ຕື່ນເຕັ້ນ ຕື່ນຕາ ຕື່ນໃຈ…!!! ເປັນກະແສຮືຮາ ຮ້ອນແຮງ ກັນສຸດໆເມື່ອ ມິມີ່ ພູນຊັບ ພົນໂຍທາ Miss International Laos 2017 ທີ່ເດີນທາງໄປເປັນຕົວແທນປະເທດລາວເພື່ອເຂົ້າປະກວດນາງງາມເວທີລະດັບສາກົນ Miss International 2017 ຈັດຂຶ້ນທີ່ ປະເທດ ຍີ່ປຸ່ນ ແລະ ຕັດສິນກັນໃນວັນທີ 14 ພະຈິກ 2017 ທີ່ຜ່ານມາ ແລະ ກໍ່ບໍ່ເຮັດໃຫ້ຄົນລາວທຸກຄົນຜິດຫວັງເລີຍ ເພາະ ມິມີ່ ພູນຊັບ ສາມາດເຂົ້າໄປເຖິງຮອບ 8 ຄົນສຸດທ້າຍໃນການປະກວດ Miss International 2017 ຈົນສ້າງກະແສຄວາມຮືຮາທັງຄົນລາວ ແລະ ຄົນຕ່າງຊາດໄດ້ເປັນຢ່າງດີ ເພາະວ່າໃນປີນີ້ປະເທດລາວຂອງເຮົາເປັນປີທຳອິດທີ່ສົ່ງຕົວແທນນາງງາມໄປປະກວດໃນເວທີລະດັບໂລກ ແລະ ກໍຍັງສາມາດເຂົ້າໄປໄດ້ເຖິງຮອບເລິກ ຖືວ່າເປັນຂ່າວດີຂອງຄົນລາວເຮົາທຸກຄົນກັນເລີຍ (ຊົມເຊີຍເດີ້). ລວມຜົນງານ ມິມີ່ ພູນຊັບ ພົນໂຍທາ Miss International …
Read More »ຂ່າວບັນເທີງໃນປະເທດ
ນຸ້ຍ ສຸພາພອນ ເດີນທາງຮອດ USA ແລ້ວ ພ້ອມເຂົ້າຮ່ວມເຮັດກິດຈະກຳກັບກອງປະກວດ Miss Universe 2017 ມື້ທຳອິດ!!!
ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ໄດ້ເດີນທາງໄປເປັນຕົວແທນສາວງາມຈາກປະເທດລາວເພື່ອໄປປະກວດໃນເວທີລະດັບໂລກ ນາງງາມຈັກກະວານ (Miss Universe 2017) ເຊິ່ງປີນີ້ຈັດຂຶ້ນທີ່ Las Vegas (USA) ຕັ້ງແຕ່ວັນທີ 11 ພະຈິກ 2017 ປັດຈຸບັນແມ່ນເຖິງທີ່ໝາຍແລ້ວ ດ້ວຍຄວາມປອດໄພ ແລະ ຍັງມີຄວາມພ້ອມເລີ່ມເຮັດກິດຈະກຳກັບກອງປະກວດ ນາງງາມຈັກກະວານ ເປັນທີ່ຮຽບຮ້ອຍ. ນອກຈາກນັ້ນ ນຸ້ຍ ສຸພາພອນ Miss Universe Laos ຍັງໄດ້ມີການໂພສຮູບພາບກັບບັນດາສາວງາມຈາກຫຼາກຫຼາຍປະເທດທີ່ເຂົ້າປະກວດດ້ວຍສີໜ້າທີ່ຍິ້ມແຍ້ມແຈ່ມໃສ (ສູ້ສູ້…ເດີ້ Miss Universe Laos) #ແຊຣໄປໃຫ້ໂລກຮູ້ ?? (ຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້) ຮູບພາບ: Nui Soupphaphone Somvichit , Miss Universe Laos ມີສຢູນີເວີຣສ ລາວ
Read More »ເຊຍລາວສຸດໃຈ! ມາຮ່ວມສົ່ງກຳລັງໃຈໃຫ້ ມິມີ່ ພູນຊັບ ນາງງາມຕົວແທນປະເທດລາວໃນການປະກວດ Miss International 2017 ທີ່ ປະເທດ ຍີ່ປຸ່ນ
ມາອີກແລ້ວກັບອີກໜຶ່ງເວທີວົງການຂາອ່ອນ ກັບການປະກວດນາງສາວງາມເວທີລະດັບອິນເຕີຢ່າງ Miss International 2017 ຈັດຂຶ້ນທີ່ ເມືອງ ໂຕກຽວ ປະເທດ ຍີ່ປຸ່ນ ແລະ ໃນປີນີ້ປະເທດລາວຂອງເຮົາກໍມີສ່ວນເຂົ້າຮ່ວມໂດຍການສົ່ງຕົວແທນສາວງາມຄື ພູນຊັບ ພົນໂຍທາ (ມິມີ່) Miss International Laos ອາຍຸ 19 ປີ ສາວໜ້າຫວານຜູ້ມີຄວາມໝັ້ນໃຈ ແລະ ຄວາມພຽບພ້ອມລ້ານເປີເຊັນ. ຕື່ນເຕັ້ນ ຕື່ນຕາ ຕື່ນໃຈ… ມາຮ່ວມສົ່ງກຳລັງໃຈໃຫ້ ນ້ອງ ມິມີ່ ພູນຊັບ ພົນໂຍທາ Miss International Laos ໃນການປະກວດ Miss International 2017 ທີ່ປະເທດ ຍີ່ປຸ່ນ ແລະ ຈະຕັດສິນໃນວັນທີ 14 ພະຈິກ 2017, ດັ່ງນັ້ນຈຶ່ງຂໍແຮງເຊຍ ແຮງໃຈຈາກຄົນລາວທົ່ວປະເທດມາຮ່ວມເປັນກຳລັງໃຈໃຫ້ ມິມີ່ ພູນຊັບ ນຳແດ່. ແຟນໆສາມາດຕິດຕາມການປະກວດໃນມື້ Final show ຂອງ Miss International …
Read More »ຄົນລາວຊ່ວຍກັນເລືອກແດ່! ຊຸດປະຈຳຊາດແບບໃດທີ່ຢາກໃຫ້ Miss World Laos ໃສ່ເຂົ້າໃນການປະກວດ Miss World 2017 ທີ່ ສປ ຈີນ.
