Breaking News

ຂ່າວບັນເທີງໃນປະເທດ

ກຽມພົບກັບຮູບເງົາສັ້ນ “ພັກຕັບ ງົດເຫຼົ້າເຂົ້າພັນສາ” ຮູບເງົາທີ່ຈະເຊີນຊວນໃຫ້ທຸກຄົນຫັນມາໃສ່ໃຈສຸຂະພາບ!!!

ກຽມພົບກັບຮູບເງົາສັ້ນເລື່ອງ “ພັກຕັບ ງົດເຫຼົ້າເຂົ້າພັນສາ” ເພື່ອຕ້ອງການເຊີນຊວນໃຫ້ທຸກຄົນຫັນມາໃສ່ໃຈສຸຂະພາບໃນໄລຍະເຂົ້າພັນສາທີ່ຈະມາເຖິງນີ້ ເຊິ່ງຮູບເງົາເລື່ອງດັ່ງກ່າວສ້າງຈາກຝີມືຄົນລາວ ສ້າງຂຶ້ນໂດຍທີມງານ ຕັກກະແຕນ ເຈົ້າຂອງຜົນງານຮູບເງົາສັ້ນເລື່ອງ “ເລືອດແປງເປັດ”  ແລະ ເຈົ້າຂອງຄລິບເພງ “ໃສວ່າຊິເຊົາຊື້ເລກເຕົ່າ” ທີ່ໂດ່ງດັງມາໃນຊ່ວງປີກ່ອນໆ, ແນະໆ…ເວົ້າແບບນີ້ ຊະນີIndy ເຊື່ອວ່າແຟນເພສ ຂວັນໃຈ ເຮົາທຸກຄົນຄົງຈະຢາກເບິ່ງຮູບເງົາສັ້ນເລື່ອງ “ພັກຕັບ ງົດເຫຼົ້າເຂົ້າພັນສາ” ກັນແລ້ວແມ່ນບໍ່? ແຕ່ຂໍໃຫ້ແຟນໆອົດໃຈລໍກັນກ່ອນເດີ້ເພາະຮູບເງົາເລື່ອງນີ້ຈະປ່ອຍໃນມື້ອື່ນ ວັນທີ 6 ກໍລະກົດ 2017 ນີ້, ຢ່າລືມຕິດຕາມກັນເດີ້ ຈະມີມາຝາກແຟນໆທຸກໆຄົນແນ່ນອນ!!! #ແຊຣໄປເພື່ອເຊີນຊວນໃຫ້ຄົນທີ່ເຮົາຮັກມາພັກຕັບໃນຊ່ວງເຂົ້າພັນສານີ້ ມີຮູບພາບເບື້ອງຫຼັງຮູບເງົາສັ້ນ “ພັກຕັບ ງົດເຫຼົ້າເຂົ້າພັນສາ” ມາຝາກ ສ່ວນຄລິບເຕັມສາມາດຕິດຕາມໄດ້ໃນມື້ອື່ນ. ຂໍຂອບໃຈຂໍ້ມູນຈາກ: ຕັກກະແຕນ

Read More »

ກຣີດໆ…ສາວໆໃຈລະລາຍກັບ! ຟຸກ ເສກສັນ ນັກກິລາຟຸດຊໍລາວສຸດເຈົ້າຊູ້ ເບິ່ງຄັກໆນຶກວ່າໂອບປ້າ!!!

