ຜູ້ອ່ານຫຼາຍຄົນ ອາດຈະມີເພື່ອນ ຫຼືຄົນຮູ້ຈັກ ທີ່ມັກເວົ້າກ່ຽວກັບການຈັດລະບົບຊີວິດທີ່ີມີຄວາມແນ່ນອນ ບໍ່ວ່າຈະເປັນການວາງແຜນ, ການເຮັດ ແລະ ວາງລະບົບເລື່ອງເລັກໆນ້ອຍໆ ເຊັ່ນ: ການຈັດໂຕະຈັດຕັ່ງ ເຊິ່ງຈະຮູ້ສຶກວ່າຄົນເຫຼົ່ານີ້ ໃຊ້ຊີວິດແບບບໍ່ວຸ້ນວາຍ ແລະ ຫຍຸ້ງຍາກ ເມື່ອເບິ່ງແລ້ວເຫັນເຖິງ ຄວາມມີປະສິດທິພາບໃນການໃຊ້ຊີວິດປະຈຳວັນໄດ້ເປັນຢ່າງດີ ເຮັດວຽກໄດ້ຫຼາຍຢ່າງ ຈົນເຮັດໃຫ້ຫຼາຍຄົນອິດສາ, ຢາກເອົາມາເປັນແບບຢ່າງ. ເຊິ່ງວາລະສານຂວັນໃຈສະບັບນີ້ ຂໍນຳເອົາຄຳວ່າ Organized ມາໃຫ້ທ່ານຜູ້ອ່ານໄດ້ເຂົ້າໃຈເຖິງ ນິດໄສຂອງການຈັດລະບຽບຊີວິດທີ່ດີທີ່ສຸດ ໂດຍຈະແບ່ງອອກເປັນ 5 ນິດໄສດ້ວຍກັນດັ່ງນີ້: ພະຍາຍາມຊອກເອົາເຄື່ອງມືມາໃຊ້ເພື່ອຊ່ວຍເຫລືອຕົນເອງ. ຄຳວ່າເຄື່ອງມື ແມ່ນອຸປະກອນທີ່ສາມາດຊ່ວຍເຫລືອເຮົາໃນຊີວິດປະຈຳວັນໃຫ້ມີປະສິດທິພາບຫຼາຍທີ່ສຸດ ເຊິ່ງເຄື່ອງມືດັ່ງກ່າວ ອາດຈະເລີ່ມຕັ້ງແຕ່ສິ່ງນ້ອຍໆ ຂຶ້ນໄປຈົນຮອດອຸປະກອນທີ່ໄຮເທັກ ເຊັ່ນ: ແອບການແຈ້ງເຕືອນ ສຳລັບຊອກຫາຂໍ້ມູນເພີ່ມ. ຮູ້ຈັດລຳດັບຄວາມສຳຄັນ. ທຸກໆຄົນລ້ວນມີສິ່ງທີ່ຕ້ອງເຮັດຫຼາຍຢ່າງ ແຕ່ຄົນທີ່ຈະຈັດລະບຽບຊີວິດຕົນເອງໄດ້ເປັນຢ່າງດີ ພ້ອມທັງເຮັດສິ່ງຕ່າງໆມີປະສິດທິພາບນັ້ນ ກໍຍ້ອນມີການວາງແຜນ ແລະ ຈັດຮຽງຄວາມສຳຄັນຂອງສິ່ງຕ່າງໆໃຫ້ເປັນລະບົບ ເຊິ່ງການຈັດລຳດັບນີ້ ຈະສອດຄ່ອງກັບການວາງເປົ້າໝາຍຕ່າງໆຂອງຄົນໆນັ້ນ ເຮັດໃຫ້ພວກເຂົາສາມາດຮູ້ໄດ້ວ່າ ສິ່ງຕ່າງໆ ທີ່ຕ້ອງເຮັດນັ້ນຈະສົ່ງຜົນຕໍ່ກັບພວກເຂົາແບບໃດ ລວມທັງໄລຍະສັ້ນ ແລະ …
Read More »Kuanjai Life Stlye
ເງິນທີ່ຫາມາໄດ້ຈາກນໍ້າເຫື່ອນໍ້າແຮງ ຕ້ອງເອົາໄປຊື້ສິ່ງທີ່ຕ້ອງການໃຫ້ຄຸ້ມຄ່າເມື່ອຍ!! ແລ້ວທ້າຍເດືອນກໍຕ້ອງມານັ່ງອຸກໃຈ ເງິນບໍ່ພໍຈ່າຍ-ບໍ່ເຫຼືອເງິນເກັບ… ຕ້ອງຮູ້ຕັດລາຍຈ່າຍທີ່ບໍ່ເປັນອອກ!!!
“ຄິດໃຫ້ໄດ້ ໃຊ້ໃຫ້ເປັນ” ຫຼາຍຄົນມັກຈະຄິດວ່າ ເງິນທີ່ເຮົາໄດ້ມາຈາກນໍ້າເຫື່ອນໍ້າແຮງນັ້ນ ຄວນເອົາໄປໃຊ້ໃນສິ່ງທີ່ເຮົາຕ້ອງການ ໃຊ້ເງິນແບບຄຸ້ມຄ່າກັບການຊອກມາ ຖ້າຄິດແນວນັ້ນກໍບໍ່ຜິດ ແຕ່ໝັ້ນໃຈແລ້ວຫຼືບໍ່ວ່າ ການໃຊ້ເງິນຂອງທ່ານນັ້ນຄຸ້ມຄ່າທີ່ສຸດ ເຊິ່ງວາລະສານຂວັນໃຈສະບັບນີ້ ໄດ້ນຳເອົາວິທີການຈ່າຍເງິນແບບບໍ່ຈຳເປັນມາຝາກ ເພື່ອບໍ່ຕ້ອງມີໜີ້ໃນສິ່ງທີ່ບໍ່ຈຳເປັນ ແລະ ຍັງມີເງິນທ້ອນອີກ. ອຸປະກອນເອເລັກໂຕຼນິກ ເຖິງວ່າສະໄໝນີ້ອຸປະກອນເອເລັກໂຕຼນິກຫຼາຍໆຊະນິດຈະມີຄວາມຈຳເປັນຕໍ່ຊີວິດປະຈໍາວັນກໍຕາມ ແຕ່ກໍບໍ່ໄດ້ໝາຍຄວາມວ່າທ່ານຈະຕ້ອງໃຊ້ເງິນໄປກັບການຊອກຊື້ອຸປະກອນລຸ້ນໃໝ່ຢູ່ຕະຫຼອດ ສິ່ງທີ່ທ່ານຊື້ມາໃນມື້ນີ້ ອາດຈະເປັນລຸ້ນໃໝ່ກໍຕາມ ແຕ່ເມື່ອຮອດປີໜ້າ ລຸ້ນໃໝ່ກວ່າປີນີ້ກໍຈະອອກມາຄືກັນ ແລະ ລຸ້ນໃໝ່ທີ່ເຮົາຊື້ກໍຈະເປັນລຸ້ນເກົ່າ ຖ້າເຮົາຍັງຊື້ເຄື່ອງໄປຕາມການເວລາແນວນີ້ທຸກໆປີ ເຮົາກໍຈະບໍ່ມີເງິນໄວ້ເຫຼືອຖົງເລີຍ ແຖມຍັງໃຊ້ເຄື່ອງບໍ່ຄຸ້ມອີກ ເພາະຫາກໍຊື້ແຕ່ກໍຕ້ອງຊື້ໃໝ່ອີກແລ້ວ ເຄື່ອງຕົກແຕ່ງເຮືອນ ໃຜທີ່ມັກຕົກແຕ່ງເຮືອນດ້ວຍການຊື້ເຄື່ອງ ຫຼື ສິ່ງຂອງມະຍ໋ອກມະແຍ໋ກ ມາປະດັບເຮືອນນັ້ນ ຂໍບອກເລີຍວ່າ ໃຫ້ຢຸດ ເຖິງວ່າເຄື່ອງເຫຼົ່ານັ້ນຈະຊ່ວຍໃຫ້ເຮືອນແນມເບິ່ງແລ້ວງາມຕາຂຶ້ນກໍຕາມ ແຕ່ຖ້າເຮົາຊື້ຫຼາຍ ເຮົາກໍເປືອງເງິນຫຼາຍເທົ່ານັ້ນ ລອງຊອກວິທີທີ່ປະຢັດກວ່າຄື ເຟີນີເຈີ້ ບາດດຽວເລີຍ ນອກຈາກຈະ ປະຢັດເງິນແລ້ວ ກໍຍັງມີຄວາມພູມໃຈກັບສິ່ງນັ້ນອີກດ້ວຍ. ລົດ ສຳລັບຄົນຮັກລົດ ເມື່ອເຫັນລົດລຸ້ນໃໝ່ໆ ກໍອົດໃຈບໍ່ໄດ້ທີ່ຢາກຊື້ລົດໃໝ່ ແລະ ພະຍາຍາມຊອກຫາຈຸດບົກຜ່ອງ ຫລື …
