“ບໍ່ກ້າບອກໃຜ ວ່າຂ້ອຍຢາກເປັນ ນາງຟ້າ ຄິດວ່າຕົນເອງຂີ້ລ້າຍ ການມີຝັນແບບນັ້ນ ເປັນສິ່ງທີ່ສູງເກີນເອື້ອມ” ມາອີກແລ້ວກັບບົດຄວາມດີໆ…ສ້າງປະໂຫຍດ ແລະ ທີ່ສຳຄັນແມ່ນຈະເປັນບົດຄວາມທີ່ສ້າງແຮງບັນດານໃຈໃຫ້ໝູ່ເພື່ອນທຸກຄົນ ໃນມື້ນີ້ເຮົາຈະມາສຳພາດເປີດໃຈອີກໜຶ່ງສາວລາວຄົນເກັ່ງ ມີດີກຼີເປັນເຖິງ ສາວລາວຄົນທຳອິດ ທີ່ກ້າວໄປເປັນນາງຟ້າໃນສາຍການບິນລະດັບໂລກ, ຫາກເຮົາຕັ້ງຄຳຖາມວ່າ ອາຊີບທີ່ສາວໆໃຝ່ຝັນຢາກເປັນຫຼາຍທີ່ສຸດແມ່ນຫຍັງ? ໜຶ່ງໃນຄຳຕອບອັນດັບຕົ້ນໆ ຕ້ອງແມ່ນ ພະນັກງານຕ້ອນຮັບເທິງເຮືອບິນ ຫຼື ແອໂຮສເຕດ (Airhostess) ຢ່າງແນ່ນອນ ເພາະເປັນອາຊີບທີ່ຖືກຂະໜານນາມວ່າ “ນາງຟ້າ” ຟັງແລ້ວຈັ່ງແມ່ນຟຸ້ງຟິ້ງ ສູງສົ່ງ ສະຫງ່າງາມເຫຼືອເກີນ ແລ້ວການທີ່ຈະໄດ້ເປັນ ນາງຟ້າ ຂອງສາຍການບິນຕ່າງໆ ມັນຍາກງ່າຍແນວໃດ ມື້ນີ້ ຂວັນໃຈ ເຮົາມີຄຳຕອບຈາກປະສົບການຕົວຈິງຂອງນາງຟ້າອິນເຕີ ສາວປຸ ສຸມາໄລ ໂພທິສານ ອາຍຸ: 30 ປີ ຈາກສາຍການບິນກາຕ້າ (Qutar Airways) ທີ່ອ່ານແລ້ວ ສາວໆທີ່ມີຝັນຈະຮູ້ສຶກມີພະລັງ ແລະ ກະຕືລືລົ້ນຫຼາຍກວ່າເກົ່າ… ຄວາມໃຝ່ຝັນ ເກີດຈາກຄວາມປະທັບໃຈທຳອິດ ຈຸດເລີ່ມຕົ້ນຂອງຄວາມໃຝ່ຝັນຢາກເປັນ “ນາງຟ້າ” ສາຍການບິນ ຂອງສາວປຸ …
Read More »ຂ່າວບັນເທີງໃນປະເທດ
ຈະເກີດຫຍັງຂຶ້ນ? ເມື່ອ ໂນດ ອຸດົມ ເຈິກັບເດັກນ້ອຍລາວ! (ງານນີ້ກຽມຮາ…555) ມີຄລິບ
ມາເບິ່ງ! ຈະເກີດຫຍັງຂຶ້ນເມື່ອ ໂນດ ອຸດົມ ນັກດ່ຽວໄມໂຄໂຟນຊື່ດັງຈາກເພື່ອນບ້ານ ໄດ້ແວະມາຢ້ຽມຢາມນ້ອງໆເດັກນ້ອຍລາວ ເຖິງໂຮງຮຽນ, (ຂໍບອກງານນີ້ກຽມຮາ…555) เกาะดมชมลาวยาวๆ ไป Ep.2 อุดมแวะเยี่ยมเยียนและดูงานระบบการศึกษาของโรงเรียนต่างแดน เตรียมความพร้อมสู่การเป็นรัฐมนตรีกระทรวงศึกษาฯ โพสต์โดย เดี่ยว เมื่อ 3 พฤษภาคม 2018 ສຳລັບ ໂນດ ອຸດົມ ເຊື່ອວ່າແຟນໆຊາວລາວກໍ່ຄົງຈະຄຸ້ນໜ້າ ຄຸ້ນຕາກັນດີ ເພາະເອີ້ນໄດ້ວ່າ ອ້າຍເພິ່ນກໍ່ເປັນອີກໜຶ່ງບຸກຄົນທີ່ມີຊື່ສຽງ ແລະ ໂດ່ງດັງມາຈາກ “ດ່ຽວ” ໄມໂຄໂຟນນັ້ນເອງ. ຄລິບຈາກ: เดี่ยว
