ເດີນທາງແລ້ວເດີ້ ສຳລັບ ພູຄຳ ທິບພົມວົງ (ໝີພູ) Miss Global Laos 2019 ທີ່ອອກເດີນທາງໃນເຊົ້າຂອງວັນທີ 31 ມັງກອນ 2019 ເພື່ອເດີນທາງໄປເປັນຕົວແທນສາວງາມຈາກປະເທດລາວໃນເວທີ Miss Global 2019 ທີ່ປະເທດ ຟີລິບປິນ… ຝາກເປັນກຳລັງໃຈໃຫ້ນາງງາມລາວໃນເວທີໂລກຫຼາຍໆເລີຍເດີ້ແຟນໆ… ສຳລັບການປະກວດ Miss Global 2019 ຮອບຕັດສິນຈະຈັດຂຶ້ນໃນວັນທີ 11 ກຸມພານີ້, ຢ່າລືມ ຮ່ວມເຊຍຮ່ວມໃຫ້ກຳລັງໃຈ ໃນການປະຕິບັດໜ້າທີ່ການເປັນທູດວັດທະນະທຳນຳສະເໜີ ປະເທດລາວ ສູ່ເວທີລະດັບສາກົນ. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? #ຮັກລາວເຊຍລາວ ?????? ຮູບພາບ: FB/MeePooh Thppv
Read More »Kuanjai Life Stlye
ມາເບິ່ງ! ວິທີເພີ່ມຄວາມໝັ້້ນໃຈໃຫ້ໂຕເອງ ເພື່ອພາຊີວິດກ້າວໜ້າໄປໃນທາງທີ່ດີກວ່າ!!!
ວິທີເພີ່ມຄວາມໝັ້້ນໃຈໃຫ້ໂຕເອງ!!! Shawn Achor ຜູ້ຊ່ຽວຊານດ້ານຈິດວິທະຍາ ແລະ ນັກຂຽນຍອດນິຍົມໃຫ້ຄຳນິຍາມ ການເບິ່ງໂລກໃນແງ່ບວກວ່າເປັນຄວາມສຸກທີ່ໄດ້ປຽບ ແລະ ຄວາມສຳເລັດກໍມັກຈະມາຈາກຄວາມສຸກເຫຼົ່ານັ້ນ ໃນຂະນະທີ່ເຮົາເບິ່ງໂລກໃນແງ່ບວກ ສະໝອງເຮົາກໍຈະເກີດຄວາມຄິດສ້າງສັນຫຼາຍຂຶ້ນ ຄິດລິເລີ່ມໂຄງການໃໝ່ໆ ຮູ້ສຶກໝັ້ນໃຈໃນຕົວເອງ ແລະ ມີຄວາມຄາດຫວັງໃນແງ່ບວກ… ລອງມາເບິ່ງວິທີເພີ່ມຄວາມໝັ້້ນໃຈໃຫ້ໂຕເອງ ເພື່ອພາຊີວິດກ້າວໜ້າໄປໃນທາງທີ່ດີກວ່າ… ເປັນຄົນຄິດບວກ ການທີ່ເຮົາຈະເກີດຄວາມຄິດດີໆໄດ້ນັ້ນ ອັບດັບທຳອິດຕ້ອງເບິ່ງໂລກໃນແງ່ບວກໃຫ້ໄດ້ກ່ອນ ໃຫ້ທຸກໆເລື່ອງ ບໍ່ວ່າຈະເປັນບັນກາ ຫຼື ຫຍັງກໍຕາມ ພຽງແຕ່ເບິ່ງໃນແງ່ບວກເຂົ້າໄວ້ 2. ຕັ້ງເປົ້າໝາຍ ເມື່ອເກີດເລື່ອງເຮັດໃຫ້ເຮົາຍ່າງອອກຈາກເສັ້ນທາງທີ່ເຄີຍຍ່າງ ຫາກຕ້ອງການເປັນຄົນທີ່ມີຄວາມໝັ້ນໃຈ ພຽງແຕ່ຖາມຕົວເອງວ່າ: ລອງມີຄວາມໝັ້ນໃຈເບິ່ງແດ່ບໍ່ ແລະ ລອງເຮັດວ່າມັນຈະເປັນແນວໃດ ແລລອງຄິດເບິ່ງວ່າຄວາມສຳເລັດທີ່ຝັນນັ້ນຖ້າມັນເກີດຂຶ້ນແລ້ວຈະຮູ້ສຶກແນວໃດ ຄ່ອຍໆໃຊ້ເວລາກັບຄວາມຮູ້ສຶກທີ່ຕ້ອງການ ໝັ້ນໃຈກັບຄວາມຕ້ອງການຂອງຕົວເອງ ຮູ້ສຶກພູມໃຈໃນຕົວເອງ ເພາະຄວາມຕື່ນເຕັ້ນທີ່ເກີດຂຶ້ນນັ້ນຈະຊ່ວຍເຮັດໃຫ້ຄວາມຝັນເປັນຈິງໄດ້ 3. ເປັນໂຕຂອງໂຕເອງ ຕົວເຮົາເອງແລະຄວາມຮູ້ສຶກຂອງເຮົາເອງ ຄືສອງສິ່ງທຳອິດທີ່ຄວນຈັດລຳດັບ ແລະ ໃຫ້ຄວາມສຳຄັນຫຼາຍທີ່ສຸດ ເພາະຄວນຈະໄດ້ຮັບສິ່ງທີ່ເຮົາຕ້ອງການຫຼາຍທີ່ສຸດໃນຊີວິດ ດັ່ງນັ້ນ!! ພ້ອມຫຼືຍັງທີ່ຈະຄວ້າເອົາສິ່ງທີ່ຕົວເອງຕ້ອງການໃນຊີວິດມາຄອບຄອງ ພຽງແຕ່ມີຄວາມເຊື່ອໝັ້ນໃນຄວາມສຸກ ແລະ ເປົ້າໝາຍຂອງຕົນເອງ ເພາະຄວາມເຊື່ອໝັ້ນນັ້ນສາມາດເປັນສິ່ງທີ່ວັດແທກວ່າສາມາດປະສົບຜົນສຳເລັດໄດ້ຫຼຶບໍ່ ເພາະຄວາມໝັ້ນໃຈ …
Read More »ເປີດໂຕ! ສາກຟ້ອນສຸດອະລັງການໃນຮູບເງົາເລື່ອງ “ບັງເອີນຮັກ ຂ້ອຍຮັກເຈົ້າ” ທີ່ ລູກນໍ້າ ຮ່ວມສະແດງທີ່ປະເທດໄທ!!!
ມີຜົນງານມາໃຫ້ແຟນໆຕິດຕາມກັນອີກແລ້ວ ສຳລັບ ລູກນໍ້າ ທິດາລັກ ວົງສິລິ ຫຼ້າສຸດນາງໄດ້ໄປມີຜົນງານໃໝ່ ຮູບເງົາເລື່ອງ “ບັງເອີນຮັກ ຂ້ອຍຮັກເຈົ້າ” ທີ່ໄດ້ຮ່ວມສະແດງກັບປະເທດເພື່ອນບ້ານ ແລະ ໄດ້ມີພິທີການບວງສວງເປີດກອງຖ່າຍທຳໄປຕັ້ງແຕ່ໃນວັນທີ 18 ມັງກອນ 2019 ທີ່ຜ່ານມາ… ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ໃນໄລຍະຕໍ່ມາ ໄດ້ມີການເປີດເຜີຍສາກສຳຄັນໃນຮູບເງົາເລື່ອງດັ່ງກ່າວ ເປັນສາກຟ້ອນບວງສວງ ສົມເດັດ ກົມຫຼວງປະຈັກ ເປັນສາກງານຟ້ອນຖວາຍສະດຸດີກົມຫຼວງປະຈັກ ຄົບຮອບການສ້າງຕັ້ງ ຈັງຫວັດ ອຸດອນທານີ ຄົບຮອບ 126ປີ ຮ່ວມກັບນັກສະແດງສົມທົບເຖິງ 10.000 ຄົນ (ວ້າວວວວ) ນັບໄດ້ວ່າເປັນສາກທີ່ສຳຄັນ ແລະ ອະລັງການງານສ້າງໃນຮູບເງົາເລື່ອງນີ້… ນອກຈາກນັ້ນ ລູກນໍ້າ ທິດາລັດ ຍັງໂພສຮູບ ພ້ອມແຄັບຊັ່ນທີ່ວ່າ: “ຂອບໃຈຫລາຍໆສຳຫລັບ ໂອກາດດີທີ່ໄດ້ຟ້ອນບວງສວງ ສົມເດັດກຮົມຫລວງປະຈັກ ງານຟ້ອນ ສະດຸດີກົມຫລວງປະຈັກ ຄົບຮອບຈັດຕັ້ງອຸດອນ 126ປີ ຮ່ວມກັບຄົນເປັນ 10.000ຄົນ ເປັນ 1 …
Read More »ຢາກສະຫຼາດບໍ່? ລອງເຮັດວິທີດັ່ງຕໍ່ໄປນີ້… ຈະຊ່ວຍໃຫ້ສະຫຼາດຂຶ້ນກວ່າເກົ່າ!!!
