເຮົາຄວນເຕືອນຕົວເອງຢູ່ສະເໝີ ແລະ ມີລະບຽບວິໄນກັບເປົ້າໝາຍຂອງເຮົາຕົວເອງ ເພື່ອທີ່ຈະສາມາດກ້່າວໄປເຖິງເປົ້າໝາຍຂອງເຮົາໄດ້ຕາມທີ່ຄາດຫວັງໄວ້ Cr: Women Mthai Team

Read More »