Breaking News

ຂ່າວບັນເທີງໃນປະເທດ

ຢາກຫຸ່ນດີ ແຕ່ເວລາໜ້ອຍ ເຮັດແນວໃດດີນໍ້? ສູດເດັດຫຼຸດນໍ້າໜັກພາຍໃນ 5 ນາທີ!!!

 ສູດຫຼຸດນໍ້າໜັກ ພາຍໃນ 5 ນາທີ ຢາກຫຸ່ນດີ ແຕ່ເວລາໜ້ອຍ ເຮັດແນວໃດດີນໍ້? ບໍ່ຕ້ອງກັງວົນເດີ້ ຂວັນໃຈ ໄດ້ນໍາເອົາເຄັດລັບການຫຼຸດນໍ້າໜັກງ່າຍໆໃຜໆກໍ່ເຮັດໄດ້ມາແນະນໍາ ເຊິ່ງໃຊ້ເວລາໃນການອອກກໍາລັງກາຍພຽງແຕ່ 5 ນາທີຕໍ່ມື້ເທົ່ານັ້ນ ສາວໆກໍສາມາດມີຫຸ່ນທີ່ດີທີ່ງາມໄດ້ ແລະຈະມີທ່າໃດແດ່ນັ້ນເຮົາໄປເບິ່ງກັນເລີຍ… ໜ້າທ້ອງແບນລຽບດ້ວຍການຢືດຮ່າງກາຍ ກໍານົດລົມຫາຍໃຈໄວ້ຢູ່ທ້ອງ ຍົກມືຂຶ້ນສູງເໝືອຫົວ ໃຫ້ແຂນແນບໄວ້ຂ້າງຫູທັງສອງຂ້າງ ອ້າຂາອອກໃຫ້ເປັນມຸມ 45 ອົງສາ ງໍຫົວເຂົ່າ ໃຫ້ຮູ້ສຶກວ່າຢືນສະບາຍໆຄ້າງໄວ້ 30 ວິນາທີ ຫາຍໃຈເຂົ້າທາງດັງ ແລະ ຫາຍໃຈອອກທາງປາກ 30 ວິນາທີຄືກັນ ຍົກມືຂຶ້ນສູງເໜືອຫົວ ໃຫ້ແຂນແນບໄວ້ຂ້າງຫູທັງສອງຂ້າງຄືເກົ່າ ງ່ຽງລໍາຕົວໄປດ້ານຫຼັງ ເພື່ອກໍານົດລົມຫາຍໃຈທີ່ໜ້າທ້ອງໄດ້ຢ່າງສົມບູນ ຍົກມືຂຶ້ນສູງ ຈາກນັ້ນຜ່ອນຄາຍດ້ວຍການຄ່ອຍໆໂນ້ມຕົວກົ້ມລົງໄປດ້ານໜ້າ ຕາມດ້ວຍບິດຕົວໄປດ້ານຊ້າຍ ແລະ ຂວາເພື່ອໃຫ້ຮູ້ສຶກຜ່ອນຄາຍ ຫຼຸດກົ້ນ ແລະ ສະໂພກດ້ວຍການອອກກໍາລັງກາຍທ່ານີ້ ນັ່ງຕັ້ງເຂົ່າ ຈາກນັ້ນນໍາຂາຂ້າງຊ້າຍວາງພາດໄວ້ເທິ່ງຫົວເຂົ່າດ້ານຂວາ ໂດຍໃຊ້ແຂນທັງສອງຂ້າງຢັນພື້ນເອົາໄວ້ ການຍົກຕີນຂຶ້ນພາດຫົວເຂົ່າ ຈະຊ່ວຍເປີດສະໂພກ, ກົ້ນ ແລະ …

Read More »

ງາມແຮງ ແພງຫຼາຍ! ບໍ່ອະລັງການ ບໍ່ແມ່ນ…ລູກນໍ້າ ທິດາລັດ!

ໃນຊ່ວງທ້າຍອາທິດທີ່ຜ່ານມາວົງການບັນເທີງບ້ານເຮົາຄຶກຄື້ນເປັນພິເສດ ເພາະມີງານເດີນແຟຊັ່ນໂຊ “Vientiane Wow Fashion Week 2018” ແລະ ໃນງານນີ້ຈະຂາດສາວຄົນນີ້ແມ່ນບໍ່ໄດ້ເລີຍ ລູກນໍ້າ ທິດາລັດ ວົງສິຣິ ດາລາ-ນັກສະແດງແຖວໜ້າ ເຊິ່ງງານນີ້ ລູກນໍ້າ ອອກມາເສີດສາຍໃນຊຸດສີຂາວ ເບິ່ງແລ້ວສຸດແສນຈະເພີເຟັກ ໂດຍຊຸດຂອງລູກນໍ່້າອອກແບບໂດຍ ນັກອອກແບບໜຸ່ມນ້ອຍ ບິນລີ່ ສີອຳພັນ ແລະ ໄດ້ຊ່າງແຕ່ງໜ້າສີມືດີ ອາເລັກ ອະລິຍາ ມາເນລະມິດໃຫ້ລູກນໍ້າເຈີດຈະຫຼັດໃນເວທີດັງກ່າວ, ງານນີ້ຄະແນນເຕັມ 10 ໄປເລີຍ!!! ລຸກນີ້ ສາວ ລູກນໍ້າ ງາມແຮງ ແພງຫຼາຍອີ່ຫລີຂໍຍອມມມມ! ບໍ່ແມ່ນແຕ່ໃນເວທີທີ່ນາງເລີດ ນອກເວທີນາງກໍ່ເລີດເຊັ່ນກັນເດີ້ແຟນໆໆ ຮູບພາບ: Louknum Vongsili