ເດີນທາງໄປເປັນສາວງາມຕົວແທນປະເທດລາວເຮົາອີກໜຶ່ງຄົນ ສຳລັບ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ Miss world laos 2017, ຫຼ້າສຸດ ເຈນນີ່ ຕົ້ນຄຳ ກໍໄດ້ໂພສຜ່ານເຟສບຸກໃຫ້ພໍ່ແມ່ພີ່ນ້ອງປະຊາຊົນລາວໄດ້ເລືອກວ່າຊຸດໃດທີ່ Miss world laos ຄວນທີ່ຈະສວມໃສໃນຮອບ Dance of the world ໃນການແຂ່ງຂັນ ນາງງາມໂລກ (Miss World 2017) ຫຼາຍທີ່ສຸດ. ລອງມາເບິ່ງກັນເລີຍວ່າຈະມີຊຸດໃດແດ່? ເບິ່ງແລ້ວເລືອກຊ່ວຍກັນແດ່ເດີ້ທຸກຄົນ ຂໍຄອມເມັ້ນ ແລະ ເຫດຜົນນຳແດ່!!! ຊຸດເມືອງຫຼວງພະບາງ 2. ຊຸດລາວທັນສະໄໝ ການປະກວດ Miss world 2017 ທີ່ ສປ ຈີນ ໃນຮອບສຸດທ້າຍ (Final walk) ຈະຈັດຂຶ້ນໃນວັນທີ 18 ພະຈິກ 2017 ນີ້, ຢ່າລືມສົ່ງແຮງເຊຍແຮງໃຈໃຫ້ກັນສາວງາມຕົວແທນປະເທດລາວແດ່ເດີ້ແຟນໆ #ແຊຣໄປໃຫ້ໂລກຮູ້ ?? ທີ່ມາ: Tonkham Phonchanheuang …
Read More »ຊົມເຊີຍ! ນັກກິລາຍິງ Model Physique ໄປສ້າງຊື່ສຽງໃນຕ່າງປະເທດ!!!
ມາຮູ້ຈັກກັບ!!! ກິນນະລອນ ນັນທະລາດ (ຕ້ອມ) ອາຍຸ 33 ປີ ນັກກິລາຍິງຜູ້ໄປສ້າງຊື່ສຽງໃຫ້ປະເທດລາວ ໃນງານແຂ່ງຂັນກິລາໃນລຸ້ນ Model Physique ໃນງານ Thailand International Sport Expo 2017 ທີ່ເມືອງທອງທານີ (ປະເທດໄທ), ໃນງານນີ້ມີການແຂ່ງຂັນແມ່ຍິງທີ່ມີຮູບຮ່າງດີ ຈາກຫຼາກຫຼາຍປະເທດເຂົ້າຮ່ວມ ບໍ່ວ່າຈະເປັນ ລາວ, ໄທ, ສ.ເກົາຫລີ, ແຖມງານນີ້ສາວລາວເຮົາກໍບໍ່ທຳມະດາ ສາມາດເປັນໜຶ່ງໃນຜູ້ເຂົ້າແຂ່ງຂັນທີ່ຜ່ານເຂົ້າໄປໃນຮອບ 10 ຄົນສຸດທ້າຍ ຈົນເປັນທີ່ຮືຮາຂອງຄົນທີ່ໄປຮ່ວມໃນງານ. ສຳລັບ ຕ້ອມ ກິນນະລອນ ນັກກ້າມສາວລາວຄົນເກັ່ງ ປະຫວັດເພິ່ນກໍບໍ່ແມ່ນທໍາມະດາ ເພາະອາດີດເຄີຍເປັນນັກກິລາ basketball ຍິງທີມຊາດ ແລະ ຍັງເປັນຜູ້ຊະນະເລີດອັນດັບ 1 ໃນການແຂ່ງຂັນໃນງານດຽວກັບການປະກວດ Mr. Lao 2017 ເຊິ່ງເປັນຄັ້ງທຳອິດໃນການສົ່ງກິລາເພາະກາຍຍິງຮ່ວມແຂ່ງຂັນຂອງ Fitness Up2u ຈັດຂຶ້ນໃນວັນທີ 1 ເມສາ …
Read More »