ຢາກໃຫ້ນ້ອງໆໄດ້ອ່ານ! ເລີ່ມຕົ້ນສູ່ໄວເຮັດວຽກແນວໃດ? ໃຫ້ກາຍເປັນ Working Women ໃນອະນາຄົດ… ຖ້າຫາກສາວໆຫາກໍກ້າວເຂົ້າສູ່ການເລີ່ມຕົ້ນທີ່ຈະເຮັດວຽກໃໝ່ ຖືເປັນສິ່ງທີ່ຍາກ ແລະ ທ້າທາຍຫຼາຍ ເພາະຕອຫຼອດເວລາ 10 ກວ່າປີ ສາວໆຈະໃຊ້ຊີວິດໃນການເປັນ ນັກຮຽນ-ນັກສຶກສາ ມາໂດຍຕະຫຼອດ. ການທີ່ຈະມາເລີ່ມຕົ້ນເຮັດວຽກໃໝ່ແມ່ນແນ່ນອນວ່າ ຈະເຮັດໃຫ້ສາວໆເກີດຄວາມກັງວົນໃຈ, ຢ້ານວ່າຈະເຮັດບໍ່ໄດ້ດີ, ເຮັດວຽກບໍ່ລອດ ແລະ ອື່ນໆ ແຕ່ບັນຫາເຫຼົ່ານີ້ຈະໝົດໄປ ເພາະເຄັດລັບຕໍ່ໄປນີ້ຈະສາມາດຊ່ວຍສາວໆໃຫ້ເຮັດວຽກໄດ້ດ້ວຍຄວາມໝັ້ນໃຈ ແລະ ກາຍເປັນ Working Women ໃນອະນາຄົດໄດ້ອີກດ້ວຍ!!! ປ່ຽນແປງຕົນເອງ: ການປ່ຽນແປງຈາກຊ່ວງຊີວິດໜຶ່ງໄປຫາອີກການໃຊ້ຊີວິດຮູບແບບໜຶ່ງ ເພື່ອໃຫ້ ເໝາະສົມໃນສະຖານະການ. ສໍາລັບການເລີ່ມຕົ້ນທີ່ຈະເຮັດວຽກຄັ້ງທຳອິດນັ້ນ ຄວນເຮັດໃຫ້ຕົນເອງເບິ່ງດູດີທີ່ສຸດ ບໍ່ວ່າຈະເປັນຊົງຜົມ, ລົງທຶນຊື້ເຄື່ອງນຸ່ງໃໝ່ດີໆສຳລັບການໄປສຳພາດວຽກ ສວມໃສ່ແລ້ວສະບາຍເບິ່ງຄືມືອາຊີບ, ຮູບແບບໃໝ່ອັນສົດໃສຈະເພີ່ມຄວາມໝັ້ນໃຈໃຫ້ທ່ານເຊັ່ນດຽວກັບຄວາມໝັ້ນໃຈຂອງນາຍຈ້າງທີ່ເບິ່ງທ່ານພະຍາຍາມເຮັດຕົວໃຫ້ດູດີທີ່ສຸດ ແລະ ກໍຄິດວ່າທ່ານຈະຍິນດີເຮັດທຸກຢ່າງໃນການເຮັດວຽກຄືກັນ. ກຽມຕົວໃຫ້ພ້ອມສະເໝີ: ເພາະບໍ່ຮູ້ວ່າຈະຖືກເອີ້ນໄປສຳພາດວຽກເມືອໃດ ຖ້າທ່ານໄດ້ຮັບເຊີນໄປສຳພາດ ທ່ານຈຳເປັນຕ້ອງໄດ້ກະກຽມຊີວະປະຫວັດຫຍໍ້ແນະນຳຕົວເອງໃຫ້ດີ. ຊີວະປະຫວັດເປັນສິ່ງສຳຄັນເພາະມັນຄືທາງເລືອກການຕະຫຼາດສ່ວນຕົວຂອງທ່ານທີ່ຈະນຳສະເໜີໄປນັ້ນມັນໜ້າສົນໃຈຊ້ຳໃດ. ສະນັ້ນເລີ່ມຕົ້ນການຂຽນແນະນຳຕົນເອງໄວ້ຈະເປັນການດີກວ່າຫຼາຍ ແລະ ເບິ່ງຄືງ່າຍຂຶ້ນ ທີ່ຈະຕ້ອງເລີ່ມຕົ້ນຈາກສູນເມືອຖືກເອີ້ນສຳພາດວຽກເປັນຄັ້ງທຳອິດ. ບໍ່ຈຳເປັນເຮັດທຸກຢ່າງພຽງລຳພັງ: …
