ໃນວັນທີ 2 ສິງຫາ 2018 ໄດ້ມີການແຈ້ງຂ່າວວ່າ ໜຸ່ມ Si-won ແຫ່ງວົງ “Super Junior” ນັກຮ້ອງຊື່ດັງຈາກ ສ.ເກົາຫລີ ຈະເດີນທາງມາຊ່ວຍເຫຼືອຜູ້ປະສົບໄພທີ່ ເມືອງສະໜາມໄຊ ແຂວງອັດຕະປື ສປປລາວ, ເລີ່ມແຕ່ວັນທີ 2-4 ສິງຫາ 2018 ນີ້, ໂດຍ Si-Won ໄດ້ເປັນອາສາສະໝັກໃຫ້ກັບ UNICEF ໃນໂຄງການ “Smile for U “ . ສຳລັບ Si-won ເປັນນັກຮ້ອງ,ນັກສະແດງ,ນາຍແບບ,ນັກເຕັ້ນທີ່ມີຊື່ສຽງຂອງ ສ.ເກົາຫລີ, ແຈ້ງເກີດມາຈາກການເປັນໜຶ່ງໃນສະມາຊິກວົງ “Super Junior” ເປັນວົງທີ່ໄດ້ຮັບຄວາມນິຍົມຈາກຄົນທົ່ວໂລກ, ປັດຈຸບັນ Si-won ອາຍຸ 32 ປີ ແລະ ນອກຈາກວຽກໃນວົງການບັນເທິງແລ້ວ Si-won ຍັງເປັນອາສາສະໝັກໃຫ້ແກ່ອົງການ UNICEF ອີກດ້ວຍ. ເຫັນຄວາມຊ່ວຍເຫຼືອທີ່ຫຼັງໄຫຼ ພ້ອມກັບນໍ້າໃຈຈາກທຸກຫົນແຫ່ງແລ້ວ ພວກເຮົາຊາວລາວກໍ່ພໍຍິ້ມໄດ້, ຢ່າງໃດ ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ …
Read More »ຂ່າວບັນເທີງໃນປະເທດ
ທີມຂ່າວໄທໂພສຊຶ້ງເຖິງນໍ້າໃຈຄົນລາວທີ່ມີໃຫ້ ໃນຂະນະເດີນທາງມາເຮັດຂ່າວທີ່ອັດຕະປື
ຫຼ້າສຸດເກີດມີໂມເມັ້ນແຫ່ງຄວາມປະທັບໃຈ ເນື່ອງຈາກວ່າ ຖາປະນີ ອຽດສີໄຊ ນັກຂ່າວຊ່ອງ 3 ຈາກປະເທດໄທ ໄດ້ໂພສຜ່ານເຟສບຸກສ່ວນຕົວ ຍົກຍ້ອງເຖິງນໍ້າໃຈຂອງຄົນລາວ ທີ່ໄດ້ໃຫ້ທີ່ຢູ່ອາໃສຕົນ ພ້ອມດ້ວຍທີມງານ ໃນຂະນະທີ່ມາເຮັດຂ່າວທີ່ ມ.ສະໜາມໄຊ ແຂວງອັດຕະປື. “ຂອບໃຈຫຼາຍໆກັບນໍ້າໃຈຂອງພໍ່ທອງ ແລະ ຄອບຄົວທີ່ໃຫ້ພວກເຮົາໄດ້ນອນທີ່ບ້ານຂອງພໍ່ແມ່ລະຫວ່າງເຮັດຂ່າວໃນ ມ.ສະໜາມໄຊ ແຂວງອັດຕະປື ສປປ ລາວ ທັງໆທີ່ບ້ານພໍ່ຕູ່ແມ່ຕູ້ ກໍ່ເສຍຫາຍຈາກເຫດເຂື່ອນແຕກທັງຫຼັງ ພໍ່ຕູ່ແມ່ຕູ້ກໍ່ເປັນຜູ້ປະສົບໄພ ພີ່ນ້ອງກໍ່ເສຍຊີວິດຈາກເຫດການນີ້ດ້ວຍ ຂໍສະແດງຄວາມເສີຍໃຈຫຼາຍໆໃຫ້ກຳລັງໃຈທຸກຄົນ ຮັກ ຜູກພັນໝັ້ນຈິດ” (ມີຄລິບທີ່ຄອບຄົວຜູ້ປະສົບໄພ ມັດແຂນ ໃຫ້ທີມຂ່າວຈາກປະເທດໄທ ເປັນພາບທີ່ປະທັບໃຈຫຼາຍໆ…) ขอบคุณพ่อทอง แม่คำ เมืองสนามไช,สปป.ลาว ที่มีน้ำใจให้นอนที่บ้านที่ดูแลตลอดเวลามาทำข่าวที่สนามไช ขอบใจหลายๆค่ะ Posted by Thapanee Ietsrichai on Tuesday, July 31, 2018 ເຫັນແລ້ວຮູ້ສຶກປະທັບໃຈ ລາວ-ໄທ ບໍ່ຖິ້ມກັນ, …
Read More »ພຽງແຕ່ໄດ້ຍິນຄຳນີ້…ກໍ່ເຮັດໃຫ້ Dj ມະຕູມ ມີແຮງສູ້ເພື່ອພີ່ນ້ອງຊາວລາວ!!!
Dj ມະຕູມ ເປັນອີກໜຶ່ງສິລະປິນຈາກປະເທດເພື່ອນບ້ານ (ປະເທດໄທ) ທີ່ໄດ້ເດີນທາງລົງພາກໃຕ້ ປະເທດລາວ ເພື່ອເຂົ້າຊ່ວຍເຫຼືປຜູ້ປະສົບໄພ ນໍ້າຖ້ວມ ແລະ ກ່ອນໜ້ານີ້ ຂວັນໃຈ ເຮົາກໍ່ໄດ້ມີການນໍາສະເໜີຂ່າວຂອງ Dj ຄົນນີ້ ເພາະການມາຂອງເພິ່ນເປັນມີອຸປະສັກຫຼາຍຢ່າງ ບໍ່ເປັນໄປຕາມແຜນທີ່ວາງໄວ ແຕ່ດ້ວຍຄວາມພະຍາຍາມ ແລະ ຕ້ອງການຊ່ວຍເຫຼືອຜູ້ປະສົບໄພຊາວລາວເຮົາແລ້ວຈຶ່ງເຮັດໃຫ້ເພິ່ນສູ້ບໍ່ຖອຍ. ຫຼ້າສຸດ ເມື່ອບໍ່ດົນມານີ້ Dj ມະຕູມ ກໍ່ໄດ້ໂພສຮູບພາບ ແລະ ຄລິບ ທີ່ເຮັດໃຫ້ຊຶ້ງໃຈໄປຕາມໆກັນ ເປັນຮູບພາບຂອງການເຂົ້າຊ່ວຍເຫຼືອ ພີ່ນ້ອງຊາວລາວທີ່ໄດ້ຮັບຜົນກະທົບຈາກ ນໍ້າຖ້ວມ ແລະ Dj ມະຕູມ ກໍ່ໄດ້ລົງຂີ່ເຮືອ ເອົາເຄື່ອງຂອງຕ່າງໆໄປໃຫ້ ຈົນເກີດຄລິບແຫ່ງຄວາມດີໃຈນີ້ເກີດຂຶ້ນ ເພາະມີພີ່ນ້ອງຊາວລາວເຮົາກ່າວ “ຂອບໃຈ ແລະ ອວຍພອນ” ເພ Posted by Techin Ploypetch on Monday, July 30, 2018 ຫັນຄວາມຊ່ວຍເຫຼືອທີ່ຫຼັງໄຫຼ ພ້ອມກັບນໍ້າໃຈຈາກທຸກຫົນແຫ່ງແລ້ວ …
Read More »ຄົນລາວກຽມເຊຍ! ອອນອານົງ Miss Universe Laos ຈະເດີນທາງໄປປະກວດ Miss Universe 2018 ທີ່ປະເທດ…
Confirm!!! ເປັນທີ່ຮຽບຮ້ອຍແລ້ວວ່າ ອອນອານົງ ຫອມສົມບັດ Miss Universe Laos 2018 ຕົວແທນສາວງາມຈາກ ປະເທດລາວ ຈະເດີນທາງໄປປະກວດໃນເວທີ Miss Universe 2018 ທີ່ປະເທດເພື່ອນບ້ານ (ປະເທດໄທ) ເຊິ່ງໄດ້ມີການຈັດພິທີຖະແຫຼງຂ່າວການຈັດງານ Miss Universe 2018 ທີ່ ປະເທດໄທ ຂຶ້ນຢ່າງເປັນທາງການໃນຕອນບ່າຍຂອງ ວັນທີ 31 ກໍລະກົດ 2018, ເຊິ່ງ Miss Universe 2018 ຈະຈັດຂຶ້ນທີ່ປະເທດໄທ. ອົງກອນ Miss Universe ໄດ້ປະກາດໃນຖະແຫລງການວ່າ ອົງກອນໄດ້ ມອບ “ສິດທິພິເສດພຽງຜູ້ດຽວ” ໃຫ້ແກ່ບໍລິສັດໄທໃນການເປັນຜູ້ຈັດການປະກວດໃນເດືອນທັນວາ, ປັດຈຸບັນມີ 50 ປະເທດ ທີ່ໄດ້ສົ່ງຕົວແທນຢ່າງເປັນທາງການ ແລະ ໜື່ງໃນນັ້ນມີຕົວແທນຈາກປະເທດລາວ. (ຄົນລາວເຮົາຢ່າລືມກຽມລຸ້ນ ກຽມເຊຍ ເປັນກຳລັງໃຈໃຫ້ Miss Universe Laos ເຮົາກັນແດ່ເດີ້) ຮູບພາບຈາກ: target …
Read More »ສະດຸດຕາສື່ມວນຊົນຕ່າງຊາດ ຖາປະນີ (ນັກຂ່າວຊ່ອງ3 ໄທ) ເຖິງຂັ້ນໂພສ “ໝໍລາວໜ້າຮັກເນາະ”
ເປັນທີ່ສະດຸດຕາ ແລະ ສົນໃຈຂອງ ສື່ມວນຊົນຕ່າງຊາດ ສຳລັບ ໝໍ ແນ່ງ ຈັນດາລີ ສິດພະໄຊ (ເນັດໄອດໍ້-ເຊເລບ) ແລະ ທີມແພດລາວ ທີ່ໄດ້ລົງພື້ນທີ່ໄປຊ່ວຍເຫຼືອຜູ້ປະສົບໄພທີ່ ມ.ສະໜາມໄຊ ແຂວງ ອັດຕະປື, ຈົນເຮັດໃຫ້ເກີດພາບໜ້າຮັກໆລະຫວ່າງສື່ມວນຊົນຕ່າງຊາດ ແລະ ທີມແພດລາວເກີດຂຶ້ນ. ເຊິ່ງ ຖາປະນີ ອຽດສີໄຊ ນັກຂ່າວຊ່ອງ3 ປະເທດໄທ ກໍ່ອົດບໍ່ໄດ້ທີ່ຈະໂພສຮູບພາບຜ່ານເຟສບຸກພ້ອມຂຽນແຄັບຊັ່ນວ່າ: “ໝໍ ແນ່ງ ໝໍ ນໍ້ານິ່ມ ໝໍເຕ້ ໝໍລາວໜ້າຮັກເນາະ ເພື່ອຜູ້ປະສົບໄພລາວສິໄດ້ມີກຳລັງໃຈຫຼາຍໆ, ໝໍ ແນ່ງ ຍັງສຶກສາທີ່ ປະເທດ ອັງກິດ ລະຫວ່າງກັບມາພັກຈຶ່ງມາຊ່ວຍຜູ້ປະສົບໄພ #PrayforAttapue “ ນອກຈາກ ສື່ມວນຊົນຈາກ ຊ່ອງ3 ໄທ ແລ້ວ ກໍ່ຍັງມີບັນດາສື່ມວນຊົນອີກຫຼາຍໆຊ່ອງໃຫ້ຄວາມສົນໃຈ ທີມແພດຈາກປະເທດລາວ. (#ແຊຣໄປໃຫ້ໂລກຮູ້ວ່ານີ້ຄືທີມແພດລາວ) ຮູບພາບຈາກ: Chandaly Ningnang Sitpraxay, …
Read More »