Breaking News

ຂ່າວບັນເທີງໃນປະເທດ

ວາລະສານ ຂວັນໃຈ ມອບເງິນຊ່ວຍເຫຼືອສັງຄົມ 74 ລ້ານກວ່າກີບ ໃຫ້ກັບສູນໃຫ້ຄຳປຶກສາແມ່ຍິງ ແລະ ເດັກນ້ອຍ

ໃນຕອນບ່າຍມື້ນີ້ ວັນທີ 3 ພຶດສະພາ 2018, ຢູ່ທີ່ ສູນກາງສະຫະພັນແມ່ຍິງລາວ,​ ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ຍອດເງິນບໍລິຈາກ ທັງໝົດ 74.382.000 ກີບ ຈາກໂຄງການ ປັ່ນລົດຖີບເພື່ອການກຸສົນ BIKE FOR HER 2018 ທີ່ຈັດຂຶ້ນໃນວັນທີ 3 ມີນາ 2018 ທີ່ຜ່ານມາ ຢູ່ທີ່ສວນເຈົ້າອານຸວົງ, ຈັດຂຶ້ນໂດຍ ວາລະສານ ຂວັນໃຈ  ຮ່ວມກັບ  ສະຫະພັນລົດຖີບນະຄອນຫຼວງວຽງຈັນ ແລະ ສະມາຄົມ ນັກທຸລະກິດແມ່ຍິງລາວ.  ໂດຍການກ່າວມອບຂອງທ່ານ ນາງ ວັນທະວີ ສຸພານຸວົງ ບັນນາທິການ ວາລະສານຂວັນໃຈ ແລະ ທ່ານ ນາງ ເກດສະຫວັນ ປັນຍາທິບ ຜູ້ອຳນວຍການສ້າງ ວາລະສານ ຂວັນໃຈ ພ້ອມດ້ວຍທີມງາມຮັບຜິດຊອບຈັດງານ ແລະ ໃຫ້ກຽດກ່າວຮັບໂດຍທ່ານ …

Read More »

ງົດງາມ! ຕາມແບບສະບັບ ຈີ່ຈີ້ ເນັດໄອດໍ້ ທຣິບນີ້ຕ້ອງຂໍຍອມເພິ່ນ!!

ເປັນອີກໜຶ່ງສາວທີ່ມັກທ່ອງທ່ຽວເປັນຊີວິດຈິດໃຈ ຫຼ້າສຸດສາວ ຈີ່ຈິ້ ພອຍໄຍລິນ ສີວິໄລ ຫຼື ແຟນໆຮູ້ກັນໃນນາມ ເນັດໄອດໍ້ຕະຫຼອດການ ກໍ່ໄດ້ເດີນທາງທ່ອງທ່ຽວທີ່ ປະເທດ ອອສເຕຍ (Austria), ແຖມຍັງໂພສຮູບງາມໆ ເຊັກຊີ່ໆ ບົ່ງບອກເຖິງໄລ້ສະຕາຍຕາມແບບສະບັບຂອງນາງ ອັບເດດໃຫ້ແຟນໆໄດ້ເບິ່ງເປັນໄລຍະໆ… make me believe again? A post shared by CHICHI (@chichisvl) on May 3, 2018 at 1:34am PDT (ເອົ້າ…ບໍ່ເວົ້າກັນຍືດຍາວ ລອງມາເບິ່ງຮູບງາມໆຂອງ ສາວ ຈີ່ຈີ້ ພອຍໄພລິນ ບອກເລີຍທຣິບນີ້ຕ້ອງຂໍຍອມເພິ່ນ…ເລີດໆ!) ຮູບພາບຈາກ: chichisvl

Read More »

ບິໂບ່ ດວງພະໄທ ນາງສາວລາວ 2017 ຮ່ວມເປີດໂຕສະປາລະດັບຫຼູຫຼາ “Senses Day Spa Vientiane” ທີ່ ໂຮງແຮມ ຄຣາວ ພລາຊ່າ

ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ໄດ້ເປີດຕົວ ສະປາ ແຫ່ງໃໝ່ ເຊັນເຊັສ ເດ ສະປາ ວຽງຈັນ (Senses Day Spa Vientiane)  ນະຄອນຫຼວງວຽງຈັນ, ປະເທດລາວ, ວັນທີ 2 ພຶດສະພາ 2018 ໂຮງແຮມ ຄວາວ ພລ່າຊ່າ ວຽງຈັນ ໄດ້ ເປີດຕົວສະປາ ລະດັບຫຼູທີ່ດີທີ່ສຸດໃນເມືອງ ເພື່ອເປັນຕົວເລືອກສຳລັບແຂກທີ່ຕ້ອງການບຳບັດ ແລະ ຜ່ອນຄາຍດ້ວຍວິທີທຳມະຊາດ. ທ່ານ ອໍລິເວີ້ ຣອນ ຜູ້ຈັດການໃຫ່ຍຂອງ ໂຮງແຮມ ຄວາວ ພລ່າຊ່າ ວຽງຈັນ ແລະ ນາງສາວລາວ 2017 ນາງ ດວງພະໄທ ເມກສີທອງ ໄດ້ໃຫ້ກຽດຕັດໂບເພື່ອເປີດໂຕຢ່າງເປັນທາງການ, ເຊັນເຊັສ ເດ ສະປາ ວຽງຈັນ ໂດຍ Ytsara ຕັ້ງຢູ່ເທິງຊັ້ນ 3 …

Read More »

ເປີດໃຈຄັ້ງທຳອິດ! ກັບອາຊີບທີ່ສາວໆຫຼາຍຄົນໄຝ່ຝັນ “Airhostess” ຊີວິດຈິງບໍ່ໄດ້ຄືກັບທີ່ຄິດ!!!

