Breaking News

ຂ່າວບັນເທີງໃນປະເທດ

ຈື່ກັນໄດ້ບໍ່? ລູກນໍ້າ ທິດາລັດ ຮ່ວມເສີດສາຍໃນພົມແດງ  MAYA AWARDS 2018 ສອງປີຊ້ອນ!!!

ຈື່ກັນໄດ້ບໍ່? ເປັນກະແສຮືຮາກັນສຸດໆເມື່ອ ລູກນໍ້າ ທິດາລັດ ວົງສິລິ  ນັກສະແດງຈາກບ້ານເຮົາ ຮ່ວມງານປະກາດຜົນລາງວັນລະດັບປະເທດຂອງປະເທດເພື່ອນບ້ານ MAYA AWARDS, ເຊິ່ງບໍ່ແມ່ນປີທຳອິດທີ່ສາວຄົນນີ້ ຮ່ວມເສີດສາຍໃນພົມແດງງານດັ່ງກ່າວ ຂໍບອກເລີຍວ່າ 2 ປີຊ້ອນແລ້ວເດີ້, ສຳລັບງານ MAYA AWARDS ກໍ່ເປັນອີກງານໜຶ່ງໃນປະເທດເພື່ອນບ້ານທີ່ມີດາລາ ສິລະປິນ ແລະ ຄົນບັນເທີງທົ່ວທຸກຂະແໜງການມາຮ່ວມກັນຢ່າງຫຼວງຫຼາຍ ແຖມ ສາວ ລູກນໍ້າ ກໍ່ຍັງເປັນທີ່ສົນໃຈຈາກເຫຼົ່າແຟນຄລັບ ແລະ ສື່ມວນຊົນຈາກປະເທດໄທໄດ້ເປັນຢ່າງດີ. ລູກນໍ້າ ທິດາລັດ ວົງສິຣິ ໃນງານ  MAYA AWARDS 2017 (ລູກນໍ້າ ຖ່າຍຮູບຮ່ວມເຟມກັບ ຊຸບເປີສະຕາໝາຍເລກ 1 ຂອງໄທ ອໍ້າ ພັດສະລາພາ ໄຊເຊື້ອ ຈົນເປັນທີ່ຮືຮາຂອງເຫຼົ່າແຟນຄລັບ) ລູກນໍ້າ ທິດາລັດ ວົງສິຣິ ໃນງານ  MAYA AWARDS 2018 (ວ້າວວວວ! …

Read More »

ງົດງາມ! ລູກນໍ້າ ທິດາລັດ ເສີດສາຍໃນພົມແດງຂອງງານປະກາດລາງວັນທີ່ປະເທດໄທ

ງົດງາມ… ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງຊື່ດັງ ເດີນທາງຮ່ວມງານປະກາດຜົນລາງວັນ MAYA AWARDS 2018 ຄັ້ງທີ 4 ທີ່ປະເທດໄທ ໃນງານດັ່ງກ່າວເປັນງານປະກາດຜົນລາງວັນຂອງວົງການບັນເທີງປະເທດເພື່ອນບ້ານ ມີຄົນດັງ ດາລາ ສິນລະປິນ ແລະ ຄົນບັນເທີງໄທທົ່ວທຸກຂະແໜງການທີ່ມາຮ່ວມໃນງານນີ້, ເຊິ່ງນັກສະແດງຊື່ດັງຈາກລາວເຮົາ ກໍ່ໄດ້ໄປຮ່ວມເສີດສາຍໃນພົມແດງ ງານນີ້ ລູກນໍ້າ ເປີດໂຕມາໃນຊຸດລາຕີຍາວສີເຫຼືອງອ່ອນ ງົດງາມອໍລ້າຈັບ ເສີດສາຍໄດ້ບໍ່ແພ້ຄົນບັນເທີງເຈົ້າຖິ່ນ, ແຖມ ສາວ ລູກນໍ້າ ກໍ່ຍັງເປັນທີ່ສົນໃຈຈາກເຫຼົ່າແຟນຄລັບ ແລະ ສື່ມວນຊົນຈາກປະເທດໄທໄດ້ເປັນຢ່າງດີ. (ມີຮູບພາບທີ່ ລູກນໍ້າ ທິດາລັດ ໃນງານ ມາຝາກ ງົດງາມ ອໍລ້າຈັບສຸດໆ) ງົດງາມ ອໍລ້າຈັບຫຼາຍໆ ບອກເລີຍວ່າ “ເລີດໆໆໆ…ສຸດໆ” #ແຊຣໄປເປັນກຳລັງໃຈໃຫ້ນັດສະແດງຈາກລາວ ຮູບພາບຈາກ: fb/Louknum Vongsili

Read More »

