Breaking News

Story

ຄວາມຮັກເປັນສິ່ງທີ່ງົດງາມ ສົ່ງຜົນດີຕໍ່ຮ່າງກາຍ

ຄວາມຮັກເປັນສິ່ງທີ່ງົດງາມ ສົ່ງຜົນດີຕໍ່ຮ່າງກາຍ ບໍ່ວ່າໃຜທີ່ມີຄວາມຮັກ ສັງເກດເບິ່ງວ່າ ໜ້າຕາຈະສົດໃສ ເບີກບານ ເບິ່ງຄືເປັນ ເດັກນ້ອຍລົງອາດຈະເປັນຍ້ອນຄວາມຮັກ ທີ່ມັນສາມາດສົ່ງຜົນຕໍ່ຮ່າງກາຍ ຂອງທ່ານໄດ້ເປັນຢ່າງດີ ເຊັ່ນ ຄວາມຮັກຊ່ວຍເບິ່ງແຍງ ຕື່ມຄວາມສຸກໃຫ້ກັບຫົວໃຈທ່ານໄດ້ ຍ້ອນການສະແດງຄວາມຮັກອອກທາງການກະທຳຕ່າງໆ ມັນສາມາດຊ່ວຍເຮັດໃຫ້ອັດຕາການເຕັ້ນຂອງຫົວໃຈ ຢູ່ໃນລະດັບທີ່ເໝາະສົມ ເຊິ່ງຈະຊ່ວຍຫຼຸດຄວາມຄຽດ ແລະ ຄວາມສຽງຂອງພະຍາດຕ່າງໆໄດ້ ນອກນັ້ນຍັງ ຊ່ວຍໃຫ້ທ່ານນອນລັບສະບາຍ ເພາະຈະຊ່ວຍຫຼຸດຄວາມຄຽດໃຫ້ທ່ານ ແລະ ເຮັດໃຫ້ທ່ານພັກຜ່ອນໄດ້ຢ່າງສະບາຍ, ຢາກເຊົາເຫຼົ້າ ເຊົາສູບຢາ ຄວາມຮັກຊ່ວຍໃຫ້ທ່ານຮູ້ສຶກພໍໃຈ ໃນຄວາມສຸກທີ່ມີຫຼາຍທີ່ສຸດ ເຊັ່ນດຽວກັບ  ຄວາມຫຼົງໄຫຼ ແລະ ຄວາມຮັກ ເມື່ອຄວາມຫຼົງໄຫຼ ແລະ ຄວາມຮັກ ທັງສອງສິ່ງນີ້ ລວມເຂົ້າກັນ ກໍຈະສາມາດຕໍ່ສູ້ກັບອາການຕິດເຫຼົ້າ ສູບຢາໄດ້ ແລະ ຍັງສາມາດບໍາບັດຈິດໃຈໄດ້ອີກດ້ວຍ.  

Read More »