“ຄວາມອົດທົນ ເທົ່ານັ້ນທີ່ຈະຢູ່ລອດໃນອະຊີບ Airhostess” ເຊື່ອບໍ່? ຫາກເຮົາຕັ້ງຄຳຖາມວ່າ ອາຊີບທີ່ສາວໆໃຝ່ຝັນຢາກເປັນຫຼາຍທີ່ສຸດແມ່ນຫຍັງ? ໜຶ່ງໃນຄຳຕອບອັນດັບຕົ້ນໆ ຕ້ອງແມ່ນ ພະນັກງານຕ້ອນຮັບເທິງເຮືອບິນ ຫຼື ແອໂຮສເຕດ (Airhostess) ຢ່າງແນ່ນອນ ເພາະເປັນອາຊີບທີ່ຖືກຂະໜານນາມວ່າ “ນາງຟ້າ” ຟັງແລ້ວຈັ່ງແມ່ນຟຸ້ງຟິ້ງ ສູງສົ່ງ ສະຫງ່າງາມເຫຼືອເກີນ ແລ້ວການທີ່ຈະໄດ້ເປັນ ນາງຟ້າ ຂອງສາຍການບິນຕ່າງໆ ມັນຍາກງ່າຍແນວໃດ ມື້ນີ້ຂວັນໃຈເຮົາມີຄຳຕອບ ຈາກປະສົບການຕົວຈິງຂອງນາງຟ້າສາຍການບິນດັງເລີຍໃດ .. ມາຮູ້ຈັກກັບ ພິດສາຄອນ ພົມສະຫວັນ (ປຸ້ຍ) ສາວສູງຍາວເຂົ່າດີ ສາວແອລະດັບ ເພິເຊີ (Purser) ຜູ້ທີ່ມີຊົ່ວໂມງບິນຫຼາຍກວ່າ 5000 ຊົ່ວໂມງ ຜູ້ທີ່ເດີນທາງຕາມຫາຄວາມຝັນຈາກອາຊີບເລຂາສູ່ອາຊີບທີ່ຫຼາຍຄົນເອີ້ນວ່າ ນາງຟ້າເທິງຍົນ ປະຈໍາການຢູ່ທີ່ສາຍການບິນລາວແອລາຍ (Laos Airline) ເລື່ອງລາວຂອງນາງກໍມີຄວາມຕື່ນເຕັ້ນແບບບໍ່ດ້ອຍໜ້າໃຜ ກວ່າຈະມາຮອດມື້ນີ້ໄດ້ບອກເລີຍວ່າຍ້ອນຄວາມກ້າ ຄວາມສາມາດສະເພາະຕົວລ້ວນໆ ເອົາລະບໍ່ເວົ້າກັນຍາວ ລອງມາເບິ່ງເລື່ອງລາວແຮງບັນດານໃຈດີໆຈາກການບອກເລົ່າຂອງສາວ ປຸ້ຍ ພິດສາຄອນ Airhostess ຄົນນີ້ລອງເບິ່ງ… ຍ້ອນຄວາມຝັນທີ່ມີ …

Read More »

ຮູ້ໄວ້ບໍ່ເສຍປຽບ! ວິທີການຄິດໄລ່ເງິນ OT ຫຼືວຽກເພີ່ມໂມງ

ເພື່ອໃຫ້ເຂົ້າກັບວັນ ກຳມະກອນສາກົນ (INTERNATIONAL LABOUR DAY) ຂວັນໃຈ ເຮົາຈຶ່ງໄດ້ໄປຊອກຄວາມຮູ້ດີໆມາຝາກໝູ່ເພື່ອນທຸກຄົນ, ເວລາທີ່ເຮັດວຽກເພີ່ມໂມງ ຫຼື OT ແລ້ວ ເຄີຍສົງໄສບໍ່ວ່າ ເພິ່ນມີວິທີຄິດໄລ່ເງິນ OT ໃຫ້ເຮົາແນວໃດ? ຫຼືບາງຄົນອາດຢາກລອງຄິດໄລ່ເງິນ OT ດ້ວຍຕົນເອງ ເພື່ອປ້ອງກັນການຖືກເອົາປຽບ ຈາກນາຍຈ້າງ ກໍສາມາດເບິ່ງຕາມສູດທີ່ໄດ້ລະບຸໄວ້ໃນກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ (2014) ໄດ້ດັ່ງນີ້: ມາດຕາ 114. ຄ່າເຮັດວຽກເພີ່ມໂມງ: “ຄ່າເຮັດວຽກເພີ່ມໂມງ ຂອງວັນເຮັດວຽກປົກກະຕິ ນັບແຕ່ເວລາ 17 ໂມງ ຫາ 22 ໂມງ ຈະໄດ້ຮັບເງິນຄ່າແຮງງານເພີ່ມ ເທົ່າກັບ 150% ຂອງຄ່າແຮງງານປົກກະຕິ. ຄ່າເຮັດວຽກເພີ່ມໂມງ ຂອງວັນເຮັດວຽກປົກກະຕິ ນັບແຕ່ເວລາ 22 ໂມງ ຫາ 6 ໂມງເຊົ້າ ຈະໄດ້ຮັບເງິນຄ່າແຮງງານເພີ່ມ ເທົ່າກັບ 200% …

Read More »