Breaking News

Kuanjai Life Stlye

ສັນຍານອັນຕະລາຍ!!!ບອກວ່າ… ເຮົາກຳລັງຕຶງຄຽດກັບວຽກງານຫຼາຍ

ຮູ້ສຶກວ່າເຮົາກຳລັງເບິ່ງໂລກໃນແງ່ຮ້າຍ ລອງກວດກາຕົວເອງເບິ່ງວ່າເຮົາເລີ່ມເບິ່ງທຸກໆເລື່ອງເປັນດ້ານລົບໝົດເຊັ່ນ: ຄິດວ່າຈະມີເພື່ອນຮ່ວມວຽກມາເອົາປຽບເຮົາຕະຫຼອດ ຄົນໃນຫ້ອງການຍື່ນມືເຂົ້າມາຊ່ວຍກໍຄິດວ່າເຂົາມີສິ່ງແອບແຝງ, ເພື່ອນຮ່ວມງານສະເໜີ Idea ຜ່ານ ກໍຄິດວ່າຫົວໜ້າລໍາອຽງ ແບບນີ້ສະແດງວ່າເຮົາມີຄວາມຕຶງຄຽດຈາກວຽກງານເຖິງ 99,9 %  ດັ່ງນັ້ນ ຂໍແນະນໍາໃຫ້ສາວໆລອງດຶງສະຕິຂອງຕົນເອງກັບຄືນມາ ພາຕົນເອງມາພົບມຸມໃໝ່ໆໃນດ້ານບວກ ແລ້ວຈະເຮັດໃຫ້ຄວາມຕຶງຄຽດທີ່ມີໃນຕົວເຮົາເບົາບາງລົງ ແລະ ກໍຈະມີຄວາມສຸກກັບວຽກງານຫຼາຍຂຶ້ນ ຈົ່ມທຸກເລື່ອງໃນບ່ອນເຮັດວຽກລົງໃນ Social ເຫັນມາຫຼາຍແລ້ວສໍາລັບຄົນທີ່ມັກຈົ່ມທຸກຈົ່ມຍາກໃນ Social ເພື່ອຈະຮຽກຮ້ອງຄວາມສົນໃຈຈາກເພື່ອນຮ່ວມງານ ຫາກເຂົາເຂົ້າມາອ່ານ ຈໍາພວກລັກດ່າຫົວໜ້າຜ່ານສື່ ຈໍາພວກຈົ່ມວ່າວຽກຫຼາຍ… ແບບນີ້ໝັ້ນໃຈໄດ້ເລີຍເດີ້ວ່າ ເຮົາກໍາລັງຕຶງຄຽດກັບວຽກງານຢ່າງໜັກ ແບບນີ້ຈະເຮັດໃຫ້ສົ່ງຜົນເສຍທັງສຸຂະພາບ ແລະ ຈິດໃຈເຮົາເອງ ທີ່ສໍາຄັນແມ່ນສັງຄົມຈະເບິ່ງວ່າ ເຮົາບໍ່ເປັນມືອາຊີບ ຮູ້ສຶກເມື່ອຍຕະຫຼອດເວລາ ເຮັດວຽກໜັກ ລາພັກປະຈໍາປີແລ້ວ ກໍຍັງບໍ່ເຊົາເມື່ອຍ ບອກເລີຍວ່າສິ່ງທີ່ເຮົາເປັນແບບນີ້ກໍຍ້ອນວ່າເຮົາເມື່ອຍ ແລະ ຕຶງຄຽດຈາກການເຮັດວຽກຫຼາຍຈົນເກີນໄປ ທັງໆທີ່ນອນພັກຜ່ອນຢູ່ບ້ານ ກໍຍັງບໍ່ເວັ້ນທີ່ຈະຄິດຫ່ວງເລື່ອງວຽກງານ ຂໍແນະນໍາໃຫ້ລອງປ່ອຍວາງ ແລະ ລອງຫາກິດຈະກຳມ່ວນໆຫຼີ້ນ ເພື່ອຄາຍຄວາມຕຶງຄຽດອອກຈາກສະໝອງ ແລະ ຈິດໃຈ ວິຕົກກັງວົນກັບທຸກໆເລື່ອງ ລອງຄິດທົບທວນເບິ່ງວ່າ ເຮົາມີອາການແບບນີ້ …

Read More »

ມາແລ້ວ!!! ທຶນໄປແລກປ່ຽນ ທຸລະກິດການກະເສດ (Agribusiness)   ຢູ່ New Zealand (ຟຣີ 100%)