Read More »ຫຼີກທາງໃຫ້ແມ່ໆຈະຍ່າງ! ຊົມພູ່ ອາຣາຍາ ຮ່ວມເສີດສາຍພົມແດງໃນງານ Cannes film festival 2018
ຫຼີກທາງໃຫ້ແມ່ໆຈະຍ່າງ! ຊົມພູ່ ອາຣາຍາ ເອຮາເກັດ ດາລາ-ນັກສະແດງແຖວໜ້າປະເທດເພື່ອນບ້ານ ຮ່ວມເສີດສາຍພົມແດງໃນງານ “Cannes film festival 2018” ທີ່ປະເທດ ຝຣັ່ງ, ແລະ ໃນປີນີ້ ຊົມພູ່ ອາຣາຍາ ເຈົ້າແມ່ແຟຊັ່ນກໍ່ຈັດເຕັມໃນມື້ເດີນພົມແດງມື້ທຳອິດ (DAY 1) ມາໃນຊຸດສີແດງແຮງລິດສຸດເລີດ ພ້ອມດ້ວຍເຄື່ອງປະດັບສຸດຫຼູຫຼາ… ເຊິ່ງປີນີ້ກໍ່ເດີນທາງມາຮອດປີທີ 6 ແລ້ວ ທີ່ດາລາສາວໄດ້ໄປຮ່ວມໃນງານດັ່ງກ່າວ, ສຳລັບລຸກໃນມື້ຕໍ່ໆໄປຈະເປັນແນວໃດ ລໍຖ້າຕິດຕາມກັນເບິ່ງເດີ້ແຟນໆ!!! ຮູບພາບຈາກ: ig/nuttjibii
Read More »ເລີດອະລັງການສຸດໆ! ກັບແຟຊັ່ນຂອງ Rihanna ໃນງານ Met Gala 2018
ຂຶ້ນຊື່ວ່າເປັນໂຕ Top ຂອງວົງການບັນເທິງ Hollywood ມີຫວ໋າຈະເຮັດໃຫ້ແຟນໆຜິດຫວັງ ບອກເລີຍວ່າງານນີ້ Rihanna ເອີ້ນສຽງຮືຮາ ຄວາມສົນໃຈຈາກເຫຼົ່າຊ່າງພາບ ແລະ ຄົນໃນງານ Met Gala 2018 ໄປແບບສະບາຍໆ ເພາະນາງປະກົດກາຍໃນລຸກທີ່ແບບວ່າ ອະລັງການສົມກັບເປັນຕົວແມ່ອີ່ຫລີ… ເຊິ່ງໃນງານ Met Gala 2018 ມາໃນຕຣີມ (Fashion and the Catholic Imagination), ບອກເລີຍງານນີ້ຕ້ອງຂໍຍອມໃນແຟຊັ່ນຄອສຕູມຂອງ Rihanna ແທ້ໆ, ລອງມາເບິ່ງກັນເບິ່ງເດີ້…ເລີດອະລັງການສຸດໆ! ຂໍຂອບໃຈຮູບພາບຈາກ: IG/Badgalriri
Read More »“Top10 Mini mart” ຮ້ານຄ້ານ້ອງໃໝ່ຂົນໂປຣໂມຊັ້ນພິເສດມາເອົາໃຈລູກຄ້າ ພິເສດທາງຮ້ານໃຈໃຫ່ຍແຈກ ສາຍຄໍຄຳ ແລະ ອື່ນໆ…