ກັບໄປຮັກຄົນຮັກເກົ່າອີກຄັ້ງ ເປັນເລື່ອງທຳມະດາຂອງຄົນຮັກກັນ

ການຕັດສິນໃຈທີ່ຜິດພາດໃນເລື່ອງຄວາມຮັກ ມັນອາດຈະຍາກ ທີ່ຈະເຮັດໃຫ້ທັງສອງຄົນກັບມາຮັກກັນອີກຄັ້ງ ແຕ່ຖ້າທ່ານໄດ້ຮັບໂອກາດກັບໄປຮັກກັນອີກຄັ້ງໜຶ່ງ ຈົງເຮັດໃຫ້ດີທີ່ສຸດ ດ້ວຍການໃຫ້ເວລາກັບຄົນທີ່ເຮົາຮັກ ແລະ ຮັກເຮົາ ການໃຫ້ເວລາ ເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ອີກຝ່າຍໄດ້ຈັດການກັບຄວາມຮູ້ສຶກຕົນເອງກ່ອນທີ່ຈະເລີ່ມຕົ້ນຄວາມສຳພັນຄັ້ງໃໝ່ນີ້ພ້ອມກັນ ແລ້ວກໍຕ້ອງຊອກຫາສາເຫດວ່າເປັນຫຍັງຈິ່ງເລີກກັນ ເພາະຄົນເຮົາມັກເລີກກັນດ້ວຍຫຼາຍສາເຫດ ຄູ່ທີ່ແກ້ໄຂບັນຫາໄດ້ກໍຖືວ່າໂຊກດີໄປ ຍ້ອນໄດ້ມີໂອກາດໃນການປັບປ່ຽນກັນໄດ້ ເຊິ່ງມັນຈະເປັນຜົນດີຖ້າທ່ານປ່ຽນໄດ້ ແລະ ຈະໄດ້ຮັກນັ້ນກັບມາໃນອ້ອມກອດອີກຄັ້ງ ໃນເມື່ອດີກັນແລ້ວ ກໍຕ້ອງເຂົ້າໃຈກັນ ເຮັດສິ່ງໃດກໍຂໍໃຫ້ຄິດດີໆກ່ອນເວົ້າ ເມື່ອທ່ານໄດ້ຕັດສິນໃຈເລືອກ ທີ່ຈະກັບໄປ ທ່ານຄວນຈະເລີ່ມຕົ້ນດ້ວຍຄຳເວົ້າທີ່ຈິງໃຈ ບໍ່ຕ້ອງສະແດງ ຈົ່ງເປັນຄົນເກົ່າ ຄົນທີ່ທ່ານເຮັດໃຫ້ລາວຫຼົງຮັກມາຕະຫຼອດ ຂໍໃຫ້ຄິດຍ້ອນຫລັງວ່າເຄີຍເຮັດຫຍັງໃຫ້ລາວມີຄວາມສຸກຫຼາຍພໍຫຼືຍັງ ແລ້ວກໍເຮັດໃຫ້ມັນດີຂຶ້ນກວ່າເກົ່າ ມີເຫດຜົນຫຼາຍຂຶ້ນ ຟັງຄົນຮັກຂອງເຮົາໃຫ້ຫຼາຍຂຶ້ນ ເພາະວ່າ ຫຼັກຂອງຄວາມສຳພັນກໍຄືການ ສື່ສານກັນ ເມື່ອກ່ອນທ່ານເປັນຄົນທີ່ເວົ້າຫຼາຍກວ່າຟັງ ລອງປ່ຽນມາເປັນຜູ້ຟັງອີກຝ່າຍໃຫ້ຫຼາຍຂຶ້ນ ແລ້ວເຂົ້າໃຈເຂົາໃນສິ່ງທີ່ເຂົາກຳລັງຈະສື່ສານ ແລະ ພ້ອມທີ່ຈະເຂົ້າໃຈເຂົາ ເຖິງວ່າສິ່ງໃດທີ່ເບິ່ງບໍ່ຄືກັນ ກໍແກ້ໄຂບັນຫາ ແລະ ລົມກັນດ້ວຍຄວາມເຂົ້າໃຈ ເພື່ອຮັກສາຄວາມຮັກຂອງທ່ານທີ່ກັບມາຮັກກັນອີກຄັ້ງໃຫ້ດົນ ເທົ່າທີ່ຈະດົນໄດ້.

Read More »

ຊ່ວງເວລານ້ອຍໆ ທີ່ເຮັດໃຫ້ຮູ້ສຶກໄດ້ເຖິງຄຳວ່າ “ຮັກ”

