Breaking News

ຂ່າວບັນເທີງໃນປະເທດ

ພາຮ່າງກາຍທີ່ບອບຊໍ້າຈາກຄົນຫຼາຍໃຈ ໄປຍ່າງເຂົ້າປ່າຟັງສຽງນໍ້າຕົກທີ່ “ນໍ້າຕົກຕາດ ອີ່ຕູ້”

ອົກຫັກ ແຟນຖິ້ມ ຜິດກັບໝູ່ ບໍ່ມີໝູ່ຄົບ ວຸ້ນວາຍໃຈເລື່ອງວຽກ-ເລື່ອງຮຽນ ມາໆ…ມາທາງນີ້ພີ້ເດີ້ຊຸມເຈົ້າ ໃນມື້ນີ້ ຂວັນໃຈ ພາທ່ຽວຈະພາໄປພັກຜ່ອນຢ່ອນໃຈ ຢ່າງເຂົ້າປ່າຈັກບຶດ 2ບຶດ, ເລີ່ມກ້າວເຂົ້າສູ່ລະດູຝົນແລ້ວເດີ້ ໄລຍະນີ້ແນມໄປທາງໃດກໍເຫັນແຕ່ຕົ້ນໄມ້ສີຂຽວເຕັມໄປໝົດ ນໍ້າຕົກຕາດຫຼາຍແຫ່ງເລີ່ມມີຊີວິດຊີວາ ແລະ ກັບມາສວຍງາມອີກເທື່ອໜຶ່ງ ເປັນໄລຍະທີ່ເໝາະແກ່ການໄປທ່ຽວ ເອົາຮ່າງກາຍໄປປະທະກັບອາຍຝົນ ແລະອາຍໝອກ, Trip  ຂໍເອົາໃຈໝູ່ເພື່ອນຂາລຸຍທີ່ຮັກໃນການທ່ອງທ່ຽວ ແລະ ຮັກໃນທຳມະຊາດທັງຫຼາຍ ມາສ່ອງທຳມະຊາດທີ່ສວຍສົດ ງົດງາມ ອາກາດດີໆ ຕົ້ນໄມ້ສີຂຽວອຸ່ມທຸ່ມ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ ພາກໃຕ້ຂອງລາວເຮົານີ້ເດີ້ ທຳມະຊາດບ້ານເຮົາໃຜວ່າດ້ອຍໜ້າປະເທດອື່ນ ຈຸຈຸ ຫ້າມເວົ້າເດີ້… (ໃຜຖຽງດຽວ ຊະນີIndy ອິຕີປາກໃຫ້ເນ່ໆໆໆໆ 555 ) ເປັນທີ່ຮູ້ກັນດີວ່າ ປາກຊ່ອງບໍລະເວນ ເປັນເມືອງແຫ່ງກາເຟທີ່ປູກຈາກດິນພູເຂົາໄຟ ເຊິ່ງມີຄວາມອຸດົມສົມບູນຫຼາຍໆຢ່າງ ພູເຂົາສະຫຼັບຊັບຊ້ອນ ແລະ ອຸດົມສົມບູນໄປດ້ວຍແຫຼ່ງທ່ອງທ່ຽວຫຼາຍແຫ່ງ ທີ່ໂດດເດັ່ນອີກໜຶ່ງຢ່າງນັ້ນກໍຄືນໍ້າຕົກຕາດເຊິ່ງຢັ່ງຢາຍກັນຢູ່ຫຼາຍບ່ອນ ແຕ່ມື້ນີ້ເຮົາພິເສດແດ່ ເພາະຈະພາໄປເລາະພັກຜ່ອນແຖວ ນໍ້າຕົກຕາດອີ່ຕູ້. ແຕ່ກ່ອນອື່ນທີ່ເຮົາຈະໄປຫາປາຍທາງ ນໍ້າຕົ້ກຕາດອີ່ຕູ້ ເຮົາກໍ່ຕ້ອງໄດ້ຜ່ານເສັ້ນທາງ ໃນລະຫວ່າງທາງກ່ອນຈະຮອດເປົ້າໝາຍ …

