Breaking News

Story

ການຕັດໃຈຈາກຄົນຮັກ ມັນແສນຈະທໍລະມານ

ຄວາມໝົດຫວັງ, ຄວາມເສຍໃຈ ທຸກຄົນລ້ວນແລ້ວແຕ່ ເຄີຍປະສົບພົບພໍ້ກັນມາໝົດ ເພາະຊີວິດຂອງຄົນເຮົາທຸກຄົນ ບໍ່ມີໃຜດອກ ທີ່ຈະສົມຫວັງ 100% ແຕ່ເຮົາຈະສາມາດຮັບມືກັບສິ່ງເຫຼົ່ານັ້ນໄດ້ແບບໃດ ຖ້າສະໝອງຂອງເຮົາຍັງຈື່ຈໍາແຕ່ເລື່ອງທີ່ເຮັດໃຫ້ຈິດໃຈເຈັບຊໍ້າ ແລະການຕັດໃຈມັນກໍກາຍເປັນເລື່ອງທີ່ຕັດໃຈບາດດຽວບໍ່ໄດ້ ເພາະສະນັ້ນເຮົາຄວນຮຽນຮູ້ ທີ່ຈະໃຫ້ໂອກາດຕົວເອງ ປົດປ່ອຍເລື່ອງລາວ ແລະ ເລີ່ມຕົ້ນໃໝ່, ຮູ້ຈັກອອກໄປທ່ອງທ່ຽວກັບຄອບຄົວ ແລະ ໝູ່ເພື່ອນ, ສາມາດຮຽນຮູ້ສິ່ງໃໝ່ໆຢູ່ສະເໝີ, ອອກກໍາລັງກາຍ ເພາະຈະຊ່ວຍໃຫ່ສະໝອງເຮັດວຽກໄດ້ດີຂຶ້ນ, ໄປທ່ຽວໃນສະຖານທີ່ທີ່ບໍ່ເຄີຍໄປ ເພື່ອເປັນການເປີດໂອກາດໃຫ້ກັບຕົນເອງ ເມື່ອເຮົາຮູ້ວ່າເຈັບ ກໍຕ້ອງລະບາຍດ້ວຍການໄຫ້ອອກມາດັງໆ ເພາະການລະບາຍຄວາມເຈັບດ້ວຍການໄຫ້ ຈະເຮັດໃຫ້ເຮົາສະບາຍໃຈໃນເວລາຕໍ່ມາ ຫຼັງຈາກນັ້ນ ກໍໃຫ້ອະໄພຕົນເອງ ແລະ ໃຫ້ອະໄພກັບທຸກສິ່ງ ເພື່ອບໍ່ໃຫ້ຕົນເອງມີຄວາມທຸກໃຈ ແລ້ວກັບມາຕັ້ງໃຈເຮັດວຽກ ທຳໃຈໃຫ້ສະຫງົບເພາະຊີວິດຂອງເຮົາຕ້ອງດໍາເນີນຕໍ່ໄປຢ່າງເຂັ້ມແຂງ  

Read More »

