Breaking News

ຂ່າວບັນເທີງໃນປະເທດ

ຄວນຮູ້! ສາວໆຈະມີສິດຮຽກຮ້ອງຫຍັງໄດ້ແດ່ ຖ້າມີເພດສຳພັນກັບແຟນກ່ອນການເປັນຜົວເມຍ?

ສາວໆຂວັນໃຈຮູ້ບໍ່ວ່າ ການຮ່ວມປະເວນີກັນກ່ອນການເປັນຜົວເມັຍ ໃນຍຸກປະຈຸບັນ ສຳລັບຄົນລຸ່ນໃໝ່ ອາດເບິ່ງເປັນເລື່ອງທຳມະດາ ແຕ່ສາວໆຢ່າລືມວ່າ ສຳລັບຜູ້ໃຫຍ່ບ້ານເຮົາແລ້ວ ມັນກໍຍັງຖືວ່າຜິດຮີດຄອງປະເພນີຢູ່ ໂດຍສະເພາະແມ່ຍິງເຮົາ ຍາມໃດກໍຕົກເປັນຝ່າຍເສຍປຽບ ສະນັ້ນ, ກ່ອນຈະມີຄວາມສຳພັນເລິກເຊິ່ງກັບໃຜ ສາວໆຄວນພິຈາລະນາໃຫ້ດີໆ ຫາກເກີດບັນຫາ ຫຼືຝ່າຍຊາຍບໍ່ຮັບຜິດຊອບ ເຮົາຈະຮັບມືແນວໃດ? ສາວໆຍັງໂຊກດີທີ່ມີນິຕິກຳຄຸ້ມຄອງສິດທິ ແລະກຽດສັກສີ ໂດຍສະເພາະໃນ ກົດໝາຍວ່າດ້ວຍຄອບຄົວ (ສະບັບປັບປຸງ) ປີ 2008 ມາດຕາ 8 ໄດ້ເວົ້າກ່ຽວກັບ ການຮ່ວມປະເວນີກັນກ່ອນການເເປັນຜົວເມັຍ ໄວ້ວ່າ: “ເມື່ອຊູ້ສາວ ໄດ້ຮ່ວມປະເວນີກັນກ່ອນການເປັນຜົວເມັຍ ຖ້າຫາກຊາຍຊູ້ ບໍ່ເອົາຍິງຊູ້ເປັນເມັຍແລ້ວ ຊາຍຊູ້ນັ້ນກໍຈະໄດ້ເສຍຄ່າປົວແປງຈິດໃຈ, ຄ່າທຳຂວັນຍິງຊູ້ ຫຼືຄອບຄົວຂອງຍິງຊູ້ ຕາມຮີດຄອງປະເພນີ. ໃນກໍລະນີທີ່ຍິງຊູ້ ຫາກບໍ່ເອົາຊາຍເປັນຜົວ ກໍຈະບໍ່ມີການເສັຍຄ່າປົວແປງຈິດໃຈ, ຄ່າທຳຂວັນນັ້ນ ແຕ່ຢ່າງໃດ. ໃນກໍລະນີທີ່ມີການຖືພາ ນອກຈາກຈະໄດ້ເສຍຄ່າທຳຂວັນແລ້ວ ຊາຍຊູ້ຍັງຕ້ອງເສັຍຄ່າອອກລູກ ຄ່າຢູ່ກຳ ແລະຄ່າໃຊ້ຈ່າຍອື່ນຕື່ມອີກ ບໍ່ວ່າໃນກໍລະນີໃດກໍຕາມ ຊາຍຊູ້ມີພັນທະລ້ຽງດູລູກທີ່ເກີດມານັ້ນ ຈົນກວ່າເດັກຈະຮອດກະສຽນອາຍຸສິບແປດປີ”  ຂໍ້ມູນຈາກ: …

Read More »

ເລີ່ມແລ້ວ!  Laos Super Model 2018 ປີນີ້ຍິ່ງໃຫ່ຍອະລັງເວີ້!!!

