Breaking News

ຂ່າວບັນເທີງໃນປະເທດ

ສຸດຍອດ! ສາວເປົ່າແຄນໂຊ “ເກດມະນີ ວົງຄໍາຈັນ” ໂຕເກັງໃນການປະກວດ Miss Laos 2020

ເກດມະນີ ວົງຄໍາຈັນ ໜຶ່ງໃນຜູ້ເຂົ້າປະກວດ Miss Laos 2020 ເປັນອີກໜຶ່ງສາວທີ່ບໍ່ທໍາມະດາເລີຍ ທັງງາມ ແລະ ມີຄວາມສາມາດໃນການເປົ່າແຄນ ເຊິ່ງມັນເປັນເອກະລັກ ແລະ ສະເຫນ່ອັນໂດດເດັ່ນຈົນເຮັດໃຫ້ແຟນໆຫຼາຍຄົນນັ້ນຕິດຕາມ ແລະ ເຊຍສາວຄົນນີ້ຈົນກາຍເປັນໂຕເກັງທີ່ສຸດໃນຕອນນີ້ກໍວ່າໄດ້. ເກດມະນີ ອາຍຸ 20 ປີ ເປັນຄົນແຂວງບໍ່ແກ້ວ ເຊິ່ງການປະກວດ Miss Laos 2020 ແມ່ນເປັນເວທີທໍາອິດ ແລະ ແຮງບັນດານໃຈໃນການເຂົ້າປະກວດດເທື່ອນີ້ ສາວເກດມະນີໄດ້ໃຫ້ສໍາພາດກັບທີມຂ່າວຂອງ Muan.la ວ່າ “ເຂົ້າປະກວດເວລທີນີ້ເພາະເປັນເວທີຊົງກຽດ ແລະ ເປັນເວທີທີ່ສະແດງໃຫ້ຄົນລາວທຸກຄົນໄດ້ເຫັນວ່າ ແມ່ຍິງລາວກໍມີຄວາມສາມາດ ແລະ ມີຄວາມງາມບໍ່ແພ້ຊາດໃດໃນໂລກ ແລະ ຕົນເອງກໍເປັນຄົນທີ່ມັກໃນເສັ້ນທາງສາຍນີ້ຢູ່ແລ້ວ ຈຶ່ງເລືອກທີ່ຈະສະໝັກ ແລະ ເດີນຕາມຝັນ ພ້ອມທັງຖືວ່າເວທີນີ້ເປັນເວທີເປິດປະສົບການໃນຫຼາຍໆດ້ານໃຫ້ເຮົານໍາ” ເຫດຜົນທີ່ເລືອກເອົາເຄື່ອງດົນຕີພື້ນເມືອງລາວມາໂຊ ເຊັ່ນ ການເປົ່າແຄນ ກໍເພາະວ່າ ສຽງແຄນລາວໄດ້ຮັບຮ້ອງເປັນມໍລະດົກໂລກທາງວັດທະນະທໍາ ແລະ ກໍຍັງມີສຽງທີ່ມ່ວນອ່ອນຊ້ອຍ ເຊິ່ງຕາມບູຮານໄດ້ບອກເລົ່າກັນວ່າ …

Read More »

ຖືກໃຈແຮງ!! ມາເບິ່ງຂໍ້ຄວາມ ແລະ ຄໍາຄົມເດັດໆສໍາຫຼັບສາວໆ ຈາກ “ຢຸ້ຍ ສັນທະນີ Miss Supranational Laos 2018”

