Breaking News

ຂ່າວບັນເທີງໃນປະເທດ

7 ຈຸດຊົມວິວ ໃບໄມ້ປ່ຽນສີທີ່ເກົາຫລີ ຖ່າຍຮູບງາມໆລົງ Social …

ລະດູໃບໄມ້ປ່ຽນສີ ຫຼື ລະດູໃບໄມ້ຫຼົ່ນ (ປະເທດເກົາຫລີ) ຖືວ່າເປັນໄລຍະທີ່ແສນຈະໂຣແມນຕິກ ເພາະຕົ້ນໄມ້ຈະພາກັນພັດປ່ຽນໃບ ປ່ຽນເປັນໂທນສີສົ້ມ, ແດງ, ເຫຼືອງ ເບິ່ງສົດໄສ ເຮັດໃຫ້ເຮົາດື່ມດໍາກັບທໍາມະຊາດແບບຟີນໆ ແລະ ພິເສດໄປກວ່ານັ້ນຄື ຈະມີພຽງປີລະຄັ້ງເທົ່ານັ້ນ… ປົກກະຕິແລ້ວ ໃບໄມ້ປ່ຽນສີຢູ່ທີ່ເກົາຫລີຈະເກີດຂຶ້ນໃນໄລຍະ ທ້າຍເດືອນຕຸລາ-ຕົ້ນເດືອນພະຈິກ ແລ້ວແຕ່ສະພາບອາກາດ ເຊິ່ງມື້ນີ້ ຂວັນໃຈກໍຢາກຈະມາບອກລ່ວງໜ້າກ່ຽວກັບຈຸດຊົມວິວ ທີ່ຈະເຮັດໃຫ້ສາວໆໄດ້ບັນຍາກາດແບບຟີນໆທີ່ສຸດ ແລະ ໄດ້ຮູບງາມທີ່ສຸດ ມາອ້າງໝູ່ໃນ Social ໃຫ້ອິດສາຕາຮ້ອນໄປເລີຍ ແບບວ່າບໍ່ໄດ້ບໍ່ໄດ້ແລ້ວ… 1. ອຸທະຍານແຫ່ງຊາດ ຊໍຣັກຊານ ສະຖານທີ່ແຫ່ງນີ້ ຕັ້ງຢູ່ໃນເມືອງຊົກໂຊ ແຂວງຄັງວອນໂດ ທາງຕາເວັນອອກຂອງເກົາຫລີ ຈຸດເດັ່ນຄື ມີທີວທັດທີ່ອ້ອມລ້ອມໄປດ້ວຍພູຜາ ແລະ ທໍາມະຊາດທີ່ອຸດົມສົມບູນ ຕາມສາຍາທີ່ເອີ້ນກັນວ່າ ສະວິດເຊີແລນເກົາຫລີ. ໂດຍສະເພາະໃນລະດູໃບໄມ້ຫຼົ່ນ ບັນດາຕົ້ນໄມ້ ແລະ ຕົ້ນເມເປີ້ນຕ່າງໆ ທີ່ຢູ່ອ້ອມອຸທະຍານກໍຈະປ່ຽນເປັນສີສົ້ມ, ແດງ, ເຫຼືອງ ແຈກຄວາມງົດງາມໄປທົ່ວໜ່ວຍພູ. ສໍາລັບຄ່າເຂົ້າສະຖານທີ່ແມ່ນ: ຜູ້ໃຫຍ່ຄົນລະ …

Read More »

