Breaking News

ຂ່າວບັນເທີງນອກປະເທດ

ໜຸ່ມລາວສຸດເຈົ້າຊູ້ໜ້າຕາດີຄົນທຳອິດໃນລາຍການ “Take me out Thailand” (ມີຄຣິບ)

ກາຍເປັນທີ່ຮືຮາອີກແລ້ວ! ໃນວັນທີ 11 ກຸມພາ 2017 ທີ່ຜ່ານມາໄດ້ມີເລື່ອງລາວມາໃຫ້ເປັນປະເດັນອີກແລ້ວ ເມື່ອໜຸ່ມລາວສຸດເຈົ້າຊູ້ໜ້າຕາດີ  ທ້າວ ສິຣິວັນ ໄຊຍະສານ (ຈ່ອນນີ່) ອາຍຸ 23 ປີ, ໜຸ່ມ ຈ່ອນນີ້ ຢູ່ບ້ານເຮົາເພິ່ນກໍບໍທຳທະດາໃດ ເພາະມີດີກຼີເປັນເຖິງນາຍແບຍ, ພີເຊັນເຕີ້ ແລະ ນັກສະແດງ (ໂອ້!! ບໍ່ໃຫ້ສາວໆກຣີດ…ໄດ້ຢ່າງໃດວ່າເບາະ), ໄດ້ໄປປະກົດຕົວໃນລາຍການເລືອກຄູ່ຊື່ດັງ “Take me out Thailand” ຈົນເຮັດໃຫ້ສາວໂສດທັງ 30 ຄົນຂອງປະເທດເພື່ອນບ້ານພາກັນຕື່ນເຕັ້ນເມື່ອໄດ້ເຈິໜຸ່ມຄົນນີ້ ແຖມເປີດໄຟໄວ້ໝົດທັງ 30 ຄົນອີກດ້ວຍ, ແຕ່ເສີຍດາຍທີ່ລາຍການກຳລັງເຂັ້ມຂົ້ນແຕ່ໝົດເວລາເສີຍກ່ອນ ຈະມີຕໍ່ໃນວັນເສົາໜ້າວັນທີ 18 ກຸມພາ 2017 ນີ້. ຢ່າລືມມາລຸ້ນຊ່ວຍກັນວ່າໝຸ່ມ ຈ່ອນນີ່ ຈະໄດ້ສາວໂສດຄົນໃດໄປເດດ ຫຼື ໜຸ່ມຄົນນີ້ຈະຖືກ Black-out ຫຼຶບໍ່…???   #ແຊຣໄປໃຫ້ໂລກຮູ້ວ່າຜູ້ຊາຍລາວເຮົາມີດີ ເພື່ອນໆສາມາດເບິ່ງຄຣິບລາຍການໄດ້ເລີຍ:      …

Read More »

ສາວປະເພດສອງຕົວແທນໄປແຂ່ງຂັນເວທີ Miss International Queen 2016

  ນ້ອງ ວັນໃໝ່ ສາວປະເພດສອງທີ່ກຳລັງມາແຮງທີ່ສຸດໃນຕອນນີ້  ໄດ້ຖ່າຍແບບຊຸດປະຈໍາຊາດລາວເພື່ອກຽມຕົວໄປແຂ່ງຂັນສາວງາມປະເພດສອງເວທີລະດັບໂລກ Miss International Queen 2016 ໃນວັນທີ 10 ມີນາ 2017 ທີ່ຈະຮອດໃນໄວໆນີ້, ເຊິ່ງນ້ອງ ວັນໃໝ່ ອາຍຸ 21 ປີ ສາວປະເພດສອງຈາກແຂວງ ສະຫວັນນະເຂດ ທີ່ມີຄວາມໄຝ່ຝັນໃນດ້ານການເດີນແບບ ແລະ ການສະແດງ ຈຶ່ງຕັດສິນໃຈເພື່ອເຂົ້າປະກວດໃນເວທີດັ່ງກ່າວເພື່ອເກັບກ່ຽວປະສົບການ, ຊະນີIndy ແລະ ພໍ່ແມ່ພີ່ນ້ອງຊາວລາວທຸກຄົນຂໍເປັນກໍາລັງໃຈໃຫ້ນ້ອງ ວັນໃໝ່ ເພື່ອໃຫ້ປະສົບຜົນສໍາເລັດໃນການປະກວດ Miss International Queen 2016 ເທື່ອນີ້ເດີ້ ສູ້ໆໆ. #ກົດໄລ້ກົດແຊຣໄປໃຫ້ໂລກຮູ້ວ່າສາວປະເພດສອງບ້ານເຮົາກໍບໍ່ນ້ອຍໜ້າປະເທດອື່ນ   ຢ່າລືມໄປກົດໂຫວດໃຫ້ນ້ອງໄດ້ເດີ້ທີ່ເພສ Miss International Queen 2016 ນ້ອງ ວັນໃໝ່ ໝາຍເລກ 24 ຂໍຂອບໃຈຂໍ້ມູນແລະຮູບພາບຈາກ:Tutou Nouaneviengkham ແລະ ร้านเสีมสวย ทิดาสะหวัน – ตุตู่.