 ຢຸ້ຍ ຫຼື ຢຸ້ຍ ສັນທະນີ Miss Supranational Laos 2018 ນາງງາມທີ່ມີຄວາມ strong ລະດັບ 10 ເຕັມ 10 ແທ້ໆ ບໍ່ວ່າຈະເປັນວຽກງານດ້ານວົງການບັນເທິງ ຫຼືການສ້າງແຮງຈຸງໃຈ ລວມໄປເຖິ່ງເລື່ອງລາວຕ່າງໆມາອັບເດດໃຫ້ແຟນໆໄດ້ຕິດຕາມກົດໄລກົດໃຈໃຫ້ຕະຫຼອດ ເຊິ່ງຫລ້າສຸດຢຸ້ຍກໍອອກມາໂພສ໌ຂໍ້ຄວາມທາງເຟສ໌ບຸກສ່ວນຕົວ ເພື່ອເປັນການໃຫ້ກໍາລັງໃຈ ແລະ ປຸກພະລັງໃຫ້ກັບຄົນທີ່ມີເປົ້າໝາຍໃນຊີວິດໄດ້ລຸກສູ້ເພື່ອໄປໃຫ້ຮອດຝັງຝັນ ແຖມຍັງຖີ້ມທ້າຍດ້ວຍຄໍາຄົມເດັດໆອີກດ້ວຍ ບອກເລີຍວ່າຖ້າສາວໆຄົນໃດບໍ່ໄດ້ອ່ານຖືວ່າພາດ…..ມີຫຍັງແດ່ນັ້ນໄປອ່ານໄດ້ເລີຍ…. “ໂພດນີ້ບໍ່ໄດ້ໂພດອວດລວຍ ວ່າໂຊເກັ່ງສິຊື້ລົດໃຫມ່!!! ແຕ່​ເປັນ​ການໂພດເພື່ອໃຫ້ກຳລັງໃຈ ປຸກພະລັງໃນໂຕເອງຕ້ອງມີເປົ້າຫມາຍ ຕ້ອງສູ້ຊົນ ຕ້ອງຜ່ານມັນໄປໃຫ້ໄດ້ ສິທຸກສິຍາກສິເມື່ອຍກະຕ້ອງຜ່ານ.​ ກ່ອນຈະສຸກສະບາຍກະຕ້ອງໄດ້ທຸກ ກ່ອນຈະເປັນນາຍຄົນທີ່ສົມໃຫ້ຄົນນັບຖືກະຕ້ອງເປັນຕົວຢ່າງພາເຮັດພາສ້າງ,​ ບໍ່ແມ່ນມືບໍ່ພາຍເອົາຕີນລານຳ້ໃຫ້ເພິ່ນພາຍເຮືອເມື່ອຍຜູ້ດຽວໂຕເອງກິນແຮງສະເຫວີຍສຸກ,​ ໃຊ້ແຕ່ປາກສັ່ງງານເຂົາບໍ່ຈັບບໍ່ບາຍບໍ່ເຮັດບໍ່ສ້າງຍັງມາຫາແຕ່ແນວຕິ.​ລົງມືເອງທຸກຢ່າງຈັ່ງຮູ້ໄດ້ບັນຫາຂໍ້ຫຍຸ້ງຍາກຂໍ້ສະດວກ(ປະຫຍັດເງິນ​ພ້ອມເຂົ້າໃຈເນາະ)ຢຸ້ຍ ສູ້ເດີອີ່ຂີ້ດື້ ທ້າຍປີ2020-ຕົ້ນປີ2021 ບໍ່ໄດ້ກະບະ ກະສິເອົາຮຸ່ນໃດ ບໍ່ໄຫວອີ່ໂຕນລົດ ແມ່ເສືອສາວດາວຢົ້ວ Jaguar ປານຕຸກໆກະບໍ່ປານ ແຕ່ກະສົມຊື້ມາລາຄາແພງໃຊ້ໃຫ້ມັນຄຸ້ມ ບໍ່ແມ່ນສິເອົາມາຂີ່ຂັບອວດຄົນເຮັດໂຕໂກ້ຫຼູ ໄຮໂຊກະໂປ໊ະແຕກ ຫາປະໂຫຍດບໍ່ໄດ້.​(ໃຫ້ສົມກູຊື້ມາ89,​###$ ປານນັ້ນໄດ້ລາຄາພິເສດ ຈາກ98,​000​$ ສົງໃສແພງພິເສດ555555 …

Read More »

ບຸນທາດຫຼວງປີນີ້ຈັດພຽງ 3 ມື້ ແຕ່ລະມື້ມີພິທີ…..

ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລື່ອງ: ທິດຊີ້ນໍາກ່ຽວກັບການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ສະບັບເລກທີ 1132/ຫສນຍ ລົງວັນທີ 15 ຕຸລາ 2020 ບຸນທາດຫຼວງປີນີ້ຈັດພຽງ 3 ມື້ເທົ່ານັ້ນ! ເຊິ່ງເພີ່ນຖືເອົາບຸນປະເພນີເປັນຫຼັກສຳຄັນ ໂດຍເລີ່ມແຕ່ ວັນທີ 29-31 ຕຸລາ 2020. ເນື່ອງຈາກວ່າເປັນການຄວບຄຸ່ມ-ປ້ອງການ ການແຜ່ລະບາດຂອງພະຍາດໂຄວິດ-19 ນັ້ນເອງ. ເຊິ່ງປີນີ້ໃນມື້ງານ ແມ່ນຈະກໍານົດໃຫ້ບັນດາແມ່ຄ້າຊາວຂາຍຂາຍໄດ້ສະເພາະອາຫານ ແລະ ເຄື່ອງດື່ມ ທີ່ບໍ່ມີທາດເຫຼົ້າ ,ດອກໄມ້ ແລະ ທູບ-ທຽນ ເພື່ອບູຊາເທົ່ານັ້ນ. ສ່ວນວ່າຕະຫຼາດນັດວາງສະແດງສິນຄ້າ- ການຂາຍເຄື່ອງດື່ມທີ່ມີທາດເຫຼົ້າ- ງານບັນເທີງຕ່າງໆແມ່ນຈະບໍ່ໃຫ້ມີ. ກຳນົດຈັດງານ ມື້ທໍາອິດ ວັນທີ 29 ຕຸລາ 2020 ເຮັດພິທີຄອບໄຫວ່ ແລະ ແຫ່ປະສາດເຜິ້ງ, ມື້ທີ 2 ແມ່ນ 30 ຕຸລາ 2020 …

