Breaking News

ຂ່າວບັນເທີງໃນປະເທດ

ຂໍສະແດງຄວາມຍິນດີ! ແອັບເປີ້ນ-ຟຣຸກ ຄູ່ຮັກສາວລາວບ່າວໄທ ຈັດພິທີວິວາຫວານຕາມແບບປະເພນີ ລາວ!!!

ຂໍສະແດງຄວາມຍິນດີ! ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຣຸກ ຈິຣະ ດ່ານບະວອນກຽດ ຄູ່ຮັກດາລາສາວລາວບ່າວໄທ ຈັດພິທີວິວາຫວານຕາມແບບຮີດຄອງປະເພນີລາວ, ໃນຊ່ວງເຊົ້າຂອງວັນທີ 3 ພະຈິກ 2017 ເຊິ່ງພິທີດັ່ງກ່າວຈັດຂຶ້ນທີ່ເຮືອນຫໍຂອງທັງສອງຄົນຢູ່ທີ່ປະເທດໄທ, ໂດຍໃນຊ່ວງເຊົ້າມີພິທີແຫ່ຂັນໝາກ, ປົງສິນສອດ ແລະ ຕໍ່ດ້ວຍບາສີສູ່ຂັວນ, ເຊິ່ງງານນີ້ ແອັບເປີ້ນ ມາໃນຊຸດໄໝລາວ ແລະ ຟຣຸກ ມາໃນຊຸດສູດສີຟ້າລຽບຫຼູ, ພາຍໃນພິທີວິວາຂອງ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຣຸກ ຈິຣະ  ເຕັມໄປດ້ວຍຄວາມຫວານ ອົບອຸ່ນ ມີບັນດາຄອບຄົວ ໝູ່ເພື່ອນຂອງທັງສອງຄົນ ມີທັງພາຍໃນ ແລະ ນອກວົງການບັນເທີງມາຮ່ວມສະແດງຄວາມຍິນດີກັບທັງສອງຢ່າງອົບອຸ່ນ. ສຳລັບ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຸກ ຈິຣະ ດ່ານບະວອນກຽດ ຄູ່ຮັກດາລາສາວລາວ-ບ່າວໄທ  ທັງສອງກໍຄົບຫາເບິ່ງໃຈກັນມາດົນເຖິງ 10 ປີ …

Read More »

ງາມຫຼາຍ! ຟ້າໃສ ຈິນນາລີ ໃສ່ຊຸດໄໝລາວທ່ຽວບຸນພ້ອມເຊີນຊວນໃຫ້ທ່ຽວ ບຸນນະມັດສະການພຣະທາດຫຼວງ!!!

ຫຼັງຈາກທີ່ເດີນທາງກັບຈາກປະເທດ ຫວຽດນາມ ເພາະໄປເປັນຕົວແທນສາວລາວໃນການປະກວດ Miss Grand International 2017, ຫຼ້າສຸດ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ 2017 ກໍໄດ້ໃສ່ຊຸດໄໝລາວທ່ຽວບຸນພ້ອມເຊີນຊວນໃຫ້ພໍ່ແມ່ພີ່ນ້ອງຊາວລາວ ແລະ ຊາວຕ່າງຊາດໃຫ້ໄປທ່ຽວໃນງານ ບຸນນະມັດສະການພຣະທາດຫຼວງ ໃນເຟສບຸກສ່ວນຕົວວ່າ: “ໄປໄປ ຫຼິ້ນບຸນພຣະທາດຫຼວງ ປີນີ້ຊອກເດີ່ນຈອດລົດບໍ່ຍາກ ອາກາດດີ ມີແດດແຕ່ມີລົມເຢັນ ບໍ່ແອອັດ ໄປໄຫວ້ທາດ ໄຫວ້ເຈົ້າ ໄປເບິ່ງສວນເຮືອນລາວ ໃນນັ້ນມີຕະຫຼາດນຳ ເພິ່ນນຸ່ງເຄື່ອງສະໄໝແຕ່ກີ້ ມັກບັນຍາກາດ ອາຫານແຊບອີກ (ມັກປີ້ງກ້ວຍເປັນພິເສດ) ໄປຖ່າຍຮູບຫຼິ້ນກະງາມເດີ້. ບຸນທາດຫຼວງເປັນບຸນທີ່ທັງຜູ້ນ້ອຍ ຜູ້ໃຫຍ່ ຄົນລາວ ຄົນຕ່າງຊາດໃຫ້ຄວາມສົນໃຈ ຊຸກຍູ້ການທ່ອງທ່ຽວລາວ. ທີ່ຟ້າມັກເປັນສ່ວນຕົວອີກຢ່າງແມ່ນ ພໍໄຫວ້ແລ້ວ ທາງນອກມີຮ້ານອາຫານເຄື່ອງດື່ມໄວລຸ້ນ ເຊິ່ງຄິດວ່າເປັນການດຶງດູດໄດ້ຫຼາຍກຸ່ມຄົນດີ (ດຽວໆ ຫຼືວ່າເຮົາເປັນຄົນມັກກິນ… ກັບຊັດປຸມເປົ້ານິ). ບາດເມືອລະຊື້ເຂົ້າຫຼາມມາຕ້ອນແນ່ເດີ້” “That Luang (or …

