ມາເບິ່ງ! ຄົນດັງຂອງບ້ານເຮົາ ຈະມີຄົນໃດແດ່ທີ່ໄປເຮັດສັນຍະກຳ ເຖິງແຕ່ກ່ອນຈະເປັນຄົນງາມຢູ່ແລ້ວແຕ່ກໍຍັງໄປເຮັດສັນຍະກຳເພີ່ມເຕີມຄວາມງາມ ພໍແຕ່ເຮັດມາຍິ່ງງາມ ຍິ່ງເລີດ ເຮັດມາແລ້ວມີວຽກແໜ້ນຈົນລົ້ນມື ເອົາລະບໍ່ເວົ້າຍາວມາເບິ່ງກັນໃຫ້ເຫັນກັບຕາກັນເລີຍ ເປີດເຜີຍທີ່ນີ້ທີ່ດຽວ ເບິ່ງແລ້ວໃຜທີ່ຢາກໄປເຮັດງາມຕາມຄົນດັງເຫຼົ່ານີ້ກໍບໍ່ວ່າຫຍັງເດີ້!!! ກຸ້ງນາງ (FB: mkkoungnangplk / IG: MissKoungnang) ສາວກຸ້ງນາງ ເປັນທັງພິທີກອນ ແລະ ດີເຈ ນອກຈາກຈະມີຄວາມສາມາດທັງເບື້ອງໜ້າ ແລະ ເບື້ອງຫຼັງ, ກຸ້ງນາງກໍບໍ່ພາດທີ່ຈະໄປເພີ່ມຄວາມງາມ ໂດຍການເຮັດຕາສອງຊັ້ນທີ່ ປະເທດເພື່ອນບ້ານ ເຮັດມາແລ້ວງາມ ໜ້າຮັກຫຼາຍໆ ເບິ່ງແລ້ວດວງຕາສົດໃສເປັນປະກາຍສຸດໆ. (ຫຼັງເຮັດ) (ກ່ອນເຮັດ ຫຼັງເຮັດ) ສຸດາ ວັນທອງທິບ (FB: soudavanthongthip / IG: souda_vanthongthip) ນ້ອງ ດາ ຫຼື ນ້ອງ ສຸດາ ເນັດໄອດໍ້ ທີ່ບອກເລີຍວ່າໃນໂລກອອນລາຍບໍ່ມີໃຜທີ່ບໍ່ຮູ້ຈັກ ເພາະນາງມີຄວາມໜ້າຮັກ ຍິ້ມຫວານມີສະເໜ່ ສຸດາ ມີທັງຜົນງານຖ່າຍແບບ …
Read More »ຂ່າວບັນເທີງໃນປະເທດ
ຖອດແລ້ວ! ອາເລັກແຊນດຼ້າ ທິດາວັນ ແມ່ນ “ໜ້າກາກຊາກຸລະ” ໃນ The Mask Singer3 (ເປັນໄປຕາມທີ່ແຟນໆທວາຍໄວ້ບໍ່ມີຜິດ)
ລຸ້ນໃຈຈົດໃຈຈໍ່ກັນເລີຍສຳລັບລາຍການແຂ່ງຂັນເພງຂອງປະເທດເພື່ອນບ້ານ The Mask Singer3 ທີ່ມີກະແສຮືຮາໄປທົ່ວຫຼັງຈາກເທບທຳອິດຂອງລາຍການເປີດໂຕມາມີຫຼາຍໆໜ້າກາກ ແຕ່ມີໜ້າກາກໜຶ່ງທີ່ມີຜູ້ຄົນໃຫ້ຄວາາມສົນໃຈຫຼາຍກໍຄື “ໜ້າກາກຊາກຸລະ” ທີ່ແຟນໆທັງລາວ ແລະ ໄທ ຕ່າງກໍທວາຍໄວ້ວ່າຕ້ອງເປັນ ນັກຮ້ອງສາວສຽງຫວານຈາກ ສປປ ລາວ ອາເລັກແຊນດຼ້າ ທິດາວັນ ບຸນຊ່ວຍ ແນ່ນອນ. ໃນວັນທີ 21 ກັນຍາ 2017 ລາຍການ The Mask Singer3 ກໍເຮັດການແຂ່ງຂັນອີກຄັ້ງຈົນຮູ້ແລ້ວວ່າທີ່ແທ້ຈິງ ໜ້າກາກຊາກຸລະ ທີ່ຫຼາຍໆຄົນຕ່າງລຸ້ນກັນວ່າຈະເປັນສິລະປິນທີ່ຕົວເອງທວາຍໄວ້ຫຼືບໍ່ກໍຖືກຖອດໜ້າກາກແລ້ວ. ໃນການແຂ່ງຂັນ ໜ້າກາກຊາກຸລະ ໄດ້ເຮັດການແຂ່ງຂັນກັບ ໜ້າກາກແອັບເປີ້ນ ເຊິ່ງຜູ້ທີ່ຊະນະກໍ່ແມ່ນຝ່າຍ ໜ້າກາກແອັບເປີ້ນທີ່ໄດ້ຜ່ານເຂົ້າຮອບຕໍ່ໄປ ແລະ ແນ່ນອນເລີຍວ່າໜ້າກາກທີ່ເປັນຝ່າຍເສຍກໍຕ້ອງໄດ້ຖອດ ພໍແຕ່ຖອດມາເທົ່ານັ້ນແຟນໆທີ່ກຳລັງລຸ້ນກໍຕ້ອງຮ້ອງດ້ວຍຄວາມດີໃຈ ເພາະເປັນໃຜບໍ່ໄດ້ເລີຍນອກຈາກ ອາເລັກແຊນດຼ້າ ທິດາວັນ ບຸນຊ່ວຍ ກໍແນວວ່າສຽງຫວານເປັນເອກະລັກປານນັ້ນ ເປັນໃຜກໍຈະບໍ່ຈື່ວ່າບໍ່ (ອິອິ). #ກຳລັງເປັນກະແສແຊຣໄປ ຮູບພາບ ແລະ ຄລິບ: WorkpointOfficial , Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ
Read More »ເກີດຫຍັງຂຶ້ນ! ກັບສາວໆໃນວົງການບັນເທີງ ເຫັນຫອບຊໍ່ດອກໄມ້ງາມໆໃນເວລາດຽວກັນ ທີ່ແທ້ເປັນແບບນີ້!!! (ມີຄຳຕອບ)
ມື້ນີ້ ຂວັນໃຈ ໄດ້ໄປສ່ອງ ເຟສບຸກ ຂອງບັນດາສາວໆຄົນດັງໃນວົງການບັນເທີງຫຼາຍຄົນເຊັ່ນ: ວັນໃໝ່ ທຳມະວົງ, ແກ້ວຕາ ພອນປະເສີດ, ເປ້ ເດີວ້າວ ແລະ ລິນນາ ສີປະເສີດ ວ່າເກີດຫຍັງຂຶ້ນ ແລະເປັນຫຍັງພວກນາງຈຶ່ງໄດ້ ດອກໄມ້ຊໍ່ງາມໆໃນເວລາ ແລະມື້ດຽວກັນ ແຖມຍັງສັງເກດເບິ່ງວ່າສາວໆເຫຼົ່ານີ້ ງາມໆ ມີໜ້າຕາທີ່ສົດໃສ ຜິວພັນເປັ່ງປະກາຍ ຮູບຮ່າງດີ ຈຶ່ງໄປເຈາະຈີ້ມແບບກົງໆເລີຍວ່າ ແມ່ນຫຍັງແທ້. ພ້ອມກັບສອບຖາມວ່າເຮັດແນວໃດຄືງາມ ໜ້າຮັກ ຮູບຮ່າງກໍດີໆ ແລະກໍໄດ້ຄຳຕອບເປັນສຽງດຽວກັນວ່າເຄັດລັບທີ່ເຮັດໃຫ້ພວກເຂົາງາມ ເບິ່ງມີສຸຂະພາບດີມາຝາກແຟນໆວ່າພວກເຂົາໄດ້ກິນ “ຊາກຸຫຼາບ ກິນໄດ້ ຖ່າຍໝົດ” Wara Rosaceae Tea Laos ເພາະຊາກຸຫຼາບໄດ້ເຮັດມາຈາກສ່ວນຜະສົມຈາກທຳມະຊາດ ດັ່ງຕໍ່ໄປນີ້: ສານສະກັດດອກກຸຫຼາບນຳເຂົ້າຈາກປະເທດ ອັງກິດ (Olivia Rose Austin) ປະໂຫຍດຂອງສານສະກັດດອກກຸຫຼາບນັກວິໄຈຈາກປະເທດ ເຢຍລະມັນ ແລະ ເດນມາກ ໄດ້ຄົ້ນຄວ້າແລະກ່າວວ່າຊາທີ່ເຮັດຈາກດອກກຸຫຼາບສາຍພັນຈາກ ປະເທດ ອັງກິດ (Olivia …
Read More »ກະແສຍັງດີບໍ່ມີຕົກ MISS UNIVERSE LAO ຂື້ນອັນດັບ 1 ໃນການໂຫວດຫຼາຍທິດຊ້ອນ ແຊງໜ້າຫຼາຍປະເທດ!!!
