Breaking News

ຂ່າວບັນເທີງໃນປະເທດ

ນາງສັງຂານຫຼວງພະບາງໃນແຕ່ລະປີ ງາມຊໍ່າໃດມາເບິ່ງ?

ສາວ ຫຼວງພະບາງ ສາວລືສາວຊ່າ ເປັນຕາອອນຊອນຫຼາຍກັບສາວງາມແຫ່ງເມືອງມໍລະດົກໂລກ ໂດຍສະເພາະສາວງາມທີ່ເປັນນາງສັງຂານໃນແຕ່ລະປີ ບອກເລີຍວ່າມີຄວາມງາມພຽບພ້ອມ ທັງກິຣິຍາທ່າທາງ ແຖມຮອຍຍິ້ມກໍ່ສຸດແສນຈະມີສະເໜ່… ລອງມາເບິ່ງ ນາງສັງຂານຫຼວງພະບາງໃນແຕ່ລະປີ ງາມ ຍິ້ມຫວານປານໃດມາເບິ່ງ!!! ນາງສັງຂານ ຫຼວງພະບາງ ປະຈຳປີ 2011 ນາງສັງຂານ ຫຼວງພະບາງ ປະຈຳປີ 2012 ນາງສັງຂານ ຫຼວງພະບາງ ປະຈຳປີ 2013 ນາງສັງຂານ ຫຼວງພະບາງ ປະຈຳປີ 2014 ນາງສັງຂານ ຫຼວງພະບາງ ປະຈຳປີ 2015 ນາງສັງຂານ ຫຼວງພະບາງ ປະຈຳປີ 2016 ນາງສັງຂານ ຫຼວງພະບາງ ປະຈຳປີ 2017 ສຳລັບ ນາງສັງຂານ ປະຈຳປີ 2018 ແມ່ນຍັງຢູ່ໃນໄລຍະຄັດເລືອກ. ຮູບພາບ: Luang Prabang Moradok

Read More »

7 ສາວງາມທີ່ຊາວເນັດເຊຍໃຫ້ເປັນ ລູກສາວພຣະຍາກະບິນລະພົມ (ນາງສາວນະຄອນຫຼວງ 2018)

ກຳລັງເປັນກະແສຄຶກຄື້ນໄປທົ່ວປະເທດກັນເລີຍກັບການປະກວດຄັດເລືອກເອົາສາວງາມທີ່ມີຄວາມພຽບພ້ອມ ແລະ ເໝາະສົມໃນການເປັນຕົວແທນຂອງ ລູກສາວພຣະຍາກະບິນລະພົມ ແລະ ເປັນສາວງາມທີ່ຈະເປັນນາງສັງຂານໃນຊ່ວງປີໃໝ່ລາວ ປະຈຳປີ 2018 ທີ່ຍັບໝໍ່ເຂົ້າມານີ້ ແລະ ໃນມື້ນີ້ ຂວັນໃຈ ເຮົາຈະແວະວຽນໄປທີ່ເວທີຂອງການປະກວດ ນາງສາວນະຄອນຫຼວງ (Miss Vientiane 2018) ແລະ ມີບັນດາສາວງາມຫຼາຍໆຄົນທີ່ມີຄວາມພຽບພ້ອມ ມີຄວາມງາມເໝາະສົມແກ່ຕຳແໜ່ງນີ້ ຈົນຊາວເນັດເຊຍກັນແບບບໍ່ມີໃຜຍອມໃຜ… ເອົ້າ!! ເວົ້າໄປຫຼາຍມັນຍາວ ລອງມາສ່ອງ 7 ສາວງາມທີ່ຊາວເນັດເຊຍໃຫ້ເປັນລູກສາວພຣະຍາກະບິນລະພົມ (ນາງສາວນະຄອນຫຼວງ 2018) MVT 08 ນາງ ວິດາ ແຊ້ພານ MVT 10 ນາງ ລິດດາ ສີຊານົນ MVT 11 ນາງ ອາລິຍາ ເກດບຸນຈັນ MVT 12 ນາງ ນ້ຳເຜີ້ງ ສະຫວັດ MVT 13 ນາງ ວິສູດາ ວັນນະສຸກ …

Read More »

ກິນເຂົ້າກັບຫຍັງຄືງາມແທ້? ມຸກ ກິດສະດາ Miss Supranational Laos ດຽວນີ້ງາມຂຶ້ນເປັນກອງ!!!

ໂອ້ຍຍຍຍ! ສະດຸດຫູ ສະດຸດຕາ ສະດຸດໃຈແທ້ນໍ້ ມຸກ ກິດສະດາ ວົງໄຊສະຫວາດ ເຈົ້າຂອງຕຳແໜ່ງ Miss Supranational Laos 2017 ທີ່ດຽວນີ້ງາມຂຶ້ນເປັນກອງ ອໍຣ້ານາງງາມຈັບສຸດໆ ບໍ່ວ່າຈະອອກງານອີເວັ້ນ ຫຼື ຖ່າຍຮູບ ມຸມໃດກໍ່ງາມ ເຊັກຊີ່ ເປະເວີ້ ບໍ່ມີບ່ອນຕິເລີຍເດີ້… ສຳລັບ ມຸກ ກິດສະດາ ວົງໄຊສະຫວາດ  ຫຼາຍຄົນຄຸ້ນໜ້າຄຸ້ນຕາກັນດີ ເພາະນາງເອີ້ນໄດ້ວ່າເປັນສາວງາມເດີນສາຍປະກວດເລີຍກໍ່ວ່າໄດ້ ແຖມຄວ້າລາງວັນມາແລ້ວຫຼາຍເວທີ ຫຼາຍຕຳແໜ່ງເຊັ່ນ: ຕຳແໜ່ງ The Best Modle ຈາກການປະກວດ 13th Chinese-Asean Etiquette Pageant ທີ່ປະເທດຈີນ, ຕຳແໜ່ງ 2nd Runner Up ຈາກເວທີ Miss Grand Laos 2017 ແລະ ຫຼ້າສຸດຕຳແໜ່ງ  Miss Supranational Laos …