ເມື່ອຄວາມຮັກເຮັດໃຫ້ເຮົາທໍລະມານ ເຮົາກໍຄວນເບິ່ງຕົວເອງໃຫ້ເປັນ

ເລື່ອງຂອງການອົກຫັກ, ຄວາມໝົດຫວັງ, ຄວາມຜິດພາດ ທຸກຄົນລ້ວນແລ້ວແຕ່ເຄີຍປະສົບພົບພໍ້ກັນມາໝົດ ເພາະຊີວິດຄົນເຮົາທຸກຄົນ ບໍ່ມີໃຜທີ່ຈະປະສົບກັບຄວາມສົມຫວັງໄດ້ 100% ແຕ່ເຮົາຈະສາມາດຮັບມືກັບສິ່ງເຫຼົ່ານັ້ນໄດ້ແບບໃດ ຖ້າສະໝອງຂອງເຮົາຍັງຈົດຈຳ ແຕ່ເລື່ອງທີ່ ເຂົາເຮັດໃຫ້ຈິດໃຈເຮົາມີແຕ່ຄວາມເຈັບປວດ. ເຖິງຢ່າງໃດກໍຕາມ, ເຮົາກໍຕ້ອງດຳເນີນຊີວິດຕໍ່ໄປໃຫ້ໄດ້ເພື່ອຄົນທີ່ຮັກເຮົາ ເຊັ່ນໝູ່ເພື່ອນ ແລະ ຄອບຄົວ ຈົ່ງໃຫ້ໂອກາດຕົວເອງ ປົດປ່ອຍເລື່ອງລາວ ແລະ ເລີ່ມຕົ້ນໃໝ່ອີກຄັ້ງ ໂດຍການອອກໄປທ່ອງທ່ຽວ ກັບຄອບຄົວ ແລະ ໝູ່ເພື່ອນ ເພື່ອຮຽນຮູ້ສິ່ງໃໝ່ໆ ເລືອກຫຼີ້ນກິດຈະກໍາ ທີ່ມີການເຄື່ອນໄຫວຕໍ່ຮ່າງກາຍ ເມື່ອໄດ້ມີໂອກາດອອກໄປທ່ອງທ່ຽວແລ້່ວ ກໍຕ້ອງໄປບ່ອນທີ່ ບໍ່ເຄີຍໄປ ເພື່ອລອງໄປສໍາພັດຜູ້ຄົນທີ່ບໍ່ເຄີຍພົບມາກ່ອນ ເມື່ອທ່ານຕ້ອງການລະບາຍ ກໍໄຫ້ອອກມາຫຼາຍເທົ່າທີ່ຈະຫຼາຍໄດ້ ເພາະການໄຫ້ອອກມານັ້ນ ສາມາດປົດປ່ອຍຄວາມທຸກໃຈອອກມາພ້ອມກັບນໍ້າຕາ ເພື່ອເຮັດໃຫ້ສະບາຍໃຈຂຶ້ນໄດ້ ໃນເວລາຕໍ່ໄປ ຫຼັງຈາກນັ້ນ, ກໍໃຫ້ອະໄພຕົນເອງ ທີ່ເຄີຍເສຍນໍ້າຕາ-ເສຍໃຈ ໃຫ້ກັບຄົນໆນັ້ນ ແລ້ວກັບມາຢູ່ກັບຕົວເອງ ເລືອກເຮັດວຽກທີ່ ເຮັດເພື່ອສັງຄົມດີກວ່າ ຫາກມີເວລາວາງກໍໃຫ້ນັ່ງສຳມາທິ ສວາດມົນຂໍພອນ ພະລັງແຫ່ງສໍາມາທິ ຈະສາມາດຊ່ວຍໃຫ້ທ່ານສະບາຍທັງກາຍ ແລະ ຈິດໃຈ …

Read More »