Read More »

ຂ້ອຍງາມ ສະຫຼາດ ອອກຈະເພີເຟັກແຕ່… Why! Why! Why! ເປັນຫຍັງຜູ້ຊາຍຈຶ່ງບໍ່ມັກຈີບຄົນງາມ? (ມີຄຳຕອບ)

7 ເຫດຜົນ! ທີ່ຜູ້ຊາຍບໍ່ມັກຈີບຄົນງາມມາເປັນແຟນ! Why! Why! Why! ເປັນຫຍັງຜູ້ຊາຍຈຶ່ງບໍ່ມັກຈີບຄົນງາມ? ນັ້ນແຫຼະ! ເປັນຫຍັງ! ເຫັນແມ່ຍິງງາມໆຢູ່ໃກ້ໆແຕ່ບໍ່ເຂົ້າໄປຈີບກັນເລີຍ ມີແຕ່ເບິ່ງນໍາຈົນສຸດສາຍຕາເອົາຊື່ໆ! ບໍ່ຮູ້ວ່າເປັນຫຍັງ ບາງເທື່ອອາດຈະບໍ່ກ້າ ແຕ່ບໍ່ວ່າດ້ວຍເຫດຜົນໃດກໍແລ້ວແຕ່ ຈາກທີ່ສັງເກດມານີ້ແມ່ຍິງທີ່ງາມໆສ່ວນຫຼາຍມັກຈະໂສດ ບໍ່ຄ່ອຍມີແຟນເລີຍ ເພາະບໍ່ຄ່ອຍມີຜູ້ຊາຍເຂົ້າມາຈີບ ເຮົາໄປຄົ້ນຫາດີບໍ່ວ່າຍ້ອນຫຍັງ? ຜູ້ຊາຍບໍ່ມັກຄົນງາມບໍ່ ຫຼືແນວໃດ ໄປເບິ່ງເລີຍ ຢ້ານບໍ່ຖືກໃຈ: ມັກຈະຖືກເຂົ້າໃຈຜິດຢູ່ສະເໝີວ່າ ແມ່ຍິງງາມມັກຈະຫຼາຍເລື່ອງ ເອົາໃຈຍາກ ນັ້ນກໍບໍ່ເອົານີ້ກໍບໍ່ຖືກ ກິນເຂົ້າຂ້າງທາງບໍ່ໄດ້ຕ້ອງກິນອາຫານຫຼູໆລະດັບ 5 ດາວ ອາຫານຕ້ອງຄຼີນ ຕ້ອງມີຜັກ 3 ສີ ໃນຈານ ທຸກວັນສໍາຄັນຕ້ອງມີຂອງຂວັນ ຂອງຂວັນກໍຕ້ອງລະດັບໄຮ!!! ແມ່ເຈົ້າເອີ້ຍ ມັນກໍມີຢູ່ດອກຄົນງາມແບບນັ້ນ ແຕ່ກໍບໍ່ຫຼາຍດອກ ແຕ່ຍ້ອນຜູ້ຊາຍຢ້ານຄວາມຫຼາຍເລື່ອງຂອງແມ່ຍິງທີ່ງາມ ເລີຍບໍ່ກ້າເຂົ້າໄປຈີບນັ້ນເອງ 2.ຢ້ານວ່ານາງມີຄ່າໃຊ້ຈ່າຍຫຼາຍ: ເພາະຄວາມງາມຕ້ອງໃຊ້ເງິນ! ຄົນງາມຈໍາເປັນຕ້ອງໃຊ້ເງິນເບິ່ງແຍງສ່ວນຕ່າງໆຂອງຮ່າງກາຍເພື່ອໃຫ້ງາມຢູ່ຕະຫຼອດເວລາ ບໍ່ວ່າຈະເປັນເຮັດໜ້າ, ນວດໜ້າ, ສະປາຕົວ ຄີມບໍາລຸງຕ້ອງມາຈາກທະເລນໍ້າເລິກ ພອກໜ້າຕ້ອງມາຈາກດິນພູເຂົາໄຟຢ່າງດີ ເພາະຖ້າບໍ່ເບິ່ງແຍງກະຊິບໍ່ງາມລະເນາະ! …

