Breaking News

ຂ່າວບັນເທີງໃນປະເທດ

ເສັ້ນທາງການປະກວດກ່ອນຈະມາເປັນ Miss Shokubutsu Idol 2020 ຄົນທໍາອິດຂອງລາວ

ມຸກສະຫວັນ ຄໍາເມລີ ຫຼືປີມມີ້ Miss Shokubutsu Idol 2020 ຄົນທໍາອິດຂອງລາວ ປັດຈຸບັນກໍາລັງສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ປີທີ 2. ປີມມີ້ເປັນອີກໜຶ່ງສາວທີ່ມີຮູ້, ຄວາມສາມາດ ແລະ ກ້າສະແດງອອກ ເປັນຄົນທີ່ມັກຊອກສະແຫວງຫາປະສົບການໃຫມ່ໆ ໂດຍສະພາະກໍແມ່ນເລື່ອງຂອງການປະກວດ ເຊິ່ງວ່າສາວນ້ອຍຄົນນີ້ກໍໄດ້ເດີນສາຍປະກວດງານຕ່າງໆມາແລ້ວ 3 ເວທີນໍາກັນ ຄື ເວທີ Miss Teen, ງານ LTC ລາວໂທລະຄົມ ແລະ ຫຼ້າສຸດກໍແມ່ນປະກວດ Miss Shokubutsu Idol 2020 ທີ່ Shokubutsu Laos ໄດ້ຈັດຂຶ້ນ ດ້ວຍໄວອາຍຸພຽງ 19 ປີເທົ່ານັ້ນ. ເວທີ Miss Teen ແມ່ນເປັນເວທີທໍາອິດ ເຊິ່ງໄດ້ເຂົ້າຮອບ 40 ສຸດທ້າຍ ຕໍ່ມາກໍໄດ້ເຂົ້າປະກວດໃນເວທີປະກວດງານ LTC ທີ່ລາວໂທລະຄົມໄດ້ຈັດຂຶ້ນ …

Read More »

ຊົມເຊີຍ ລູກນໍ້າ ດາຣາໃຈບຸນ ຊ່ວຍເປັນສື່ກາງໃນການປະກາດຂ່າວຂໍຄວາມຊ່ວຍເຫລືອວັດຖຸແລະປັດໃຈໃຫ້ກັບຄອບຄົວພໍ່ຕູ້ໂສມ

ລູກນໍ້າ ທິດາລັດ ວົງສິຣິ ດາຣາ-ນັກສະແດງ ຊຸບຕາຊື່ດັງຂອງປະເທດລາວ ສົມດັ່ງສາຍາ ດາຣາຄົນງາມ-ໃຈບຸນແທ້ໆ ເຊິ່ງຕັ້ງແຕ່ເຂົ້າວົງການມາກໍຈະເຫັນໄດ້ວ່າລູກນໍ້າໄດ້ອຸທິດຕົນໃນການຊ່ວຍເຫລືອສັງຄົມລາວສະເໝີມາ ບໍ່ວ່າຈະເປັນຄົນທຸກຍາກ, ຜູ້ດ້ວຍໂອກາດ ຫຼືບໍ່ວ່າຈະເກີດເຫດການຫຍັງຂຶ້ນ ຖ້າພີ່ນ້ອງຄົນລາວເຮົາມີຄວາມເດືອດຮ້ອນ ລູກນໍ້າກໍຈະພາຍາຍາມຊ່ວຍເຫລືອທຸກວິທີທີ່ສາມາດຊ່ວຍໄດ້ ແລະ ຫລ້າສຸດກໍແມ່ນ ເລື່ອງເຄາະຮ້າຍໄຟໄຫມ້ເຮືອນຂອງພໍ່ຕູ້ໂສມ ທີ່ລູກນໍ້າກໍໄດ້ຢື່ນມືເຂົ້າໄປຊ່ວຍອີກເຊັ່ນເຄີຍ. ວັນທີ 15 ຕຸລາ 2020 ລູກນໍ້າ ທິດາລັດ ໄດ້ໂພສ໌ຮູບພໍ່ຕູ້ໂສມຜ່ານ Facebook ສ່ວນຕົວ ກ່ຽວກັບເຫດການໄຟໄໝ້ເຮືອນໝົດກ້ຽງໝົດບໍ່ເຫລືອຫຍັງເລີຍ ເຊິ່ງເຫດໄຟໄໝ້ເກີດໃນ ວັນທີ 6 ຕຸລາ 2020 ທີ່ຜ່ານມາ ທີ່ ບ້ານດອນ ເມືອງນາກາຍ ແຂວງຄໍາມ່ວນ. ປັດຈຸບັນພໍ່ຕູ້ໂສມອາຍຸ 80 ປີ ມີລູກສອງຄົນ ແລະ ຕອນນີ້ເພິ່ນໄດ້ອາໄສຢູ່ນຳເຮືອນພີ່ນ້ອງ. ການໂພສ໌ຂໍຄວາມຊ່ວຍເຫຼືອຂອງລູກນໍ້າແມ່ນແລ້ວແຕ່ຜູ້ມີໃຈສັດທາ ເຊິ່ງຈະຊ່ວຍເປັນວັດຖຸ ຫລືປັດໃຈກໍໄດ້, ຖ້າທ່ານໃດຢູ່ໃກ້ສະດວກກໍສາມາດໄປມອບໃຫ້ພໍ່ຕູ້ໂດຍກົງໄດ້ເລີຍ ແລະ ສໍາຫລັບຜູ້ທີ່ຢູ່ໄກຖ້າຕ້ອງການຢາກຈະຊ່ວຍເຫລືອກໍສາມາດ ໂອນເປັນເງິນເຂົ້າບັນຊີໄດ້ເຊັ່ນກັນ …