Read More »

ມາສ່ອງ! ເທນເນີ້ສາວໜ້າຫວານ ຫຸ່ນສຸດເຊັກຊີ່ (ອິດສາຫຸ່ນ)

ໂອ້ວ້າວວວວ! ຢາກຈະບອກວ່າມື້ນີ້ ຊະນີIndy ຈະພາມາລັດເລາະແຖວໆຟິດເນັດ ພໍດີໄປເຈິສາວຄົນໜຶ່ງສະດຸດຫູສະດຸດຕາ ໜ້າຕາຫວານໆ ແຕ່ຫຸ່ນນາງນັ້ນຟິດແອນເຟີມ ກ້າມແໜ້ນໆ ເປັນມັດໆ ເຊັກຊີ່ຮ້າຍຍຍ (ເຫັນຫຸ່ນແລ້ວອິດສາຄ່ອຍໆ 555)… ເລີຍໄດ້ໄປສ່ອງໂປຟາຍຂອງນາງມາຝາກແຟນໆນຳເດີ້!!! ສາວໜ້າຫວານຄົນນີ້ນາງມີຊື່ວ່າ ທິບພະພອນ ເພັງສະຫວັນ (ເຟື້ອງ) ອາຍຸ 30 ປີ ປະຈຸບັນນາງເປັນຄູເຝິກສອນອອກກຳລັງກາຍ (Trainer) ຢູ່ທີ່ Up2U Fitness ແລະ ນາງມີດີຼກຼີເປັນເຖິງອາດີດນັກກິລາບານບ້ວງທີມຊາດລາວ (Basketball) ແລະ ນາງຍັງເຄີຍເຂົ້າຮ່ວມປະກວດກິລາເພາະກາຍປະເພດ ໂມເດວ ທີ່ປະເທດໄທ ໃນງານ “Thailand International Expo 2017″ແລະ ໄດ້ລາງວັນອັນດັບທີ 7 ພຸ້ນໄດ໋ (ກໍ່ບໍ່ໜ້າແປກທີ່ໄດ້ ເພາະນາງກໍ່ເລີດດດ) ຕໍ່ຈາກນັ້ນນາງກໍ່ໄດ້ເຂົ້າແຂ່ງຂັນໃນງານ “Fitness Angel Modle” ທີ່ປະເທດໄທ ແລະ ຍັງຮ່ວມແຂ່ງຂັນໃນເວທີ “Mr. …

Read More »

ຄວນຮູ້! ເງື່ອນໄຂ ແລະ ຂອບເຂດ ຂອງການເຮັດວຽກເພີ່ມໂມງ ຫຼື OT

ພະນັກງານ Office ທັງຫຼາຍເອີຍ! ການເຮັດວຽກເພີ່ມໂມງ ຫຼື Overtime (OT) ເປັນສິ່ງທີ່ເກີດຂຶ້ນໄດ້ໃນທຸກໆບໍລິສັດ ແລະອົງການຈັດຕັ້ງ ສະນັ້ນ  ເງື່ອນໄຂ ແລະຂອບເຂດຂອງການເຮັດວຽກເພີ່ມໂມງ ທີ່ຖືກຕ້ອງຕາມ ກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ (2014) ຂອງບ້ານເຮົາ ຈຶ່ງເປັນສິ່ງທີ່ເຮົາຄວນຮູ້ ແລະ ເຂົ້າໃຈໄວ້ ເພື່ອປ້ອງກັນການຖືກເອົາປຽບ ຫຼືຖືກໃຊ້ເຮັດວຽກເກີນຂອບເຂດທີ່ກົດໝາຍເພິ່ນກຳນົດໄວ້ ລາຍລະອຽດຈະມີແນວໃດ ໄປເບິ່ງພ້ອມກັນເລີຍ:   ມາດຕາ 53. ການເຮັດວຽກເພີ່ມໂມງ: ໃນກໍລະນີ ມີຄວາມຈຳເປັນ ຜູ້ໃຊ້ແຮງງານ ສາມາດຮຽກຮ້ອງໃຫ້ຜູ້ອອກແຮງງານ ເຮັດວຽກເພີ່ມໂມງ ແຕ່ຕ້ອງໄດ້ຮັບຄວາມເຫັນດີຈາກໜ່ວຍກຳມະບານ ຫຼືຜູ້ຕາງໜ້າຜູ້ອອກແຮງງານ ຫຼືຜູ້ອອກແຮງງານສ່ວນຫຼາຍເສຍກ່ອນ. ຊົ່ວໂມງເຮັດວຽກເພີ່ມ ໃນເດືອນໜຶ່ງ ບໍ່ໃຫ້ເກີນ 45 ຊົ່ວໂມງ ຫຼື ວັນໜຶ່ງ ບໍ່ໃຫ້ເກີນ 3 ຊົ່ວໂມງ, ແຕ່ບໍ່ໃຫ້ເຮັດວຽກເພີ່ມໂມງເກີນ 4 ວັນ ຕິດຕໍ່ກັນ …

