Breaking News

ຂ່າວພາຍໃນ

ທິມຊ່ຽວຊານແພດ ຫວຽດນາມ 35ຄົນ ພ້ອມອຸປະກອນການແພດ ຕ້ານພະຍາດໂຄວິດ-19 ມາເຖິງ ສ ປປ ລາວ ແລ້ວ

ໃນຕອນເຊົ້າວັນທີ 04 ພຶດສະພາ 2021, ທີ່ ສະໜາມບິນສາກົນວັດໄຕ ໄດ້ມີພິທີມອບ-ຮັບການຊ່ວຍເຫຼືອຈາກພັກ, ລັດແລະປະຊາຊົນຫວຽດນາມໃຫ້ແກ່ພັກ, ລັດແລະປະຊາຊົນລາວເພື່ອຕ້ານແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປລາວ. ກ່ອນໜ້ານີ້, ໃນປີ 2020 ສປປ ລາວ ກໍ່ໄດ້ຮັບການຊ່ວຍເຫລືອຈາກສະຫາຍຫວຽດນາມມາແລ້ວ ເຊິ່ງເປັນການຊ່ວຍເຫລືອທີ່ທັນການ ແລະ ມີປະສິດທິຜົນທີ່ສຸດ ຊ່ວຍໃຫ້ ສປປ ລາວ ສາມາດຄວບຄຸມການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ໄດ້ໃນໄລຍະຜ່ານມາ. ເຊິ່ງໃນຄັ້ງນີ້, ສສ ຫວຽດນາມ ໄດ້ມອບເງິນສົດ ຈໍານວນ 500.000 ໂດລາ ສະຫະລັດ, ສົ່ງທີມແພດຊ່ຽວຊານ ຈໍານວນ 35 ທ່ານ, ພ້ອມດ້ວຍອຸປະກອນການແພດ ຈໍານວນໜຶ່ງ ປະກອບມີ: ເຄື່ອງຊ່ວຍຫາຍໃຈ ຈຳນວນ 200ເຄື່ອງ, ທາດຂ້າເຊື້ອພະຍາດ (Chloramine ຈຳນວນ 10.000 ກິໂລ, ໜ້າກາກອະນາໄມ …

Read More »

ອົງການອະນາໄມໂລກ (WHO) ໄດ້ສືບຕໍ່ຊຸກຍູ້ຊ່ວຍເຫຼືອດ້ານວິຊາການຜ່ານການເຝິກອົບຮົມໃຫ້ແກ່ບຸກຄະລາກອນທາງການແພດທີ່ສູນຈໍາກັດບໍລິເວນຫຼັກ 27

ອີກດ້ານໜຶ່ງຂອງວຽກງານຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ອົງການອະນາໄມໂລກ (WHO) ໄດ້ສືບຕໍ່ຊຸກຍູ້ຊ່ວຍເຫຼືອດ້ານວິຊາການຜ່ານການເຝິກອົບຮົມໃຫ້ແກ່ບຸກຄະລາກອນທາງການແພດທີ່ສູນຈໍາກັດບໍລິເວນຫຼັກ 27 ໃນການກະກຽມຄວາມພ້ອມຂອງໂຮງໝໍພາກສະໜາມເພື່ອຮອງຮັບຄົນເຈັບພະຍາດໂຄວິດ-19

Read More »

ແຈ້ງທາມລາຍຂອງຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ກໍລະນີ 89-94

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ ໃນວັນທີ 21 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 758 ຄົນ, ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 06 ຄົນ, ລາຍລະອຽດ ດັ່ງຕໍ່ໄປນີ້: ກໍລະນີຢັ້ງຢືນທີ 89: ເພດຍິງ, ອາຍຸ 24 ປີ, ສັນຊາດ: ລາວ, ອາຊີບ: ເຮັດວຽກຢູ່ຮ້ານອາຫານ ຢູ່ເຂດປະທຸມທານີ, ປະເທດໄທທີ່ຢູ່ປະຈຸບັນ: ເມືອງອຸທຸມພອນ, ແຂວງສະຫວັນນະເຂດກ່ອນໜ້າເດີນທາງ ມາ ສປປ ລາວ ແມ່ນບໍ່ໄດ້ກວດຊອກຫາເຊື້ອພະຍາດໂຄວິດ-19ປະຫວັດການເຄື່ອນໄຫວວັນທີ 19​ ເມສາ 2021​ອອກຈາກສະຖານີລົດໂດຍສານໝໍຊິດ ເວລາ 19:00 ໂມງ, ມີຜູ້ໂດຍສານຮ່ວມກັນທັງໝົດ 30 ຄົນ.ວັນທີ 20 ເມສາ 2021ເດີນທາງມາຮອດ ແຂວງມຸກດາຫານ ເວລາ 4:00 ໂມງເຊົ້າເວລາ 13:20 …

Read More »

ກະແສທີ່ມາແຮງໃນຕອນນີ້ ກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ອອກມາຂໍໂທດຕໍ່ສັງຄົມ

ກໍລັງເປັນກະແສທີ່ມາແຮງນະຕອນນີ້!!! ກໍລະນີຜູ້ຕິດເຊື້ອ 59 ສາວ ຕຶນ່າ ກໍໄດ້ອອກມາຊີ້ແຈງ ແລະ ຂໍໂທດຕໍ່ສັງຄົມກັບເລື່ອງທີ່ເກີດຂຶ້ນ ໂດຍໂພສຜ່ານເຟສບຸກສ່ວນໂຕວ່າ: ກ່ອນອື່ນໝົດຕິນ່າຕ້ອງຂໍໂທດມາຍັງພໍ່ແມ່ອ້າຍເອື້ອຍນ້ອງປະຊາຊົນທຸກຄົນທີ່ໄດ້ເຮັດໃຫ້ສັງຄົມເກີດຄວາມວຸ້ນວາຍ ແລະ ມີຜົນກະທົບຫລາຍໆຢ່າງແບບນີ້…. ແລະ ຕິນ່າເອງກໍ່ຢາກຂໍຂອບໃຈສຳລັບຫລາຍໆຄົນທີ່ໄດ້ໃຫ້ຄຳແນະນຳ ແລະ ການແກ້ໄຂເພື່ອເປັນທາງອອກໃຫ້ເລື່ອງດັ່ງກ່າວທີ່ເກີດຂື້ນ…. ສະນັ້ນໃນຕອນນີ້ແມ່ນຕິນ່າເອງໄດ້ແຈ້ງທາງໜ່ວຍສະເພາະກິດກ່ຽວກັບສະຖານທີ່ໆເອື້ອຍຮັກອາໄສຢູ່ ແລະ ສະຖານທີ່ປັດຈຸບັນເປັນທີ່ຮຽບຮ້ອຍແລ້ວ…..ຂໍ້ມູນກ່ຽວກັບນາງພາວະດີ ວິພາກອນ ບ້ານນາເຫລັກ ເມືອງສາລະວັນ ແຂວງສາລະວັນ ເຊິ່ງລາວໄດ້ໄປຫລີ້ນຢູ່ສະຫວັນນະເຂດ ແລະ ພົບເຈີະກັບຄົນໄທເຊິ່ງປັດຈຸບັນໄດ້ປິ່ນປົວຕົວເອງທີ່ໂຮງຫມໍຫນອງຄາຍ ປະເທດໄທ1. ບໍ່ໄດ້ຮູ້ຈັກກັບຄົນໄທເປັນການສ່ວນຕົວ2. ຖືກຕົວະວ່າເຂົາມາຢູ່ລາວດົນແລ້ວ3. ພາຍໃນເດືອນ04/2021ເປັນຕົ້ນມາຕິນ່າຢູ່ແຕ່ວຽງຈັນບໍ່ໄດ້ອອກໄປສະຫວັນນະເຂດ ຫລື ແຂວງອື່ນໆ4. ຄົນທີ່ຕິດເຊື້ອບາງຄົນແມ່ນຕິດພ້ອມກັນກັບຕິນ່າເພາະຫລີ້ນຢູ່ກຸ່ມດຽວກັນກັບຄົນໄທ5. ບໍ່ແມ່ນເຈົ້າຂອງຮ້ານອາຫານຟັນນີ້896. ວັນທີ08/04/21 ບໍ່ໄດ້ໄປຮ້ານຟັນນີ້897. ຄົນໃນຄິບເຕັ້ນຢູ່ຄາລາໂອກະບໍ່ແມ່ນຂ້າພະເຈົ້າ8. ຮູບໃນກ້ອງວົງຈອນປິດກອດກັບຜູ້ຊາຍບໍ່ແມ່ນຂ້າພະເຈົ້າ9. ຄົນໃນຄິບທີ່ມີຄິບຫລຸດບໍ່ແມ່ນຂ້າພະເຈົ້າສະຖານທີ່ດັ່ງກ່າວແມ່ນຂ້າພະເຈົ້າໄດ້ແຈ້ງໃຫ້ຄະນະສະເພາະກິດຮັບຮູ້ກ່ອນແລ້ວຈຶ່ງມາໂພສລົງ ສະນັ້ນຕິນ່າເອງກໍ່ຂໍໂທດ ແລະ ຂໍອະໄພມາຍັງພໍ່ແມ່ປະຊາຊົນທຸກໆຄົນທີ່ເຮັດໃຫ້ເກີດເຫດການແບບນີ້ເກີດຂື້ນ…

