Breaking News

ຂ່າວບັນເທີງໃນປະເທດ

ບໍ່ທຳມະດາ! ມີ່ມີ່ ພູນຊັບ ນາງງາມລາວຕິດທ໋ອບໃນເວັບໄຊ້ດັງໃນການປະກວດ Miss International 2017!!!

ມາອັບເດດຄວາມເຄື່ອນໄຫວຂອງອີກໜຶ່ງເວທີການປະກວດສາວງາມລະດັບອິນເຕີ Miss International 2017 ທີ່ປະເທດລາວເຮົາກໍໄດ້ໂຕແທນສາວງາມທີ່ມີຄວາມພ້ອມກໍຄື ມີ່ມີ່ ພູນຊັບ ພົນໂຍທາ Miss International Laos 2017 ຫຼັງຈາກບິນໄປເກັບໂຕໃນການປະກວດ Miss International 2017 ຢູ່ ໂຕກຽວ, ປະເທດຍິປຸ່ນ ຕັ້ງແຕ່ວັນທີ 24 ຕຸລາ 2017, ຫຼ້າສຸດມີຜົນການຈັດອັນດັບ ຈາກ website www.missosology.org Third HOT PICKS ສາວ ມີ່ມີ່ ພູນຊັບ ໂຕແທນນາງງາມຈາກປະເທດລາວມີລາຍຊື່ ຕິດອັນດັບ 8 ຂອງການສັງເກດການຈາກເວັບໄຊດັ່ງກ່າວທີ່ຕິດຕາມກອງປະກວດ Miss International 2017 ຕັ້ງແຕ່ມື້ລົງຍົນຢູ່ທີ່ສະໜາມບິນນາຣິຕະ ແລະ ເລີ່ມການເກັບໂຕຈົນຮອດປັດຈຸບັນ, ເປັນແນວໃດກໍ່ຊ່ວຍເຊຍ ແລະ ສົ່ງກຳລັງໃຈ ມີ່ມີ່ ພູນຊັບ ໂຕແທນຈາກປະເທດລາວເຮົາ. ໃນອີກບໍ່ດົນຈະມີການໂຫວດ ແຟນໆສາມາດຕິດຕາມການເຄື່ອນໄຫວໄດ້ທີ່ …

Read More »

ເປີດໂຕແລ້ວ! ມາເບິ່ງຄວາມອະລັງການງານສ້າງກັບຊຸດປະຈຳຊາດທີ່ຈະໃຊ້ເຂົ້າໃນການປະກວດ Miss Global 2017!!!

ເປີດໂຕແລ້ວ! ກັບຊຸດປະຈຳຊາດ ສຳລັບການປະກວດ Miss Global 2017 ທີ່ປະເທດ ກຳປູເຈຍ ຈະຕັດສິນໃນວັນທີ 17 ພະຈິກ 2017, ເຊິ່ງປິນີ້ ເມ ວະລິສະລາ ຕັງສຸວັນ Miss Global Laos 2017 ໄດ້ເດີນທາງໄປເປັນຕົວແທນສາວງາມເພື່ອເຂົ້າແຂ່ງຂັນ. ມາເບິ່ງ…ຄວາມອະລັງການງານສ້າງກັບຊຸດປະຈຳຊາດ (National Costume) ທີ່ຈະໃຊ້ເຂົ້າໃນການປະກວດ Miss Global 2017 ເຊິ່ງລາວເຮົາກໍໄດ້ຈັດເຕັມເນລະມິດຊຸດທີ່ມີຊື່ວ່າ ນາຄາມະນີວາລີນິມິດ(Jewel of Mekong) ເຊິ່ງໄດ້ແຮງບັນດານໃຈໃນການສ້າງໃຫ້ມີຮູບຮ່າງຄ້າຍກັບພຣະຍານາກ ໂຕມີເກັດ ມີສຽນເຈັດສຽນ ລຳໂຕສີຂຽວທອງເຫລື້ອມ ໃນມືຖືລູກໄຟເຊິ່ງ ໃນຄວາມເຊື່ອໝາຍເຖິງ ວັນທີ່ພະພຸດທະເຈົ້າສະເດັດລົງມາຈາກສະຫັວນຊັ້ນດາວະດຶງ ເຊິ່ງກົງກັບວັນທີ່ 15ຄຳ່ ເດືອນ 11 ຈະເຫັນເປັນລູກໄຟຜຸດຂຶ້ນມາຈາກແມ່ນຳ້ຂອງ ປຽບເຫມືອນເຫຼົ່າພຣະຍານາກໄດ້ມາບູຊາພຣະພຸດທະເຈົ້າເປັນຄວາມເຊື່ອ ແລະ ສັດທາທີ່ຖືກຖ່າຍທອດມາຈາກລຸ້ນສູ່ລຸ້ນ ແລະ ຍັງສືບສານຕໍ່ໄປອີກຍາວນານ. ພຣະຍານາກ ແມ່ນງູທີ່ມີະຫນາດໄຝໃຫ່ຍ ມີຫງອນ …

Read More »

ຟ້າໃສ ຈິນນາລີ ມິສແກຣນເດີນທາງກັບຮອດລາວແລ້ວ ບັນດາແຟນຄລັບໃຫ້ການຕ້ອນຮັບຢ່າງອົບອຸ່ນ!!!