Read More »Kuanjai Life Stlye
ສ່ອງໂປຣຟາຍໜ້າຮັກ!!! ນ້ອງແຮນນ້າ ຕົວແທນປະເທດລາວ ໄປປະກວດນາງງາມໃນເວທີໂລກ… MISS ASIA 2019
ສ່ອງໂປຣຟາຍ!!! ນ້ອງແຮນນ້າ ນັກສະແດງລຸ້ນນ້ອຍ ທີ່ກໍາລັງຈະເປັນຕົວແທນປະເທດລາວ ໄປປະກວດນາງງາມໃນເວທີໂລກ… ເມື່ອເວົ້າເຖິງນັກສະແດງລຸ້ນນ້ອຍທີ່ຫຼາກຫຼາຍຄວາມສາມາດ ແລະ ກໍາລັງມາແຮງທີ່ສຸດໃນຕອນນີ້ ເຊື່ອວ່າແຟນໆຄົງຈະຄິດພາບ ແລະ ຊື່ຂອງສາວນ້ອຍຄົນນີ້ຢູ່ໃນລີສແນ່ນອນແມ່ນບໍ່? ເພາະຖ້າຖາມແອັດມິ້ນແລ້ວ ແອັດກໍຄິດເຫັນແຕ່ພາບຂອງສາວນ້ອຍຄົນນີ້ຢູ່ສະເໝີ ນັ້ນກໍຄື ນ້ອງ ແຮນນ້າ ສາວນ້ອຍໜ້າຮັກທີ່ໃຜເຫັນກໍຕ້ອງຕົກຂຸມຮັກນາງ. ນ້ອງແຮນນ້າ ຫຼື ແຮນນ້າ ໂຣເຊັ່ນບຣູ້ມ ສາວນ້ອຍອາຍຸ 18 ປີ ທີ່ເລີ່ມເຂົ້າວົງການດ້ວຍການປະກວດຮ້ອງເພງ ແປັບຊີ່ ຊິງກິ່ງຄອນເທັດ, ໂຄງການ ໂຊຟີ ຄອນເທັດ ຈົນມີຜົນງານການສະແດງເລື່ອງທໍາອິດຄື: ຮັກນີ້ສີບົວ Season 1, Dairy Love ຮັກວຸ້ນວາຍຂອງຄຸນໜູເນເນ່ Season 1&2, Sofy girl dairy ແລະ ຫຼ້າສຸດກັບຜົນງານການປະກວດເວທີ Miss Teen Lao 2019 ໄດ້ຮອງອັນດັບ 1 …
Read More »ເປີດເຜີຍ! ຊີວິດຈິງຂອງແມ່ລ້ຽງດ່ຽວສຸດ Strong!!! “ເຖິງເວລາແລ້ວທີ່ສັງຄົມຕ້ອງຍອມຮັບ Single Mom”
“ຟ້າອຸ້ມລູກຕິດເອິກ ມືໜຶ່ງຂັບລົດ ໄປເຮັດວຽກ ໄປລົມລູກຄ້າ ໄປທຸກໆບ່ອນ ເອີ້ນໄດ້ວ່າ ບ່ອນໃດມີແມ່ຟ້າ ບ່ອນນັ້ນຕ້ອງເຫັນນ້ອງເອກ” ແມ່ລ້ຽງດ່ຽວຄົນຕໍ່ໄປ ທີ່ທີມງານ ຂວັນໃຈ ນຳເອົາເລື່ອງລາວມາແນະນຳ ຊື່ວ່າ ຟ້າລຸ້ງທິບ ໄຊສະຫວັດ (ຟ້າ) ອາຍຸ 32 ປີ ນາງບອກວ່າ ການມີລູກ (ນ້ອງ ເອກ) ເຮັດໃຫ້ ຟ້າ ຮູ້ຈັກຕົນເອງຫຼາຍຂຶ້ນ ມີຄວາມສຸກຂຶ້ນ ຮູ້ສຶກວ່າຊີວິດມີຄຸນຄ່າຂຶ້ນ ເຖິງວ່າຈະບໍ່ໄດ້ຜ່ານການແຕ່ງງານກໍຕາມ ເລື່ອງລາວຄວາມຮັກຂອງ ຟ້າ ກໍອາດຄ້າຍໆກັບແມ່ຍິງຫຼາຍຄົນໃນສັງຄົມ ເລີ່ມຕົ້ນດ້ວຍຄວາມຮັກທີ່ແສນຫວານ ແຕ່ເມື່ອມາຮອດຈຸດທີ່ນາງຖືພາ ກໍມີເຫດໃຫ້ຕ້ອງຈົບຄວາມສຳພັນກັບຄົນຮັກໄປ ເຫຼືອໄວ້ແຕ່ລູກໃນທ້ອງ ເຊິ່ງຕອນນັ້ນ ໃນຖານະແມ່ຍິງລາວ ຍອມຮັບວ່າ ຟ້າ ເຈັບປວດ ແລະສັບສົນທີ່ສຸດ ຄອບຄົວພໍ່ແມ່ກໍເສຍໃຈ ແຕ່ແທນທີ່ ຟ້າ ຈະຈົມຢູ່ກັບຄວາມໂສກເສົ້າ ນາງພັັດລຸກຂຶ້ນ ປະກາດຕົນວ່າ ນາງຂໍລ້ຽງລູກຜູ້ນີ້ໃຫ້ດີທີ່ສຸດ ເມື່ອຈຳເປັນຕ້ອງເປັນ “ແມ່” …
Read More »ທີ່ມາຂອງຄໍາວ່າ “ນີ້ແຫຼະ! ຕົວແມ່” ວິຖີຊີວິດຕົວແມ່ເຂົາເຮັດແນວໃດ??? (ມີຄໍາຕອບ)
ທີ່ມາຂອງຄໍາວ່າ “ນີ້ແຫຼະ! ຕົວແມ່” ແລະ ວິຖີຊີວິດຕົວແມ່ເຂົາເຮັດແນວໃດ??? ມາເບິ່ງ! ນິໄສທີ່ບົ່ງບອກວ່າ ຜູ້ນີ້ແຫຼະ ສະຫຼາດຕົວແມ່ ເຮົາຮັກແມ່ຍິງຕົວແມ່ທຸກຄົນ ເປັນຫຍັງນັ້ນຫວາ? ກໍເພາະວ່ານາງ Powerful ຕົວແມ່ແນວໃດລະ ໄປໃສກັບນາງ ຊີວິດແສນຈະງ່າຍ ແລະ ອອກຈະໄດ້ຮັບສິດທິພິເສດຫຼາກຫຼາຍ ບອກເລີຍວ່າຖ້າເຈົ້າມີໝູ່, ນ້ອງ, ແຟນ, ຫົວໜ້າ ຫຼືຄົນໃນຄອບຄົວເຂົ້າຂ່າຍ 11 ນິໄສທີ່ ຂັວນໃຈ ຈະມານໍາສະເໜີຕໍ່ໄປນີ້ ຂໍໃຫ້ຮັກສາມິດຕະພາບກັບນາງໄວ້ໃຫ້ໝັ້ນ ຖ້າຂາດນາງໄປເຈົ້າຈະຂາດຊີວິດຊີວາໃນຊີວິດໄປເລີຍ ບໍ່ມີດອກທີ່ນາງຈະຈົກເງິນໃບ 5000 ກີບໃຫ້ Tip ພະນັກງານເສີບ: Concept ເລື່ອງໃຫ້ Tip ຂອງສາວຕົວແມ່ເລີຍຄື: Tip ໜັກ Tip ຂັ້ນເທບ ນາງຈະບໍ່ຄິດແຄ່ມື້ນີ້ ແຕ່ຄິດເຜື່ອໄວ້ເລີຍວ່າ ຖ້າມື້ນີ້ນາງໃຫ້ Tip ພະນັກງານເສີບໄປ 100.000 ກີບ ມື້ໜ້າຖ້ານາງມາບ່ອນນີ້ກັບໝູ່ອີກ …
Read More »ຢາກໃຫ້ອ່ານ!!! 5 ວິທີປ່ຽນທັດສະນະຄະຕິໃຫ້ເປັນ “ບວກ” ໃນເວລາທີ່ພົບມໍລະສຸມຊີວິດ…
