Breaking News

ຂ່າວບັນເທີງໃນປະເທດ

ມາຮູ້ຈັກປະຫວັດ! ນຸ້ຍ ສຸພາພອນ ນາງງາມຕົວແທນປະເທດລາວທີ່ຈະເດີນທາງໄປປະກວດ Miss Universe 2017 ທີ່ USA

ໃກ້ເຂົ້າມາແລ້ວກັບການປະກວດ Miss Universe 2017 (ນາງງາມຈັກກະວານ) ເຊິ່ງ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ກໍກຳລັງກະກຽມຄວາມພ້ອມຢ່າງເຕັມທີ່ ເພື່ອຈະໄປເປັນສາວງາມຕົວແທນຈາກປະເທດລາວປີທຳອິດໃນການປະກວດ Miss Universe 2017 ແລະ ຈະເດີນທາງໃນວັນທີ 11 ພະຈິກ 2017 ນີ້ແລ້ວ ເຊິ່ງປີນີ້ຈັດຂຶ້ນທີ່ Las Vegas ທີ່ (USA) ແລະ ມື້ປະກວດແທ້ແມ່ນວັນທີ 26 ພະຈິກ 2017. (ຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້) #ແຊຣໄປໃຫ້ໂລກຮູ້  ?? ມາຮູ້ຈັກປະຫວັດ! ນຸ້ຍ ສຸພາພອນ ນາງງາມຕົວແທນປະເທດລາວທີ່ຈະເດີນທາງໄປປະກວດ Miss Universe 2017  ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ອາຍຸ 20 ປີ ລວງສູງ 1,78 …

Read More »

ຄົນອາຍຸ 25 ປີທ່ອງໄວ້ເລີຍ 8 ຂໍ້ທີ່ຈະພາກ້າວເຂົ້າສູ່ຄວາມເປັນຜູ້ໃຫ່ຍແບບມີປະສິດທິພາບ!!!

