ເຄີຍແຈກຫຼາຍແບບໃດ ກໍຍິ່ງແຈກຫຼາຍກວ່າເກົ່າ ກັບ M-150 ໃຫ້ໂຊກ2ຊັ້ນ ເຊິ່ງຜ່ານມາບໍ່ດົນນີ້ມີຜູ້ໂຊກດີຈາກແຂວງສະຫວັນນະເຂດ ເປັນຄົນທຳອິດທີ່ໄດ້ຮັບລາງວັນລົດຈັກອີກດ້ວຍ ບອກເລີຍວ່າ ເຂົາບໍ່ໄດ້ແຈກພຽງແຕ່ຄັນດຽວເດີ້ ຢ່າຊ້າ ຮີບຟ້າວໄປຫາຊື້ມາດື່ມ ພິກເບິ່ງກ້ອງຝາ ພົບລາງວັນໃດ ຮັບເລີຍທັນທີ ແລະສົ່ງລະຫັດມາຮ່ວມໂຊກຊັ້ນສອງໄດ້ທີ່ www.m150.la ຜູ້ໂຊກດີຄົນຕໍ່ໄປ ອາດເປັນທ່ານ M150LAOS #ບໍ່ມີລີມິດດ້ວຍພະລັງM150 #M150ໃຫ້ໂຊກ2ຊັ້ນ #ແຕ້ມເອັມລາວ
Read More »ຂ່າວພາຍໃນ
ຄະນະຊ່ຽວຊານແພດຈີນ ພ້ອມອຸປະກອນປ້ອງກັນໂຄວິດ-19 ເດີນທາງມາເຖິງນະຄອນຫຼວງວຽງຈັນແລ້ວ
ຄະນະຜູ້ຊ່ຽວຊານການແພດຈີນພ້ອມອຸປະກອນການແພດໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນແລ້ວ ໃນຕອນບ່າຍວັນທີ 4 ພຶດສະພານີ້ ເພື່ອຊ່ວຍເຫຼືອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ. ໃນໂອກາດກ່າວຕ້ອນຮັບຄະນະຜູ້ຊ່ຽວຊານການແພດຈີນ, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອທີ່ທັນການ ໃນການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂອງ ສປ ຈີນ ໃຫ້ແກ່ ສປປ ລາວ ໃນຄັ້ງນີ້ ແລະ ຄັ້ງທີ່ຜ່ານມາ ເຊິ່ງເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ ຢ່າງສະເຫມີຕົ້ນສະເຫມີປາຍ ທີ່ມີຕໍ່ພັກ-ລັດ ແລະ ປະຊາຊົນລາວ ຕະຫຼອດມາ. ພ້ອມນີ້, ລັດຖະບານລາວ ຍັງໃຫ້ຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ການເດີນທາງມາຊ່ວຍເຫຼືອໃນຄັ້ງນີ້ ຈະສາມາດເອົາຊະນະໃນການເເຜ່ລະບາດຂອງພະຍາດໂຄວິດ-19 ຄືຄັ້ງທີ່ຜ່ານມາ ໄດ້ຢ່າງແນ່ນອນ. ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈຳລາວ ກ່າວວ່າ: …
Read More »ທິມຊ່ຽວຊານແພດ ຫວຽດນາມ 35ຄົນ ພ້ອມອຸປະກອນການແພດ ຕ້ານພະຍາດໂຄວິດ-19 ມາເຖິງ ສ ປປ ລາວ ແລ້ວ
