Breaking News

ຂ່າວບັນເທີງໃນປະເທດ

ຕ່າຍ ອໍລະໄທ ນັກຮ້ອງດັງທ່ອງທ່ຽວລາວ ຂຶ້ນເໜືອ-ລົງໃຕ້ ຫຼ້າສຸດເຊັກອິນຢູ່ທີ່…?

ຕ່າຍ ອໍລະໄທ ນັກຮ້ອງເພງລູກທົ່ງຊື່ດັງຈາກຝັ່ງປະເທດເພື່ອນບ້ານ , ຫຼ້າສຸດທາງເພສເຟສບຸກຫຼັກຂອງເພິ່ນກໍ່ໄດ້ເປີດເຜີຍວ່າ ໃນເວລານີ້ ຕ່າຍ ອໍລະໄທ ກຳລັງທ່ອງທ່ຽວໃນລາວຫຼາຍແຂວງເຊັ່ນ ນະຄອນຫຼວງວຽງຈັນ, ຫຼວງພະບາງ, ວຽງຈັນ ແລະ ຫຼ້າສຸດລົງໃຕ້ໄປເຊັກອິນທີ່ ແຂວງ ຈຳປາສັກ. ໂດຍໃນແຕ່ລະສະຖານທີ່ໆ ຕ່າຍ ອໍລະໄທ ໄດ້ໄປນາງຍັງໄດ້ເກັບຮູບພາບບັນຍາກາດ ທຳມະຊາດ ອາຫານການກິນ ແລະ ຍັງຮ່ວມເຮັດບຸນໃສ່ບາດ ແຖມນຸ່ງເຄື່ອງໄໝລາວງາມໆຂອງລາວເຮົາອີກດ້ວຍ, ລອງໄປເບິ່ງຮູບພາບຂອງ ເອື້ອຍ ຕ່າຍ ອໍລະໄທ ໃນປະເທດລາວເຮົາເບິ່ງເດີ້ ບອກເລີຍນາງທົວລາວແຕ່ເໜືອ-ຮອດໃຕ້ກັນເລີຍ!!! ຕ່າຍ ອໍລະໄທ ໃນຫຼວງພະບາງ ຕ່າຍ ອໍລະໄທ ໃນວັງວຽງ, ແຂວງ ວຽງຈັນ ຕ່າຍ ອໍລະໄທ ໃນນະຄອນຫຼວງວຽງຈັນ ຕ່າຍ ອໍລະໄທ ໃນ ແຂວງ ຈຳປາສັກ (ຢ່າງໃດກໍ່ຂໍຕ້ອນຮັບ ເອື້ອຍ ຕ່າຍ ອໍລະໄທ ເຂົ້າສູ່ປະເທດລາວ) …

Read More »

ມາຮູ້ຈັກ! ເມ ວະລິສະລາ ນາງງາມສາຍ Strong ລ່າລາງວັນມາແລ້ວທຸກເວທີ ຂວັນໃຈຄົນໃໝ່ຂອງລາວ!

ມີແຟນໆຫຼາຍຄົນທີ່ຄຸ້ນໜ້າຄຸ້ນຕາກັບສາວລາວຄົນເກັ່ງ ເມ ວະລິສະລາ ຕັງສຸວັນ ບາງຄົນກໍ່ຮູ້ນາງຈາກເວທີການປະກວດນັ້ນນີ້ ປີນີ້ໄປເວທີນັ້ນ ປີນັ້ນໄປເວທີນີ້ ແຕ່ຍັງບໍ່ຮູ້ເບື້ອ້ງເລິກວ່າສາວ ເມ ຄົນນີ້ເພິ່ນເປັນໃຜ ມີຄວາມສາມາດແນວໃດ, ດັ່ງນັ້ນ ຊະນີIndy ເລີຍຈັດໃຫ້ແບບເນັ້ນໆ ໄປສາລະແນ… ເອີ້ຍ!!! ໄປຊ໋ອກແຊ໊ກເອົາຂໍ້ມູນຂອງສາວງາມຄົນເກັ່ງຄົນນີ້ມາຝາກກກກ!!! ສຳລັບ ເມ ວະລິສະລາ ຕັງສຸວັນ ອາຍຸ 27 ປີ ລວງສູງ 170 ຊັງຕີແມັດ ຈົບການສຶກສາປະລິນຍາໂທຈາກ ສປ.ຈີນ ສາຂາ ພົວພັນຕ່າງປະເທດ (International Relationship) ຈາກມະຫາວິທະຍາໄລ ຍຸນນານ, ມີຄວາມສາມາດເວົ້າໄດ້ 3 ພາສາ ອັງກິດ, ຈີນ ແລະ ໄທ, ເປັນເດັກກິດຈະກຳ ແລະ ມີຄວາມຝັນຢາກຈະເຮັດວຽກກັບອົງກອນໃຫ່ຍໆ ທີ່ເປັນອົງການຊ່ວຍເຫຼືອສັງຄົມ. ຜ່ານມານາງມີຜົນງານໃນວົງການບັນເທີງມາກໍ່ຫຼາຍເລີຍໄດ໋ ທັງເດີນແບບ ຖ່າຍແບບ ຂຶ້ນປົກຕາມວາລະສານດັງໆມາແລ້ວ …

