Breaking News

ຂ່າວບັນເທີງໃນປະເທດ

ຈີ່ຈີ່ Net idol ເປີດໂຕແຟນແລ້ວ ໜ້າຕາແບບວ່າ…

ຈີ່ຈີ່ Net idol ເປີດໂຕແຟນແລ້ວ ໜ້າຕາແບບວ່າ… Net idol ຜູ້ທີ່ມີຊື່ສຽງໂດ່ງດັງຖ້າເວົ້າເຖິງຊື່ສາວ ຈີ່ຈີ່ ກໍຄົງຈະບໍ່ມີໃຜທີ່ບໍ່ຮູ້ຈັກນາງ ເພາະນາງມີຄວາມໜ້າຮັກ ແລະ ງາມໃນແບບທີ່ບໍ່ຕ້ອງເພິ່ງສັນຍະກຳຫຼາຍເທົ່າກັບ Net idol ຄົນອື່ນ, ໄລຍະນີ້ນາງກຳລັງໄປສຶກສາຕໍ່ທີ່ ລອນດອນ ປະເທດ ອັງກິດເຊິ່ງ “ຊະນີIndy” ກໍເປັນຄົນໜຶ່ງທີ່ມັກເຂົ້າໄປສ່ອງ IG ຂອງນາງແຕ່ກໍຕ້ອງສະດຸດຕາກັບຮູບຄູ່ນັ້ນນີ່ທີ່ນາງໄດ້ໂພສ (Post) ພ້ອມກັບແຄ໋ບຊັນ (Caption) ຫວານໆເລື້ອຍໆ ຈົນເຮັດໃຫ້ແຟນຄລັບຂອງນາງພາກັນມາສະແດງຄວາມຄິດເຫັນເຖິງຄວາມໜ້າຮັກ ບາງຄົນກໍວ່າມີຄວາມອິດສາທັງສອງຄົນທີ່ດຸໜັ່ນສ້າງຄວາມຮັກຫວານເວີ້. “ຊະນີIndy” ກໍບໍ່ໄດ້ເຂົ້າໄປສ່ອງລ້າໆແຕ່ກໍຍັງນໍາເອົາຮູບພາບຫວານໆຂອງສາວຈີ່ຈີ່ ແລະ ຜູ້ຊາຍຂອງນາງ (ແຟນ) ມາຝາກນໍາວ່າຈະງາມຈະຫຼໍ່ສົມກັນພຽງໃດ. ພາບຈາກ: chichiscl  ແລະ sl_blvcklist

Read More »

ທວາຍກັນເບິ່ງວ່ານີ້ແມ່ນຮູບຄົນດັງຄົນໃດ?

ບ່າຍໆວັນ ອັງຄານ ແບບນີ້ບໍ່ຕ້ອງຊີລຽດໄປເດີ້ແຟນໆ ລອງມາຫຼິ້ນເກມທວາຍກັນເບິ່ງວ່ານີ້ແມ່ນຮູບຄົນດັງຄົນໃດ? ມື້ນີ້ເຮົາຈະມາຫຼິ້ນເກມທວາຍວ່າຮູບຂອງເດັກນ້ອຍຄົນນີ້ແມ່ນດາລາທ່ານໃດ? 1. ໄກ່ ໂອເວີ້ແດ້ນ 2. ແອນນິຕ້າ 3. ບາບີ້ ປິຍະມາດ 4. ລູກນ້ຳ ທິດາລັດ ລອງທວາຍກັນຫຼິ້ນໆເບິ່ງເດີ້ວ່າຈະແມ່ນດາລາຍິງທ່ານໃດ?  ຄຳຕອບກໍຄື………ສາວ ລູກນ້ຳ ທິດາລັດ ວົງສິຣິ ກັບແມ່ສຸດທີ່ຮັກຂອງນາງນັ້ນເອງ!!! ທີ່ມາຮູບພາບຈາກ: Louknum Miss Laos

Read More »

ສາວ ຫຼິງຫຼິງ ປີຍະດາ ມາໃນຊຸດລາວສຸດອະລັງການ

ສາວຫຼິງຫຼິງ ປີຍະດາ ມາໃນຊຸດລາວສຸດອະລັງການ ວ້າວໆໆ…ງາມຫຼາຍໆສຳລັບສາວ ຫຼິງຫຼິງ ປິຍະດາ ທີ່ຫຼ້າສຸດນາງໄດ້ໂພສຮູບທີ່ເຮັດໃຫ້ຕະລຶງໃນຄວາມງາມໄປຕາມໆກັນເຊິ່ງນາງມາໃນ Look ແບບລາວໆ ຊຸດໄໝລາວຈົນເຮັດໃຫ້ລືມໄປເລີຍວ່ານາງເປັນສາວງາມປະເພດສອງ ແລະ ເຊື່ອເລີຍວ່າແມ່ຍິງຫຼາຍໆຄົນຕ້ອງມີຄວາມອິດສາໃນຄວາມເລີດ ຄວາມງາມທີ່ຫາບ່ອນຕິບໍ່ໄດ້ຂອງນາງ ຈະງາມຊໍ່າໃດນັ້ນມາເບິ່ງດ່ວນ! ພາບຈາກ: lingpiyadar

Read More »

ດາລາສາຍເຮຮາ ແຈ້ງເກີດໄດ້ຍ້ອນຄວາມຕະຫຼົກ!