ໜ້າຮັກຫຼາຍໆ! ເຈ້ຍ ປາຊີຟິກ ເຜີຍພາບຄອບຄົວສຸດອົບອຸ່ນ ແຟນຄລັບຮ່ວມສະແດງຄວາມຍິນດີ

ຫຼັງຈາກທີ່ຄົບຫາເບິ່ງໃຈກັນມາເປັນເວລາຫຼາຍປີ ສຳລັບ ເຈ້ຍ ປາຊີຟິກ ແລະ ໄຊ ທະວີໄຊ ຫຼ້າສຸດ ກໍ່ມີພະຍານຮັກໂຕນ້ອຍໆອອກມາແລ້ວໃນວັນທີ 8 ສິງຫາ 2018 ທີ່ຜ່ານມາ ເປັນລູກຊາຍ ນາມວ່າ “ເວຫາ”ນໍ້າໜັກແລກເກີດ 3.33 kg. ຫຼ້າສຸດ ເຈ້ຍ ປາຊີຟິກ ຍັງໄດ້ໂພສຜ່ານເຟສບຸກສ່ວນຕົວວ່າ: “ຄໍ້າກໍາຮັບອ້າຍ ເວຫາ ກັບບ້ານ ໃຜຢາກມາ ຫລີ້ນໄພ້ ກິນເຂົ້າປຸ້ນ ກິນເຂົ້າປຽກ ແລະ ອາຫານແຊບໆ ເຊີນມາໂລດເດີ້ ຢູ່ບ້ານສາຍນໍ້າເງີນ ຖາມທາງມາທາງເຟດບຸກກະໄດ້ ສົ່ງຂໍ້ຄວາມມາເລີຍ ຍິນດີຕ້ອນຮັບ ທຸກໆຄົນເດີ້” “ພໍ່ເຖົ້າໃຫຍ່ ພໍ່ເຖົ້າ ສີສະຫວາດ ແກ້ວບຸນພັນ ມາອຸ້ມຮັບຂວັນຫລານຊາຍ ທ້າວ ເວຫາ ແກ້ວບຸນພັນ ??” ຢ່າງໃດ ຂວັນໃຈ ແລະ ແຟນໆ ກໍ່ຂໍສະແດງຄວາມຍິນດີກັບພໍ່ແມ່ມືໃໝ່ ອ້າຍ …

Read More »

ສ່ອງ! ນິ້ງ ໂສພິດາ MUT ສາວງາມວ່າທີ່ປະເທດເຈົ້າພາບ Miss Universe 2018

ຊ່ວງນີ້ກະແສນາງງາມກຳລັງມາແຮງ  ເລີຍຢາກພາແຟນໆມາເຮັດຄວາມຮູ້ຈັກກັບສາວງາມຈາກປະເທດຕ່າງໆ  ນິ້ງ ໂສພິດາ ການຈະນະລິນ  Miss Universe Thailand 2018 ປີນີ້ຖືວ່າເປັນປີທີ່ພິເສດແດ່ ເພາະຈະມີການຈັດການປະກວດໃນເວທີ ນາງງາມຈັກກະວານ ( Miss Universe 2018) ໃກ້ໆກັບປະເທດລາວເຮົາ ຈັດຂື້ນທີ່ປະເທດໄທ. ສຳລັບມື້ນີ້ລອງມາສ່ອງໂປຟາຍຂອງສາວງາມຈາກປະເທດເພື່ອນບ້ານ ນິ້ງ ໂສພິດາ ການຈະນະລິນ  Miss Universe Thailand 2018  ອາຍຸ 23 ປີ ລວງສູງ 169 ຊັງຕີແມັດ ນິ້ງເປັນສາວງາມດີກຼີນັກຮຽນນອກ ຈົບການສຶກສາລະດັບປະລິນຍາຕີຈາກຄະນະ Business administration  ສາຂາ Finance ຈາກ University of Nevada, Las Vegas ດ້ວຍກຽດນິຍົມອັນດັບ 2 ແຖມຍັງໄດ້ຮັບລາງວັນໃນຖານະນັກຮຽນດີເດັ່ນ ຈາກ ອະດີດປະທານນາທິບໍດີ ບາຣັກ ໂອບາມາ ແລະ ກ່ອນໜ້າທີ່ຈະໄດ້ຮັບຕຳແໜ່ງນາງເຄີຍດຳລົງຕຳແໜ່ງຜູ້ຈັດການທະນະຄານທະຫານໄທ …

Read More »