Read More »

ດີໃຈນໍາ ນ້ອງ ນູນູ່ ຄ້ວາລາງວັນຊະນະເລີດ ເວທີ Kids & Young Model Contest 2020

ສໍາເລັດໄປແລ້ວສໍາລັບການປະກວດ Kids & Young Model Contest 2020 (ໄວໝຸ່ມ) ໃນວັນທີ 18 ຕຸລາ 2020 ທີ່ໄດ້ຈັດຂຶ້ນທີ່ສູນການຄ້າ ລາວ-ໄອເຕັກ ແລະ ຜູ້ຊະນະເລີດປີນີ້ກໍຄື ນ້ອງ ນູນູ່ ຈິນນາລີ ອິນທະປັນຍາ ພ້ອມກັບລາງວັນພິເສດ Best Model ເຊິ່ງບອກໄດ້ເລີຍວ່ານ້ອງນູນູ່ນັ້ນ ແມ່ນຄວາມສາມາດ ແລະ ບຸກຄະລິກກະພາບທີ່ໂດດເດັ່ນ ຈົນເປັນທີ່ຕ້ອງຕາ, ຖືກໃຈກໍາມະການ ແລະ ສື່ມວນຊົນທັງຫຼາຍນັ້ນເອງ ເອີ້ນນວ່າເປັນສາວນ້ອຍທີ່ມີຄວາມໝັ້ນ, ກ້າສະແດງອອກ ແລະ ຄູ່ຄວນກັບລາງວັນທີ່ໄດ້ຮັບອີ່ຫລີ. ສາວ ນູນູ່ ຈິນນາລີ ອາຍຸ 17 ປີ ຮຽນຢູ່ຊັ້ນ ມ 7 ໂຮງຮຽນ ທີ່ມໍປາຍ ໂນນສະຫວ່າງ. ເຊິ່ງນ້ອງນູນູ່ໄດ້ໃຫ້ສໍາພາດວ່າ ຮູ້ສຶກທັບປະໃຈ ແລະ …

Read More »

ຫລ້ານ້ອຍ ພໍໃຈ ສົມທົບທຶນ 10 ລ້ານ ໃຫ້ເທິ ຢູ່ນາ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ຫລ້ານ້ອຍ ພໍໃຈ ເນັດໄອດໍ້ ຄົນດັ່ງຂອງລາວ ທັງງາມ-ເກັ່ງ-ມີນໍ້າໃຈ ບໍ່ລືມທີ່ຈະຊ່ວຍເຫຼືອພີ່ນ້ອງຊາວລາວທີ່ປະສົບໄພນໍ້າຖ້ວມ ສົມທົບທຶນ 10 ລ້ານກີບ ສົມທົບທຶນກັບ ເທິ ຢູນາ. ເຊິ່ງວ່າ ເທິຢູນາ ກໍໄດ້ໂພສ໌ເຟສ໌ບຸກສ່ວນຕົວຂອບໃຈ ຫລ້ານ້ອຍພໍໃນວ່າ “ຄົນໃຈ ຄົນຈິງ ອີ່ນີ້ມັນບ້າຂອບໃຈແທນພີ່ນ້ອງຊາວເຊໂປນ ຂໍໃຫ້ແມ່ອີ່ວຶ່ງ Larnoy PhorJai ລ້ຳຫຼວຍປັງໆຂຶ້ນໄປເລື້ອຍ ຢູ່ດີມີແຮງ ຢ່າເຈັບ ຢ່າຈົນ ຢ່າຕາຍກ່ອນໄວອັນຄວນ ພ້ຽງ !!! ເງິນຈຳນວນນີ້ຊິຊື້ເຄື່ອງກິນຂອງໃຊ້ທີ່ຈຳເປັນແລະຊ່ວຍແຈກຈ່າຍໃຫ້ເຖິງມື” ຊົມເຊີຍ ແລະ ສຸທານໍາທັງສອງ ແລະ ອີກຫຼາຍຄົນທີ່ຊ່ວຍເຫຼືອທັງວັດຖຸປັດໃຈ ແລະ ເຫື່ອແຮງ ນໍາເດີ. ຂວັນໃຈຂໍເປັນກໍາລັງໃຈ ແລະ ຂໍໃຫ້ພີ່ນ້ອງຜູ້ປະສົບໄພຜ່ານພົ້ນເຫດການນີ້ໄປໄດ້ໄວໆເດີ!! ຂ້ມູນຈາກ: Youlike ແລະ Ther Una

Read More »