ໂອກາດດີມາແລ້ວ!! ສໍາລັບໃຜທີ່ສົນໃຈໄປສຶກສາຕໍ່ທີ່ ປະເທດ ນິວຊີແລນ !!!!! ຕອນນີ້ ເປີດແລ້ວ ທຶນໄປແລກປ່ຽນ ທຸລະກິດການກະເສດ (Agribusiness) ສໍາຫຼັບຜູ້ປະກອບການທຸລະກິດ ຢູ່ ປະເທດ ອາຊຽນ ລວມ ສປປ ລາວ ໃນລະຫວ່າງ ວັນທີ 8 – 14 ພຶດສະພາ 2020 (ທຶນ ຟຣີ 100%) ປິດຮັບສະຫມັກ: 24/02/2020 ລາຍລະອຽດເພີ່ມຕື່ມ ແລະ ວິທີການສະໝັກ ທີ່ລິ້ງຕໍ່ໄປນີ້: https://www.asianz.org.nz/…/nz-visit-for-seasian-agribusin…/ ໂຊກດີ !!!   ແຫຼ່ງຂໍ້ມູນ: ສະຖານີ ຊາວໜຸ່ມລາວສິນໄຊຍຸກໃໝ່ FM 90.0 MHz

Read More »

ສາວໆຄວນອ່ານ!!! 13 ຂໍ້ຄິດທີ່ຄົນອາຍຸ 40 ຂຶ້ນໄປຄວນຮູ້…

ສໍາລັບຜູ້ຍິງຄົນໃດທີ່ໃກ້ຈະຮອດ 40 ປີ ຫຼືຮອດອາຍຸ 40 ປີຂຶ້ນໄປແລ້ວ ແຕ່ຍັງບໍ່ຮູ້ວ່າເຮົາຕ້ອງມີແບບແຜນຂໍ້ຄິດໃນການໃຊ້ຊີວິດໃນຊ່ວງນີ້ຈົນເຖິງບັ້ນທ້າຍຂອງຊີວິດແນວໃດ  ມື້ນີ້ທາງຂັວນໃຈມີຂໍ້ຄິດດີໆມາແນະນໍາ!!! 1. ໃນໂລກແຫ່ງຄວາມຮັກ ບໍ່ມີໃຜຜິດຕໍ່ໃຜ ມີພຽງໃຜບາງຄົນທີ່ບໍ່ຮູ້ຈັກຮັກໃຜບາງຄົນ 2. ເມື່ອປະສົບຜົນສໍາເລັດໃນໜ້າທີ່ການງານ ກໍຕ້ອງຮັກສາສຸຂະພາບໃຫ້ແຂງແຮງຕະຫຼອດເວລາ 3. ເພື່ອນທີ່ດີ ຕ້ອງຊື່ນຊົມກັນ ແລະ ກັນ ບໍ່ແມ່ນເຫັນແກ່ຜົນປະໂຫຍດເທົ່ານັ້ນ 4. ກິນເຂົ້າ ຕ້ອງກິນເທື່ອລະຄໍາ ວຽກຕ້ອງເຮັດເທື່ອລະຢ່າງ ບໍ່ມີສິ່ງໃດທີ່ເຮົາສາມາດເຮັດປຸບ ສໍາເລັດປັບ ທຸກຢ່າງລ້ວນແຕ່ມີຂັ້ນຕອນ ຢ່າເອົາແຕ່ເລັ່ງດ່ວນ ຄວນຢູ່ຢ່າງສະບາຍ 5. ພຽງແຕ່ສະບາຍ ສະບາຍ ຍັງບໍ່ພໍ ໃນເວລາທີ່ຄວນ ກໍນ່າຈະເສີມສ້າງຕົວເອງແດ່ ເຮັດໃຫ້ມື້ທໍາມະດາ ກາຍສົດໃສຂຶ້ນມາທັນທີ 6. ທຸກສິ່ງທຸກຢ່າງລ້ວນແຕ່ມີສອງດ້ານ ບໍ່ມີຜິດ ຫຼືຖືກ ແຕ່ຜູ້ອື່ນອາດເຫັນວ່າຖືກ ແລະ ສິ່ງທີ່ເຈົ້າພະຍາຍາມຂົນຂວາຍຕໍ່ສູ້ເພື່ອໄດ້ມາ ອາດຈະເປັນສິ່ງທີ່ຄົນອື່ນ ກໍາລັງພະຍາຍາມຖິ້ມໄປ 7. ຄຸນະພາບຊີວິດຈະດີ ຫຼືບໍ່ດີ …

Read More »

ເຄັດລັບສ້າງວິໄນໃຫ້ກັບຕົວເອງ ເພື່ອກ້າວໄປສູ່ຄວາມສໍາເລັດ!!!