ຊ່ວງເວລານ້ອຍໆ ທີ່ເຮັດໃຫ້ຮູ້ສຶກໄດ້ເຖິງຄຳວ່າ ຮັກ ເວລາກັບເຮືອນເດີກໆ ແລ້ວມີຄົນຄອຍຖ້າ ສາມາດຮັບຮູ້ໄດ້ເຖິງຄວາມຮູ້ສຶກທີ່ໄດ້ຮັບ ເຖິງຄວາມເອົາໃຈໃສ່ ເວລາຕື່ນນອນຕອນເຊົ້າ ແລ້ວໄດ້ຮັບຂໍ້ຄວາມ ສະບາຍດີຕອນເຊົ້າ ໃນມືຖື ເຮັດໃຫ້ທ່ານເລີ່ມຕົ້ນກັບເຊົ້າວັນໃໝ່ດ້ວຍຄວາມຮູ້ສຶກດີໆ. ເວລາທີ່ກິນເຂົ້າບໍ່ເປັນເວລາ ແລ້ວມີຄົນຄອຍຈົ່ມ ຄອຍບອກໃຫ້ກິນເຂົ້າ ມັນເຮັດໃຫ້ຮູ້ສຶກອົບອຸ່ນຫົວໃຈ ທີ່ມີຄົນຄອຍເປັນຫ່ວງສຸຂະພາບຂອງເຮົາ. ເວລາທີ່ລາວຈື່ສິ່ງທີ່ເຮົາມັກ ຫຼື ສິ່ງທີ່ເຮົາບໍ່ມັກໄດ້ ຮູ້ສຶກຄືວ່າ ຕົນເອງ ເປັນຄົນທີ່ພິເສດສຳລັບລາວ ເວລາທີ່ໄດ້ຍິນຄຳວ່າ “ຮັກເດີ” “ຄິດຮອດເດີ” ທຸກຄັ້ງທີ່ໄດ້ຍິນຄໍາໆນີ້ ຫຼື ຄໍາຫວານອື່ນໆ ຈະຮູ້ສຶກຫວັ່ນໄຫວ

Read More »

ຢ່າເຮັດແບບນີ້ກັບໃຜ ເພາະເຂົາຈະຮັກເຈົ້າ!!!

  ຢ່າໂທ ຫຼື ສົ່ງຂໍ້ຄວາມມາໃນຕອນເດີກ ເພາະເວລານັ້ນ ຂ້ອຍຕ້ອງລົມກັບຄົນທີ່ພິເສດເທົ່ານັ້ນ ຢ່າໂທມາ ເວລາເກົ່າແລ້ວລົມດົນໆ ທຸກໆມື້ ເພາະຂ້ອຍຈະເຂົ້າຂ້າງຕົວເອງ ວ່າຂ້ອຍຈະເປັນຄົນສຳຄັນ ແລະ ມີຄວາມໝາຍສຳລັບເຈົ້າ ຢ່າເລົ່າເລື່ອງດີໆ ກ່ຽວກັບຄົນຮັກເກົ່າ ແລະ ຢ່າເວົ້າວ່າຕອນນີ້ເຫງົາຢາກມີໃຜຈັກຄົນມາເບິ່ງແຍງ ເພາະຂ້ອຍອາດຈະ ຢາກເປັນຄົນໆນັ້ນ ຢ່າລອງໃຈໂດຍການມິດ ບໍ່ຕິດຕໍ່ມາເປັນເວລາຫຼາຍມື້ ເພາະຂ້ອຍຈະຕື່ນເຕັ້ນທຸກຄັ້ງໃນເວລາສຽງໂທລະສັບດັງ ແລະ ກະວົນກະວາຍໃຈຢາກໂທຫາເຈົ້າ ຢ່າບອກວ່າຈະໄປສົ່ງຮອດເຮືອນ ເມື່ອກັບຮອດເຮືອນ ກໍຢ່າສົ່ງຂໍ້ຄວາມທີ່ມີຄວາມໝາຍເກີນກວ່າໝູ່ ເພາະຂ້ອຍຈະ ຢາກໃຫ້ເຈົ້າມາເບິ່ງແຍງຂ້ອຍແບບນີ້ທຸກມື້ ຢ່າເປີດເພງຄວາມໝາຍດີໆ ໃຫ້ຟັງທາງໂທລະສັບແລ້ວບອກໃຫ້ຂ້ອຍຕັ້ງໃຈຟັງ ເພາະຂ້ອຍຈະເອົາເນື້ອເພງມາຕີຄວາມ ແລະ ຈະເປີດຟັງ ຈົນບໍ່ຮູ້ເບື່ອ ຢ່າເອົາໃຈຂ້ອຍ ຄືຂ້ອຍເປັນຄົນສຳຄັນ ເພາະຂ້ອຍກໍຕ້ອງການເປັນຄົນສຳຄັນຂອງເຈົ້າຄືກັນ ຢ່າມາເວົ້າຄຳຫວານໆ ຕະຫຼອດເວລາທີ່ລົມກັນ ເພາະຂ້ອຍຈະມັກ ແລະ ຕັ້ງໃຈຟັງຄໍາຫວານໆທຸກຄັ້ງທີ່ເວົ້າມາ ຢ່າບອກວ່າເຮົາມີສິ່ງທີ່ຄ້າຍຄືກັນ ແລະ ຢ່າບອກວ່າສະບາຍໃຈທຸກຄັ້ງທີ່ໄດ້ລົມກັບຂ້ອຍ ເພາະຂ້ອຍຈະຮູ້ສຶກໃນແບບດຽວກັນ ຢ່າຍ້ອງຂ້ອຍວ່າເປັນຜູ້ຍິງທີ່ດີ ໃຜໄດ້ຂ້ອຍໄປເປັນຄົນຮັກຕ້ອງເປັນຜູ້ຊາຍທີ່ໜ້າອິດສາ ເພາະຂ້ອຍຈະມັກຄຳນີ້ທີ່ສຸດ …