ເບິ່ງກ້ອງ ໂພສທ່າ ຈິກຂາໄວໆ…ເລີ່ມແລ້ວເດີ້ໆໆໆ ສຳລັບໂຄງການ Laos Super Model 2018 ຜ່ານມາແບບສົດໆຮ້ອນໆໃນຊ່ວງທ້າຍອາທິດທີ່ຜ່ານມາ ກັບການຄັດເລືອກຜູ້ເຂົ້າແຂ່ງຂັນຈາກຫຼາຍຮ້ອຍຊີວິດໃຫ້ເຫຼືອພຽງ 60 ຄົນໃນວັນທີ 12 ພຶດສະພາ ແລະ ໃນວັນທີ 13 ພືດສະພາ ກໍ່ຄັດໃຫ້ເຫຼືອພຽງແຕ່ 20 ຄົນສຸດທ້າຍ… ບອກເລີຍວ່ານ້ອງໆທີ່ເຂົ້າປະກວດໃນປີນີ້ແຕ່ລະຄົນເລີດໆ ມີຄວາມໝັ້ນໃຈ ອາລົມນາງແບບ-ນາຍແບບມາເຕັມສຸດໆ, ລອງມາເບິ່ງຮູບພາບບັນຍາກາດຂອງການຄັດເລືອກກັນເບິ່ງເດີ້ ບອກເລີຍໜ້າຕາດີ ສູງຍາວ ຄວາມສາມາດເດັ່ນ ກັນທັງນ້ານນນນນ!!! ຮູບພາບຈາກ: Laos Super Model

Read More »

ເຜັດໆໆໆ!  ຊິນດີ້ ສິຣິນຍາ ໂຕແມ່ວົງການນາງແບບປະເທດເພື່ອນບ້ານ ຮ່ວມເປັນໂຄສໃນ Lao Super Model 2018

ຄຶກຄັກ ຄຶກຄຶ້ນ ເປັນກະແສມາແຮງອີຫລີເດີ້ໆໆໆ ສຳລັບການປະກວດ Laos Super Model 2018 ທີ່ປີນີ້ເປັນປີພິເສດທີ່ມີ ຊິນດີ້ ສິຣິນຍາ ບິຊອຟ ນາງແບບ-ນັກສະແດງໂຕແມ່ອີກໜຶ່ງຄົນຂອງວົງການບັນເທີງປະເທດເພື່ອນບ້ານ ມາເປັນ ໂຄສ ພິເສດຮັບເຊີນ ຮ່ວມກັບ ໂຄສ ຈາກລາວເຮົາອີກ 3 ທ່ານນັ້ນກໍຄື ວິລຸນາ ເພັດມະນີ (ຕ໋ອດ ລິນ່າ), ໂຄສ ສຸລິສັກ ວົງດວງດີ (ໂຕ້) ແລະ ໂຄສ ພະຈັນຄຳ ວົງໄຊ (ປ້ອງ), ເຊິ່ງໃນວັນທີ 12 ແລະ 13 ພຶດສະພາ ທີ່ຜ່ານມາກໍ່ມີການເປີດຕົວໂຄງການ ແລະ ຄັດເລືອກກັນໄປແບບອະລັງການ… ສຳລັບ ຊິນດີ້ ສິຣິນຍາ ເປັນໂຕແມ່ແຖວໜ້າຂອງວົງການບັນເທີງ ມີຜົນງານມາແລ້ວຫຼາກຫຼາຍຢ່າງທັງເດີນແບບ ສະແດງລະຄອນ ພິທີກອນ, ແຈ້ງເກີດໃນວົງການບັງເທີງດ້ວຍການປະກວດນາງງາມ ໄດ້ຮັບຕຳແໜ່ງ Miss …

Read More »

ໂອ້ຍ! ແຄັບຊັ່ນຂ້າຄົນໂສດ ນູ່ນີ່-ອ໊ອຟ ທ່ອງທ່ຽວທຣິບນີ້ຫວານເວີ້!!!

ໂອ້ຍ! ແຄັບຊັ່ນຫວານ “ຮູບຄູ່” ຂ້າຄົນໂສດອີ່ຫລີເດີ້ ນູ່ນີ່ ກຸມພົນພັກດີ ແລະ ອ໊ອຟ ລາຍພາງ ຫຼ້າສຸດທ່ອງທ່ຽວສະຫວີດວີດວິ້ວທີ່ ປະເທດ ສິງກະໂປ ແລະ ຫຼ້າສຸດເຊັກອິນຢູ່ທີ່ ປະເທດ ຫວຽດນາມ ແຖມຍັງໄດ້ໂພສຮູບງາມໆ ຫວານໆ ທັງຮູບຄູ່-ຮູບດ່ຽວ (ໂອ້ຍຍຍ!! ມີຄວາມອິດ)  ໃຫ້ແຟນໆອັບເດດຄວາມຄືບໜ້າຂອງທັງສອງແບບລົວໆ… ແຕ່ງານນີ້ ຂໍບອກເດີ້ວ່າ ໃຜທີ່ເປັນໂສດ ຫຼື ຫາກໍ່ອົກຫັກໃຈບໍ່ແຂັງຫ້າມເບິ່ງ ເພາະທັງ ນູ່ນີ່ ແລະ ອ໊ອຟ ຫວານ…ຫວານ ເປັນຄູ່ຮັກໄອດໍ້ທີ່ເໝາະສົມກັນ ແຖມດຸໜັ່ນຢອດຄວາມຫວານໃຫ້ກັນເລື້ອຍໆອີກ ງານນີ້ຂ້າຄົນໂສດແບບໄທເຮົາເຈົ້າຂ້ອຍແບບບໍ່ປານີກັນເລີຍ (555) ເປັນຄູ່ທີ່ໜ້າຮັກຫຼາຍໆ ຂໍໃຫ້ມີຂ່າວດີໄວໆເດີ້ ນ້ອງ ນູ່ນີ່ ອ້າຍ ອ໊ອຟ ຮູບພາບຈາກ: Noony Koumphonphakdee , Yingyot Aoflaiprang Kanjananiyom

