Breaking News

ຂ່າວບັນເທີງໃນປະເທດ

“ການຄ້າມະນຸດ” ເປັນອາຊະຍາກໍາທີ່ຮ້າຍແຮງ ມີໂທດປະຫານຊີວິດ!!!

“ການຄ້າມະນຸດ” ທີ່ເປັນອາຊະຍາກໍາທີ່ຮ້າຍແຮງ ມີລັກສະນະຂ້າມຊາດ ແລະມີການຈັດຕັ້ງ ການກະທໍາດັ່ງກ່າວເປັນການລະເມີດສິດທິພື້ນຖານ ແລະກຽດສັກສີຂອງຄວາມເປັນມະນຸດ ສະບາຍດີແຟນໆ ຂວັນໃຈ ທຸກໆຄົນໃນມື້ນີ້ຈະແນະນຳກ່ຽວກັບກົດໝາຍຄວນຮູ້ໃກ້ຕົວ ທີ່ຈະຊ່ວຍໃຫ້ທຸກໆຄົນແກ້ໄຂບັນຫາໄດ້ຢ່າງມີສະຕິ ເມື່ອຕ້ອງປະເຊີນຂໍ້ຂັດແຍ່ງໃນຊີວິດປະຈຳວັນ ເວົ້າເຖິງເລື່ອງ “ການຄ້າມະນຸດ” ທີ່ເປັນອາຊະຍາກໍາທີ່ຮ້າຍແຮງ ມີລັກສະນະຂ້າມຊາດ ແລະມີການຈັດຕັ້ງ ການກະທຳດັ່ງກ່າວເປັນການລະເມີດສິດທິພື້ນຖານ ແລະກຽດສັກສີຂອງຄວາມເປັນມະນຸດ ເນື່ອງຈາກ ມະນຸດໄດ້ຫຼຸດຄຸນຄ່າ ຖືກປະຕິບັດຄືດັ່ງ ວັດຖຸສິ່ງຂອງ ຫຼືສິນຄ້າ ຕົກເປັນເປົ້າໝາຍຂອງການຂູດຮີດ ເປັນຕົ້ນແມ່ນ ດ້ານແຮງງານ, ທາງເພດ (ໂດຍສະເພາະແມ່ຍິງ) ແລະອື່ນໆ ກ່ອນອື່ນເຮົາມາທຳຄວາມເຂົ້າໃຈກັບ ນິຍາມ ຂອງການຄ້າມະນຸດ ອີງຕາມກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ (2015) ມາດຕາ 2 “ການຄ້າມະນຸດ” ແມ່ນ ການຊອກຫາ, ລັກພາຕົວ, ການເຄື່ອນຍ້າຍ, ການຂົນສົ່ງ ຫຼືນຳສົ່ງ, ຮັບເອົາຄົນຢູ່ພາຍໃນ ຫຼື ຕ່າງປະເທດ, ການໃຫ້ບ່ອນພັກເຊົາ ຫຼື ລີ້ຊ່ອນດ້ວຍການຂົນຂວາຍ, …

Read More »

ຕາມກົດໝາຍວຽກທີ່ບໍ່ອະນຸຍາດ ໃຫ້ແມ່ຍິງຖືພາ ແລະ ແມ່ລູກອ່ອນເຮັດ ມີຫຍັງແດ່?

ມາເດີ້…ແມ່ຍິງຖືພາ ແລະ ແມ່ລູກອ່ອນທີ່ມີລູກນ້ອຍ ອາຍຸຕ່ຳກວ່າ 1 ປີ ມາຟັງທາງນີ້!! ຢາກຮູ້ບໍ່ວ່າ ອີງຕາມກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ (ປີ 2014) ເພິ່ນກໍານົດວ່າ ວຽກໃດແດ່ທີ່ບໍ່ອະນຸຍາດໃຫ້ພວກເຈົ້າເຮັດ? ມາອ່ານພ້ອມກັນເລີຍ ມາດຕາ 97 (ປັບປຸງ) ການນໍາໃຊ້ແຮງງານເພດຍິງທີ່ຖືພາ ຫຼືໃນໄລຍະລ້ຽງລູກນ້ອຍ ວຽກທີ່ບໍ່ອະນຸຍາດໃຫ້ເຮັດ ສຳລັບຜູ້ອອກແຮງງານເພດຍິງ ທີ່ຖືພາ ແລະ ໃນໄລຍະລ້ຽງລູກນ້ອຍ ທີ່ມີອາຍຸຕ່ຳກວ່າ 1 ປີ ມີດັ່ງນີ້: ວຽກເຮັດເທິງຮ້ານ ທີ່ມີຄວາມສູງກວ່າ 2 ແມັດ; ວຽກຍົກ ແລະລາກແກ່ດ້ວຍມື, ແບກ, ຫາມ, ຫາບ ວັດຖຸສິ່ງຂອງ ທີ່ມີນ້ຳໜັກເກີນກວ່າ 10 ກິໂລກຣາມ; ວຽກກາງຄືນ; ວຽກເພີ່ມໂມງ ແລະ ວຽກໃນວັນພັກ; ວຽກທີ່ຕ້ອງໄດ້ຢືນເປັນເວລາ 2 ຊົ່ວໂມງຕິດຕໍ່ກັນ; ວຽກທີ່ໄດ້ກຳນົດໄວ້ໃນ …