“Top10 Mini mart” ຮ້ານຄ້ານ້ອງໃໝ່ຂົນໂປຣໂມຊັ້ນພິເສດມາເອົາໃຈລູກຄ້າ ພິເສດທາງຮ້ານໃຈໃຫ່ຍແຈກ ສາຍຄໍຄຳ ແລະ ອື່ນໆ… ຈັດພິທີເປີດໂຕໄປເປັນທີ່ຮຽບຮ້ອຍແລ້ວສຳລັບຮ້ານ “Top10 Mini mart” ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 21 ເມສາ 2018 ທີ່ຜ່ານມາ ທີ່ຮ້ານ Top10 Mini mart ບ້ານດອນກອຍ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ທ່ານນາງບຸດສະກອນ ອັງກາບເພັດ ປະທານຮ້ານ Top10 Mini mart ໄດ້ກ່າວວ່າປັດຈຸບັນຮູບແບບການຈັບຈ່າຍສິນຄ້າໃຊ້ສອຍຂອງຄົນລາວແມ່ນແຕກຕ່າງຈາກໃນເມື່ອກ່ອນ ໂດຍສະເພາະໃນຕົວເມືອງຜູ້ຄົນຕ້ອງການຄວາມສະດວກສະບາຍ ແລະວ່ອງໄວ ແມ້ແຕ່ການເລືອກຊື້ເລືອກຫາສິນຄ້າເພື່ອການບໍລິໂພກ ແລະ ອຸປະໂພກ ເຊິ່ງພວກເຮົາມີຄວາມເຂົ້າອົກເຂົ້າໃຈເປັນຢ່າງດີ. ສະນັ້ນ, ຈຶ່ງໄດ້ມີການເປີດຮ້ານຄ້າສະດວກຊື້ Top10 Mini Mart ຂຶ້ນມາເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າ ທາງຮ້ານຂອງພວກເຮົາໄດ້ຮວບຮວມສິນຄ້າທີ່ຫຼາກຫຼາຍ ແລະ ມີຄຸນນະພາບໄດ້ມາດຕະຖານໂດຍສະເພາະກໍແມ່ນຜະລິດຕະພັນໃຊ້ໃນຄົວເຮືອນ ແລະສິນຄ້າທີ່ຊົມໃຊ້ໃນຊີວິດປະຈຳວັນ ພິເສດໄປກວ່ານັ້ນ ທາງຮ້ານກໍຍັງໄດ້ຈັດຈຳໜ່າຍຜັກ-ໝາກໄມ້ປອດສານພິດ ແລະຊີ້ນສັດ-ອາຫານທະເລນຳເຂົ້າສົດໃໝ່ ເພື່ອເປັນທາງເລືອກໃຫ້ກັບລູກຄ້າຜູ້ທີ່ຮັກສຸຂະພາບ ແລະ ຕ້ອງການປຸງແຕ່ງອາຫານຮັບປະທານເອງສາມາດເວົ້າໄດ້ວ່າລູກຄ້າທີ່ເຂົ້າມາໃນຮ້ານຂອງພວກເຮົາແມ່ນຈະໄດ້ຮັບສິນຄ້າທີ່ຫຼາກຫຼາຍ ແລະຄົບຖ້ວນ ໃນລາຄາທີ່ໄດ້ມາດຕະຖານ ແລະ ການບໍລິການທີ່ເປັນມິດ ພາຍໃຕ້ສະໂລແກນຂອງຮ້ານທີ່ວ່າທັອບເທັນມິນິມາກ ສິນຄ້າຄົບ ຈົບທຸກຢ່າງ. ພິເສດໄປກວ່ານັ້ນທາງຮ້ານຍັງມີໂປຣໂມຊັ້ນພິເສດສະເຫຼີມສະຫຼອງການເປີດຮ້ານໃໝ່ ລູກຄ້າທີ່ຊື້ສິນຄ້າພາຍໃນຮ້ານຄົບ 100.000 ກີບສາມາດລຸ້ນຮັບລາງວັນ …
Read More »