Read More »

 ແມ່ຍິງລາວຜົນງານແຕ້ມຮູບດັງໄກລະດັບໂລກ ໃຜວ່າແມ່ຍິງເປັນສິລະປິນບໍ່ໄດ້?

Hello ໝູ່ເພື່ອນທຸກໆຄົນ ເວົ້າເຖິງເລື່ອງສິລະປະເປັນຫຍັງທີ່ຍາກທີ່ຈະອະທິບາຍ ແຕ່ກໍ່ບໍ່ຍາກທີ່ຈະເຂົ້າໃຈ, ມື້ນີ້ພິເສດແດ່ເພາະຈະພາທຸກໆຄົນມາຊອກຫາແຮງບັນດານໃຈ ໂດຍມີແມ່ຍິງລາວຄົນເກັ່ງອີກໜຶ່ງຄົນທີ່ຈະແນະນຳໃຫ້ຮູ້ຈັກນີ້ມາເປັນຕົ້ນແບບໃຫ້..ຫັ້ນແນ່ຍາກຮູ້ຈັກກັບນາງແລ້ວແມ່ນບໍ່? Ok ໄດ້ເລີຍນຳມາຕິດໆເລີຍໄວໆໆ!!! ມາຮູ້ຈັກ! ນັກແຕ້ມຮູບຮ່ວມສະໄໝ ແມ່ຍິງລາວຝີມືດີ ຜົນງານໂດ່ງດັງໄກລະດັບໂລກ ວິຣະວົງ ສະໂກວິວ (ໂອເລ້) ອາຍຸ 39 ປີ, ອາຊີບ ນັກແຕ້ມ ເປັນອີກໜຶ່ງແມ່ຍິງລາວຄົນເກັ່ງທີ່ ຂວັນໃຈ ເຮົາຢາກແນະນຳໃຫ້ແຟນໆໄດ້ຮູ້ຈັກ ແລະ ມື້ນີ້ເຮົາກໍມີໂອກາດໄດ້ນຳເອົາເລື່ອງລາວຂອງແມ່ຍິງທີ່ຊື່ ໂອເລ້ ຄົນນີ້ໃນເສັ້ນທາງການເປັນນັກແຕ້ມທີ່ບອກເລີຍວ່າບໍ່ໄດ້ໂຮຍດ້ວຍກີບກຸຫຼາບ…ແຟນໆອ່ານແລ້ວອາດຈະໄດ້ໄອເດຍ ໄດ້ມີແຮງບັນດານໃຈດີໆ ໃນການສ້າງຝັນຂອງຕົວເອງຈົນສຳເລັດຕໍ່ໄປ… ສິລະປິນຮ່ວມສະໄໝ ຊາດນີ້ຂໍເປັນນັກແຕ້ມເທົ່ານັ້ນ ເມື່ອເອີ່ຍຊື່ ໂອເລ້ ວິຣະວົງ ສະໂກວິວ ສິລະປິນແຕ້ມຮູບຮ່ວມສະໄໝ ທີ່ມີແນວທາງເປັນເອກະລັກຂອງຕົນເອງ ດ້ວຍລວດລາຍ ແລະສີສັນອັນໂດດເດັ່ນ ຜົນງານຂອງລາວສ້າງຄວາມປະທັບໃຈໃຫ້ກັບຊາວຕ່າງປະເທດ ທີ່ໄດ້ພົບເຫັນມາຫຼວງຫຼາຍ ບໍ່ວ່າຈະເປັນ ອາເມລິກາ, ຝຣັ່ງ, ເຢຍລະມັນ, ອົດສະຕາລີ, ສະເປນ ຮ່ອງກົງ ແລະໄທ ແຕ່ໃນລາວເອງ …

Read More »