Read More »

(ນຶກວ່າໃຜ?) ທີ່ແທ້ແມ່ນ… ຕ່າຍ ອໍລະໄທ ນັກຮ້ອງດັງ ໃສ່ຊຸດໄໝລາວເຮັດບຸນໃສ່ບາດທີ່ຫຼວງພະບາງ!

(ກິນເຂົ້າ ຫຼື ຍັງ ກຳລັງເຮັດຫຍັງຢູ່ນໍ…) ຄຸ້ນໜ້າຄຸ້ນຕາກັນສຸດໆ ເຊື່ອວ່າແຟນໆຫຼາຍໆທ່ານຄົງຈະພໍຮູ້ຈັກກັບ  ຕ່າຍ ອໍລະໄທ ນັກຮ້ອງເພງລູກທົ່ງຊື່ດັງຈາກຝັ່ງປະເທດເພື່ອນບ້ານ ເຈົ້າຂອງຜົນງານເພງດັງຫຼາຍບົດເພງ, ເມື່ອບໍ່ດົນມານີ້ທາງເພສເຟສບຸກຫຼັກຂອງເພິ່ນກໍ່ໄດ້ປ່ອຍຮູບພາບຂອງ ຕ່າຍ ອໍລະໄທ ກຳລັງເຮັດບຸນໃສ່ບາດ… ແຕ່ໆ…ຮູ້ບໍ່ວ່າສະຖານທີ່ໆ ຕ່າຍ ອໍລະໄທ ໄດ້ມາໃສ່ບາດໃນເທື່ອນີ້ແມ່ນ ແຂວງ ຫຼວງພະບາງ ປະເທດລາວ ແລະ ຍັງບໍ່ພາດທີ່ຈະນຸ່ງຊຸດໄໝລາວ ບ່ຽງແພ ຕາມເອກະລັກປະເພນີລາວ ເຊິ່ງມາໃນຊຸດສີ ຂາວ-ມ່ວງ ເບິ່ງແລ້ວງົດງາມ ອ່ອນຊ້ອຍແທ້ໆ. ກ່ອນໜ້າທີ່ ຕ່າຍ ອໍລະໄທ ຈະເດີນທາງໄປທີ່ ແຂວງ ຫຼວງພະບາງ ເມືອງມໍລະດົກໂລກນັ້ນ ນາງກໍ່ໄດ້ແວ່ທີ່ອີກໜຶ່ງສະຖານທີ່ທ່ອງທ່ຽວທີ່ງົດງາມນັ້ນກໍ່ຄື ວັງວຽງ ແລະ ຍັງໂພສຄລິບເຊັກອິນຫຼາຍຕໍ່ຫຼາຍຄລິບ ເຮັດໃຫ້ມີແຟນໆທັງ 2 ຝັ່ງ ລາວ ແລະ ໄທ ເຂົ້າໄປກົດໄລ້ ກົດແຊຣ ແລະ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ. (ຢ່າງໃດກໍ່ຂໍຕ້ອນຮັບ …

Read More »

ມາເບິ່ງ! ຜົນງານຂອງດີຊາຍເນີ້ໄວໜຸ່ມລາວ ອອກແບບໄດ້ບໍ່ດ້ອຍໜ້າລະດັບສາກົນ (ຊົມເຊີຍ)