Read More »ນີ້ແຫຼະແມ່ຍິງລາວ!! ລວມນາງງາມຕົວແທນປະເທດລາວ ທີ່ໄປຄວ້າລາງວັນໃນເວທີລະດັບສາກົນ ປະຈໍາປີ 2019… ແຕ່ລະຄົນບໍ່ທໍາມະດາອີ່ຫຼີ!!!
ແມ່ຍິງລາວເກັ່ງ ແລະ ບໍ່ໄດ້ດ້ອຍໄປກວ່າປະເທດໃດໃນໂລກ!!! ຄໍາເວົ້ານີ້ ເປັນຄໍາເວົ້າທີ່ ຂວັນໃຈ ຕັ້ງຂຶ້ນ ແລະ ເຊື່ອຢ່າງສຸດໃຈ ຕັ້ງແຕ່ເລີ່ມເປີດ ວາລະສານ ຂວັນໃຈ ແລະ ຕັ້ງໂຕເອງວ່າເປັນວາລະສານແມ່ຍິງ ອັນດັບຕົ້ນໆຂອງປະເທດລາວ ທີ່ສົ່ງເສີມແມ່ຍິງລາວໃຫ້ກ້າວຂຶ້ນສູ່ຄວາມເປັນສາກົນມາໂດຍຕະຫຼອດ. ຕະຫຼອດໄລຍະ 10 ກວ່າປີ ທີ່ວາລະສານ ຂວັນໃຈ ເຮັດໜ້າທີ່ນໍາສະເໜີຂ່າວສານ-ສາລະໜ້າຮູ້ຕ່າງໆ ທີ່ເຊື່ອວ່າຈະເປັນປະໂຫຍດແກ່ແມ່ຍິງລາວຫຼາຍທີ່ສຸດ ແລະ ຂວັນໃຈ ກໍໄດ້ເຫັນເຖິງພັດທະນາຄວາມສາມາດຂອງແມ່ຍິງລາວ ທີ່ນັບມື້ນັບກ້າວຂຶ້ນ ມີບົດບາດທຽບເທົ່າກັບຫຼາຍໆປະເທດໃນສາກົນ ໂດຍເຮົາຈະມັກເຫັນຂ່າວຄາວມາຕະຫຼອດວ່າ ແມ່ຍິງລາວເທິງເວທີສາກົນ, ແມ່ຍິງລາວຄວ້າລາງວັນຈາກເວທີນັ້ນນີ້… ຄືດັ່ງບັນດານາງງາມລາວທີ່ມີໂອກາດໄປປະກວດເວທີລະດັບສາກົນ ແລະ ລະດັບໂລກ ແລ້ວສາມາດຍາດລາງວັນມາໄດ້ ທີ່ ຂວັນໃຈ ຈະມານໍາສະເໜີໃນມື້ນີ້ ເພື່ອເປັນການຕອກຍໍ້າວ່າ ແມ່ຍິງລາວເກັ່ງ ແລະ ບໍ່ໄດ້ດ້ອຍໄປກວ່າປະເທດໃດໃນໂລກ ເຊິ່ງວ່າຈະມີໃຜແດ່ນັ້ນເຮົາໄປເບິ່ງນໍາກັນເລີຍ… ເລີ່ມຈາກນາງງາມຈາກເວທີ Miss Teen Laos ທີ່ຫາກໍປະກວດມາໃໝ່ໆມາດໆ ຄືນ້ອງ ໂສລະຍາ ລີນ ຄອນດີ ຕົວແທນປະເທດລາວໄດ້ເດີນທາງໄປປະກວດ Miss …
Read More »ເມື່ອຄວາມຮັກເຮັດໃຫ້ທໍລະມານ… ສິ່ງທີ່ຈະຕ້ອງເຮັດຄືກັບມາຮັກຕົວເອງໃຫ້ເປັນ!!!
