Breaking News

Story

ເລີ່ມຕົ້ນໃໝ່ ຫຼື ຈົມຢູ່ກັບອະດີດ ??

ການເລີ່ມຕົ້ນໃໝ່ ມັນອາດຈະຍາກ ແຕ່ການປ່ອຍຕົວເອງໃຫ້ຈົມຢູ່ກັບອະດີດມັກກໍຍາກເຊັນກັນ. ເມື່ອຈາກລາກັນໄປ ຕ່າງຝ່າຍກໍຕ່າງມີຊີວິດເປັນຂອງຕົນເອງ ບໍ່ຕ້ອງໄປຫາຄວາມຍຸດຕິທໍາໃນຄວາມສຳພັນວ່າລາວຈະຮູ້ສຶກເສີຍໃຈເທົ່າກັບເຮົາຮູ້ສຶກດອກ ບໍ່ຕ້ອງໄປຄອຍເບິ່ງຊີວິດລາວວ່າລາວຈະໄປຮັກກັບໃຜ, ຮັກກັນພຽງໃດ ຫາກວ່າເຮົາຮັບຮູ້ແລ້ວ ຕົວເຮົາເອງນີ້ລະທີ່ຈະຕ້ອງເສຍໃຈ ຄວາມຊົງຈຳຈະງົດງາມພຽງໃດກໍຕາມ ເຖິງວ່າໃນເມື່ອນັ້ນເຮົາອາດໄດ້ດຳເນີນຊີວິດກັບລາວກໍຕາມ ແຕ່ຢ່າລືມວ່າ ຄວາມຈິງໃນຕອນນີ້ຕ້ອງດຳເນີນຕໍ່ໄປພຽງຄົນດຽວ ການເລີ່ມຕົ້ນໃໝ່ກັບໃຜຈັກຄົນ ມັນອາດຈະເຮັດໃຫ້ເຮົາຮູ້ສຶກຢ້ານທີ່ສຸດ ແຕ່ການປ່ອຍໃຫ້ຕົນເອງຕ້ອງເຈັບຊໍ້ານໍ້າໃຈ ກໍເປັນເລື່ອງທີ່ໜ້າຢ້ານເຊັ່ນກັນ.  

Read More »

ເມື່ອເຮົາບໍ່ໃສ່ໃຈກັນ !!

ນອນນັບຖອຍຫຼັງສະເໝີ ເມື່ອເຮົາບໍ່ໃສ່ໃຈກັນ !! ໃນຍຸກທີ່ເຮົາສື່ສານກັນງ່າຍຂຶ້ນ ເຮົາອາດຈະໃຊ້ວິທີພິມຂໍ້ຄວາມເພື່ອລົມກັນເປັນສ່ວນຫຼາຍ ຈົນເຮັດໃຫ້ລືມເລື່ອງເກົ່າໆໄປ ຍ່າລືມໂທຫາຄົນທີ່ທ່ານຮັກ ເພາະເວລາເຮົາອ່ານຄຳວ່າສະບາຍດີ ເຮົາບໍ່ໄດ້ຍິນນໍ້າສຽງຂອງລາວວ່າເປັນແນວໃດ ຍ່າລືມແບ່ງເວລາພົບຄົນຮັກ ເພາະລາວອາດຈະມີເລື່ອງບໍ່ສະບາຍ ທີ່ບໍ່ຮູ້ຈະລົມກັບໃຜ ຫຼື ພິມອອກມາໄດ້ ແຕ່ການມີໃຜຈັກຄົນຢູ່ຂ້າງກາຍລາວ ສິ່ງນັ້ນອາດເຮັດໃຫ້ລາວຮູ້ສຶກດີຂຶ້ນ ການໃຫ້ເວລາກັບຄົນຮັກເຮົາຄິດວ່າເປັນສິ່ງສຳຄັນ ອີກຢ່າງໜຶ່ງເຖິງວ່າທັງສອງ ອາດຈະມີພາລະໜ້າທີ່ ແຕ່ເຮົາກໍຕ້ອງເຊື່ອວ່າ ຫາກເຮົາຈັດສັນເວລາດີໆ ເຮົາກໍສາມາດໃຫ້ເວລາກັບຄົນຮັກໄດ້ ເຖິງວ່າເວລານັ້ນອາດຈະບໍ່ຫຼາຍ ແຕ່ຢ່າງໜ້ອຍກໍຄວນມີໃຫ້ກັນ ເພາະການບໍ່ມີເວລາໃຫ້ຄົນຮັກນັ້ນ ມັນກໍເໝືອນລະເບີດເວລາຂອງຄວາມສຳພັນ ທີ່ຄອຍນັບຖອຍຫຼັງອອກຈາກກັນເມື່ອຍາມທີ່ເຮົາບໍ່ໄດ້ໃສ່ໃຈ  