Read More »

ມາຮູ້ຈັກກັບສາວລາວສຸດ Hot ແລະ Sexy ທີ່ສຸດໃນຕອນນີ້!

  ມື້ນີ້ ຊະນີIndy ຈະພາໄປຮູ້ຈັກກັບສາວລາວຄົນງາມທີ່ແຈ້ງເກີດມາໄດ້ຍ້ອນການເປັນ Pretty ຕາມງານອີ່ເວັ້ນຕ່າງໆ ບໍ່ວ່າຈະມີງານໃຫ່ຍໆເປີດໂຕສິນຄ້າຕ່າງໆ ເປັນໄປບໍ່ໄດ້ເລີຍທີ່ຈະບໍ່ມີສາວຄົນນີ້ນັ້ນກໍຄື ກີ້ ທັດສະໄນ ລາມາງກຸນຣ ອາຍຸ 25 ປີ ຈົບການສຶກສາປະລິນຍາຕີ ສາຂາບໍລິຫານການໂຮງແຮມ-ທ່ອງທ່ຽວ, ເຊິ່ງສາວຄົນນີ້ນອກຈາກຈະເປັນ Pretty ສຸດ Hot ແລ້ວນາງຍັງເປັນທັງພີເຊັນເຕີ້, ນາງແບບ, ນາງເອກເອັມວີ ແລະ ສະແດງຮູບເງົາ (ໂອ້ຍ…ຈັ່ງແມ່ນວຽກຫຼາຍມາແບ່ງໃຫ້ ຊະນີIndy ແດ່ແມ້) ແລະ ຍັງບໍ່ພຽງແຕ່ເທົ່ານີ້ເດີ້ເພາະສາວກີ້ຄົນນີ້ຈະວ່າໄປນາງຍັງເປັນ Net Idol ອີກໄດເພາະມີຄົນຕິດຕາມນາງຫຼາຍ ແບບວ່ານາງຈະລົງຮູບໃດກໍມີຄົນກົດໄລ້ກົດແຊຣແບບລົວໆ. ຝອຍກັນຫຼາຍແລ້ວ ເພື່ອນໆລອງມາເບິ່ງເລີຍວ່າສາວ ກີ້ ຄົນນີ້ຈະງາມ ແລະ ເຊັກຊີ່ສົມກັບທີ່ ຊະນີIndy ເວົ້າໄວ້ແທ້ບໍ່…! #ແຊຣວົນໄປໃຫ້ໂລກຮູ້ວ່າສາວລາວງາມຫຼາຍ     ຂໍ້ມູນ ແລະ ຮູບພາບຈາກ: KY Ramangkoun

Read More »