ເມື່ອຄວາມຮັກເຮັດໃຫ້ທໍລະມານ… ສິ່ງທີ່ຈະຕ້ອງເຮັດຄືກັບມາຮັກຕົວເອງໃຫ້ເປັນ!!! ເລື່ອງຂອງການອົກຫັກ, ຄວາມໝົດຫວັງ, ຄວາມຜິດພາດ ທຸກຄົນລ້ວນແລ້ວແຕ່ເຄີຍປະສົບພົບພໍ້ກັນມາໝົດ ເພາະຊີວິດຄົນເຮົາທຸກຄົນ ບໍ່ມີໃຜທີ່ຈະປະສົບກັບຄວາມສົມຫວັງໄດ້ 100% ແຕ່ເຮົາຈະສາມາດຮັບມືກັບສິ່ງເຫຼົ່ານັ້ນໄດ້ແບບໃດ ຖ້າສະໝອງຂອງເຮົາຍັງຈົດຈຳ ແຕ່ເລື່ອງທີ່ ເຂົາເຮັດໃຫ້ຈິດໃຈເຮົາມີແຕ່ຄວາມເຈັບປວດ. ເຖິງຢ່າງໃດກໍຕາມ, ເຮົາກໍຕ້ອງດຳເນີນຊີວິດຕໍ່ໄປໃຫ້ໄດ້ເພື່ອຄົນທີ່ຮັກເຮົາ ເຊັ່ນໝູ່ເພື່ອນ ແລະ ຄອບຄົວ ຈົ່ງໃຫ້ໂອກາດຕົວເອງ ປົດປ່ອຍເລື່ອງລາວ ແລະ ເລີ່ມຕົ້ນໃໝ່ອີກຄັ້ງ ໂດຍການອອກໄປທ່ອງທ່ຽວ ກັບຄອບຄົວ ແລະ ໝູ່ເພື່ອນ ເພື່ອຮຽນຮູ້ສິ່ງໃໝ່ໆ ເລືອກຫຼີ້ນກິດຈະກໍາ ທີ່ມີການເຄື່ອນໄຫວຕໍ່ຮ່າງກາຍ ເມື່ອໄດ້ມີໂອກາດອອກໄປທ່ອງທ່ຽວແລ້່ວ ກໍຕ້ອງໄປບ່ອນທີ່ ບໍ່ເຄີຍໄປ ເພື່ອລອງໄປສໍາພັດຜູ້ຄົນທີ່ບໍ່ເຄີຍພົບມາກ່ອນ ເມື່ອທ່ານຕ້ອງການລະບາຍ ກໍໄຫ້ອອກມາຫຼາຍເທົ່າທີ່ຈະຫຼາຍໄດ້ ເພາະການໄຫ້ອອກມານັ້ນ ສາມາດປົດປ່ອຍຄວາມທຸກໃຈອອກມາພ້ອມກັບນໍ້າຕາ ເພື່ອເຮັດໃຫ້ສະບາຍໃຈຂຶ້ນໄດ້ ໃນເວລາຕໍ່ໄປ ຫຼັງຈາກນັ້ນ, ກໍໃຫ້ອະໄພຕົນເອງ ທີ່ເຄີຍເສຍນໍ້າຕາ-ເສຍໃຈ ໃຫ້ກັບຄົນໆນັ້ນ ແລ້ວກັບມາຢູ່ກັບຕົວເອງ ເລືອກເຮັດວຽກທີ່ ເຮັດເພື່ອສັງຄົມດີກວ່າ ຫາກມີເວລາວາງກໍໃຫ້ນັ່ງສຳມາທິ ສວາດມົນຂໍພອນ ພະລັງແຫ່ງສໍາມາທິ ຈະສາມາດຊ່ວຍໃຫ້ທ່ານສະບາຍທັງກາຍ …