Read More »

ຈະເລືອກໃຜດີ ??

ລະຫວ່າງຄົນທີ່ເຮົາຮັກ ກັບຄົນທີ່ຮັກເຮົາ ເຮົາຄວນຈະເລືອກໃຜດີ ຄົນທີ່ເຮົາຮັກ ຄືຄົນທີ່ແມ່ນແລ້ວສຳລັບເຮົາ ແຕ່ບາງຄັ້ງ ເຮົາພັດຮູ້ສຶກວ່າລາວຄົນນັ້ນ ມັນບໍ່ແມ່ນ ຄົນທີ່ເຮົາຮັກ ຄຶຄົນທີ່ເຮົາຄິດວ່າເຮົາຮູ້ຈັກລາວດີ ແຕ່ຄວາມຈິງແລ້ວ ເຮົາພັດບໍ່ຮູ້ຈັກໃນຕົວຂອງລາວ ຄົນທີ່ເຮົາຮັກ ຄືຄົນທີ່ເຮົາພ້ອມຈະເປັນຜູ້ໃຫ້ ແຕ່ສິ່ງທີ່ເຮົາໃຫ້ ລາວພັດບໍ່ເຄີຍເບິ່ງເຫັນສິ່ງທີ່ເຮົາໃຫ້ໄປ ຄົນທີ່ເຮົາຮັກ ຄືຄົນທີ່ເຮົາຢູ່ນຳແລ້ວມີຄວາມສຸກ ແຕ່ເວລາເຮົາທຸກ ເຮົາພັດຊອກຫາລາວບໍ່ເຫັນ ຄົນທີ່ເຮົາຮັກ ຄືຄົນທີ່ເຮົາໃສ່ໃຈທຸກເວລາ ແຕ່ຕະຫຼອດເວລາທີ່ຜ່ານມາລາວບໍ່ໄດ້ຮັກເຮົາເລີຍ ຄົນທີ່ຮັກເຮົາ ຄືຄົນທີ່ເຮົາພຽງເບິ່ງຜ່ານໄປ ແຕ່ລາວພັດເບິ່ງເຮົາແບບໃສ່ໃຈ ຄົນທີ່ຮັກເຮົາ ຄືຄົນທີ່ເຮົາບໍ່ພະຍາຍາມໃຫ້ຄວາມຮູ້ຈັກ ແຕ່ລາວພັດພະຍາຍາມຢາກຮູ້ຈັກເຮົາ ຄົນທີ່ຮັກເຮົາ ຄືຄົນທີ່ເຮົາບໍ່ເຄີຍໃຫ້ຄວາມສຳຄັນ ແຕ່ລາວ ພັດໃຫ້ໃນສິ່ງທີ່ມີຄ່າມີຄວາມສຳຄັນກັບເຮົາ ຄົນທີ່ຮັກເຮົາ ຄືຄົນທີ່ເຮົາບໍ່ເຄີຍເຫັນໜ້າເວລາສຸກ ແຕ່ເວລາທຸກ ລາວພັດເປັນເໝືອນເງົາຄອຍເຝົ້າ ຄົນທີ່ຮັກເຮົາ ຄືຄົນທີ່ເຮົາບໍ່ເຄີຍນຶກເຖິງ ແຕ່ມີສິ່ງໜຶ່ງບອກໃຫ້ຮູ້ວ່າ ລາວຄົນນັ້ນຮັກເຮົາສະເໝີ

Read More »