Read More »

ເສດຖີອາຍຸນ້ອຍທີ່ສຸດໃນໂລກ ສາວນ້ອຍຜູ້ສ້າງລາຍຮັບກວ່າ 50 ຕື້ກີບ ຈາກTikTok

ໃນຍຸກ 5 ຈີ ເປັນຍຸກແຫ່ງເຕັກໂນໂລຊີທີ່ບໍ່ມີພົມແດນທຸກໆຄົນສາມາດເຂົ້າເຖິງກັນໄດ້ ພຽງແຕ່ມີອິນເຕີເນັດທຸກຢ່າງກໍສາມາດເກີດຂຶ້ນໄດ້ ຈາກໂລກໜ່ວຍບັກໃຫຍ່ໆກໍກາຍເປັນນ້ອຍລົງ ບໍ່ວ່າເຮົາຢູ່ມຸມໃດຂອງໂລກກໍຫຼຽວເຫັນກັນໄດ້ ຈາກຄົນບໍ່ເຄີຍຮູ້ຈັກກໍກາຍເປັນຮູ້ຈັກ. ເອີ້ນໄດ້ວ່າເປັນການພັດທະນາໃຫມ່ທີ່ດີ ລວມໄປເຖິງການສັ່ງເຄື່ອງທາງໂລກອອນລາຍ ພຽງແຕ່ໃຊ້ປາຍນີ້ວຈີ້ມທີ່ຈໍກໍໄດ້ໃນສິ່ງທີ່ຕ້ອງການແລ້ວ ເຮັດໃຫ້ແມ່ຄ້າ-ພໍ່ຄ້າທັງຫຼາຍພາກັນຫັນມາສ້າງການຄ້າທາງອອນລາຍຫຼາຍຂຶ້ນທຸກມື້ ເຊິ່ງມັນສາມາດສ້າງລາຍໄດ້ ແລະ ຫຼາຍຄົນກໍກາຍເປັນເສດຖີໄປແລ້ວ!! ມື້ນີ້ຂວັນໃຈຈະພາມາຮູ້ຈັກສາວນ້ອຍຄົນໜຶ່ງທີ່ຫລີ້ນTikTok ຈົນລວຍ! ແມ່ນແລ້ວອ່ານບໍ່ຜິດ TikTok ຈົນລວຍ ເຊິ່ງລາວເຮັດແນວໃດນັ້ນ ໄປອ່ານນໍາກັນເລີຍ!! Addison Rae Easterling ເປັນຄົນ American ເກີດປີ 2000 ປັດຈຸບັນອາຍຸ 20 ປີ ເປັນເຊເລບທີ່ມີຜູ້ຕິດຕາມເຖິງ 63 ລ້ານຄົນ ໃນຄະນະທີ່ເປັນນັກສຶກສາຢູ່ປີ 1 ທີ່ມະຫາວິທະຍາໄລຫຼຸຍເຊຍນ່າ. Rae ເປັນສາວນ້ອຍທີ່ເຕີບໃຫຍ່ມາກັບການເຕັ້ນ ແລະ ເປັນອີກຄົນໜຶ່ງທີ່ມັກຫຼີ້ນແອັບ TikTok ເປັນຊີວິດຈິດໃຈ ແລະ ມີຄົນຕິດຕາມຫຼາຍເປັນອັນດັບຕົ້ນໆຂອງໂລກ ປັດຈຸບັນນີ້ Rae ມີລາຍໄດ້ຈາກຊ່ອງທາງຕ່າງສູງເຖິງປີລະກວ່າ 5 …