Read More »ສາວລາວວ່າແນວໃດ!!! ໜຸ່ມໂມສ ຫຼືອ້າຍຈ໊ອຍ ຈາກລະຄອນດັງ “ບຸບເພສັນນິວາດ” ຫຼົງຮັກຫຼວງພະບາງຈົນຂໍ “ບໍ່ເມືອໄດ້ບໍ່”
ຫຼາຍຄົນຄົງຮູ້ຈັກກັນດີ ສໍາລັບອ້າຍຈ໊ອຍ ລູກນ້ອງຄົນສະນິດຂອງ ຄຸນພີ່ໝື່ນ ຈາກລະຄອນດັງ “ບຸບເພສັນນິວາດ” (ປະເທດໄທ) ທີ່ຫຼັງຈາກລະຄອນປິດຈໍໄປແລ້ວ ແຟນຄຣັບຕ່າງກໍຊອກຫາໂຕຈິງຂອງອ້າຍຈ໊ອຍ ວ່າໜ້າຕາຈະເປັນແນວໃດ? ຈະເຈົ້າຊູ້ຂະໜາດໃດ? ຈົນໃນທີ່ສຸດກໍໄດ້ຮູ້ຄວາມຈິງແລ້ວວ່າ ອ້າຍຈ໊ອຍ ນັ້ນແມ່ນມີຊື່ແທ້ວ່າ ວິສະໂມສ ຫຼືໜຸ່ມໂມສ ນັ້ນເອງ… ເຊິ່ງໃນໄລຍະນັ້ນບໍ່ວ່າຈະໄປໃສກໍມັກຈະເຫັນຂ່າວຊວນສາວໆສ່ອງໜຸ່ມໂມສ ຫຼືອ້າຍຈ໊ອຍຢູ່ເຕັມໄປໝົດດດດ ຍ້ອນຄວາມຫລໍ່ເຫຼົາ ແລະ ໜ້າຮັກຂອງ ໜຸ່ມໂມສ ຈຶ່ງເຮັດໃຫ້ມີສາວໆຫຼາຍຄົນແຫ່ກັນເຂົ້າໄປຂໍເປັນ FC ກັນເຕັມ IG ກັນເລີຍ… ແລະ ເມື່ອບໍ່ດົນມານີ້ ໜຸ່ມໂມສເອງກໍໄດ້ເດີນທາງມາທ່ອງທ່ຽວຫຼວງພະບາງ ມາທ່ຽວຄົນດຽວແບບຊິວໆ ຖ່າຍຮູບຄູລໆ ກັບສະຖານທີ່ງາມໆຫຼາຍແຫ່ງ ພ້ອມກັບລົງແຄັບຊັ່ນວ່າ “ບໍ່ເມືອໄດ້ບໍ່” ເຮັດໃຫ້ສາວລາວກົດໃຈໃຫ້ລົວໆໃຫ້ເລີຍຈ່າາາາາ ຄົນອີ່ຫຍັງທັງຫລໍ່ ແຖມຍັງໜ້າຮັກແບບນີ້ສາວລາວຊິບໍ່ຫຼົງໄດ້ແນວດາຍຍຍ… ໜຸ່ມໂມສ ທີ່ຫຼວງພະບາງ ບໍ່ກັບໄດ້ບໍ່? ແອັດມິ້ນຂໍ 555 ອ້າຍຈ໊ອຍ ໃນລະຄອນ ບຸບເພສັນນິວາດ ຂອບໃຈຮູບຈາກ: IG: wisamost
Read More »