ເປັນກະແສໃນສັງຄົມອອນລາຍໃນຄໍ່າຄືນທີ່ຜ່ານມາກັບນັກກິລາຟຸດຊໍຈາກລາວເຮົານັ້ນກໍຄື ເສກສັນ ໄຊຊະນະ (ຟຸກ) ອາຍຸ 21 ປີ ນັກກິລາສຸດເຈົ້າຊູ້ທີ່ສາວໆທັງໃນລາວ ແລະ ປະເທດເພື່ອນບ້ານກົດໄລ້ໃຫ້ແບບລົວໆ, ເພາະວ່າຫຼ້າສຸດໜຸ່ມ ຟຸກ ພ້ອມທີມຟຸດຊໍນະຄອນຫຼວງໄດ້ໄປແຂ່ງຂັນ ຟຸດຊໍສະໂມສອນອາຊຽນ ທີ່ບາງກອກ ປະເທດໄທ, ຈົນມີຊ່າງພາບຕາດີໄປຈັບພາບໜຸ່ມ ຟຸກ ຄົນນີ້ແລ້ວໂພສລົງໃນສັງຄົມອອນລາຍຈົນເຮັດໃຫ້ເກີດກະແສສາວໆທັງສາວແທ້ ສາວທຽມ ແຫ່ກົດໄລ້ກົດແຊຣຮູບພາບຂອງໜຸ່ມຄົນນີ້ຢ່າງຫຼວງຫຼາຍ, ແຖມບາງຄົນຍັງຄອມເມັ້ນສະແດງຄວາມຄິດເຫັນວ່າໜຸ່ມຟຸກ ທັງເຈົ້າຊູ້ ແຖມເປັນນັກກິລາ ໜ້າຕາກໍອອກໄປທາງເກົາຫລີ ປານໂອບປ້າຂະໜາດນີ້ຈະບໍ່ໃຫ້ສາວໆໃຈລະລາຍໄດ້ແນວໃດ. ສຳລັບ ໜຸ່ມ ຟຸກ ເສກສັນ ໄຊຊະນະ ເພິ່ນບໍ່ໄດ້ເປັນພຽງແຕ່ນັກກິລາຟຸດຊໍແຕ່ເທົ່ານັ້ນເດີ້ ເພາະເປັນຄົນທີ່ມີຄວາມສາມາດຫຼາຍດ້ານ ຟຸກຍັງເປັນນາຍແບບເຄີຍຜ່ານງານໃນວົງການບັນເທິງມາແລ້ວທັງຖ່າຍແບບໃຫ້ວາລະສານດັງຫຼາຍເລ່ມ ລວມທັງວາລະສານ ຂວັນໃຈ ເຮົາກໍເຄີຍມາແລ້ວ, ແລະ ໜຸ່ມຄົນນີເພິ່ນກໍຍັງເຄີຍໃຫ້ສຳພາດວ່າເພິ່ນເປັນຄົນມີຄວາມຝັນທີ່ຢາກເຮັດໃຫ້ສຳເລັດນັ້ນກໍຄືຢາກເປັນ ກັບຕັນຍົນ ນັ້ນເອງ (ວ້າວໆ…ຖ້າໄດ້ເປັນກັບຕັນຍົນແຫ່ງຈະເຈົ້າຊູ້ໄປອີກແບບວ່າເບາະ ອິອິ) ຢ່າງໃດກໍຂໍເປັນກຳລັງໃຈໃຫ້ຂໍຈົ່ງເຮັດຄວາມຝັນໃຫ້ເປັນຈິງເດີ້ໜຸ່ມຟຸກ ຊະນີIndy ແລະ ແຟນເພສ ຂວັນໃຈ ທຸກຄົນເປັນກຳລັງໃຈໃຫ້ ສູ້ສູ້. …

Read More »

ອໍລະຊອນອ່ອນຊ້ອຍ! ນ້ອຍ ລັດສະໝີ ແລະ ຟ້າໃສ ນໍລະສິງ ຖ່າຍແບບເຊັດໃໝ່!!!

ແລງໆແບບນີ້ມາຊອກເບິ່ງຫຍັງທີ່ມັນສະບາຍຫູສະບາຍຕາກັນດີກວ່າ ມື້ນີ້ ຊະນີIndy ມີຮູບພາບງາມໆມາຝາກແຟນເພສ ຂວັນໃຈ ເຮົາທຸກໆຄົນ ເປັນຮູບພາບຂອງເອື້ອຍ ນ້ອຍ ລັດສະໝີ ໄຊສົງຄາມ ນາງແບບແຖວໜ້າຂອງບ້ານເຮົາ ແລະ ນ້ອງ ຟ້າໃສ ນໍລະສິງ ຜູ້ເຂົ້າປະກວດໝາຍເລກ 19 ໃນເວທີມິສແກນລາວ, ທີ່ທັງສອງສາວໄດ້ຮ່ວມຖ່າຍແບບເຊັດໃໝ່ ແລະ ດ້ວຍຄວາມເປັນມືອາຊີບຂອງທັງສອງຄົນ ລວມໄປເຖິງອົງປະກອບອື່ນໆບໍ່ວ່າຈະເປັນສະຖານທີ່, ຊ່າງແຕ່ງໜ້າ ແລະ ຊ່າງຖ່າຍພາບ ຈຶ່ງເຮັດໃຫ້ຮູບພາບອອກມາໄດ້ງົດງາມ ເບິ່ງແລ້ວຊ່າງເປັນຮູບພາບທີ່ອໍລະຊອນອ່ອນຊ້ອຍ ເຊິ່ງສະຖານທີ່ຖ່າຍແບບໄດ້ຄັ້ງນີ້ແມ່ນຢູ່ທີ່ ຕາດວັງຫລວງ. #ແຊຣໄປໃຫ້ໂລກຮູ້ ນ້ອຍ ລັດສະໝີ  2. ຟ້າໃສ ນໍລະສິງ ຂໍຂອບໃຈຮູບພາບຈາກ: NOy Latsamy Saysongkham,  Vilasak Sengphetmany

