Breaking News

ຂ່າວພາຍໃນ

ຊົມເຊີຍ! ລັດຖະບານລາວ ຮັບຮອງ ທ່ານ ນາງ ຈັນທະຈອນ ວົງໄຊ ເປັນກົງສຸນກິດຕິມະສັກ ແຫ່ງປອກຕຸຍການ

ໃນຕອນແລງວັນທີ 18 ມີນາ 2019  ໄດ້ມີິພິທີເປີດໂຕ ແລະ ຫ້ອງການກົງສຸນກິດຕິມະສັກປະເທດ ໂປຕູເກດ ທີ່ນະຄອນຫຼວງວຽງຈັນ, ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຢ່າງເປັນທາງການ ຢູ່ທີ່ຕຶກ ເຄແອນຊີ, ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່່ວມຂອງ ເອກອັກຄະລັກສະທູດ ໂປຕຸເກດ ທ່ານ  Francisco Vazpatto  ປະຈຳບາງກອກ, ແຂກການນຳຈາກກະຊວງການຕ່າງປະເທດ, ສະຖານທູດຕ່າງໆປະຈຳລາວ, ຄອບຄົວວົງໄຊ ແລະ ແຂກຈາກພາກສ່ວນທຸລະກິດເຂົ້າຮ່ວມງານ. ໃນການປະຕິບັດໜ້າທີ່ກົງສຸນກິດຕິມະສັກຢູ່ໃນຂອບເຂດການເຄື່ອນໄຫວກວມເອົາທັງໝົດສາທາລະນະລັດປະຊາທິປະໄຕປະຊາຊົນລາວ. ລັດຖະບານໄດ້ຮັບຮອງ  ທ່ານ ນາງ ຈັນທະຈອນ ວົງໄຊ ຈະໄດ້ຮັບຄວາມສະດວກ, ອະພິສິດ ແລະ ສິດຄຸ້ມຄອງ ເປັນທາງກົງສຸນທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມອບໃຫ້ໃນຖານະເປັນກົງສຸນກິດຕິມະສັກຂອງຕ່າງປະເທດ ໂດຍການຮັບຮອງຂອງລັດຖະບານ ສປປ ລາວ ແລະ ປະເທດ ໂປຕຸເກດ. ທ່ານ ນາງ ຈັນທະຈອນ …

Read More »

ດ່ວນໆໆໆ! ປະເທດລາວມີມົນລະພິດປົກຄຸມເປັນອັນຕະລາຍຕໍ່ສຸຂະພາບ (ແຊຣບອກຕໍ່ໆກັນ)

  ທ່ານສັງເກດເຫັນທ້ອງຟ້າທີ່ມືດຄຶ້ມນັ້ນບໍ່?  ແຊຣບອກຕໍ່ໆກັນແດ່ເດີ້ພໍ່ແມ່ພີ່ນ້ອງຊາວລາວ ຫຼ້າສຸດມີການວັດແທກມົນລະພິດ ເປີດເຜີຍຈາກເພສ GREENER LAOS ວ່າປັດຈຸບັນ ປະເທດລາວ ມີມົນລະພິດປົກຄຸມ ທີ່ອາດເປັນອັນຕະລາຍຕໍ່ສຸຂະພາບ. ຮູບພາບ: ການວັດແທກມົນລະພິດໃນວັນທີ 13/3/2019 ເວລາ 10ໂມງເຊົ້າ ຄ່າສະເລ່ຍທີ່ PM  2.5 ເຊິ່ງເປັນຝຸ່ນລະອອງຂະໜາດນ້ອຍ ບໍ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ ແຕ່ເມື່ອມາແຜ່ລວມກັນຈະກິນພື້ນທີ່ເປັນວົງກ້ວາງ ແລະ ອາດເປັນອັນຕະລາຍຕໍ່ສຸຂະພາບໄດ້. ດັ່ງນັ້ນ! ກ່ອນຈະອອກນອກບ້ານ ຂໍໃຫ້ພໍ່ແມ່ພີ່ນ້ອງທຸກໆຄົນຈົ່ງປ້ອງກັນດ້ວຍການໃສ່ໜ້າກາກອານາໄມ ( Mask ) ປ້ອງກັນຝຸ່ນທີ່ອາດເປັນອັນຕະລາຍຕໍ່ທ່ານໄດ້. ທີ່ມາ: GREENER LAOS 

Read More »

ສາວປະເພດສອງລາວໂພສເປີດໃຈ ຫຼັງຈາກທີ່ເຮັດໃຫ້ຄົນລາວຜິດຫວັງ ບອກເຮັດດີທີ່ສຸດແລ້ວ!!!