Read More »

ໄດ້ແລ້ວວວ! ສາວງາມຈາກ Brazil ຄວ້າມົງກຸດ Miss Tourism Queen International 2018

ມາສ່ອງອີກໜຶ່ງເວທີນັ້ນກໍ່ຄື Miss Tourism Queen International 2018 ທີ່ປະກາດຜົນກັນແບບສົດໆຮ້ອນໆ ໃນຄໍ່າຄືນຂອງວັນທີ 16 ພຶດສະພາ 2018 ທີ່ຜ່ານມາ ແລະ ແຟນໆອາດຈະໄດ້ຮູ້ກັນໄປຄ່າວໆແລ້ວວ່າສາວງາມທີ່ຄວ້າມົງກຸດໃນປີນີ້ກໍ່ຄື Camilla Reis Cavalcanti Gois ສາວງາມຈາກປະເທດ Brazil ຜູ້ມີຄວາມເໝາະສົມ ແຖມມີຮອຍຍິ້ມທີ່ຫວານບາດໃຈ ຄວ້າມົງກຸດ Miss Tourism Queen International 2018 ໄປນອນກອດແບບສະບາຍໆໆ (ຍິນດີນຳຫຼາຍໆເດີ້) ສ່ວນລາງວັນຮອງຕຳແໜ່ງມີດັ່ງນີ້: ຮອງອັນດັບ 1 Victoria Romanova ຈາກປະເທດ ທາທາສຖານ (Tatarstan) ຮອງອັນດັບ 2 Rachel Corinne Nimegeersຈາກປະເທດ ເບວຢ່ຽມ (Belgium) ຮອງອັນດັບ 3 Andrea – Sinziana Sirghi ຈາກປະເທດ ໂຣມາເນຍ (Romania) ຮອງອັນດັບ …

Read More »

ບໍ່ເຮັດໃຫ້ຄົນລາວຜິດຫວັງ! ນາງງາມຈາກລາວຄວ້າລາງວັນໃນເວທີ Miss Tourism Queen International 2018!!!

ບໍ່ເຄີຍເຮັດໃຫ້ຄົນລາວຜິດຫວັງ! ສຳລັບ ເມວະລິສະລາ ຕັງສຸວັນ ນາງງາມຕົວແທນຈາກປະເທດລາວລາວ ທີ່ໄປປະກວດໃນເວທີ Miss Tourism Queen International 2018 ແລະ ຍັງສາມາດນຳເອົາລາງວັນພິເສດກັບມາຝາກພີ່ນ້ອງຊາວລາວ ໂດຍນາງໄດ້ລາງວັນພິເສດໃນການແຂ່ງຂັນນີ້ກໍ່ຄຶ ລາງວັນ “Miss Skin Beauty” ພຸ້ນເດີ້… (ຊົມເຊີຍເກັ່ງຫຼາຍໆ) ສຳລັບ ເມ ວະລິສະລາ ສາວງາມນັກສູ້ຄົນນີ້ ເອີ້ນໄດ້ວ່າໄປປະກວດເວທີໃດເພິ່ນກໍ່ບໍ່ເຄີຍພາດລາງວັນເລີຍ ເພາະນາງມີຄວາມສາມາດ ກ້າສະແດງອອກ ມີຄວາມສາມາດດ້ານພາສາທັງ ພາສາ ອັງກິດ ແລະ ຈີນ, ແລະ ໃນເວທີ Miss Tourism Queen International 2018 ເຖິງສາວ ເມ ເພິ່ນຈະບໍ່ໄດ້ສວມມົງກຸດລາງວັນທີ 1 ແຕ່ຖືວ່າເຮັດໄດ້ດີຫຼາຍໆ ສາມາດສ້າງຊື່ສຽງໃຫ້ແກ່ປະເທດລາວ ແຖມຍັງເອີ້ນຄວາມສົນໃຈຈາກທາງກອງປະກວດ ແລະ ສື່ມວນຊົນຕ່າງຊາດໄດ້ເປັນຢ່າງດີ. ຮູບພາບ: Varissara May …

Read More »

Stop Now! ຜູ້ຊາຍ 5 ປະເພດ ທີ່ຄວນໜີໃຫ້ໄກໆ ຖ້າບໍ່ຢາກເຈັບ!!!