Read More »

ລວມຮິດຄວາມໜ້າຮັກ ຄວາມຮາ ຕັ້ງແຕ່ເປັນໂສດຈົນມີແຟນຂອງ ນູ່ນີ່ ກຸມພົນພັກດີ (ມີຄລິບ)

ລວມຮິດຄວາມໜ້າຮັກ ຄວາມຮາ ຕັ້ງແຕ່ເປັນໂສດຈົນມີແຟນຂອງ ນູ່ນີ່ ກຸມພົນພັກດີ ສາວລາວທີ່ໄປເລືອກຄູ່ໃນລາຍການ “Take Me Out Thailand”, ຫຼ້າສຸດກໍມີຄລິບລວມຮິດຄວາມໜ້າຮັກ ຄວາມຕະຫຼົກເຮຮາຂອງນາງອອກມາແລ້ວ, ຊະນີIndy ເລີຍບໍ່ພາດທີ່ຈະນຳເອົາມາຝາກແຟນເພສ ຂວັນໃຈ ທຸກໆຄົນ. ດັ່ງນັ້ນ ມາເບິ່ງກັນເລີຍເດີ້ຮັບຮອງວ່າໜ້າຮັກ ປົນຮາແນ່ນອນ. #ຢ່າລືມແຊຣເປັນກຳລັງໃຈໃຫ້ສາວນູ່ນີ່ ຂໍຂອບໃຈຄລິບ ແລະ ຮູບພາບຈາກ: TV Thunder Official , Noony Koumphonphakdee

Read More »

ນູ່ນີ່ ແລະ ອ໋ອບ ເຄມີເຂົ້າກັນກາຍເປັນຄູ່ຮັກໄອດໍ້ຄູ່ໃໝ່ ແຟນຄລັບແຫ່ກົດໄລ້ຮູບຄູ່!!!

ສະບາຍດີ ວັນຈັນ ວັນແຫ່ງການເຮັດວຽກ ມາເລີ່ມຕົ້ນວັນໃໝ່ຂອງອາທິດດ້ວຍຄວາມໜ້າຮັກຂອງ ນູ່ນີ່ ແລະ ອ໋ອບ ຄູ່ຮັກສົດໆໃໝ່ໆຈາກລາຍການເລືອກຄູ່ຊື່ດັງຝັ່ງປະເທດເພື່ອນບ້ານ, ແລະ ໃນ 2-3 ມື້ທີ່ຜ່ານມາປະຕິເສດບໍ່ໄດ້ເລີຍວ່າທັງສອງໄດ້ສ້າງປະກົດການຮືຮາໄປທົ່ວທັງປະເທດລາວແລະໄທ ເພາະເປັນຄູ່ທີ່ໜ້າຮັກ ເຄມີເຂົ້າກັນສຸດໆ ບໍ່ວ່າທັງສອງຈະໂພສຮູບ ຫຼືໂພສສະເຕຕັສຫຍັງກໍຈະມີແຟນຄລັບໃຫ້ຄວາມສົນໃຈ ແລະ ເຂົ້າໄປກົດໄລ້ກົດແຊຣ ສະແດງຄວາມຄິດເຫັນຮູບຄູ່ຂອງ ນູ່ນີ່ ແລະ ອ໋ອບ ເປັນຈຳນວນຫຼວງຫຼາຍ, ຈົນສາມາດເວົ້າໄດ້ເລີຍວ່າທັງສອງກາຍເປັນຄູ່ຮັກໄອດໍ້ຄົນໃໝ່ໄປແລ້ວ, ຊະນີIndy ແລະ ແຟນໆກໍຂໍສະແດງຄວາມຍິນດີນຳຫຼາຍໆເດີ້ ເພາະທັງ 2 ເໝາະສົມກັນດີ ໜ້າຮັກໝົດທັງສອງເລີຍ. #ໃຜເປັນແຟນຄລັບຂອງນູ່ນີ່ແລະອ໋ອບແຊຣໄປໆ ຂໍຂອບໃຈສຳລັບຮູບພາບ

Read More »