ຜ່ານພົ້ນກັນໄປເປັນທີ່ຮຽບຮ້ອຍ ສຳລັບການປະກວດ Miss International Queen 2019  ຈັດຂຶ້ນໃນວັນທີ 8 ມີນາ 2019 ທີ່ຜ່ານມາ ທີ່ປະເທດໄທ ເຊິ່ງສາວງາມຕົວແທນສາວປະເພດສອງຈາກລາວເຮົາກໍຄື ກັນລະຍານີ ໂພທິມາດ (ປໍ້)  Miss Queen Laos 2019 ຫຼັງຈາກທີ່ປະກວດໃນເວທີດັ່ງກ່າວແລ້ວນາງກໍໄດ້ໂພສເປີດໃຈກ່ຽວກັບການປະກວດໃນເທື່ອນີ້ວ່າ… ພໍແຕ່ໂພສດັ່ງກ່າວໄດ້ເຜີຍແຜ່ໄປເຮັດໃຫ້ມີແຟນໆເຂົ້າມາໃຫ້ກຳລັງໃຈ ແລະ ເຂົ້າມາຊື່ນຊົມຄວາມກ້າຫານຂອງ ປໍ້ ຕະການ ກັນຢ່າງຫຼວງຫຼາຍ. ຢ່າງໃດກໍຂໍຊົມເຊີຍສາວປະເພດສອງຕົວແທນປະເທດລາວ ທີ່ໄປເຮັດໜ້າທີ່ເປັນຕົວແທນໃນເວທີສາກົນ ແລະ ເຖິງແມ່ນວ່າໃນຄັ້ງນີ້ ປໍ້ ຕະການ ຈະບໍ່ສາມາດຄວ້າລາງວັນໃດໆມາຝາກຄົນລາວໄດ້ ແຕ່ຍັງດີທີ່ນາງຍັງມີຄວາມກ້າຫານ ກ້າສະແດງອອກ ນຳເອົາວັດທະນະທຳ ແລະ ເອກະລັກລາວໄປເຜີຍແຜ່ໃນເວທີໂລກ. (ຂໍຊົມເຊີຍ! ເກັ່ງຫຼາຍໆ) ຮູບພາບ: Por Takarn

Read More »

ກິດຈະກຳປັ່ນລົດຖີບການກຸສົນ “BIKE FOR HER 2019”  ເພື່ອຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.

ໃນຕອນເຊົ້າຂອງວັນທີ 10 ມີນາ 2019 ຢູ່ທີ່ສວນເຈົ້າຟ້າງຸ່ມ ນະຄອນຫຼວງວຽງຈັນ, ກິດຈະກຳປັ່ນລົດຖີບເພື່ອການກຸສົນ ພາຍໃຕ້ຊື່ໂຄງການ “Bike for her 2019” ໄດ້ເລີ່ມຂຶ້ນໃນເວລາ 5 ໂມງເຊົ້າ. ເປັນກຽດຮ່ວມເປັນປະທານໃນງານໂດຍ ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານ ສູນກາງສະຫະພັນແມ່ຍິງລາວ, ທ່ານ ບົວລານ ສິລິປັນຍາ ຮອງລັດທະມົນຕີ ກະຊວງສຶກສາ ແລະ ກິລາ, ທ່ານນາງ ເຈນ ຊາດເລີ (Ms. Jane Chadler) ຕົວແທນຈາກສະຖານທູດອົດສະຕຣາລີ. ແລະ ທ່ານ ນາງ ອຳພອນ ຈັນມະນີວົງ ຜູ້ຈັດການທົ່ວໄປ ວາລະສານ ຂວັນໃຈ ພ້ອມດ້ວຍນັກກິລາແຂ່ງຂັນລົດຖີບ, ປະຊາຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ສື່ມວນຊົນຈຳນວນ …

Read More »