ຄົນທີ່ເປັນອັດສະລິຍະມັກຈະມີພອນສະຫວັນ ຫຼື ມີສະໝອງທີ່ເປັນເລີດຕິດຕົວມາແຕ່ກຳເນີດ ແຕ່ສຳລັບຄົນທຳມະດາຄືເຮົາເດ ຖ້າຍາກສະຫຼາດ ຍາກພັດທະຍາສັກກະຍະພາບໃຫ້ສະຫຼາດຂຶ້ນກວ່າເກົ່າຈະເຮັດແນວໃດ ແລະ ຮູ້ບໍ່ວ່າຄົນເຮົາທຸກຄົນສາມາດພັດທະນາຕົວເອງໃຫ້ເປັນຄົນທີ່ມີພິບໄຫວ ແລະ ເພີ່ມທັກສະໃນການຄິດໃຫ້ເປັນຄົນສະຫຼາດໄດ້, ມີການວິໄຈອອກມາແລ້ວວ່າຄົນເຮົາມັກຈະໃຊ້ເວລາສ່ວນຫຼາຍໄປກັບງານອະດິເລກ, ດັ່ງນັ້ນ! ລອງມາຮູ້ຈັກກັບກິດຈະກຳຍາມວ່າງຕໍ່ໄປນີ້ທີ່ຈະຊ່ວຍເສີມສ້າງທັກສະໃຫ້ກາຍເປັນຄົນສະຫຼາດໄດ້ແທ້ໆ!!! ຫຼິ້ນດົນຕີ ມີການວິໄຈວ່າ ດົນຕີ ສາມາດເຂົ້າໄປມີສ່ວນໃນການກະຕຸ້ນໃຫ້ສະໝອງ ແລະ ອາລົມຂອງເຮົາ ສາມາດຊ່ວຍໃຫ້ເຮັດວຽກໄດ້ດີ ແລະ ທີ່ໜ້າປະຫຼາດໃຈກໍຄື ການຫຼິ້ນດົນຕີສາມາດເພີ່ມພື້ນທີ່ຄວາມຈຳໃນສະໝອງໄດ້ ແລະ ຍັງຊ່ວຍເຝິກຝົນຄວາມອົດທົນໄດ້ເປັນຢ່າງດີ ເພາະກ່ອນທີ່ຈະຫຼິ້ນເຄື່ອງດົນຕີໄດ້ນັ້ນເຮົາຕ້ອງໄດ້ໃຊ້ການເຝິກຝົນຫຼາຍທີ່ສຸດ ແລະ ຍັງເປັນການເຝິກສະມາທິໄປໃນຕົວອີກດ້ວຍ ອ່ານໜັງສື ເປັນທີ່ຮູ້ກັນດີແລ້ວວ່າ ການອ່ານໜັງສືຊ່ວຍເຮັດໃຫ້ເຮົາສະຫຼາດຂື້ນ ແລະ ຍິ່ງອ່ານຫຼາຍເທົ່າໃດກໍຍິ່ງຈະຊ່ວຍເປີດໂລກຄວາມຄິດໃຫ້ກວ້າງຂຶ້ນ ແຖມການອ່ານຍັງຊ່ວຍຫຼຸດພາວະຄວາມຄຽດ ຊ່ວຍໃຫ້ກາຍເປັນຄົນທີ່ຮູ້ສຶກດີກັບຕົວເອງ ແລະ ກາຍເປັນຄົນທີ່ມີຄວາມຄິດດ້ານບວກ ແລະ ທີ່ສຳຄັນແມ່ນການອ່ານຊ່ວຍໃຫ້ເຮົາຮັບມືກັບບັນຫາຕ່າງໆໄດ້ເປັນຢ່າງດີ ແລະ ທ້າຍທີ່ສຸດຈະຊ່ວຍໃຫ້ເຮົາປະສົບຜົນສຳເລັດໃນທີ່ສຸດ ນັ່ງສະມາທິ ການນັ່ງສະມາທິເຮັດໃຫ້ຫັນມາໃສ່ໃຈຕົວເອງ ຮູ້ຈັກຕົວເອງ ແລະ ຮັກຕົວເອງຫຼາຍຂຶ້ນ, ການຈົດຈໍ່ໃນການນັ່ງສະມາທິ ຈະສາມາດຊ່ວຍໃຫ້ເຮົາເຂົ້າໃຈເຖິງຊີວິດໃນບໍ່ຊ້າ ນອກຈາກນີ້ການນັ່ງສະມາທິຍັງຊ່ວຍໃຫ້ບຳບັດຄວາມຄຽດ ຄວາມວິຕົກກັງວົນ …