ຫຼັງຈາກທີ່ໄປປະກວດເວທີລະດັບໂລກ Miss Grand International 2017 ເຖິງຈະບໍ່ໄດ້ລາງວັນມາຝາກແຟນໆແຕ່ ຟ້າໃສ ຈິນນາລີ ມິສແກຣນລາວ ກໍຍັງໄດ້ Top20 ຈາກທັງໝົດ 77 ປະເທດທົ່ວໂລກມາຝາກພໍ່ແມ່ພີ່ນ້ອງຊາວລາວ ແລະ ໃນວັນທີ 28 ຕຸລາ 2017 ທີ່ຜ່ານມາ ນ້ອງ ຟ້າໃສ ຂວັນໃຈຂອງທຸກໆຄົນກໍເດີນທາງກັບຮອດປະເທດລາວບ້ານເກີດຢ່າງປອດໄພ ແຖມທັງຄອບຄົວ ແລະ ແຟນຄລັບໃຫ້ການຕ້ອນຮັບຢ່າງອົບອຸ່ນຈົນໜາແໜ້ນສະໜາມບິນວັດໄຕ, ເຊິ່ງບັນຍາກາດໃນມື້ນັ້ນກໍເຕັມໄປດ້ວຍຄວາມຮັກ ຄວາມອົບອຸ່ນ ມີການຖ່າຍຮູບລວມກຸ່ມຢ່າງຍິ້ມແຍ້ມແຈ່ມໃສ. ນອກຈາກນັ້ນ ຟ້າໃສ ຈິນນາລີ ຍັງໄດ້ຂຽນລະບາຍຄວາມໃນໃຈວ່າ: “ຕອນທີ່ກຳລັງສິ້ນສຸດການປະກວດ … ຟ້າບອກຕົນເອງສະເໝີ ວ່າຫ້າມກັບໄປໃນຈຸດທີ່ຕົນເລີ່ມຕົ້ນ ຢ່ານັບໜຶ່ງໃໝ່ ແຕ່ໃຫ້ກັບໄປລາວ ແລ້ວເປັນຄົນໃໝ່ ເປັນຄົນທີ່ດີຂຶ້ນ ເກັ່ງຂຶ້ນ ສະຫຼາດຂຶ້ນ ສ້າງປະໂຫຍດໃຫ້ແກ່ສັງຄົມໄດ້ຫຼາຍຂຶ້ນ… ຄົນໃໝ່ນະທີ່ນີ້ບໍ່ໄດ້ໝາຍເຖິງຄວາມເຍີ່ຍິ່ງທະນົງຕົນ ແຕ່ໝາຍເຖິງ ການໃຊ້ສິ່ງທີ່ຕົນເອງໄດ້ຮັບ ມາເກີດໝາກເກີດຜົນແກ່ສ່ວນລວມສູງສຸດ ພັດທະນາຕົນເອງໄປເລື້ອຍໆ ກ່ອນທີ່ຟ້າລົງປະກວດຟ້າເປັນຄົນແນວໃດ, ຫຼັງຈາກປະກວດແລ້ວໃຫ້ເປັນຄົນທີ່ ເກັ່ງກວ່ານັ້ນ ສະຫຼາດກວ່ານັ້ນ ສ້າງຜົນປະໂຫຍດໃຫ້ໄດ້ຫຼາຍກວ່ານັ້ນ ຟ້າເຫັນວ່ານີ້ເປັນພຽງຈຸດເລີ່ມຕົ້ນຂອງສິ່ງມະຫັດສະຈັນເທົ່ານັ້ນ”  …

Read More »

ມາກຽມລຸ້ນກຽມເຊຍ! ສົ່ງກຳລັງໃຈໃຫ້ ມີ່ມີ່ ພູນຊັບ ນາງງາມຕົວແທນປະເທດລາວທີ່ເດີນທາງໄປປະກວດ Miss International 2017 ທີ່ປະເທດ ຍີ່ປຸ່ນ