ໃຊ້ເວລາກັບຄອບຄົວຢ່າງມີຄຸນຄ່າ ໃນລະດັບພຣີມຽມ Premium ກັບ ນິສສັນ ເອັກຊ໌ ເທຣັລ (Nissan X-Trail)

ໃຊ້ເວລາກັບຄອບຄົວຢ່າງມີຄຸນຄ່າ, ໃນລະດັບພຣີມຽມPremium1) ຮູບລັກສະນະພາຍນອກທີ່ທັນສະໄໝ ນິສສັນ ເອັກຊ໌ ເທຣັລNissan X-Trail ໄດ້ຖືກນຳເຂົ້າມາຢ່າງເຕັມຮູບແບບຈາກປະເທດຍີ່ປຸ່ນ ທີ່ມີຮູບລັກທີ່ທັນສະໄໝ ດ້ວຍໄຟສະຫວ່າງຕອນກາງເວັນໃນຮູບແບບຂອງ Daytime Running Lightທີ່ເຮັດໃຫ້ລົດຂອງທ່ານສາມາດເບິ່ງເຫັນໄດ້ຊັດເຈນຫຼາຍຂຶ້ນໃນເວລາກາງເວັນ, ເວລາທີ່ມີໝອກ, ເວລາລົດຄົນອື່ນແຊງມາ ຫຼື ຄົນທີ່ຢ່າງຕາມຖະໜົນ. ນອກຈາກນີ້ຍັງມີໄຟLED ດ້ານໜ້າ, ໄຟLEDທ້າຍຄູ່ແບບເຕັມຮູບແບບ, ໄຟຕັດໝອກໜ້າຮູບສີ່ຫຼ່ຽມ ແລະ ເສົາອາກາດຮູບຊົງຫູສະຫຼາມ. 2)ຫ້ອງໂດຍສານທີ່ກວ້າງ ແລະ ສະດວກສະບາຍ ທ້າຍປະຕູລົດເປີດໃຊ້ງານດ້ວຍການຈັບເຊັນເຊີຈາກຕີນ ພຽງແຕ່ທ່ານແກ່ວງຕີນທາງດ້ານລຸ່ມຂອງກັ້ນຊົນ ປະຕູທ້າຍລົດກໍ່ຈະເປີດ. ນີ້ຄືຄວາມສະດວກທີ່ເຮັດໃຫ້ທ່ານເປີດທ້າຍລົດໄດ້ງ່າຍຂື້ນໂດຍສະເພາະເວລາທີ່ທ່ານກຳລັງຖືເຄື່ອງຢູ່ໃນມື. ສໍາລັບຄອບຄົວໃຫຍ່,ນິສສັນ ເອັກຊ໌ ເທຣັລໄດ້ອອກແບບລະບົບບ່ອນນັ່ງທີ່ສາມາດປັບປ່ຽນໄດ້ຫຼາຍຮູບແບບດ້ວຍລະບົບ EZ Flex Seating System™ (5+2ທີ່ນັ່ງ)ທີ່ເປັນນະວັດຕະກຳຂອງນິສສັນ ເອັກຊ໌ ເທຣັລຊຶ່ງຊ່ວຍໃຫ້ທ່ານເລື່ອນເບາະຫຼັງໄປຂ້າງໜ້າຫຼືຖອຍຫຼັງ ປະຕູດ້ານຫຼັງສາມາດເປີດກວ້າງໃນລະດັບ 77 ອົງສາ ຊຶ່ງເຮັດໃຫ້ທ່ານເຂົ້າອອກຫ້ອງຜູ່ໂດຍສານໄດ້ງ່າຍຂຶ້ນ. ດ້ວຍເນື້ອທີ່ນັ່ງທີ່ເພີ່ມຫຼາຍຂຶ້ນເຮັດໃຫ້ທ່ານພັບທີ່ນັ່ງນະວັດຕະກຳໄດ້ຢ່າງງ່າຍດາຍ ແລະ ຮອງຮັບພື້ນທີ່ເກັບຂອງໄດ້ສູງສຸດ 1,520 ລິດເຕີ 3)ການຕົບແຕ່ງພາຍໃນທີ່ສວຍງາມ ດ້ວຍຕົວຊ່ວຍໃນການຂັບຂີ່ດ້ວຍລະບົບAdvanced …

Read More »