5 ວິທີປ່ຽນທັດສະນະຄະຕິໃຫ້ເປັນ “ບວກ” ໃນເວລາທີ່ພົບມໍລະສຸມຊີວິດ ສາວໆແນ່ນອນແລ້ວວ່າຄົນເຮົາທຸກຄົນຕ່າງກໍເຄີຍຜ່ານເລຶ່ອງທີ່ບໍ່ດີມາກັນທຸກຄົນ ເພາະບໍ່ມີໃຜເລຶກໂຊກສະຕາໃຫ້ກັບຕົວເອງໄດ້ ແຕ່ເຖິງວ່າເຮົາຈະຄວບຄຸມໂຊກຊະຕາຕົນເອງບໍ່ໄດ້ ແຕ່ເຮົາກໍເລຶອກໄດ້ທີ່ຈະບໍ່ເປັນເຫຍື່ອຂອງໂຊກຊະຕາ ຖ້າເຮົາເບິ່ງໂລກໃນແງ່ບວກ ແລະ ມີຂັ້ນຕອນໃນການແກ້ໄຂບັນຫາທີ່ດີ ເຮົາຍ່ອມຜ່ານພົ້ນມໍລະສຸມຊີວິດນ້ອຍໃຫຍ່ໄປໄດ້ຢ່າງແນ່ນອນ… ແລະ ນີ້ກໍຄື 5 ວິທີປ່ຽນທັດສະນະຄະຕິຂອງສາວໆໃຫ້ກັບມາເປັນບວກເມື່ອທຸກຢ່າງບໍ່ເປັນໄປຢ່າງທີ່ຫວັງ ຂຽນແຜນການ ຫຼາຍເທື່ອທີ່ເຮົາມັກຈະຮູ້ສຶກທໍ້ ຈົນເຮັດໃຫ້ມື້ດີໆຂອງເຮົາພັງເພໄປແບບບໍ່ເປັນທ່າ ໂດຍບໍ່ຮູ້ສາເຫດຕົ້ນຕໍຂອງຄວາມຮູ້ສຶກນັ້ນຊໍ້າ ດັ່ງນັ້ນ ເຮົາຈຶ່ງຄວນຊອກຫາມັນໃຫ້ພົບ ແລະ ເລີ່ມຂຽນແຜນການຊອກວິທີວ່າຈະຮັບມືກັບມັນແນວໃດ ແລ້ວອາລົມກໍຈະດີຂຶ້ນແນ່ນອນ ລົມກັບຄົນເກັ່ງໆ ແລະ ຄິດບວກ ເຮົາມັກມີຄວາມເປັນໄປໄດ້ທີ່ຈະຄິດຄືກັນກັບຄົນທີ່ຢູ່ອ້ອມຕົວເຮົາ ສາວໆເຄີຍສັງເກດບໍ່ວ່າ ຄົນທີ່ເຮົາພົບປະນໍາທຸກໆມື້ນີ້ເປັນຄົນແບບໃດ ເວົ້າເຖິງແຕ່ບັນຫາ ຫຼືເວົ້າເຖິງໂອກາດ ຊວນເຮົາຄິດໄປໃນທາງລົບ ຫຼືຊີ້ໃຫ້ເຮົາເຫັນຂໍ້ດີຂອງສິ່ງຕ່າງໆ ເຊັ່ນ: ໝູ່ທີ່ມັກເວົ້າມັກຈົ່ມເລຶ່ອງຄ່ານໍ້າມັນເພີ່ມຂຶ້ນ ເງິນບໍ່ພໍໃຊ້ຈັກເທື່ອ ຫຼື ຄົນທີ່ເວົ້າເລື່ອງໂອກາດພັດທະນາຄວາມສາມາດ ໂອກາດທາງທຸລະກິດ ຫຼື ໂອກາດທີ່ຈະໄດ້ເງິນເຂົ້າຖົງຕື່ມ ເຫັນບໍ່ສາວໆວ່າ ຄົນແຕ່ລະກຸ່ມມີທັດສະນະຄະຕິທີ່ແຕກຕ່າງກັນ ສິ່ງສໍາຄັນຄືເຮົາຄວນຈະຢູ່ໃກ້ຄົນຄິດບວກໄວ້ ແລ້ວເຮົາຈະເຫັນວ່າເຂົາປະສົບຜົນສໍາເລັດໄດ້ແນວໃດ ແລະມີວິທີໃດແດ່ ເວົ້າຈາໃນແງ່ບວກ ນອກຈາກຈະຊອກຢູ່ທ່າມກາງຄົນຄິດບວກແລ້ວ ເຮົາເອງກໍຕ້ອງຄິດ …
Read More »