Read More »

TEDxLaneXangAveWomen will be a part of the official worldwide TEDxWomen 2017

The Vientiane community is buzzing with excitement as TEDxWomen, the first female empowerment forum of its kind in Lao PDR, fast approaches. TEDxLaneXangAveWomen has been organized by the Vientiane Global Shapers, a group of diverse individuals from various different nationalities living in Laos. An initiative backed by the World Economic …

Read More »

ງາມເດ! ຜ່ານໄປຫຼາຍສະໄໝແມ່ຍິງລາວກໍຍັງບໍ່ລືມຮີດຄອງປະເພນີທີ່ດີງາມ #ແຊຣໄປໃຫ້ໂລກຮູ້

ເປັນຕາສະອອນສາວລາວຈັ່ງແມ່ນງາມ… ສາວໆໃນວົງການບັນເທີງລາວນຳທີມໂດຍ ບາບີ້ ປິຍະມາດ, ກຸ້ງນາງ ແລະ ມ່ອງ ເພັດສະໝອງ ໄດ້ຖ່າຍແບບໃນຊຸດໄໝລາວພື້ນບ້ານ ເຫັນແລ້ວງົດງາມອ່ອນຊ້ອຍ ເຊິ່ງເຖິງແມ່ນວ່າໃນປັດຈຸບັນນີ້ຍຸກສະໄໝຈະປ່ຽນໄປສາວລາວມີຄວາມທັນສະໄໝຫຼາຍຂຶ້ນ ແຕ່ທີ່ຍັງຄົງຢູ່ກໍຄືເອກະລັກປະເພນີລາວ ການນຸ່ງຖືແບບລາວເຮົາທີ່ສືບສານກັນມາແຕ່ບູຮານນະການ. ລອງມາເບິ່ງຮູບພາບທີ່ ຊະນີIndy ໄດ້ນຳມາຝາກແຟນໆ… ເບິ່ງແລ້ວໝູ່ເພື່ອນໂດຍສະເພາະສາວໆກໍຢ່າລືມຮັກສາຮີດຄອງການນຸ່ງຖືຂອງລາວເຮົາໄວ້ນຳເດີ້. #ແຊຣໄປໃຫ້ໂລກຮູ້ ?? ຮູບພາບ: B’Bie Piyamarth

Read More »

ສຸດຍອດຄັກໆ! ໜູນາ DJ ສາວລາວສຸດແນວກຽມຂຶ້ນໂຊຄວາມສາມາດໃນເທສະການດົນຕີທີ່ Cambodia!!!

ຍາກຈະຍົກໂປ້ແຖມກ້ອຍໃຫ້ DJ ໜູນາ ທີ່ຫຼ້າສຸດນາງໄດ້ເປັນດີເຈສາວລາວຄົນດຽວທີ່ໄດ້ໄປໂຊຄວາມສາມາດໃນເທສະການດົນຕີຢູ່ທີ່ປະເທດ ກຳປູເຈຍ (Cambodia) ໃນລະຫວ່າງວັນທີ 1-4 ພະຈິກ 2017 ນີ້ ເຊິ່ງໃນງານດັ່ງກ່າວຈະເປັນເທສະການງານເພງແນວອີເລັກໂທນິກແດ້ນ (EDM) ແລະ ງານນີ້ຈະເປັນການລວມຕົວຂອງ DJ ເກືອບທົ່ວອາຊີບໍ່ວ່າຈະເປັນ ລາວ, ສ. ເກົາຫລີ, ໄທ ແລະ ກຳປູເຈຍນັ້ນເອງ. ສຳລັບ ສຸກພາລັກ ວົງສອນສະໝຸດ ຫຼື  ໜູນາ ອາຍຸ 23 ປີ  ສາວລາວຄົນງາມ ແລະ ຫຼາກຫຼາຍຄວາມສາມາດ ເຊິ່ງສາວຄົນນີ້ເປັນທີ່ຮູ້ກັນໃນວົງການ DJ ສາຍຕືດໆໆໆ…ບ້ານເຮົາກໍຄື  DJ ໜູນາ , ເຊິ່ງ ຊະນີIndy ເຊື່ອເລີຍວ່າແຟນໆທຸກຄົນຄົງຈະຄຸ້ນໜ້າຕຸ້ນຕາກັນດີ ເພາະດີເຈສາວຄົນນີ້ທົວມາແລ້ວທຸກແຂວງ ທຸກພາກ ທົ່ວປະເທດລາວ ແລະຫຼາຍໆເວທີລະດັບເທດກໍຈະເຫັນນາງໄປໂຊຝີມືມາໝົດແລ້ວທົ່ວປະເທດ ແລະຍັງໆຍັງບໍ່ໝົດເດີ້ ເພາະສາວ ໜູນາ ຄົນນີ້ຍັງມີໂອກາດໄດ້ໄປໂຊຝີມືໃນສະຖານບັນເທິງດັງໆຂອງຕ່າງປະເທດມາແລ້ວໆໆໆ (ໂອ້ໆໆໆ ບໍ່ທຳມະດາ) ເຊິ່ງປະເທດທີ່ ໜູນາ …

Read More »