Read More »

ໂອ້ວ້າວ! ມາສ່ອງ ຊຸດປະຈຳຊາດລາວ ທີ່ໃຊ້ເຂົ້າໃນການປະກວດ “Miss Tourism Queen International 2018”

ໂອ້ວ້າວ! ມາສ່ອງ ຊຸດປະຈຳຊາດລາວທີ່ ເມ ວະລິສະລາ ຕັງສຸວັນ ໃຊ້ເຂົ້າໃນການປະກວດ “Miss Tourism Queen International 2018” ເຊິ່ງໃນຊຸດປະຈຳຊາດທີ່ໃຊ້ເຂົ້າປະກວດໃນເທື່ອນີ້ແມ່ນມີຊື່ຊຸດວ່າ  “ຊຸດລາວຫຼວງພະບາງ” ໄດ້ແຮງບັນດານໃຈຈາກສະຕີຜູ້ສູງສັກແຫ່ງນະຄອນຫຼວງພະບາງ ໂດຍອອກແບບໃຫ້ປະສົມປະສານລວດລາຍທີ່ອອກແບບທີ່ລົງໂຕ, ເບິ່ງແລ້ວງົດງາມອ່ອນຊ້ອຍ ບົ່ງບອກເຖິງເອກະລັກລາວຢ່າງແທ້ຈິງ ແລະ ຊຸດປະຈຳຊາດນີ້ອອກແບບໂດຍ ຂຸນພິທັກ. ສຳລັບການປະກວດ  “Miss Tourism Queen International 2018” ແມ່ນຢູ່ໃນຊ່ວງທີ່ສາວງາມກຳລັງເກັບຕົວ ຮ່ວມກິດຈະກຳຕ່າງໆກັບທາງກອງປະກວດ, ຢ່າງໃດຄົນລາວເຮົາກໍ່ຢ່າລືມທຸ້ມເທຈິດໃຈເຊຍລາວເົຮາແດ່ເດີ້… #ຮັກລາວເຊຍລາວ ?? ຮູບພາບຈາກ: Varissara May Tangsouvanh

Read More »

(ບໍ່ຫຍຸ້ງຍາກອີກແລ້ວ) ແຈ້ງການ! ຍົກເລີກຂຽນແບບຟອມ ແຈ້ງເຂົ້າ-ອອກເມືອງ ຂອງພົນລະເມືອງລາວ ແລະ ຄົນຕ່າງດ້າວ