ມາອີກແລ້ວກັບອີກໜຶ່ງເວທີວົງການຂາອ່ອນ ກັບການປະກວດນາງສາວງາມເວທີລະດັບອິນເຕີຢ່າງ Miss International 2017 ຈັດຂຶ້ນທີ່ ເມືອງ ໂຕກຽວ ປະເທດ ຍີ່ປຸ່ນ ແລະ ໃນປີນີ້ປະເທດລາວຂອງເຮົາກໍມີສ່ວນເຂົ້າຮ່ວມໂດຍການສົ່ງຕົວແທນສາວງາມຄື ພູນຊັບ ພົນໂຍທາ (ມີ່ມີ່) Miss International Laos ອາຍຸ 19 ປີ  ສາວໜ້າຫວານຜູ້ມີຄວາມໝັ້ນໃຈ ແລະ ຄວາມພຽບພ້ອມລ້ານເປີເຊັນ. ມີ່ມີ່ ພູນຊັບ Miss International Laos ໄດ້ເດີນທາງໄປຮ່ວມໃນການປະກວດMiss International 2017 ຕັ້ງແຕ່ວັນທີ 25 ຕຸລາ 2017 ທີ່ຜ່ານມາ ແລະ ໃນເວລານີ້ກຳລັງເຮັດໜ້າທີ່ເກັບໂຕຮ່ວມກັບບັນດາສາວງາມຈາກຫຼາຍປະເທດທົ່ວໂລກ ແລະ ມື້ Final Show ຫຼືມື້ປະກວດແທ້ແມ່ນ ວັນທີ 14 ພະຈິກ 2017ນີ້, ດັ່ງນັ້ນ ຈື່ງຂໍກຳລັງໃຈຈາກຄົນລາວທຸກໆຄົນມາຮ່ວມສົ່ງກຳລັງໃຈ ແລະ ກຽມລຸ້ນກຽມເຊຍ ກຽມໂຫວດ ໃຫ້ກັບນາງງາມຕົວແທນຈາກປະເທດລາວຂອງເຮົາໃນການປະກວດ …

Read More »

ຟ້າໃສ ຈິນນາລີ ມິສແກຣນລາວ ໂພສຂໍໂທດຄົນລາວທຸກໆຄົນທີ່ເຮັດໃຫ້ຜິດຫວັງໃນການປະກວດ Miss Grand International 2017

ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ ໂພສຂໍໂທດຄົນລາວທຸກໆຄົນທີ່ເຮັດໃຫ້ຜິດຫວັງໃນການປະກວດ Miss Grand International 2017 ໃນຄໍ່າຄືນວັນທີ 25 ຕຸລາ ທີ່ຜ່ານມາ ເຊິ່ງ ນ້ອງ ຟ້າໃສ ຈິນນາລີ ກໍໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວຫຼັງຈາກການປະກວດແລ້ວວ່າ: “ສຳລັບມື້ນີ້ ຂໍໂທດຄົນລາວ ແລະ ຄົນທີ່ເຊຍທຸກຄົນເດີ້ ທີ່ໄປໄດ້ບໍ່ເລິກ ຟ້າຂໍໂທດຖ້າເຮັດໃຫ້ຜູ້ໃດເສຍໃຈຫຼືຜິດຫວັງ”, ພໍແຕ່ຫຼັງຈາກທີ່ນາງໄດ້ໂພສໄປກໍເຮັດໃຫ້ມີແຟນໆເຂົ້າໄປກົດໄລ້ ກົດແຊຣ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ ແລະ ກໍເວົ້າເປັນສຽງດຽວກັນວ່າ ພູມໃຈໃນຕົວຟ້າໃສແລ້ວຖືວ່າເຮັດໄດ້ດີຫຼາຍ. ສຳລັບ ຟ້າໃສ ຈິນນາລີ ນໍລະສິງ ໃນການປະກວດ Miss Grand International 2017 ແມ່ນສາມາດເຂົ້າໄປເຖິງຮອບ 20 ຄົນສຸດທ້າຍ ຈາກ 77 ປະເທດທົ່ວໂລກ ແລະ ກໍຖືວ່າເຮັດໄດ້ດີທີ່ສຸດ ເພາະສາມາດສ້າງຊື່ສຽງໃຫ້ຄົນທົ່ວໂລກໄດ້ຮູ້ຈັກປະເທດລາວ ຮູ້ຈັກຄວາມເປັນລາວ ຮູ້ຈັກເຖິງຄວາມສາມາດຂອງສາວລາວໄດ້ເປັນຢ່າງດີ. (ຂໍຊົມເຊີຍ) #ແຊຣໄປໃຫ້ໂລກຮູ້ ?? ທີ່ມາ: Chinnaly Fasai …

Read More »