ລູກນ້ຳ ງາມຂຶ້ນຫຼາຍຈົນ…

  ຖ້າຈະເວົ້າເຖິງສາວ ລູກນໍ້າ ທິດາລັດ ວົງສິຣິ ນາງສາວລາວປີ 2012 (MISS LAOS ) ຄົນນີ້ກໍຄົງຈະບໍ່ມີໃຜທີ່ບໍ່ຮູ້ຈັກນາງ ເພາະຫຼັງຈາກທີ່ໄດ້ຕຳແໜ່ງມາແລ້ວນາງກໍຖືວ່າກ້າວເຂົ້າສູ່ວົງການບັນເທິງຢ່າງເຕັມຕົວ ຜົນງານຂອງນາງກໍມີໃຫ້ເຫັນຢ່າງຫຼວງຫຼາຍທັງເດີນແບບ ສະແດງເອັມວີ ເປັນພີເຊັນເຕີ້ສິນຄ້າແບຼນດັງ ແລະ ການສະແດງຮູບເງົາ,​ ແຕ່ທີ່ເຮົາຈະເວົ້າເຖິງນາງໃນມື້ນີ້ກໍຄືພັດທະນາການຄວາມງາມຂອງນາງທີ່ນັບມື້ງາມຂຶ້ນ ຈົນເຮັດໃຫ້ຂາເມົ້າມີຄວາມສົງໃສວ່າສາວລູກນໍ້າຄົນງາມໄປກິນຫຍັງ ຫຼື ໄປເຮັດຫຍັງມານໍ…ຈຶ່ງໄດ້ງາມຂຶ້ນທຸກມື້ແບບນີ້ເພາະທຽບໃສ່ຮູບພາບເກົ່າໆທີ່ນາງໄດ້ໂພສໄວ້ໃນອິນສະຕາແກຼມຂອງນາງ ຖືວ່າແຕກຕ່າງກັນຫຼາຍ ປ່ຽນໄປເປັນຄົນລະຄົນຈົນຈະບໍ່ຈື່ກັນເລີຍ ຫຼືວ່າອາດຈະເປັນທີ່ນາງໃຫ່ຍຂຶ້ນເປັນສາວຂຶ້ນ ຈົນເຮັດໃຫ້ຮູບໜ້ານາງປ່ຽນ! ຖ້າລູກນໍ້າມີເຄັດລັບດີໆຊ່ວຍມາບອກ ຊະນີIndy ແລະ ແຟນໆແດ່ ຈະໄດ້ງາມໆຄືກັບສາວລູກນໍ້າ!!! #ແຊຣວົນໄປໃຫ້ໂລກຮູ້ວ່າສາວລາວງາມຫຼາຍ ມາເບິ່ງຮູບພາບເກົ່າໆຂອງສາວລູກນ້ຳ:   ຮູບພາບປັດຈຸບັນຂອງ ລູກນ້ຳ ທິດາລັດ ວົງສິຣິ ຂໍຂອບໃຈຮູບພາບຈາກ: louknum_misslaos

Read More »

ແພັດ ໂພສແລ້ວຫຼັງຈາກເກີດເລື່ອງ!

  ຂ່າວດັງຂອງນັກສະແດງສາວ ປະເທດເພື່ອນບ້ານ ທີ່ມື້ເຊົ້ານີ້ໄດ້ມີເຈົ້າໜ້າທີ່ຕຳຫຼວດບຸກເຂົ້າກວດຄົ້ນທີ່ພັກຂອງ ເບນສ໌ ເຣດຊິ່ງ ຜູ້ຕ້ອງສົງໃສກ່ຽວກັບຄະດີຢາເສບຕິດ ເຄືອຄ່າຍໄຊຊະນະ, ເຊິ່ງ ເບນສ໌ ເຣດຊິ່ງ ເປັນຜົວຂອງນັກສະແດງສາວຊື່ດັງ ແພັດ ນະປະພາ (ເຊິ່ງຕອນນີ້ແພັດກຳລັງຖືພາ) ຫຼ້າສຸດນາງກໍໄດ້ມີການໂພສຮູບ ແລະ ຂຽນ Caption ກ້ອງຮູບສັ້ນໆວ່າ (ຮັກ) ຈົນເຮັດໃຫ້ມີແຟນໆໄປສະແດງຄວາມຄິດເຫັນ ໃຫ້ກໍາລັງໃຈກັບນັກສະແດງສາວຢ່າງຫຼວງຫຼາຍ. ***ຈັ່ງໃດກໍຂໍເປັນກຳລັງໃຈໃຫ້ເດີ້***   ຂໍຂອບໃຈຮູບພາບຈາກ: pat_napapa ແລະ Khaosod – ข่าวสด  

Read More »