ແຈ້ງການຍົກເລີກ ຂຽນແບບຟອມແຈ້ງເຂົ້າ-ອອກເມືອງ ຂອງພົນລະເມືອງລາວ ແລະ ຄົນຕ່າງດ້າວ ທີ່ອາໃສຢູ່ໃນ ສປປ ລາວ (ດ່ານສາກົນສະໜາມບິນ 4 ແຫ່ງ)  ນັກເດີນທາງມີເຮ…ຕໍ່ຈາກນີ້ຈະບໍ່ມີຄວາມຫຍຸ້ງຍາກ ຈະເດີນທາງໄປໃສມາໃສກໍຈະສະດວກສະບາຍຂຶ້ນແລ້ວເດີ້ ເພາະບໍ່ໄດ້ຂຽນຟອມເຂົ້າ-ອອກເມືອງໃຫ້ຫຍຸ້ງຍາກຄືເກົ່າແລ້ວ. ທາງກົມໃຫຍ່ສັນນິບານ ກະຊວງປ້ອງກັນສະຫງົບ ໄດ້ອອກແຈ້ງການໃນວັນທີ 26 ເມສາ 2018 ທີ່ຜ່ານມາວ່າ ໄດ້ຍົກເລີກການຂຽນແບບຟອມແຈ້ງເຂົ້າ-ອອກເມືອງ ຂອງພົນລະເມືອງລາວ ແລະ ຄົນຕ່າງດ້າວທີ່ອາໄສ ຢູ່ ສປປ ລາວ. ຢູ່ສະເພາະ 4 ດ່ານຂອງສະໜາມບິນ ຄື: ສະໜາມສາກົນວັດໄຕ, ສະໜາມບິນສາກົນຫຼວງພະບາງ, ສະໜາມບິນສາກົນສະຫວັນນະເຂດ ແລະ ສະໜາມບິນສາກົນປາກເຊ. ສ່ວນດ່ານສາກົນອື່ນໆແມ່ນຕ້ອງໄດ້ຂຽນແບບຟອມຄືເກົ່າ. ສຳລັບ, ຄົນຕ່າງປະເທດ ແລະ ບໍ່ມີສັນຊາດ ແມ່ນຍັງໄດ້ຂຽນຟອມເຂົ້າ-ອອກເມືອງຕາມລະບຽບການຄືເກົ່າ, ຈົນກວ່າຈະມີແຈ້ງການເພີ່ມຕື່ມ.

Read More »

ເປັນກຳລັງໃຈໃຫ້ນາງງາມຈາກລາວແດ່!!! ສາວລາວເດີນທາງປະກວດ Miss Tourism Queen International 2018

(ລາວສູ້ໆ…ເຊຍລາວສູ້ໆໆໆ) ເປັນກຳລັງໃຈໃຫ້ ເມ ວະລິສະລາ ຕັງສຸວັນ ກັນແດ່ພີ່ນ້ອງຊາວລາວ, ຫຼ້າສຸດສາວຄົນນີ້ກໍ່ເດີນທາງເປັນສາວງາມຈາກປະເທດລາວເຮົາເພື່ອປະກວດໃນເວທີ “Miss Tourism Queen International 2018” ເຊິ່ງໄດ້ຈັດຂຶ້ນຢູ່ທີ່ປະເທດໄທ ແລະ ມີສາວງາມຈາກທົ່ວທຸກມຸມໂລກໄປຮ່ວມແຂ່ງຂັນເຖິງ 67 ປະເທດ (ໂອ້!! ວ້າວວວ), ແຕ່ງານນີ້ຮັບຮອງເລີຍວ່າ ສາວ ເມ ຂອງເຮົາກໍ່ມີຄວາມພ້ອມແບບລ້ານເປີເຊັນ ເພາະສາວຄົນນີ້ກໍ່ບໍ່ແມ່ນໜ້າໃໝ່ໃນການປະກວດໃນເວທີນາງງາມ ມີປະສົບການມາແລ້ວຫຼາຍຕໍ່ຫຼາຍເວທີ…ເຊື່ອວ່າຕ້ອງມີຄວາມໝັ້ນໃຈ ແລະ ເຮັດອອກມາໄດ້ດີແນ່ນອນ. ສຳລັບການປະກວດ  “Miss Tourism Queen International 2018” ແມ່ນຢູ່ໃນຊ່ວງທີ່ສາວງາມກຳລັງເກັບຕົວ ຮ່ວມກິດຈະກຳຕ່າງໆກັບທາງກອງປະກວດ, ຢ່າງໃດຄົນລາວເຮົາກໍ່ຢ່າລືມທຸ້ມເທຈິດໃຈເຊຍລາວເົຮາແດ່ເດີ້… #ຮັກລາວເຊຍລາວ ?? ຮູບພາບຈາກ: Varissara May Tangsouvanh

Read More »