Breaking News

ຂ່າວບັນເທີງໃນປະເທດ

ຄົນລາວມີເຮ! ປີນີ້ພັກຍາວ ອອກມາແລ້ວແຈ້ງການສຳລັບມື້ພັກປີໃໝ່ລາວ 2018

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ວັນທີ 27 ມີນາ 2018 ເລື່ອງ: ການຈັດຕັ້ງສະເຫຼີມສະຫຼອງວັນບຸນປີໃຫມ່ລາວ ປະຈຳປີ ພສ 2561. ເນື່ອງຈາກວັນປີໃຫມ່ລາວ ປີ 2018 ແມ່ນກົງກັບວັນທີ 14-15-16 ເມສາ 2018 (ກົງກັບວັນເສົາ, ອາທິດ ແລະ ວັນຈັນ), ຊຶ່ງວັນທີ 14 ແລະ 15 ເປັນວັນເສົາ ແລະ ອາທິດ (ເປັນວັນພັກລັດຖະການ) ດັ່ງນັ້ນ, ຈຶ່ງເຫັນດີກຳນົດເອົາວັນທີ 17 ແລະ 18 ເມສາ 2018 (ກົງກັບວັນອັງຄານ ແລະ ວັນພຸດ) ເປັນວັນພັກຊົດເຊີຍ. ຂໍຂອບໃຈສຳລັບທີ່ມາ ແລະ ຮູບພາບປະກອບ.

Read More »

ສຸດຍອດ! ສາວລາວປ້ອງກັນແຊ້ມໃນລາຍການ “ສຶກວັນດວນເພງ” ໄດ້ອີກແລ້ວ!!!

ມີແຟນໆຕິດຕາມໃຫ້ກຳລັງໃຈສາວ ແພັດ ເພັດດາວອນ ສາວລາວທີ່ໄປແຂ່ງຂັນເພງໃນລາຍການ”ສຶກວັນດວນເພງ” ຢູ່ທີ່ປະເທດເພື່ອນບ້ານກັນຢ່າງຫຼວງຫຼາຍ, ຫຼ້າສຸດນາງກໍປ້ອງກັນແຊ້ມໄດ້ອີກແລ້ວເດີ້ລວມເປັນ 6 ສະໄໝ, ເຊິ່ງໃນຄໍ່າຄືນຂອງວັນທີ 26 ມີນາ 2018 ສາວ ແພັດ ກໍຂຶ້ນປ້ອງກັນແຊ້ມດ້ວຍບົດເພງ “ຂໍແຄ່ຮູ້ຂ່າວ” ກັບສາວງາມສຽງດີຈາກປະເທດເພື່ອນບ້ານ ແລະ ວິນາທີທີ່ໜ້າຕື່ນເຕັ້ນກໍມາຮອດ ເຊື່ອວ່າແຟນໆທາງບ້ານກໍລຸ້ນກັນຕິດຂອບໜ້າຈໍເລີຍແມ່ນບໍ່ ແລະ ຜົນທີ່ອອກມາກໍເປັນທີ່ໜ້າຍິນດີເພາະນາງສາມາດປ້ອງກັນແຊ້ມ ແລະ ຍັງບໍ່ທັນໄດ້ໃຊ້ຕົວຊ່ວຍອີກເດີ້ (ຊົມເຊີຍ) ຟັງກັນແລ້ວເປັນແນວໃດແດ່ ທັງມ່ວນ ທັງຊື້ງ ທັງອອນຊອນຄັກແມ່ນບໍ່? ການປ້ອງກັນແຊ້ມຂອງສາວ ແພັດ ເພັດດາວອນ ໃນລາຍການ ສຶກວັນດວນເພງ ຍັງຄົງດຳເນີນໄປຢ່າງເຂັ້ມຂຸ້ນ ຢ່າລືມເປັນກຳລັງໃຈໃຫ້ສາວລາວເຮົານຳແດ່ເດີ້ແຟນໆ ຝາກກົດໄລ້ ກົດແຊຣໄປເປັນກຳລັງໃຈໃຫ້ນາງນຳແດ່!!! ຄລິບຈາກ: one31 ເປັນຕາອອນຊອນສຽງ! ມາຟັງເພງມ່ວນໆຂອງສາວລາວຈາກແດນໃຕ້ ແພັດ ເພັດດາວອນ! ຂໍສະແດງຄວາມຍິນດີ! ແພັດ ເພັດດາວອນ ແຊ້ມຄົນທຳອິດຂອງລາວໃນລາຍການ “ສຶກວັນດວນເພງ” ຕ້ອງຕົບມືໃຫ້ເພິ່ນ! ສາວລາວຍິ້ມງາມຈາກແດນໃຕ້ …

Read More »

ສ່ອງ! IG ເບວລ່າ ລານີ ຫຼື ແມ່ກາລະເກດ (ປ່າໂທະ! ອໍເຈົ້າຄືມາເຊັກຊີ່ແທ້ ກ້າມທ້ອງເປັນມັດໆ)