ໃຜໆກໍຮູ້ວ່າ ເລື່ອງຮັກໆນັ້ນບໍ່ເຂົ້າໃຜອອກໃຜ ຍິ່ງໄປກວ່ານັ້ນຫົວໃຈຂອງເຮົາກໍເປັນສິ່ງທີ່ບັງຄັບຍາກທີ່ສຸດ ຈະສັ່ງໃຫ້ຄົນອື່ນມາຮັກເຮົາກໍບໍ່ໄດ້ ຖ້າໃຈບໍ່ຢາກຮັກ ຫຼືຈະສັ່ງຫ້າມບໍ່ໃຫ້ຮັກຄົນທີ່ເຮັດບໍ່ດີກັບເຮົາກໍບໍ່ໄດ້ອີກ ສະນັ້ນ ຂວັນໃຈ ເລີຍຢາກຈະມາແນະນໍາຜູ້ຊາຍທີ່ ເຖິງໃຈຈະຢາກໄດ້ເກືອບຕາຍ ກໍຄວນຫັກຫ້າມໃຈບໍ່ໃຫ້ໄປຫຼົງຮັກເດັດຂາດ ໂດຍສະເພາະຜູ້ຊາຍ 5 ປະເພດນີ້ ຜູ້ຊາຍມີເຈົ້າຂອງ ອັນດັບທໍາອິດທີ່ສາວໆຄວນຫ້າມໃຈບໍ່ໃຫ້ໄປຮັກເດັດຂາດ ເຖິງເຂົາຈະເປັນຝ່າຍເຂົ້າມາຫາເຮົາກ່ອນ ຫຼືເປັນເພາະເຮົາເອງທີ່ໄປຫຼົງຮັກຄົນມີເຈົ້າຂອງກໍຕາມ ແນ່ນອນຖ້າສາວໆເຜີໃຈໄປຮັກຄົນມີເຈົ້າຂອງແລ້ວ ບໍ່ວ່າຈະເປັນຍ້ອນລາວກໍາລັງເລີກກັບແຟນ, ກໍາລັງປະເມຍ, ແຍກກັນຢູ່, ກໍາລັງແຍກທາງກັນ, ຍ້ອນແຟນ ຫຼືເມຍເປັນແນວນັ້ນແນວນີ້ ຈົນລາວພະຍາຍາມເລີກ ໄລຍະເວລານັ້ນເຖິງເຈົ້າຈະຢູ່ໃນຖານະໃດກໍຕາມຖ້າເຂົ້າໄປມີສ່ວນກ່ຽວຂ້ອງ ເພາະສຽງປະນາມທີ່ເຈົ້າຈະໄດ້ຮັບນັ້ນ ຄືຄວາມຈິງທີ່ເຈົ້າບໍ່ສາມາດຫຼີກລ່ຽງໄດ້. ສັກສີລູກຜູ້ຍິງຄວນຮັກສາ ເພື່ອໃຫ້ເຮົາສາມາດພາກພູມໃຈໃນຕົວເອງໄດ້ຢ່າງເຕັມທີ່ ແລະ ແທ້ຈິງ ຍັງມີຄົນທີ່ເກີດມາເພື່ອເຮົາ ແລະ ກໍາລັງຖ້າເຮົາຢູ່ ຂໍພຽງເຮົາເກັບຕົວ, ເກັບໃຈໄວ້ພົບກັບເຂົາເທົ່ານັ້ນ ແລະ ຖ້າຫ້າມໃຈຕົວເອງບໍ່ໄດ້ແທ້ໆກໍລອງຄິດເອົາໃຈເພິ່ນມາໃສ່ໃຈຕົວເບິ່ງວ່າ ຖ້າມື້ໜຶ່ງມີຄົນມາຍາດຄົນທີ່ເຮົາຮັກໄປເຮົາຈະຮູ້ສຶກແນວໃດ? ຜູ້ຊາຍປາກບໍ່ມີແນວອັດ ບໍ່ວ່າຜູ້ຊາຍທີ່ເຮົາມັກຈະເວົ້າເກັ່ງ, ປາກບໍ່ມີແນວອັດ ບ້າໄບ່ ເວົ້າຫຼາຍບໍ່ມີຈຸດມີຈ້ຳ ແບບສັນຍາແລ້ວບໍ່ເຮັດ, ສາບານແລ້ວບໍ່ໃສ່ໃຈ ປະຊົດທໍາຮ້າຍຈິດໃຈເກືອບທຸກປະໂຫຍກຄໍາເວົ້າ ລວມເຖິງນໍາເລື່ອງຂອງເຮົາ …

Read More »