ອາຍຸ 25 ປີ ເປັນຊ່ວງອາຍຸທີ່ໜ້າອັດສະຈັນ ເປັນຊ່ວງໄວທີ່ກຳລັງມ່ວນ ແລະ ກຳລັງພາເຮົາກ້າວເຂົ້າສູ່ການເປັນຜູ້ໃຫ່ຍ ເປັນຊ່ວງໄວທີ່ກຳລັງເຕັມໄປດ້ວຍຄວາມຝັນ ໄອເດຍຕ່າງໆ ແລະ ກຳລັງເປັນຊ່ວງທີ່ຕ້ອງຄົ້ນຫາຕົວເອງໃຫ້ເຈິວ່າເຮົາຈະກ້າວໄປເປັນຜູ້ໃຫ່ຍໃນແບບໃດ?   8 ຂໍ້ສຳຄັນທີ່ຄວນທ່ອງໃຫ້ຂຶ້ນໃຈກ່ອນຈະກ້າວໄປສູ່ອາຍຸ 30 ປີ ແບບມີປະສິດທິພາບ: ຢ່າຢູ່ກັບສິ່ງທີ່ບໍ່ແມ່ນ ໝາຍເຖິງວຽກທີ່ເຮັດໃຫ້ເຮົາບໍ່ມີຄວາມສຸກ ຄວາມສຳພັນທີ່ເຮັດໃຫ້ເຮົາຕົກຕໍ່າ ຢ່າປ່ອຍໃຫ້ຕົວເອງຕ້ອງເຈິກັບສິ່ງທີ່ເຮັດໃຫ້ເຮົາບໍ່ມີຄວາມສຸກໄດ້ແລ້ວ ເພາະເຮົາກໍມີດີຄືກັບຄົນອື່ນ ດັ່ງນັ້ນຢ່າກັກຕົວເອງໃຫ້ຢູ່ແຕ່ບ່ອນເກົ່າ ຈົ່ງຄົ້ນຫາແລະຄວ້າໂອກາດໃໝ່ໆ ທີ່ດີກວ່າເກົ່າ 2. ຖິ້ມຄວາມສຳພັນທີ່ເຮັດໃຫ້ເຈົ້າບໍ່ມີຄວາມສຸກ ທຸກໆຄົນລ້ວນມີຄວາມຮັກ ມີຄວາມສຳພັນໄດ້ ແຕ່ພໍອາຍຸ 25 ປີໄປແລ້ວ ເຮົາຕ້ອງເບິ່ງຄືນແດ່ວ່າ ຄວາມສຳພັນນີ້ເຮັດໃຫ້ມີຄວາມສຸກໄດ້ແທ້ຫຼືບໍ່ ຄົນຮັກມີຄວາມຝັນ ທິດທາງໃນດ້ານດຽວກັບເຮົາຫຼືບໍ່ ຫຼື ໃຊ້ຊີວິດໄປເລື່ອຍໆໂດຍທີ່ບໍ່ມີຈຸດໝາຍຫຍັງ ເພາະນອກຈາກຄວາມຮັກແລ້ວ ເປົ້າໝາຍໃນການໃຊ້ຊີວິດຕ້ອງໄປໃນທາງດຽວກັນ 3. ພັດທະນາຕົວເອງສະເໜີ ແມ່ຍິງສ່ວນຫຼາຍມັກຈະເບິ່ງຄົນອື່ນສຳຄັນສະເໝີ ເພື່ອບໍ່ໃຫ້ໂຕເອງເບິ່ງເປັນຄົນເຫັນແກ່ຕົວ ແຕ່ສິ່ງເຫຼົ່ງນີ້ເຮັດໃຫ້ກາຍເປັນຄົນທີ່ບໍ່ພັດທະນາຕົວເອງ ບໍ່ກ້າເຮັດຫຍັງໃໝ່ໆ ທັງທີ່ຕົວເຮົາເອງຄວນທີ່ຈະຫ່ວງແລະໃສ່ໃຈຕົວເອງທີ່ສຸດ ດັ່ງນັ້ນມີຝັນຫຍັງຈົ່ງເດີນໜ້າເຮັດໃຫ້ສຳເລັດ 4. ກ້າທີ່ຈະພົບເຈີສິ່ງໃໝ່ໆ  …

Read More »

ເລີດໆໄດ້ອີກ! ຫຼິງຫຼິງ ປິຍະດາ ຈັດເຕັມແຟຼຊັ່ນລະດູໜາວ ທ່ອງທ່ຽວປະເທດ ຝຣັ່ງ

ມາອັບເດດຄວາມເຄື່ອນໄຫວຂອງ ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດໝາຍເລກ 1 ຂອງບ້ານເຮົາ ທີ່ຫຼ້າສຸດນາງໄດ້ບິນໄປພັກຜ່ອນທີ່ ປະເທດ ຝຣັ່ງ ຕັ້ງແຕ່ຊ່ວງຕົ້ນເດືອນ ພະຈິກ ທີ່ຜ່ານມາ ແລະ ຂຶ້ນຊື່ວ່າ ຫຼິງຫຼິງ ປິຍະດາ ມີຫວາທີ່ຈະທຳມະດາໃນເລື່ອງແຟຼຊັ່ນການແຕ່ງໂຕ ເສື້ອຜ້າໜ້າຜົມກໍຕ້ອງຈັດເຕັມ ໃຫ້ສົມກັບແຟນໆຕັ້ງສາຍາວ່າເປັນ ແຟຼຊັ່ນນິດຕ້າ (Fashionista) ໂຕແມ່ອີກຄົນໜຶ່ງຂອງວົງການບັນເທີງບ້ານເຮົາ. ເອົ້າ!!! ລອງມາເບິ່ງຮູບພາບ  ຫຼິງຫຼິງ ປິຍະດາ ໃນປະເທດ ຝຣັ່ງ ກັນເລີຍ…ເລີດໆ ຊະນີIndy ຂໍນົບບບບ! ຮູບພາບ: Pitadar Lingling Inthavong

Read More »

ຈັດໜັກຈັດເຕັມແບບອະລັງການ! ກັບງານແຕ່ງດອງ ແອັບເປີ້ນ-ຟຸກ ງານນີ້ມີປະເພນີລາວ, ໄທ ແລະ ຈີນ!!!