ເຊື່ອວ່າຫຼາຍໆຄົນມີຄວາມຝັນ ແລະ ເປົ້າໝາຍທີ່ແຕກຕ່າງກັນ ແຕ່ສິ່ງທີ່ຈະກໍານົດເຮົາກ້າວໄປສູ່ຄວາມສໍາເລັດນັ້ນມັນແມ່ນຫຍັງກັນແທ້! ຫຼາຍຄົນອາດຢາກຈະຮູ້ກັນແມ່ນບໍ!!!! ສະນັ້ນ,  ມື້ນີ້ຂວັນໃຈມີເຄັດລັບດັ່ງກ່າວມາແນະນໍາ  ມີເປົ້າໝາຍ ສາວໆທ່ານໃດທີ່ມີຄວາມຕັ້ງໃຈໃນການທີ່ຈະບັນລຸເປົ້າໝາຍກໍຕ້ອງເຊື່ອໝັ້ນ ແລະ ສັນຍາໄວ້ກັບຕົນເອງຢ່າງຈິງຈັງ ວ່າຕ້ອງເຮັດໄດ້ ເພາະວິໄນທີ່ດີບໍ່ແມ່ນສິ່ງທີ່ຕິດຕົວມາ ແຕ່ເປັນສິ່ງທີ່ຕ້ອງສ້າງຂຶ້ນເອງ  ດັ່ງນັ້ນຕ້ອງມີວິໄນ ໃນທຸກໆເລື່ອງທີ່ເຮັດທັງເລື່ອງວຽກ ສຸຂະພາບ ການກິນ ການຮັບຜິດຊອບຕໍ່ໜ້າທີ່ ການຄວບຄຸມອາລົມ ການເວົ້າຈາ ແລະ ລວມເຖິງການເບິ່ງໂລກໃນແງ່ດີ ມີສະມາທິ ໃຫ້ທົບທວນເປົ້າໝາຍວ່າເຮົາມີເປົ້າໝາຍໄວ້ແນວໃດ? ເພື່ອຈະໄດ້ມີຄວາມຕັ້ງໃຈໃນສິ່ງທີ່ເຮົາຕ້ອງການເຮັດໃຫ້ສໍາເລັດ ຈົ່ງວາງແຜນວຽກໃນໄລຍະສັ້ນ ແລະ ຍາວ ມັນຈະຊ່ວຍໃຫ້ເຮົາຈັດລໍາດັບຄວາມສໍາຄັນຂອງສິ່ງທີ່ຕ້ອງເຮັດ ຫຼືຈໍາລອງຄິດພາບໃນເວລາທີ່ເຮົາກໍາລັງປະສົບຜົນສໍາເລັດໃນສິ່ງທີ່ເຮົາຕັ້ງໃຈ ກໍຈະຊ່ວຍເຮັດໃຫ້ເຮົາມີຄວາມຮູ້ສຶກ ມີກໍາລັງໃຈ ແລະ ບໍ່ຮູ້ສຶກເມື່ອຍ ຫຼືຖອຍ… ຈັດລໍາດັບຄວາມສໍາຄັນຂອງວຽກ ໝູ່ເພື່ອນທຸກຄົນຈົ່ງຟັງທາງນີ້ ໃຫ້ທຸກຄົນເລືອກໃນສິ່ງທີ່ໃຊ້ຄວາມພະຍາຍາມ ແລະ ວິໄນໃຫ້ຫຼາຍທີ່ສຸດ ເພື່ອຫຼຸດຜ່ອນແຮງກົດດັນ ເພາະຄວາມເຄັ່ງຕຶງ ຄວາມກົດດັນ ທີ່ຫຼຸດລົງຈະຊ່ວຍໃຫ້ວຽກທີ່ເຫຼືອໃນມື້ນັ້ນໆສາມາດເຮັດໄດ້ເຮັດໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ  ພັກຜ່ອນໃຫ້ພຽງພໍ ກະແຈດອກສໍາຄັນໃນການນໍາເຮົາໄປສູ່ຄວາມສໍາເລັດໃນການເຮັດວຽກກໍຄື ການກະກຽມຮ່າງກາຍ ໃຫ້ພ້ອມໃນແຕ່ລະມື້ ບໍ່ມີສິ່ງໃດ …