ດາລາສາຍເຮຮາ ແຈ້ງເກີດໄດ້ຍ້ອນຄວາມຕະຫຼົກ! ໂດຍ: “ຊະນີIndy” ຄົງຈະຄຸ້ນໜ້າຄຸ້ນຕາກັນດີ ກັບດາລາຍິງສາຍເຮຮາຄົນນີ້ ອາມມີ່ ໄຊຊະນະວົງເພັດ ເພາະນາງກໍມີຜົນງານຫຼາກຫຼາຍ ແຕ່ນັ້ນບໍ່ແມ່ນປະເດັນທີ່ຈະມາພັນລະນາຜົນງານຂອງນາງແຕ່ຢ່າງໃດເພາະ “ຊະນີIndy” ໄດ້ມັກສັງເກດເຫັນນາງມັກໂພສຮູບພ້ອມກັບແຄັບຊັ່ນ (Captoin) ແນວຕະຫຼົກ ເຮຮາເຮັດໃຫ້ມີແຟນໆເຂົ້າມາກົດໄລ້ກົດແຊຣ (share) ຮູບຂອງນາງຢ່າງຫຼວງຫຼາຍ ດັ່ງນັ້ນ ສາເຫດທີ່ເຮັດໃຫ້ນາງສາມາດແຈ້ງເກີດ ນອກຈາກຄວາມສາມາດແລ້ວ ກໍແມ່ນຄວາມໂດດເດັ່ນແນວຕະຫຼົກເຮຮາຂອງນາງນັ້ນເອງ ບາງເທື່ອ “ຊະນີIndy” ວ່າຈະເປັນດາລາ ຫຼື ເປັນຄົນທຳມະດາກໍບໍ່ຈຳເປັນທີ່ຈະຕ້ອງໜ້າຕາດີຢ່າງດຽວ ຂໍແຕ່ກ້າເປັນຕົວເອງ ໝັ້ນໃຈໃນທາງທີ່ດີ ມີແນວຄິດສ້າງສັນ ບໍ່ສ້າງຄວາມເດືອດຮ້ອນໃຫ້ແກ່ຄົນອ້ອມຂ້າງ ພຽງເທົ່ານີ້ໂອກາດດີໆກໍອາດຈະມາຫາເຮົາເອງໂດຍທີ່ບໍ່ຕ້ອງສະແຫວງຫາ.   “ປີນຂືນໄປເພືອຫມາກກະທັນໂດຍສະເພາະ” “ຄິດຮອດຕົ້ມເປັດຢູ່ບ້ານ..,,ໃຜໃຈສີຕົ້ມໃຫ້ກີນອີກນໍ” “ຄັ້ງທຳອີດທີ່ໄດ້ຂີ້ຊ້າງ ຕື່ນເຕັ້ນຫລາຍ” “ເຮັດສວນຢູ່ນິແຕ່ນອ້ຍຈົນໃຫ່ຍ .ຜັກປອດສານພິດ” “ກີນກະແລ໋ມ..ທ້າລົມຫນາວ ກະແລ໋ມໂຄດຫນ້າຮັກຈົນສີບໍ່ກ້າກີນ” “ຂະຫນາດຄຳແກ້ວເປັນງູ ທົດສະພົນກະຍັງຮັກ ຂອ້ຍເປັນຄົນຄັກຄັກຄືບໍ່ມີໃຜມາຮັກຂອ້ຍແດ” ຮູບພາບຈາກ: Armmy Saysanavongphet

Read More »

ເຈ້ຍ ປາສິຟິກ ເປີດກ້ອງຮູບເງົາເລື່ອງໃໝ່ລວມດາລາດັງໆໄວ້ພ້ຽບ!!!

ເຈ້ຍ ປາສິຟິກ ເປີດກ້ອງຮູບເງົາເລື່ອງໃໝ່ ລວມດາລາດັງໆໄວ້ພ້ຽບ!!! ໂດຍ:  “ຊະນີIndy” ຜ່ານໄປແບບສົດໆຮ້ອນໆກັນເລີຍກັບພິທີໄຫ້ວຄູຂອງຮູບເງົາເລື່ອງ “ຫົງຫາມເຕົ່າ” ໃນວັນ 8 ມັງກອນ 2017 ທີ່ຜ່ານມາ, ເຊິ່ງມີນັກສະແດງ ແລະ ທີມງານເຂົ້າຮ່ວມເປັນຈຳນວນຫຼວງຫຼາຍນຳທີມໂດຍ ເຈ້ຍ ປາສິຟິກ, ລູກນ້ຳ ທິດາລັດ, ເບບີ້ ປິຍາມາດ, ອາມມີ່ ແລະ ອີກຈຳນວນຫຼາຍ, ເຊິ່ງໄດ້ຍິນມາວ່າເລື່ອງນີ້ນັກຮ້ອງສາຍຕະຫຼົກ ເຈ້ຍ ປາຊີຟິກ ເປັນທັງຄົນກຳກັບ ແລະ ຂຽນບົດເອງ ສ່ວນວ່າຮູບເງົາເລື່ອງນີ້ຈະອອກມາໃນແນວທາງໃດນັ້ນຈົ່ງລໍຖ້າຕໍ່ໄປເພາະເພິ່ນກຳລັງຢູ່ໃນຊ່ວງຖ່າຍທຳນັ້ນເອງ. “ຊະນີIndy” ບໍ່ໄດ້ມາອັບເດດສູ່ຟັງລ້າໆໃດແຕ່ຍັງນຳເອົາພາບບັນຍາກາດມາໃຫ້ເພື່ອນໆໄດ້ເບິ່ງນຳ ລໍຖ້າຢູ່ເຮັດຫຍັງມາເບິ່ງເລີຍ…! ພາບຈາກ: Jear Pacific, B’Bie Piyamarth

Read More »