Read More »

ມາລຸ້ນກັນ! ແພັດ ເພັດດາວອນ ຈະປ້ອງກັນແຊ້ມໄວ້ໄດ້ອີກບໍ່? (ປັດຈຸບັນ 11 ສະໄໝແລ້ວເດີ້)

ວ້າວວວ! ຄົນລາວເຮົາລຸ້ນ ແລະ ເຊີຍ ສາວ ແພັດ ເພັດດາວອນ ສາວລາວຈາກແດນໃຕ້ທີ່ເດີນທາງໄປປະກວດໃນລາຍການແຂ່ງເພງຊື່ດັງຂອງປະເທດເພື່ອນບ້ານ “ສຶກວັນດວນເພງ” ເຊິ່ງຫຼ້າສຸດ ແພັດ ກໍ່ປ້ອງກັນແຊ້ມໃນວັນທີ 2 ເມສາ 2018 ທີ່ຜ່ານມາ ແລະ ກໍ່ເປັນໄປຕາມຄາດເພາະນາງໂຊພະລັງສຽງໃນບົດເພງ “ຮູ້ວ່າເຂົາໝົດໃຈ ແຕ່ທຳໄມຍັງຮັກເຫຼືອເກີນ” ຈົນປ້ອງກັນແຊ້ມໄດ້ເຖິງ 11 ສະໄໝແລ້ວ ຄວ້າເງິນລາງວັນໄປເຖິງ 110.000 ໝື່ນບາດ ຫຼືປະມານເກືອບ 30 ລ້ານກີບ.   ແລະ ໃນມື້ນີ້ຢ່າລືມມາລຸ້ນກັນ ເພາະການປ້ອງກັນແຊ້ມຂອງສາວ ແພັດ ເພັດດາວອນ ໃນລາຍການ ສຶກວັນດວນເພງ ຍັງຄົງດຳເນີນໄປຢ່າງເຂັ້ມຂຸ້ນ ຢ່າລືມເປັນກຳລັງໃຈໃຫ້ສາວລາວເຮົານຳແດ່ເດີ້ແຟນໆ ຝາກກົດໄລ້ ກົດແຊຣໄປເປັນກຳລັງໃຈໃຫ້ເພິ່ນນຳແດ່!!! (ມີຄິບທີ່ ສາວ ແພັດ ຂຶ້ນປ້ອງກັນແຊ້ມໃນວັນທີ 2 ເມາສາ 2018 ມາຝາກ)   …

Read More »

ມາແຮງຫຼາຍ! ນຸ້ຍ ສຸພາພອນ ຮ່ວມງານກັບຊຸບເປີສະຕາເບີຕົ້ນໆຂອງປະເທດເພື່ອນບ້ານ

ມາແຮງຫຼາຍ! ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ຮ່ວມງານກັບຊຸບເປີສະຕາເບີຕົ້ນໆຂອງປະເທດເພື່ອນບ້ານ ໃນວັນທີ 1 ເມສາ 2018 ຫຼາກຫຼາຍຄົນເຊັ່ນ: ພອຍ ເຊີມານ, ລີເດຍ ສະລັນລັດ, ແພັດ ນະປະພາ, ປັ້ນຈັ່ນ ປໍລະມະ, ເບວລ່າ ລານີ ແຄມເປນ, ໂປບ ທະນະວັນ  ແລະ ຍັງມີເຫຼົ່າເຊເລບຄົນດັງອີກຫຼາຍທ່ານທີ່ມາຮ່ວມໃນງານໃນຄັ້ງນີ້. ເຊິ່ງງານນີ້ ນຸ້ຍ ສຸພາພອນ ກໍໄດ້ຮ່ວມເດີນແບບ ແລະ ຮ່ວມເຟມຖ່າຍຮູບໂດຍໂພສທ່າແບບມືອາຊີບແບບບໍ່ໜ້ອຍໜ້າເຫຼົ່າຊຸບເປີສະຕາຝັ່ງໄທ, ລອງມາເບິ່ງກັນເລີຍ!!! ຮູບພາບ: Nui Souphaphone (ຂ່າວທີ່ກ່ຽວຂ້ອງ) ກຳລັງເປັນກະແສ! ນຸ້ຍ ສຸພາພອນ ຮ່ວມງານກັບສອງຊຸບຕາ ແມ່ກາລະເກດ ແລະ ພີ່ໝື່ນ ຄູ່ພະນາງຈາກລະຄອນ “ບຸບເພສັນນິວາດ”

Read More »