ຮືຮາກັນສຸດກັບງານແຕ່ງດອງຂອງ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຣຸກ ຈິຣະ ດ່ານບະວອນກຽດ ຄູ່ຮັກດາລາສາວລາວບ່າວໄທ  ທີ່ງານນີ້ທັງສອງຈັດໜັກຈັດເຕັມ ຈັດງານແຕ່ງດອງແບບອະລັງການງານສ້າງ,  ງານແຕ່ງດອງຂອງ ແອັບເປີ້ນ ແລະ ຟຸກ ມີການເຮັດດອງຕາມປະເພນີເຖິງ 3 ສັນຊາດຄື: ໃນວັນທີ 3 ພະຈິກ ເຮັດງານດອງຕາມປະເພນີລາວ, ວັນທີ 4 ພະຈິກ ຈັດແບບປະເພນີຈີນມີການຍົກນໍ້າຊາ ແລະ ໃນວັນທີ 5 ພະຈິກ ມີການຈັດງານແຕ່ງດອງໃນໂຮງແຮມຫຼູ ພາຍໃນງານເຕັມໄປດ້ວຍຄວາມອະລັງການ ມາໃນໂທນງານສີ ຂາວ-ເທົາ ເບິ່ງສະບາຍຕາ ຕາມແບບຄວາມມັກຂອງທັງສອງ ແລະ ຍັງມີບັນດາໝູ່ເພື່ອນໃນວົງການບັນເທີງ ບັນດາເຊເລບຄົນດັງມາຮ່ວມສະແດງຄວາມຍິນດີຢ່າງຫຼວງຫຼາຍ. ນອກຈາກນີ້ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຣຸກ ຈິຣະ ດ່ານບະວອນກຽດ ຍັງຈະບິນມາຈັດພິທີງານແຕ່ງດອງຢູ່ທີ່ ປະເທດລາວ ໃນວັນທີ 8 ພະຈິກ ທີ່ຈະເຖິງນີ້. (ຢ່າງໃດກໍຂໍສະແດງຄວາມຍິນດີກັບທັງສອງຄົນຫຼາຍໆເດີ້)  …

Read More »

ສ່ອງ! ໝູ່ເຈົ້າສາວເຈົ້າບ່າວໃນງານແຕ່ງດອງຂອງ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ງານນີ້ບອກເລີຍເລີດໆ!!!

ໃນວັນທີ 3 ພະຈິກ 2017 ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຣຸກ ຈິຣະ ດ່ານບະວອນກຽດ ຄູ່ຮັກດາລາສາວລາວບ່າວໄທ ຈັດພິທີວິວາຫວານຕາມແບບຮີດຄອງປະເພນີລາວຢ່າງອະລັງການງານສ້າງບໍ່ວ່າຈະເປັນງານທີ່ມີຄວາມຫຼູຫຼາຈົນເປັນທີ່ຮືຮາຂອງບັນດາແຟນຄລັບ, ນອກຈາກນັ້ນບັນດາໝູ່ເພື່ອນເຈົ້າສາວ ເຈົ້າບ່າວ ກໍບໍ່ທຳມະດາ ບອກເລີຍງານນີ້ລວມບັນດາຄົນດັງ ເຊເລບຢ່າງຫຼວງຫຼາຍ. ລອງມາເບິ່ງກັນເລີຍ…ແຈ່ມໆທັງນັ້ນ!!! (ຂໍຂອບໃຈສຳລັບຮູບພາບ)

Read More »