ນາງສາວລາວ ປີ 2011 ພົບປະແຟນໆນາງງາມ ພ້ອມຈັດລຸກທີ່ເບິ່ງແລ້ວງົດງາມຫຼາຍໆ

ທິດາລັດ ວົງສິຣິ (ລູກນໍ້າ) ນາງສາວລາວ ປີ 2011 ພົບປະແຟນໆນາງງາມ ມາພ້ອມກັບລຸກທີ່ເບິ່ງແລ້ວ ໜ້າຮັກ ສົດໃສ…ງົດງາມສົມກັບເປັນ ນາງສາວລາວ. ແລະ ຍັງມີພາບບັນຍາກາດທີ່ ສາວ ລູກນໍ້າ ພ້ອມກັບບັນດານາງສາວລາວເຊັ່ນ: ໄພລິນດາ ພິລາວັນ (ກິກ) ນາງສາວລາວ ປີ 2009, ມາໄລທິບ ສິງສາຫະນາດ ນາງສາວລາວ ປີ 2010, ຄຣິດຕິນາ ລາສະສິມມາ ນາງສາວລາວ ປີ 2012 ແລະ ດວງພະໄທ ເມກສີທອງ ນາງສາວລາວ ປີ 2017 ໄດ້ພົບປະແຟນໆນາງງາມ ແບບໄກ້ຊິດເປັນພາບທີ່ໜ້າຮັກຫຼາຍໆ… ຂໍຂອບໃຈຮູບພາບຈາກ:Louknum Vongsili , Alex Aliya Soundala  

Read More »

ແຟນຄລັບມີກຣີດໆໆໆ! The Toys ນັກຮ້ອງສຸດແນວ ໂຊພະລັງສຽງທີ່ປະເທດລາວ

ກຣີດໆໆໆ! ຂໍບອກວ່າງານນີ້ແຟນຄລັບຊາວລາວເຮົາມີກຣີດໆໆໆ…ກັນແນ່ນອນ ໃນມື້ນີ້ ຊະນີIndy ຈະມາເລົ່າຂ່າວທີ່ແບບວ່າຮູ້ແລ້ວຕ້ອງຮ້ອງ ວ້າວວວ ເພາະວ່າ ໃນວັນທີ 13 ສິງຫາ 2018 ທີ່ຜ່ານມາ The Toys ນັກຮ້ອງທີ່ກຳລັງ Hot and Hit ມາແຮງທີ່ສຸດໃນເວລານີ້ຂອງປະເທດເພື່ອນບ້ານ (ປະເທດໄທ) ໄດ້ເດີນທາງມາໂຊພະລັງສຽງ ມ່ວນໆ ຫວານໆ ໃຫ້ແຟນຄລັບຊາວລາວໄດ້ຟັງກັນແບບໃກ້ຊິດ. ສຳລັບ  The Toys ເຊື່ອວ່າແຟນໆຊາວລາວເຮົາບໍ່ໜ້ອຍທີ່ເປັນແຟນຄລັບຂອງໜຸ່ມຄົນນີ້ເຊັ່ນດຽວກັນ ນອກຈາກຄວາມສາມາດທາງດ້ານການຫຼິ້ນດົນຕີຫຼາຍຊະນິດ Toy ກໍ່ຍັງມີຜົນງານເພງທີ່ມ່ວນ ຮິດຕິດຫູຫຼາຍເພງເຊັ່ນ: ໜ້າໜາວທີ່ແລ້ວ, 04:00, ກ່ອນລະດູຝົນ, ຂໍໂທດທີ່ເປັນແບບນີ້, ນອນໄດ້ແລ້ວ ແລະ ຍັງມີອີກຫຼາຍຫຼາຍເພງທີ່ຮິດຕິດກະແສ ແລະ ນອກຈາກນັ້ນໜຸ່ມຄົນນີ້ກໍ່ຍັງມີ style ທີ່ບໍ່ຄືໃຜ ເປັນຕົວຂອງຕົວເອງ ບອກເລີຍວ່າມີຄວາມແນວສຸດໆ ຈົນເຮັດໃຫ້ມີແຟນຄລັບຕິດຕາມເປັນຈຳນວນຫຼວງຫຼາຍ. บินมาเพื่อรูปนี้ ?? สุดจริงๆคนนี้ ฟินทุกรอบที่ดูนางบนเวที @thetoysthetoysthetoys …

Read More »