Read More »

ລະວັງ!!! ຢ່າຫລົງເຊື່ອຂ່າວປອມ ຄົນຕິດໂຄວິດ-19 ສາມຄົນວັນນີ້.

ກໍລະນີມີຄລິບສຽງທາງສື່ອອນລາຍ ແລະ ສົ່ງໄປຕາມກຸ່ມວ໋ອດແອັບວ່າມີຄົນຕິດເຊື້ອໂຄວິດ-19 ວັນນີ້ 3 ຄົນຢູ່ນະຄອນຫລວງວຽງຈັນ ນັ້ນ ບໍ່ມີຄວາມຈິງ, ຂໍໃຫ້ສັງຄົມໃຊ້ດຸນພິນິດໃນການຮັບຂໍ້ມູນຂ່າວສານ ໂດຍບໍ່ແຕກຕື່ນ, ໃຫ້ຕິດຕາມຂໍ້ມູນຂ່າວສານທາງການ ເປັນສໍາຄັນ. ກອງເລຂາຄະນະສະເພາະກິດ ເຕືອນສັງຄົມ ຢ່າເຊື່ອກໍລະນີນີ້ທີ່ມີການປ່ອຍຄລິບສຽງຜູ້ຊາຍຄົນໜຶ່ງທາງສື່ສັງຄົມອອນລາຍວັນນີ້ວ່າມີຄົນຕິດເຊື້ອໂຄວິດ-19 ຢູ່ນະຄອນຫລວງວຽງຈັນ ສາມຄົນ ຊຶ່ງພວມຕິດຕາມເອົານັ້ນ ບໍ່ແມ່ນຄວາມຈິງ. ເປັນການປ່ອຍຂ່າວຂອງຄົນບໍ່ຫວັງດີ, ຂໍຢ່າແຕກຕື່ນຕໍ່ກໍລະນີຄລິບສຽງດັ່ງກ່າວ, ໃຫ້ຕິດຕາມຂ່າວທາງການ ໂດຍສະເພາະການຖະແຫລງຂ່າວຂອງຄະນະສະເພາະກິດ ເທົ່ານັ້ນ. ສະພາບການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ລາວເຮົາ ໄລ່ມາຮອດວັນທີ 17/4/2021 ຕົວເລກການຕິດເຊື້ອສະສົມແມ່ນ 58 ຄົນ, ປິ່ນປົວດີແລ້ວ 49ຄົນ, ພວມປິ່ນປົວ 9 ຄົນ. ແຫຼ່ງຂ່າວ: ຂປລ

Read More »