ນະຄອນຫຼວງວຽງຈັນ, ວັນທີ 28 ເມສາ 2018 ທີ່ຜ່ານມາ, ຄໍ່າຄືນນັກອອກແບບໜຸ່ມນ້ອຍຂອງລາວ (The Lao Young Designers Night) ໄດ້ຈັດຂຶ້ນ ໂດຍໂຄງການນັກອອກແບບໜຸ່ມນ້ອຍລາວ ຂອງລາວແຟຊັ່ນວີກ ເພື່ອສະແດງໃຫ້ເຫັນເຖິງ ຄວາມສາມາດ ແລະ ຜົນງານການອອກແບບອາພອນຂອງໄວໜຸ່ມລາວ ທີ່ມີພອນສະຫວັນ ແລະ ໄດ້ເຂົ້າຮອບດີເດັ່ນ ຂອງໂຄງການນັກອອກແບບໜຸ່ມນ້ອຍລາວໃນແຕ່ລະປີ. ຄໍ່າຄືນດັ່ງກ່າວມີການສະແດງອາພອນເດີນແບບ ຜົນງານການອອກແບບຂອງນ້ອງໆນັກອອກແບບໜຸ່ມນ້ອຍດີເດັ່ນລາວ ທີ່ເຂົ້າຮອບດີເດັ່ນຂອງແຕ່ລະປີ ນັບແຕ່ປີ 2015 ມາເຖິງຮອບປີ 2017 ລວມເຖິງ ບິນລີ່ ສີອຳພັນ ຈັນທະວິຈິດ (ຜຸ້ສະນະເລີດປີ 2015) ແລະ ວິເສດ ສິດທິລາດ (ຜູ້ຊະນະເລີດປີ 2016) ທີ່ໄດ້ຈົບມາຈາກການໄປສຶກສາທີ່ສະຖາບັນເອດສໂມດ ທີ່ມະຫານະຄອນປະຣີ ປະເທດ ຝຣັ່ງ, ແລະ ຄຳປູນ ແສງປະກາຍ (ຮອງຊະນະເລີດປີ 2016) …

Read More »

ເປີດໃຈຄັ້ງທຳອິດ! ກັບອາຊີບທີ່ສາວໆຫຼາຍຄົນໄຝ່ຝັນ “Airhostess” ສາວແອກໍບໍ່ໄດ້ແຕກຕ່າງຈາກອາຊີບອື່ນ!!!

“ອາຊີບທີ່ແມ່ຍິງສ່ວນຫຼາຍໃຝ່ຝັນຢາກເປັນ ແລະ ຍັງຕັ້ງສາຍາໃຫ້ວ່າເປັນນາງຟ້າໃນເຄື່ອງບິນນັ້ນ ຄືເຮົາຮູ້ຫັ້ນແຫຼະເນາະວ່າ ກ່ອນທີ່ໃຜຈະເຂົ້າໄປຢູ່ຈຸດນັ້ນໄດ້ມັນບໍ່ແມ່ນເລື່ອງງ່າຍໆ” ອາຊີບທີ່ສາວໆໃຝ່ຝັນຢາກເປັນຫຼາຍທີ່ສຸດແມ່ນຫຍັງ? ໜຶ່ງໃນຄຳຕອບອັນດັບຕົ້ນໆ ຕ້ອງແມ່ນ ພະນັກງານຕ້ອນຮັບເທິງເຮືອບິນ ຫຼື ແອໂຮສເຕດ (Airhostess)ຢ່າງແນ່ນອນ ເພາະເປັນອາຊີບທີ່ຖືກຂະໜານນາມວ່າ “ນາງຟ້າ” ຟັງແລ້ວຈັ່ງແມ່ນຟຸ້ງຟິ້ງ ສູງສົ່ງ ສະຫງ່າງາມເຫຼືອເກີນ ແລ້ວການທີ່ຈະໄດ້ເປັນ ນາງຟ້າ ຂອງສາຍການບິນຕ່າງໆ ມັນຍາກງ່າຍແນວໃດ ມື້ນີ້ ຂວັນໃຈ ເຮົາມີຄຳຕອບ ຈາກປະສົບການຕົວຈິງຂອງນາງຟ້າສາຍການບິນດັງເລີຍໃດ .. ມາຮອດສາວແອ (Air hostess) ຄົນທີ 2 ແລ້ວ ນາງຊື່ວ່າ ຈາລິຍາ ນາເໝືອງຮັກ (ປ໋ອກ) ອາຍຸ 26 ປີ ຈົບການສຶກສາ ຈາກສະຖາບັນການທະນາຄານ ສາຂາ ການເງິນ-ການບັນຊີ ແລະ ພາສາອັງກິດ ລະດັບປະລິນຍາຕີ ນອກຈາກນາງມີຮູບຮ່າງໜ້າຕາທີ່ງົດງາມແລ້ວ ນາງຍັງມີນໍ້າສຽງດີ ມີນໍ້າສຽງທີ່ມ່ວນຫູອີກ ຈົນນາງໄດ້ເປັນນັກຮ້ອງປະຈໍາສາຍການບິນ …

Read More »