Read More »

ເຊົາເຮັດໂຕອ່ອນແອໄດ້ແລ້ວວວ! ລຸກຂຶ້ນມາເປັນແມ່ຍິງທີ່ Strong ບໍ່ງໍ້ໃຜໃຫ້ເສຍປຽບກັນເທາະ…

  ໝົດເວລາເປັນແມ່ຍິງຍຸກເກົ່າ ປ່ຽນມາເປັນແມ່ຍິງຍຸກໃໝ່ນຳກັນດີກວ່າ ແບບວ່າສາຍ Strong ສຸດໆ ອັນໃດກໍເຮັດໄດ້ດ້ວຍຕົນເອງ ບໍ່ຕ້ອງງໍ້ໃຫ້ໃຜເຮັດໃຫ້ ບໍ່ຕ້ອງໄປໃສ່ໃຈກັບເລື່ອງບໍ່ເປັນເລື່ອງ ຫຼືຕົນເປັນທີ່ເພິ່ງແຫ່ງຕົນນັ້ນເອງ ເຮັດບໍ່ຍາກເລີຍສາວໆ ພ້ອມທີ່ຈະປ່ຽນແປງຕົວເອງແລ້ວ ຫຼືຍັງ… ຖ້າພ້ອມແລ້ວມາເບິ່ງກັນເລີຍ ແມ່ຍິງສາຍ Strong ເຂົາເຮັດແນວໃດແດ່???   ບໍ່ງໍ້ໃຜ… ໝັ້ນໃຈລຸຍເອງ ເຊື່ອວ່າຫຼາຍໆຄົນຖ້າມີແຟນແລ້ວ ກໍຢາກໃຫ້ແຟນເອົາໃຈເປັນທໍາມະດາ… ຢາກໄດ້ຫຍັງກໍອອດອ້ອນເຂົາກໍຕາມໃຈແລ້ວ ກັບໝູ່ເພື່ອນກໍຄືກັນ ເວລາຈະນັດກັນໄປໃສກໍຕ້ອງຖ້າໃຫ້ຄົບແກ້ງຈຶ່ງໄດ້ໄປ. ເບື່ອແມ່ນບໍ່ສາວໆ ຖ້າບໍ່ຢາກເກີດຄວາມຮູ້ສຶກແບບນີ້ຕະຫຼອດກໍຕ້ອງ… ຢ່າໄປສົນໃຈ ຢ່າໄປ Care ຄົນອື່ນໃຫ້ຫຼາຍເກີນໄປ Care ຕົວເຮົາເອງດີກວ່າ ແບບວ່າເຮັດຫຍັງ ຢາກໄປໃສ ກໍເຮັດດ້ວຍຕົວເອງໄປເລີຍ ເຊື່ອເທາະວ່າມັນຈະດີກວ່າເກົ່າຫຼາຍເລີຍ ປາກກັບໃຈຕົງກັນ ສາວໆຈະມົວເສຍເວລາຢູ່ກັບສິ່ງທີ່ອຶດອັດ ຫຼືສິ່ງຕົວເອງບໍ່ມັກຢູ່ເຮັດຫຍັງ … ແບບວ່າ “ຈະບໍ່ທົນກັບມັນອີກຕໍ່ໄປ” ນັ້ນແຫຼະ ລະເບີດອອກໄປເລີຍ … ວ່າບາງຄັ້ງການກະທໍາຂອງໃຜບາງຄົນນັ້ນ ເຮົາກໍບໍ່ໄດ້ຍິນດີນໍາພໍເທົ່າໃດ … ມີຫຍັງກໍເວົ້າຕົງໆກັນໄປເລີຍສາວໆ …

Read More »