Read More »ສະແດງຄວາມຍິນດີ! ນາງງາມລາວຕິດ Top10 ໃນເວທີ Miss Intercontinental 2018 ທີ່ປະເທດຟິລິປິນ
ວ້າວ ວ້າວ ວ້າວວວ ມີຂ່າວດີມາບອກ ມາກ່າວແຟນໆໃຫ້ໄດ້ຮູ້ອີກແລ້ວ ຫຼ້າສຸດ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ຕົວແທນສາວງາມຈາກ ປະເທດລາວ ແມ່ນຖືກຈັດອັນດັບໃຫ້ຢູ່ໃນ Top10 ໃນເວທີ Miss Intercontinental 2018 ເພາະທ້າຍອາທິດທີ່ຜ່ານມາທາງກອງປະກວດກໍໄດ້ເປີດຕົວສາວງາມຜູ້ເຂົ້າແຂ່ງຂັນໃຫ້ບັນດາສື່ມວນຊົນ ແລະ ຄົນທັງໂລກໄດ້ຮູ້ໂສມໜ້າຂອງຜູ້ເຂົ້າແຂ່ງຂັນໃນປີນິ້ແລ້ວ ຫຼັງຈາກນັ້ນກໍໄດ້ມີເວັບໄຊ້ນາງງາມຊື່ດັງ Angelopedia ຈັດອັນດັບ Top10 ຜູ້ເຂົ້າປະກວດທີ່ມີຄວາມງາມ ໂດດເດັ່ນ ແລະ ເປັນທີ່ຈັບຕາເບິ່ງ ແລະ ໜຶ່ງໃນນັ້ນກໍມີ ນ້ອງ ຢາດຟ້າ Miss Intercontinental Laos 2018ຈາກປະເທດລາວເຮົານຳເດີ້ (ຂໍສະແດງຄວາມຍິນດີນຳຫຼາຍໆ) ປັດຈຸບັນ ນ້ອງ ຢາດຟ້າ ກຳລັງຢູ່ໃນຊ່ວງເກັບຕົວ ແລະ ເຮັດກິດຈະກຳຮ່ວມກັບທາງກອງປະກວດ Miss Intercontinental ຢ່າງໃດແຟນໆກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວເຮົາຄົນນີ້ກັນຫຼາຍໆເດີ້ ແລະ ກຽມອັບເດດຄວາມຄືບໜ້າການປະກວດຂອງສາວລາວໃນເວທີໂລກໃນເທື່ອນີ້ໄດ້ເລີຍ ການປະກວດ Miss Intercontinental ມື້ຕັດສິນແມ່ນວັນທີ 26 ມັງກອນ 2019 ນີ້. #ເຊຍລາວສຸດໃຈ ?????? #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? …
Read More »