Read More »

ເທບທິດາເມືອງລາວ ສາວລູກນໍ້າ ແຈກອາຫານໃຫ້ກັບນ້ອງໆນັກຮຽນ

ສົມກັບສາຍາງານງາມ-ດາຣາໃຈບຸນອີ່ຫລີ ລູກນໍ້າ ທິດາລັດ ຊຸບຕາເບີ 1 ວົງການລາວເຮົາຄົນນີ້ ຖ້າເອີ່ຍຊື່ຂຶ້ນມາແລ້ວແມ່ນບໍ່ມີໃຜບໍ່ຮູ້ຈັກ ແລະ ຜົນງານໃນວົງການບັນເທິງກໍເປັນທີ່ໂດດເດັ່ນຢ່າງບໍ່ເຄີຍຕົກກະແສເລີຍ ນັບເປັນເວລາເກືອບ 10 ປີແລ້ວ ເຊິ່ງຫຼັງຈາກທີ່ໄດ້ຮັບລາງວັນຊະນະເລີດການປະກວດ Miss Laos 2011 ສາວລູກນໍ້າກໍມີງານໃນວົງການບັນເທິງໃຫ້ແຟນໄດ້ຊົມຢ່າງຕໍ່ເນື່ອງ ຊື່ສຽງຂອງລູກນໍ້າດັງໄກໄປຮອດຕ່າງແດນບໍ່ວ່າຈະເປັນການເດີນແບບ-ການສະແດງລະຄອນ ກໍແມ່ນໄດ້ຮັບກະແສຕອບຮັບຈາກແຟນຄຣັບໆຢ່າງລົ້ນເຫລືອອີ່ຫລີ່ເດີ!! ຍັງຄົງເດີນໜ້າຊ່ວຍເຫຼືອສັງຄົມລາວມາເລື້ອຍໆ ຫຼັງຈາກທີ່ບໍ່ດົນມານີ້ສາວລູກນໍ້າໄດ້ອອກມາຊີ້ແຈ້ງວ່າ ຕົນເອງໄດ້ຖືກຄັດເລືອກເປັນໜຶ່ງໃນຜູ້ບໍລິຫານໂຄງການ ຊ່ວຍເຫຼືອຄົນທຸກຍາກ ແລະ ດ້ວຍໂອກາດໃນ ສປປ ລາວ ເຊິງບັນດາແຟນໆທັງຫຼາຍກໍພາກັນດີໃຈ ແລະ ແຫ່ກັນໃຫ້ກໍາລັງໃຈຢ່າງແໜ້ນໜາກັນເລີຍ!! ແລະໃນຕອນແລງຂອງມື້ນີ້ ສາວລູກນໍ້າກໍໄດ້ໂພສເລື່ອງລາວການໄປເຮັດກິດຈະກໍາ ແຈກອານຫານ ແລະ ເຂົ້າຫນົມຕ່າງໆໃຫ້ກັບນ້ອງໆທີ່ໂຮງຮຽນພິເສດຜ່ານທາງ Facebook ສ່ວນຕົວວ່າ “ສຸກໃດກໍບໍ່ເທົ່າ ສຸກຈາກການເປັນຜູ້ໃຫ້…ມາແຈກອາຫານ-ເຂົ້າຫນົມ ໃຫ້ກັບນ້ອງໆໂຮງຮຽນພິເສດ (ເພີ່ນເວົ້າບໍ່ໄດ້)”. ງາມ ແລະ ເສຍສະຫຼະປານນີ້ຈະບໍ່ໃຫ້ຮັກໄດ້ແນວໃດ!! ຂວັນໃຈ ຂໍສະແດງຄວາມຊົມເຊີຍ ແລະ ນັບຖືໃນນໍ້າໃຈອັນປະເສີດຂອງສາວລູກນໍ້າຄົນນີ້ອີ່ຫລີ ຂໍໃຫ້ສາວລູກນໍ້າເປັນແບບຢ່າງ ແລະ …