ສ່ອງ! IG ເບວລ່າ ລານີ ແຄມເປນ ດາລາສາວຊື່ດັງຈາກປະເທດເພື່ອນບ້ານ  ຫຼື ແມ່ກາລະເກດ ຈາກລະຄອນເລື່ອງ ບຸບເພສັນນິວາດ, ເຊື່ອວ່າແຟນໆຊາວລາວເຮົາກໍຕິດລະຄອນເລື່ອງນີ້ກັນບໍ່ໜ້ອຍ, ເອົາລະບໍ່ເວົ້າຍາວ ມື້ນີ້ ຂວັນໃຈ ເຮົາເລີຍຈັດໃຫ້ ແຕ່ໆດຽວກ່ອນ ເພາະບໍ່ໄດ້ຈະພາມາທົວກອງລະຄອນເລື່ອງ ບຸບເພສັນນິວາດ ແຕ່ຢ່າງໃດເດີ້ (555) ແຕ່ຈະພາໄປສ່ອງໂປຟາຍຂອງສາວ ເບວລ່າ ທີ່ແບບວ່າໂອ້ຍຫຸ່ນຂອງນາງສຸດເຊັກຊີ່ເວີ້ ກ້າມທ້ອງເປັນມັດໆ… ໂອະ ໂອ້ຍ ອໍເຈົ້າຫຼິ້ນຫຸ່ນດີແບບນີ້ ອໍເຮົາພໍແຕ່ຢາກວາງຖົງເຂົ້າໜົມນົມເນຍ ແລ້ວແລ່ນເຂົ້າຟິດເນັດແບບດ່ວນໆກັນເລີຍເດີ້ (555) ຍອມໃຈໃນຄວາມຫຸ່ນດີຂອງສາວເບວລ່າແທ້ໆ!!! ໍ ຮູບພາບຈາກ: IG/bellacampen

Read More »

ອະລັງເວີ້…ຕົວແມ່ມາເອງ! ສຸດມ່ວນ ໂຊພິເສດຈາກ ອາເລັກຊານດຼາ (ໜ້າກາກຊາກຸລະ) 

ອະລັງເວີ້…ຕົວແມ່ມາເອງ! ແມ່ກໍຄືແມ່ ຈັດໜັກຈັດເຕັມກັບໂຊສຸດພິເສດຈາກ ອາເລັກຊານດຼາ ທິດາວັນ ບຸນຊ່ວຍ ທີ່ມາໂຊພະລັງສຽງສຸດມ່ວນໃນງານປະກວດ Miss Grand Laos 2018 ໃນວັນທີ 24 ມີນາ 2018 ທີ່ຜ່ານມາ, ເຊິ່ງສາວ ອາເລັກ ກໍມາໃນບົດເພງສາກົນ “Love me like you do” , “Flashlight” ແລະ ຍັງໄດ້ຮ່ວມຟີດເຈີຣິ່ງໃນເພງລາວເຮົາໃນບົດເພງ “ເຈົ້າໄດ້ບໍ່?” ກັບ ຕ້າ ເອແພັກ ອີກໜື່ງນັກຮ້ອງຊື່ດັງຂອງລາວເຮົາ, ເຊິ່ງແນ່ນອນເລີຍວ່າສາມາດເອີ້ນສຽງຕົບມືຈາກແຂກທີ່ຢູ່ໃນງານ ແລະ ຜູ້ຊົມທາງບ້ານໄດ້ເປັນຢ່າງດີ. Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ performs at Miss Grand Laos 2018 Pageant Alexandra Bounxouei – ອາເລັກຊານດຼາ …

Read More »

ລຸ້ນໃຈຈົດໃຈຈໍ່! ຂໍສະແດງຄວາມຍິນດີກັບສາວງາມຜູ້ຄວ້າຕຳແໜ່ງ MISS GRAND LAOS 2018

ລຸ້ນໃຈຈົດໃຈຈໍ່! ພໍຮູ້ຜົນແລ້ວກໍຮູ້ສຶກໂລ່ງໃຈກັນເລີຍເນາະ ຂໍສະແດງຄວາມຍິນດີກັບ  ນົບພະລັດ ສີໄກພັກ MG12 ຜູ້ຄວ້າຕຳແໜ່ງ MISS GRAND LAOS 2018 ໄປແບບສົດໆຮ້ອນໆ ເຊິ່ງການປະກວດໄດ້ຈັດຂຶ້ນໃນວັນທີ 24 ມີນາ 2018 ທີ່ຜ່ານມາ, ນົບພະລັດ ສີໄກພັກ ອາຍຸ 20 ປີ ລວງສູງ 173 ຊັງຕີແມັດ ປັດຈຸບັນກຳລັງສຶກສາຢູ່ທີ່ ສະຖາບັນການທະນາຄານ ປີ 2 ແລະ ໃນທ້າຍປີທີ່ຈະມາຮອດນີ້ MISS GRAND LAOS 2018 ກໍຈະໄດ້ເດີນທາງໄປເປັນຕົວແທນປະເທດລາວເພື່ອໄປປະກວດໃນເວທີລະດັບໂລກ MISS GRAND  2018 ຢູ່ທີ່ປະເທດ ມຽນມ້າ ອີກດ້ວຍ. (ຂໍສະແດງຄວາມຍິນດີນຳຫຼາຍໆ) ຕຳແໜ່ງ ຮອງອັນດັບ 1 MISS GRAND LAOS 2018  ໄດ້ແກ່: MG7 ມາລິກາ ສຸກວົງສາ …

Read More »