ມາອັບເດດເລື່ອງວົງການນາງງາມ MISS UNIVERSE 2017 ແລະ ປີນີ້ກໍຖືເປັນປີທຳອິດທີ່ປະເທດລາວຂອງເຮົາຈະໄດ້ສົ່ງນາງງາມຕົວແທນປະເທດລາວໄປປະກວດໃນເວທີ ນາງງາມຈັກກະວານ ແລະ ນາງງາມທີ່ຈະໄປປະກວດຈະເປັນໃຜບໍ່ໄດ້ເລີຍ ຫາແຕ່ໄດ້ຕຳແໜ່ງມາສົດໆຮ້ອນໆ ສຸພາພອນ ສົມວິຈິດ (ນຸ້ຍ) MISS UNIVERSE LAO 2017 ທີ່ກຳລັງກຽມຄວາມພ້ອມເພື່ອໄປປະກວດໃນເວທີລະດັບໂລກຢ່າງ MISS UNIVERSE 2017 ໃນຊ່ວງທ້າຍປີທີ່ຈະເຖິງນີ້. ຖືວ່າເປັນຂ່າວດີໃຫ້ຄົນລາວເຮົາໄດ້ມີຄວາມດີໃຈ ເພາະໄດ້ມີເພສຈັດອັນດັບຄັດເລືອກຫາສາວງາມໃນເວທີ MISS UNIVERSE 2017 ເພື່ອຄັດເລືອກເອົານາງງາມໃນຕຳແໜ່ງ “ນາງງາມຂວັນໃຈມະຫາຊົນ” (MISS UNIVERSE 2017 PEOPLE’S CHOICE) ແລະ ນຸ້ຍ ສຸພາພອນກໍຄອງຕຳແໜ່ງໃນການໂຫວດມາເປັນຫຼາຍຕໍ່ຫຼາຍອາທິດ ນຳໜ້າຫຼາຍປະເທດດ້ວຍຄະແນ 46,425 ຖືເປັນຄະແນນທີ່ສູງສຸດ ແລະ ຄົງທີ່ໃນ Chart ມາຫຼາຍອາທິດ. ຜົນການ UP DATE ຫຼ້າສຸດໃນວັນທີ 19 ກັນຍາ 2017: ອັນດັບ 1 ໄດ້ແກ່ປະເທດ ລາວ …
Read More »ເອົາແລ້ວ! ຊາວເນັດຮືຮາ…ຄາດເດົາວ່າ “ໜ້າກາກຊາກຸລະ” ໃນ The Mask Singer3 ແມ່ນ “ອາເລັກຊານດ້າ ບຸນຊ່ວຍ”
ໃນຊ່ວງທ້າຍອາທິດທີ່ຜ່ານມາເຮັດເອົາຊາວເນັດໃຫ້ຄວາມສົນໃຈກັນຢ່າງແຜ່ຫຼາຍ ສຳລັບລາຍການ The Mask Singer ຊີ່ຊັ່ນ 3 ເຊິ່ງເປີດໂຕໄປພຽງບໍ່ຈັກຕອນກໍເຮັດໃຫ້ເກີດກະແສຄວາມແຮງ ເປັນທີ່ຮືຮາຂອງຊາວເນັດ ເພາະມີ “ໜ້າກາກຊາກຸລະ” ເປີດໂຕອອກມາຮ້ອງໃນບົດເພງ Dangerous Woman ຂອງນັກຮ້ອງສາວ ຊຸບເປີສະຕາ (Ariana Grande) ເຊິ່ງ ໜ້າກາກຊາກຸລະ ຮ້ອງເພງດັ່ງກ່າວອອກມາໄດ້ດີ ມ່ວນຄ້າຍຄືກັບຕົ້ນສະບັບ ແຕ່ທີ່ພິເສດກວ່ານັ້ນສຽງຮ້ອງຂອງ ໜ້າກາກຊາກຸລະ ດັນມາຄ້າຍຄຽງກັບ ຊຸບເປີສະຕາສາວລາວ ອາເລັກຊານດ້າ ບຸນຊ່ວຍ ຊາວເນັດເລີຍເກີດກະແສຄວາມສົງໃສວ່າແມ່ນ ອາເລັກຊານດ້າບໍ່? ແຕ່ກໍໜ້າຄິດ ເພາະນາງເຄີຍໄປສຶກສາທີ່ ປະເທດ ຍີ່ປຸ່ນ, ບາງຄົນກໍໄປຊອກຟັງເພງເກົ່າໆຂອງນາງ ລວມທັງໄປຊອກເບິ່ງລີລາທ່າທາງເວລາຮ້ອງເພງຂອງ ອາເລັກຊານດ້າ ຈົນໃຜໆກໍເວົ້າເປັນສຽງດຽວກັນວ່າ “ໜ້າກາກຊາກຸລະ” ຕ້ອງເປັນ ນັກຮ້ອງສາວລາວ ອາເລັກຊານດ້າ ບຸນຊ່ວຍ ເຮົາແນ່ນອນ. ສຳລັບ “ໜ້າກາກຊາກຸລະ” ໄດ້ແຂ່ງຂັນກັບ “ໜ້າກາກນິນຈາ” ເຊິ່ງກໍເປັນຝ່າຍ ໜ້າກາກຊາກຸລະ ທີ່ຊະນະແລະຍັງບໍ່ໄດ້ຖອດໜ້າກາກ, ມາລຸ້ນນຳກັນໃນອາທິດຕໍ່ໆໄປວ່າໜ້າກາກຊາກຸລະນີ້ຈະແມ່ນ ຊຸບເປີສະຕາສາວລາວ ອາເລັກຊານດ້າ ບຸນຊ່ວຍ ແທ້ ຫຼື ບໍ່??? ຂໍຂອບໃຈ:Alexandra Bounxouei – …
Read More »