Read More »

ອັບເດດໃໝ່!!!​ 10 ຊົງຜົມຍາວຫຼາກຫຼາຍ Style  ສໍາລັບສາວໆໃນປີ 2020  

ສໍາລັບສາວໆຄົນໃດທີ່ໄວ້ຜົມຍາວມາຟັງທາງນີ້ກັນເລີຍ!!!!!!!  ໃຜທີ່ເຄີຍພົບບັນຫາຄິດແບບຊົງຜົມບໍ່ອອກກັນແດ່ ມື້ນີ້ເຮົາມີໄອເດຍຊົງຜົມຍາວທີ່ເຮັດໄດ້ໃນປີ 2020 ແບບບໍ່ຕົກເທຣນມາຝາກກັນ!!   ໄປ ເຮົາໄປເບິ່ງຊົງຜົມຍາວຫຼາຍແບບຫຼາຍ Style ໄວ້ເປັນໄອເດຍເພີ່ມຄວາມສວຍງາມໃຫ້ຜົມຂອງເຮົາກັນ ຜົມຍາວຊື່ແບ່ງເຄິ່ງກາງ ລຽບແຕ່ດູແພງ ລຸກນີ້ຂໍບອກເລີຍວ່າ  ເບິ່ງຄືທໍາມະດາ ແຕ່ເວລາເຮັດອອກມາແລ້ວຮັບຮອງວ່າບໍ່ທໍາມະດາແນ່ນອນ ລອນມາມ່າ ແຕ່ງໄດ້ຫຼາຍລຸກ ເຮົາມາຕໍ່ທີ່ຜົມລອນກັນເລີຍ ຜົມລອນແບບນີ້ຈະຊ່ວຍໃຫ້ສາວໆ ໜ້າເດັກລົງ ສາມາດແຕ່ງໄດ້ກັບຫຼາຍໆລຸກ ບໍ່ວ່າຈະເປັນແນວ ນ່າຮັກ ຫຼືແນວເທ່ໆ ກໍເໝາະສົມຄືກັນ ຜົມໜ້າມ້າຍອດຮິດຕະຫຼອດການ ບໍ່ວ່າຈະຜ່ານຈັກປີກໍຕາມ ອີກໜື່ງ Style ຊົງຜົມທີ່ຍັງຮິດຢູ່ຢ່າງຕໍ່ເນື່ອງກໍໜີບໍ່ພົ້ນກັບຊົງຜົມໜ້າມ້າ ແຕ່ຖ້າຊ່ວງນີ້ທີ່ເຮົາເຫັນວ່າກັບມາຮິດກັນອີກຄັ້ງກໍຄົງໜີບໍ່ພົ້ນຊົງຜົມໜ້າມ້າຂອງສາວ ລິຊ່າ Blackpink  ເອີ້ນໄດ້ວ່າເຫັນແລ້ວກໍຍາກຈັບເອົາຮູບໄປໃຫ້ຊ່າງເຮັດຜົມເບິ່ງແລ້ວຕັດຕາມກັນເລີຍ ຜົມຫາງມ້າສໍາລັບສາວຂີ້ຮ້ອນ ລອງມາປ່ຽນລຸກມັດຜົມຂຶ້ນກັນເບິ່ງສໍາລັບສາວໆຄົນໃດ ມັກຮ້ອນງ່າຍ ລຸກແບບນີ້ມັກເຫັນທົ່ວໄປ ເໝາະກັບສາວທີ່ມັກຮ້ອນງ່າຍ ຜົມເປຍຫຼາຍ Style ເປັນຊົງຜົມອີກແບບທີ່ສາວຜົມຍາວ ມັກຈະໄດ້ປຽບຢູ່ສະເໝີ ບໍ່ວ່າເປັນເປຍດ່ຽວ ເປຍຄູ່ໃຫຍ່ ຫຼືນ້ອຍ ຊົງນີ້ຈະຊ່ວຍເຮັດໃຫ້ໜ້າເບິ່ງເດັກລົງທັນທີ!!!!! ຜົມລອນStyle ຕິທຕ໌ ເປັນຜົມລອນອີກແບບທີ່ສາມາດປ່ຽນລຸກໃຫ້ສາວໆ ເປັນອີກຄົນໄປໄດ້ເລີຍ …

Read More »