ໃນຕອນເຊົ້າວັນທີ 04 ພຶດສະພາ 2021, ທີ່ ສະໜາມບິນສາກົນວັດໄຕ ໄດ້ມີພິທີມອບ-ຮັບການຊ່ວຍເຫຼືອຈາກພັກ, ລັດແລະປະຊາຊົນຫວຽດນາມໃຫ້ແກ່ພັກ, ລັດແລະປະຊາຊົນລາວເພື່ອຕ້ານແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປລາວ. ກ່ອນໜ້ານີ້, ໃນປີ 2020 ສປປ ລາວ ກໍ່ໄດ້ຮັບການຊ່ວຍເຫລືອຈາກສະຫາຍຫວຽດນາມມາແລ້ວ ເຊິ່ງເປັນການຊ່ວຍເຫລືອທີ່ທັນການ ແລະ ມີປະສິດທິຜົນທີ່ສຸດ ຊ່ວຍໃຫ້ ສປປ ລາວ ສາມາດຄວບຄຸມການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ໄດ້ໃນໄລຍະຜ່ານມາ. ເຊິ່ງໃນຄັ້ງນີ້, ສສ ຫວຽດນາມ ໄດ້ມອບເງິນສົດ ຈໍານວນ 500.000 ໂດລາ ສະຫະລັດ, ສົ່ງທີມແພດຊ່ຽວຊານ ຈໍານວນ 35 ທ່ານ, ພ້ອມດ້ວຍອຸປະກອນການແພດ ຈໍານວນໜຶ່ງ ປະກອບມີ: ເຄື່ອງຊ່ວຍຫາຍໃຈ ຈຳນວນ 200ເຄື່ອງ, ທາດຂ້າເຊື້ອພະຍາດ (Chloramine ຈຳນວນ 10.000 ກິໂລ, ໜ້າກາກອະນາໄມ …
Read More »ອົງການອະນາໄມໂລກ (WHO) ໄດ້ສືບຕໍ່ຊຸກຍູ້ຊ່ວຍເຫຼືອດ້ານວິຊາການຜ່ານການເຝິກອົບຮົມໃຫ້ແກ່ບຸກຄະລາກອນທາງການແພດທີ່ສູນຈໍາກັດບໍລິເວນຫຼັກ 27
ອີກດ້ານໜຶ່ງຂອງວຽກງານຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ອົງການອະນາໄມໂລກ (WHO) ໄດ້ສືບຕໍ່ຊຸກຍູ້ຊ່ວຍເຫຼືອດ້ານວິຊາການຜ່ານການເຝິກອົບຮົມໃຫ້ແກ່ບຸກຄະລາກອນທາງການແພດທີ່ສູນຈໍາກັດບໍລິເວນຫຼັກ 27 ໃນການກະກຽມຄວາມພ້ອມຂອງໂຮງໝໍພາກສະໜາມເພື່ອຮອງຮັບຄົນເຈັບພະຍາດໂຄວິດ-19
Read More »ແຈ້ງທາມລາຍຂອງຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ກໍລະນີ 89-94
ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ ໃນວັນທີ 21 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 758 ຄົນ, ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 06 ຄົນ, ລາຍລະອຽດ ດັ່ງຕໍ່ໄປນີ້: ກໍລະນີຢັ້ງຢືນທີ 89: ເພດຍິງ, ອາຍຸ 24 ປີ, ສັນຊາດ: ລາວ, ອາຊີບ: ເຮັດວຽກຢູ່ຮ້ານອາຫານ ຢູ່ເຂດປະທຸມທານີ, ປະເທດໄທທີ່ຢູ່ປະຈຸບັນ: ເມືອງອຸທຸມພອນ, ແຂວງສະຫວັນນະເຂດກ່ອນໜ້າເດີນທາງ ມາ ສປປ ລາວ ແມ່ນບໍ່ໄດ້ກວດຊອກຫາເຊື້ອພະຍາດໂຄວິດ-19ປະຫວັດການເຄື່ອນໄຫວວັນທີ 19 ເມສາ 2021ອອກຈາກສະຖານີລົດໂດຍສານໝໍຊິດ ເວລາ 19:00 ໂມງ, ມີຜູ້ໂດຍສານຮ່ວມກັນທັງໝົດ 30 ຄົນ.ວັນທີ 20 ເມສາ 2021ເດີນທາງມາຮອດ ແຂວງມຸກດາຫານ ເວລາ 4:00 ໂມງເຊົ້າເວລາ 13:20 …
Read More »