ເມື່ອຍແລ້ວ! ກັບການເລີ່ມຕົ້ນໃໝ່ອີກຄັ້ງ

ບໍ່ຢາກເລີ່ມຕົ້ນໃໝ່ກັບໃຜອີກແລ້ວ ປະໂຫຍກນີ້ດັງຢູ່ໃນໃຈຂອງໃຜຫຼາຍໆຄົນ ເພາະການເລີ່ມຕົ້ນໃໝ່ ຕ້ອງໄດ້ເລີ່ມຕົ້ນດ້ວຍການ ທັກທາຍ ຮູ້ຈັກຊື່, ຮຽນຮູ້ນິດໄສໃຈຄໍ ຕ້ອງໄດ້ເລີ່ມທໍາຄວາມເຂົ້າໃຈກັນໃໝ່ໝົດ ຕ້ອງສ້າງຄວາມເຊື່ອໃຈ ປັບຕົວໃຫ້ເຂົ້າກັນໃໝ່ ຕ້ອງເລີ່ມນັດພົບກັນຄັ້ງທຳອິດ, ຈູບກັນຄັ້ງທຳອິດ ຕ້ອງເລີ່ມງໍ້ກັນ, ຕ້ອງເລີ່ມຮຽນຮູ້ຂໍ້ດີ ແລະ ຍອມຮັບຂໍ້ບໍ່ດີກັນໃໝ່ອີກ ເປັນຕົວຂອງຕົວເອງໄດ້ບໍ່ເຕັມທີ ແລ້ວທຸກຢ່າງກໍເປັນເລື່ອງໃໝ່ ແລະສິ່ງທີ່ສຳຄັນທີ່ສຸດແມ່ນ ມັນຍາກບ່ອນທີ່ເຮົາບໍ່ສາມາດລົບລ້າງຄວາມຜູກພັນກັບຄົນເກົ່າໄດ້ ແລ້ວກໍຕ້ອງມານັ່ງຈົມປັກກັບຄວາມຮູ້ສຶກເກົ່າໆ ບໍ່ສາມາດເລີ່ມໃໝ່ກັບໃຜໄດ້ ພຽງແຕ່ຄິດຊໍານີ້ກໍເມື່ອຍແລ້ວ ທີ່ຈະຕ້ອງມາແບກຮັບສິ່ງເຫຼົ່ານີ້ ເພາະສະນັ້ນ ເຮົາຕ້ອງເບິ່ງແຍງດູແລກັນໃນມື້ນີ້ໃຫ້ດີທີ່ສຸດ ບໍ່ຖີ້ມກັນໃນເວລາທີ່ພົບກັບບັນຫາ ບັນຫາໃດທີ່ໜັກ-ເບົາ ກໍໃຫ້ອະໄພກັນ ຄົນທີ່ຈະເຂົ້າໃຈກັນນັ້ນ ພຽງແຕ່ເບິ່ງຕາກັນກໍຮູ້ສຶກໄດ້ເຖິງຄວາມຕ້ອງການຂອງອີກຝ່າຍ ວ່າຕ້ອງການຫຍັງ ແລະ ຄິດຫຍັງຢູ່ ມັນຊອກຍາກແທ້ໆຄົນແບບນີ້.

Read More »

ອົກຫັກມັນບໍ່ຕາຍດອກ ເລີ່ມຕົ້ນໃໝ່ໃຫ້ສົດໃສດີກວ່າ

ເມື່ອໃດທີ່ເຮົາສາມາດ ອອກຈາກເຮືອນໄດ້ ໂດຍອາລົມເບີກບານມ່ວນຊືື່ນແລ້ວ ສະແດງວ່າເຮົາພ້ອມທີ່ຈະເລີ່ມຕົ້ນຊີວິດໃໝ່ດ້ວຍຕົນເອງ ແລະ ເພື່ອບໍ່ຢາກໃຫ້ຕົນເອງ ຍັງມີຄວາມອາໄລອາວອນຢາກກັບໄປຫາແຟນເກົ່າ ເຮົາກໍຕ້ອງມີຄວາມຕັ້ງໃຈເຮັດໃຫ້ລື່ມດ້ວຍການ ອອກຈາກເຮືອນໄປພົບກັບຄົນທີ່ນິດໄສດີ, ພົບປະຄົນແປກໜ້າ, ສ້າງຄວາມຮູ້ຈັກກັບກຸ່ມຄົນໂສດ ໃຫ້ອາການດີຂຶ້ນມາຈັກໜ່ອຍ, ເມື່ອຮູ້ສຶກວ່າດີຂຶ້ນແລ້ວ ກໍລອງຄົບຫາຄົນໃໝ່ລອງເບິ່ງ. ແຕ່ຢ່າຄິດຊອກຫາຄົນມາຢາໃຈໃນລະຫວ່າງທີ່ກໍາລັງເຈັບຊໍ້າ ກັບຮັກທີ່ຫາກໍລົ້ມລະລາຍ ເພາະຊ່ວງນີ້ຄົນເຮົາຈະເບາະບາງຫຼາຍ ແລະ ມັກຈະຕັດສິນໃຈເຮັດສິ່ງທີ່ຜິດພາດ ເນື່ອງມາຈາກຄວາມຄຽດ ດັ່ງນັ້ນ ຄວນຮັກສາບາດແຜໃຈໃຫ້ຫາຍດີກ່ອນ ຈຶ່ງຈະເລີ່ມຕົ້ນໃໝ່ກັບຄົນອື່ນ ເພາະການຊອກຄົນອື່ນມາຢາໃຈຕົນເອງ ໃນຍາມເຈັບຢູ່ນີ້ ຜົນທີ່ອອກມາບໍ່ຄ່ອຍຈະດີປານໃດ.