ປຣາງ ກັນນະຣັນ (ຫຼື ແມ່ຍິງຈັນວາດ) ເດີນທາງເຊັກອິນນະຄອນປາກເຊ ແຂວງ ຈຳປາສັກ

ປຣາງ ກັນນະຣັນ ວົງຂະຈອນໄກ (ຫຼື ແມ່ຍິງຈັນວາດ) ນັກສະແດງຊື່ຈາກປະເທດເພື່ອນບ້ານ ເດີນທາງເຊັກອິນທີ່ປະເທດລາວ ໃນວັນທີ 8 ສິງຫາ 2018 ທີ່ຜ່ານມາ ເຊິ່ງນາງໄດ້ເດີນທາງມາທີ່ ນະຄອນປາກເຊ ແຂວງ ຈຳປາສັກ, ເຊິ່ງການເດີນທາງມາປະເທດລາວຂອງ ປຣາງ ໃນເທືອນີ້ແມ່ນໄດ້ມາເຮັດການສະແດງລະຄອນເພງພ້ອມກັບນັກສະແດງອີກຫຼາຍທ່ານ. ສຳລັບ ປຣາງ ກັນນະຣັນ ອາຍຸ 27 ປີ ເປັນນັກສະແດງອີກໜຶ່ງທ່ານທີ່ມີຜົນງານຜ່ານມາຢ່າງຫຼວງຫຼາຍ ແລະ ຄົນກໍ່ຈະຮູ້ຈັກ ເອີ້ນຊື່ກັນຕິດປາກໃນບົດບາດຂອງ “ແມ່ຍິງ ຈັນວາດ” ໃນລະຄອນຍອດຮິດ “ບຸບເພສັນນິວາດ” The starry night ? #andiwasoneofthestar #luckygirl #thankyoumybestteam A post shared by Prang Kannarun (@ladiiprang) on Aug 8, …

Read More »

ແຟນຄລັບກຣີດໆໆໆ! ລວມຕົວຊຸບເປີສະຕາດັງຂອງປະເທດເພື່ອນບ້ານ ທີ່ປະເທດລາວ!!!

ກຣີດໆໆໆ! ໃນວັນທີ 8/8/2018 ທີ່ຜ່ານມາ ເອີ້ນໄດ້ວ່າເປັນການລວມຕົວຂອງເຫຼົ່າຊຸບເປີສະຕາດັງຂອງປະເທດເພື່ອນບ້ານທີ່ເດີນທາງມາ ປະເທດລາວ ເລີຍກໍ່ວ່າໄດ້ ເພາະມີການເດີນທາງມາຂອງນັກສະແດງຊື່ດັງຫຼາຍທ່ານເຊັ່ນ: ເບີດ ທົງໄຊ ເມັກອິນໄຕ໋, ຢ່າຢ່າ ຫຍິງ, ແກ້ມ ວິສະຢານີ, ປາງ ກັນນະຣັນ, ອາ ເດິສະຕຣາ ແລະ ນິ້ງ ໂສພິຕາ Miss Universe Thailand 2018. ສຳລັບການມາຂອງພວກເຂົາໃນເທື່ອນີ້ແມ່ນໄດ້ມາທີ່ ນະຄອນປາກເຊ ແຂວງ ຈຳປະສັກ ປະເທດລາວ ເພື່ອເຮັດການສະແດງລະຄອນເພງນັ້ນເອງ. (ຢ່າງໃດກໍ່ຂໍຕ້ອນຮັບນັກສະແດງທຸກໆທ່ານເຂົ້າສູ່ປະເທດລາວ) ຮູບພາບ: IG/ningsophidaa, gamwichayanee, ladiiprang,realyingrhatha

Read More »

ລວມພາບ ໝໍ ແນ່ງ ໃນການລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບໄພ (#ແມ່ຍິງລາວຄົນເກັ່ງ2018)

ເຊື່ອວ່າແຟນໆຄົງຈະໄດ້ຮູ້ກັນແດ່ແລ້ວ ກ່ຽວກັບຊື່ສຽງຮຽງນາມຂອງ ດຣ. ຈັນດາລີ ສິດພະໄຊ ຫຼື ທີ່ຮູ້ກັນໃນນາມ ໜໍ ແນ່ງ ເຊິ່ງບໍ່ພຽງແຕ່ໃນປະເທດລາວເຮົາທີ່ໃຫ້ຄວາມສົນໃຈກ່ຽວກັບ ໝໍ ແນ່ງ ຄົນນີ້ ເພາະຍັງມີສື່ມວນຊົນຕ່າງຊາດໃຫ້ຄວາມສົນໃຈ ແລະ ໃນເທີງໂລກອອນລາຍກໍ່ມີການ ກົດໄລ້ ກົດແຊຣຮູບພາບ ແລະ ມີການກ່າວເຖິງໝໍສາວຄົນນີ້ກັນຢ່າງຫຼວງຫຼາຍ. ໃນມື້ນີ້ ຂວັນໃຈ ເຮົາຈຶ່ງບໍ່ພາດທີ່ຈະລວບລວມເອົາຮູບພາບໃນຂະນະປະຕິບັດໜ້າທີ່ ລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບໄພທາງພາກໃຕ້ຂອງ ໝໍ ແນ່ງ ມາຝາກ… ສຳລັບ ໝໍ ແນ່ງ ຈັນດາລີ ເປັນເນັດໄອດໍ້ລາວອີກໜຶ່ງຄົນ ເປັນແມ່ຍິງທີ່ມີຄວາມສາມາດຮອບດ້ານ ສາມາດເວົ້າໄດ້ຫຼາຍພາສາເຊັ່ນ: ອັງກິດ, ຈີນ, ໄທ ປັດຈຸບັນແມ່ນກຳລັງສຶກສາຕໍ່ຢູ່ທີ່ ປະເທດ ອັງກິດ ແລະ ສຳລັບວຽກງານໃນວົງການບັນເທີງ ໝໍ ແນ່ງ ເປັນເຈົ້າຂອງມົງກຸດ ມິສລັກ ປີ2004 ແລະ ມີຜົນງານທາງດ້ານວົງການບັນເທີງເຊັ່ນການສະແດງຮູບເງົາຫຼາຍເລື່ອງ ມີຜົນຖ່າຍແບບໃຫ້ວາລະສານດັງຫຼາຍສະບັບ …

Read More »