Breaking News

ຂ່າວບັນເທີງໃນປະເທດ

ງາມໆເລີດໆໆໆ…ກັບສອງສາວປະເພດສອງຂອງລາວເຮົາ ຫຼິງຫຼິງ ແລະ ວັນໃໝ່!!!

ມາເບິ່ງ!!! ຄວາມງາມຂອງສາວປະເພດສອງຂອງບ້ານເຮົາ ຫຼິງຫຼິງ ປິຍະດາ ແລະ ວັນໃໝ່ ທຳມະວົງ ທີ່ບອກເລີຍວ່າ ມີຄວາມເລີດ ຄວາມງາມຢ່າງແຮງ ແມ່ຍິງແທ້ຍັງອາຍໃນຄວາມງາມຂອງສອງສາວນີ້ພຸ້ນລະ, ແລະນອກຈາກຄວາມງາມແລ້ວພວກເຂົາຍັງມີຄວາມສາມາດຈົນສ້າງຊື່ສຽງໃຫ້ປະເທດມາແລ້ວ, ເອົາລະ!!! ບໍ່ເວົ້າໃຫ້ຍືດຍາວມາເບິ່ງຄວາມງາມຂອງ ຫຼິງຫຼິງ ແລະ ວັນໃໝ່ກັນເລີຍ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມງາມຂອງສາວປະເພດສອງຂອງລາວເຮົາ ຫຼິງຫຼິງ ປິຍະດາ 2. ວັນໃໝ່ ມົນຈຳປາ ທຳມະວົງ ເພື່ອນໆເດ..ຄິດເຫັນກົງກັນກັບ ຊະນີIndy ແດ່ບໍ່? ທີ່ວ່າ ຫຼິງຫຼິງ ແລະ ວັນໃໝ່ ງາມເລີດໆໆໆໆໆແຮງ…ຢ່າລືມຄອມເມັ້ນບອກກັນແດ່ເດີ້!!! ຂໍຂອບໃຈຮູບພາບຈາກ: Wanmai Thammavong , lingpiyadar

Read More »

ແອບສ່ອງ! Life Style ຂອງ ນິ່ງແນ່ງ ຈັນດາລີ

ສະບາຍດີແຟນໆ…ຊ່ວງນີ້ອາກາດຮ້ອນອົບເອົ້າເຖິງ 40 ອົງສາກັນເລີຍ ເວົ້າແທ້…ຊະນີIndy ຈົນບໍ່ຢາກໄປໃສພຸ້ນລະ ແຕ່ກໍຍ້ອນມີພາລະອັນໃຫ່ຍຫຼວງກໍເລີຍຕ້ອງໄດ້ສູ້ເພື່ອແຟນໆ ເພື່ອໄປຊອກເຈາະຈິ້ມຄວາມຄືບໜ້າຂອງວົງການບັນເທິງມາຝາກ… ແລະມື້ນີ້ ຊະນີIndy ແລະທີມງານ ຂວັນໃຈ ກໍໄດ້ໄປສ່ອງ Life Style ຂອງສາວໜ້າຫວານ ຈັນດາລີ ສິດພາໄຊ (ນິ່ງແນ່ງ) ເພາະສາວຄົນນີ້ບອກເລີຍວ່າບໍ່ທຳມະດາເປັນເຖິງທ່ານໝໍຄົນເກັ່ງ ແລະຍັງເປັນຄົນທີ່ມີຊື່ສຽງເປັນ Net Idol  ລຸ້ນທຳອິດ ແລະກໍມີຜົນງານໃນວົງການບັນເທິງບ້ານເຮົາຢ່າງຫຼວງຫຼາຍ ແລະນອກຈາກນັ້ນສາວຄົນນີ້ກໍຍັງມີ Life Style  ມັກທ່ອງທ່ຽວໄປປະເທດນັ້ນປະເທດນີ້ ເຫັນງາມໆໜ້າຮັກແບບນີ້ບອກເລີຍວ່າສາວ ນິ່ງແນ່ງ ກໍເປັນຂາລຸຍ, ຫຼ້າສຸດສາວຄົນນີ້ກໍເດີນທາງໄປທ່ອງທ່ຽວທີ່ ເມົາດີບ (Maldives) ທີມງານເຮົາເອງກໍບໍ່ພາດທີ່ຈະນຳຮູບພາບໜ້າຮັກຂອງ ນິ່ງແນ່ງ ມາຝາກຈະໜ້າຮັກພຽງໃດນັ້ນ ມາຕິດຕາມກັນເລີຍ!!! #ຢ່າລືມກົດໄລ້ກົດແຊຣໄປໃຫ້ໂລກຮູ້ ?? #worldsurprisetravel #kanuhuramaldives #เพื่อนเดินทาง #kanuhuramaldives#bangkokairways A post shared by Chandaly Sitpraxay …

Read More »

ແຟນຄຣັບກຣີດໆໆໆ…2 Oppa ນັກຮ້ອງດັງແຫ່ງແດນກິມຈິມາລາວ!!! (ຄລິບ)