Read More »

ແຟນເກົ່າລາວຍັງມາວຸ້ນວາຍກັບແຟນເຮົາ ເຮົາຄວນເຮັດແບບໃດ?

ຄໍາວ່າ “ແຟນເກົ່າ” ກໍເຄີຍແມ່ນແຟນເໝືອນກັນ ຫາກທ່ານພົບກໍລະນີ້ທີວ່າ ຍັງເຫັນເບີໂທຂອງແຟນເກົ່າລາວໃນໂທລະສັບຂອງແຟນທ່ານ ແລະຍັງເຫັນເຂົາສອງຄົນເປັນໝູ່ກັນຢູ່ເຟດບຸກ ແລ້ວຍັງກົດໄລ໌ຮູບໃຫ້ກັນອີກ ເຮັດແບບນີ້ເບິ່ງຄືຂ້າກັນທາງອ້ອມແທ້ໆ! ແຕ່ທຸກສິ່ງທຸກຢ່າງ ກໍຕ້ອງໃຈເຢັນໆ ມີສະຕິໃຫ້ຫຼາຍທີ່ສຸດ ສິ່ງສໍາຄັນທີ່ສຸດຄືການຄິດບວກໄວ້ກ່ອນ ເຖິງວ່າ ເຂົາສອງຄົນ ຈະກົດໄລ໌ຮູບໃຫ້ກັນທາງເຟດບຸກ ຈົນເຮັດໃຫ້ໃຈເຮົາກະວົນກະວາຍກໍຕາມ ມັນເປັນພຽງສິ່ງທີ່ຮຽກຮ້ອງຄວາມສົນໃຈຈາກເຮົາໄປຊື່ໆ ເຮົາບໍ່ຈໍາເປັນຕ້ອງຫຶງ? ຫວງ? ຊັງ? ເພາະສິ່ງເຫຼົ່ານັ້ນ ຈະເຮັດໃຫ້ທ່ານເປັນຄົນທີ່ໜ້າລໍາຄານສຳລັບຜູ້ຊາຍຫຼືແຟນຂອງທ່ານເອງ… ເຮົາຕ້ອງສ້າງຕົນເອງໃຫ້ງາມໆ, ເບິ່ງແລ້ວ ແພງ ແລະ ມີຄຸນຄ່າທີ່ສຸດ ສ້າງຕົວເອງໃຫ້ຜູ້ຊາຍເກງໃຈເນາະ! ສາວໆ ສິ່ງທີ່ດີທີ່ສຸດກໍຄື ການສະຫງົບສະຕິອາລົມຂອງຕົນເອງ ແລ້ວມານັ່ງຄິດວ່າ ຈະໄປຄຽດເຮັດຫຍັງ ຫຶງຫວງເຮັດຫຍັງ ເປັນຫຍັງບໍ່ເຮັດໃຫ້ແຟນຮັກ, ແຟນຫຼົງ ເຮັດໃຫ້ຜູ້ຍິງຄົນອື່ນມາອິດສາບໍ່ດີກວ່າບໍ? ແລະ ສຳລັບຜູ້ຊາຍເອງ ກ່ອນຈະເຮັດຫຍັງລົງໄປ ກໍຂໍໃຫ້ຄໍານຶງວ່າ ຕອນນີ້ມີແຟນຢູ່ແລ້ວ ຄວນເບິ່ງແຍງດູແລຄວາມຮູ້ສຶກເຊິ່ງກັນ ແລະກັນແດ່! ໃຫ້ກຽດແຟນເໝືອນທີ່ເຂົາໃຫ້ກຽດເຮົາເຊັ່ນກັນ ລົມກັນໃຫ້ເຂົ້າໃຈ ຈະດີກວ່າເນາະ!

Read More »