Read More »

Wow! “ຕູນ-ກ້ອຍ” ໂຊບັດເຊີນ ພ້ອມເຜີຍຄອນເຊັບງານດອງ

ກ້ອຍ-ຕູນ ເຜີຍໂສມບັດເຊີນງານດອງແລ້ວ ເຊິ່ງອອກແບບໃຫ້ເປັນແຜ່ນສຽງສຸດຄຣາສິກ ແບບລຽບແຕ່ຫຼູອອກແນວຫວານລະມຸນ ຫຼາຍຄົນບອກວ່າເປັນບັດທີ່ມີຄວາມລົງຕົວ ແລະ ເຂົ້າກັບບັນຍາກາດຄອນເຊັບງານດອງເປັນຢ່າງດີ ໃກ້ເຂົ້າມາແລ້ວເດີ!! ສໍາຫລັບງານແຕ່ງຂອງຄູ່ຮັກດາຣານັກແລ່ນ ຕູນ ບໍດີສະແລມ-ກ້ອຍ ຣັຊວິນ ເຊິງເປັນອີກໜຶ່ງງານທີ່ບັນດາແຟນໆຕ່າງກໍໃຫ້ຄວາມສົນໃຈ ແລະ ຖ້າຕິດຕາມຫຼາຍທີ່ສຸດ ຫຼັງຈາກທີ່ທັງຄູ່ໄດ້ວາງແຜນງານດອງໄວ້ແຕ່ຕົ້ນປີທີ່ຜ່ານມາ ແຕ່ເນື່ອງຈາກວ່າຕິດສະຖານະການໂຄວິດ-19 ທີ່ແຜ່ລະບາດ ຈຶ່ງເຮັດໃຫ້ທຸກຢ່າງໄດ້ເລື່ອນອອກໄປ. ຈາກນັ້ນ ທັງຄູ່ກໍໄດ້ແຈ້ງຂ່າວເລື່ອນງານມຸງຄຸນມາເປັນວັນທີ 28 ພະຈິກ 2020 ແລະ ສາວກ້ອຍເອງກໍມີພາບລອງຊຸດເຈົ້າສາວອອກມາໃຫ້ເຫັນແວບໆ ເຖິງວ່າຈະມາພຽງຊຸດດຽວແຕ່ກໍສໍາຜັດໄດ້ເຖິງຄວາມອະລັງການງານສ້າງຂອງຊຸດວິວາບໍ່ແມ່ນນ້ອຍໆເລີຍເດີ!! ຫລ້າສຸດ ຕູນ-ກ້ອຍ ກໍໄດ້ໂພສໂຊບັດເຊີນທີ່ເຮັດແລ້ວເປັນທີ່ຮຽບຮ້ອຍ ເຊິງອອກແບບເປັນແຜ່ນສຽງ ພື້ນຫຼັງເປັນສີນໍ້າເງິນ ເອີ້ນໄດ້ວ່າເຂົ້າກັບLifestyleຂອງທັງຄູ່ທີ່ສຸດເລີຍກໍວ່າໄດ້. ສ່ວນຄອນເຊັບຂອງງານສາວກ້ອຍບອກວ່າ ອ້າຍຕູນຢາກໃຫ້ມີຄວາມສະໜຸກສະໜານ ແລະ ທີ່ວາງໄວ້ແມ່ນເປັນຄອນເຊັບສວນສະໜຸກ. ຂໍ້ມູນຈາກ: sanook.com

Read More »