Read More »

ຢ່າເບື່ອຄົນທີ່ຢູ່ຄຽງຂ້າງໃນມື້ທີ່ ທ່ານຖືກຈາກລາ

ຢ່າເບື່ອຄົນທີ່ຢູ່ຄຽງຂ້າງໃນມື້ທີ່ ທ່ານຖືກຈາກລາ ຄົນບາງຄົນເກີດມາ ເພື່ອມີພຽງແຕ່ຄູ່ຮັກ ແຕ່ບາງຄົນເກີດມາມັນກໍມີເພື່ອນ ຄວາມຮູ້ສຶກມັນຕ່າງກັນ ບາງຄົນເລືອກຄູ່ຮັກ ບາງຄົນເລືືອກເພື່ອນ ເຮົາວ່າ ບໍ່ຕ້ອງເລືອກດອກ ເພາະເພື່ອນທີ່ດີ ແລະ ຄົນຮັກທີ່ດີ ມັນຈະບໍ່ກົດດັນໃຫ້ເຮົາເລືອກ ພຽງແຕ່ຕ້ອງແບ່ງເວລາໃຫ້ດີ ເວລາຂອງຄົນຮັກ, ເພື່ອນ ແລະ ຄອບຄົວ ຍ່າມີເວລາໃຫ້ເພື່ອນພຽງແຕ່ຕອນຖືກຄົນຮັກຈາກລາ ເພາະໃນຍາມທີ່ເພື່ອນບໍ່ມີໃຜ ມັນກໍມີພຽງເຮົາເທົ່ານັ້ນ ຍ່າເຮັດຄືວ່າ ເຮົາມີເວລາໃຫ້ໝູ່ໃນເມື່ອຕອນ ທີ່ເຮົາບໍ່ມີຄົນຮັກເທົ່ານັ້ນ ແຕ່ສໍາລັບບາງຄົນ ເຖິງວ່າຈະມີຄົນຮັກ ຫຼື ບໍ່ມີຄົນຮັກ ມັນກໍຈະບໍ່ລືມເວລາຂອງເພື່ອນດອກ ຍ່າລໍາຄານຄົນທີ່ຢູ່ຂ້າງກາຍທ່ານໃນວັນທີ່ທ່ານບໍ່ມີໃຜ ບໍ່ວ່າຈະເປັນເພື່ອນຫຼື ຄອບຄົວກໍຕາມ.  

Read More »