ກຣີດໆໆໆໆ Oppa Dongwoon  ແລະ Dujun 2 ນັກຮ້ອງດັງແຫ່ງວົງ Highligt , 2 ໝຸ່ມສຸດເຈົ້າຊູ້ຈາກແດນກິມຈິ ໄດ້ມາປະກົດໂຕຢູ່ທີ່ ປະເທດລາວ ຈົນເຮັດໃຫ້ແຟນຄຣັບດີໃຈກັນຖ້ວນໜ້າ, ເຊິ່ງພໍແຕ່ມາຮອດລາວ 2 ໝຸ່ມ Oppa ກໍໄດ້ເດີນທາງໄປທີ່ ປະຕູໄຊ ແລະຕອນຄໍ່າກໍໄປຢ່າງເລາະຫຼີ້ນທີ່ຕະຫຼາດນັດແຄມຂອງ, ບັນຍາກາດຂອງການເດີນທາງມາຮອດລາວ ແລະການຕ້ອນຮັບຂອງແຟນໆຊາວລາວຈະເປັນແນວໃດນັ້ນ ຊະນີIndy ກໍບໍ່ພາດທີ່ຈະນຳມາຝາກແຟນໆທີ່ຍັງບໍ່ໄດ້ເຈິຕົວຈິງຂອງ 2 Oppa Dongwoon  ແລະ Dujun ມາເບິ່ງກັນເລີຍ NOT EXO Dujun and Dongwoon (Beast) arrived at Vientiane, Laos PDR Cr: @sehunzzzx #beast#kpopfaninlaos#vientiane#beastlaos#dujun#dongwoon#beastdujun#beastdongwoon My special account For sehun @mr.hunnie …

Read More »

ຕະລຶງ! ເມື່ອມີສາວລາວໄປໂຊພະລັງສຽງໃນລາຍການ “I CAN SEE YOUR VOICE” (ຄລິບ)

ເປັນທີ່ຮືຮາເມື່ອມີສາວລາວຄົນງາມນາມວ່າ ນາງ ຄອນມີໄຊ ພາໄຊສີສຸນົນ (ລູກໝີ) ອາຍຸ 25 ປີ ໄປຮ່ວມໃນລາຍການ “I CAN SEE YOUR VOICE” (ປະເທດໄທ) ເຊິ່ງເປັນລາຍການເພງທີ່ມີຄົນນິຍົມອີກລາຍການໜຶ່ງ ແລະສາວລາວຄົນນີ້ກໍຍັງໄດ້ໂຊພະລັງສຽງທີ່ສຸດຍອດໃນບົດເພງ ເມຍເກົ່າ ເຊິ່ງເປັນບົດເພງບ້ານນາຂອງໄທ ຈົນເຮັດໃຫ້ທັງກຳມະການ ແລະຜູ້ຊົມຕະລຶງໄປພ້ອມໆກັນ, ນອກຈາກນັ້ນ ລູກໝີ ຍັງໄດ້ແນະນຳຕົວເປັນພາລາວ ແລະ ແນະນຳເຖິງຊຸດປະຈຳຊາດທີ່ນາງໄດ້ນຸ່ງໄປ ແລະຍັງໄດ້ອະທິບາຍຄວາມໝາຍຂອງ ດອກຈຳປາ ວ່າເປັນດອກໄມ້ປະຈຳຊາດຂອງລາວເຮົາ ມີຄລິບລາຍການມາຝາກແຟນໆນຳເດີ້ ມາເບິ່ງກັນເລີຍ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ ທີມງານເຮົາຍັງນຳເອົາຮູບພາບທີ່ໜ້າຮັກຂອງສາວ ລູກໝີ ມາຝາກນຳເດີ້!!! ຮູບພາບ:Khonmisay Phasaysisounone. ຂໍຂອບໃຈຄລິບຈາກ: WorkpointOfficial

Read More »

ແບບຢ່າງທີ່ດີ! ຫຼິງຫຼິງ ປິຍະດາ ສຸດກະຕັນຍູ!!!

ມື້ນີ້ນຳຮູບພາບຂອງ ຫຼິງຫຼິງ ປິຍະດາ ທີ່ໄດ້ໂພສຮູບພາບສຸດປະທັບໃຈໃນຊ່ວງປີໃໝ່ລາວທີ່ຜ່ານມາ ໂດຍ ຫຼິງຫຼິງ ໄດ້ໂພສຮູບນົບຕີນພໍ່ ໃນອິນສະຕາແກຼມພ້ອມຂຽນອະທິບາຍວ່າ “ກາບຕີນພໍ່ກ່ອນກັບ ເພາະຜູ້ໃຫ້ກຳເນີດຄືພະຜູ້ປະເສີດທີ່ສຸດ” ເຊິ່ງພຽງແຕ່ ຊະນີIndy ເຫັນເທົ່ານັ້ນກໍຮູ້ສຶກວ່າເປັນພາບທີ່ບົ່ງບອກຄວາມໝາຍ ສື່ໄປເຖິງຄວາມກະຕັນຍູຮູ້ຄຸນຜູ້ທີ່ມີພະຄຸນຂອງສາວງາມຄົນນີ້ ແລະຍັງເປັນແບບຢ່າງທີ່ດີໃຫ້ແກ່ໝູ່ເພື່ອນ ແລະນ້ອງໆທຸກຄົນ, ຈັ່ງໃດກໍຂໍຊົມເຊີຍ!!! #ແຊຣໄປໃຫ້ໂລກຮູ້ ??ກາບຕີນພໍ່ກ່ອນກັບ ເພາະຜູ້ໃຫ້ກຳເນີດຄືພະຜູ້ປະເສີດທີ່ສຸດ #ການບໍ່ລືມບຸນຄຸນຄົນຄືກຸສົນສູງສຸດ✔️ #ໂຊກດີປີໃຫມ່ເດີທຸກຄົນຫລິ້ນນຳ້ຢ່າງລະມັດລະວັງເດີ#ເມົາບໍ່ຂັບເດີ A post shared by I'm Lingling Piyadar(laos) (@lingpiyadar) on Apr 14, 2017 at 11:09pm PDT หมดเวลาเที่ยวแล้ว bye bye #japan?? #tokyo? #kyoto⛩ #osaka? #กลับไปกราบเท้าพ่อแม่ก่อนน้าาาาาา #thaiairways A post shared by …

Read More »