Breaking News

ຂ່າວພາຍໃນ

ເປີດວາຟ! ຈັນມະລີ ທໍ່ Miss Hmong Laos 2019 ບໍ່ທຳມະດາ ອະດີດເຄີຍເປັນ…???

ເປັນກະແສຮືຮາກັນໄປພໍສົມຄວນ ສຳລັບ ຈັນມະລີ ທໍ່ Miss Hmong Laos 2019 ຫຼື ນາງສາວເຜົ່າມົ້ງ ປະຈຳປີ 2019 ເຊິ່ງມີແຟນໆຫຼາຍໆທ່ານທີ່ໃຫ້ຄວາມສົນໃຈ ແລະ ຢາກຮູ້ວ່າສາວງາມຄົນນີ້ ເປັນໃຜມາຈາກໃສ? ເອົາລະ!!! ບໍ່ເວົ້າກັນໃຫ້ຍືດຍາວ ໃນເມື່ອແຟນໆຢາກຮູ້ ກໍບໍລໍຊ້າ ລອງມາຮູ້ຈັກກັນສາວຄົນນີ້ກັນເບິ່ງເນາະ ຮັບຮອງຈະຕົກຂຸມຮັກນາງແນ່ນອນ!!! ນາງຈັນມະລີ ທໍ່ Miss Hmong Laos 2019 ມາຈາກບ້ານ ຫ້ວຍຊຳອໍ້ ເມືອງໄຊຍະບູລີ ແຂວງໄຊຍະບູລີ ບໍ່ທຳມະດາເດີ້ ເພາະອະດີດເຄີຍເປັນນັກຮຽນດີ-ນັກຮຽນເກັ່ງປະຈຳໂຮງຮຽນ (ມສ ນາລວມ)  ແຖມສະໄຫມຮຽນປະຖົມ, ມັດທະຍົມຕົ້ນ-ປາຍ ນາງຍັງໄດ້ເປັນຫົວຫນ້າຫນ່ວຍສິລະປະ ວັນນະຄະດີ ປະຈຳໂຮງຮຽນພຸ້ນເດີ້… ປັດຈຸບັນນີ້ ຈັນມະລີ ທໍ່ Miss Hmong Laos 2019 ກຳລັງສຶກສາທີ່ ມະຫາວິທະຍາໄລ ສຸພານຸວົງ ຄະນະ ເສດຖະສາດ ແລະ …

Read More »

ມາຮູ້ຈັກກັບ! ລົດອາເນກປະສົງ ນິດສັນ ເທີຣາ ລຸ້ນໃໝ່ (All-New Nissan TERRA )

All-New Nissan TERRA SUV:All You Need To Know ບໍລິສັດ ຕັນຈົງມໍເຕີ (ລາວ) ຈຳກັດຜູ້ດຽວ (“TCML”), ຊຶ່ງເປັນບໍລິສັດໃນເຄືອທີ່ເປັນເຈົ້າຂອງໂດຍບໍລິສັດ Tan Chong Motor Holdings Bhd (ປະເທດມາເລເຊຍ), ແລະ ໄດ້ຮັບສິດເປັນຜູ້ຈັດຈໍາໜ່າຍ ລົດຍົນຍີ່ຫໍ້ນິດສັນ ແຕ່ພຽງຜູ້ດຽວໃນ ສປປ ລາວ; ຊຶ່ງໄດ້ເປີດຕົວ ລົດອາເນກປະສົງນິດສັນເທີຣາ ຂະໜາດ 7 ທີ່ນັ່ງ ລຸ້ນໃໝ່ ຢ່າງເປັນທາງການ. ຕໍ່ໄປນີ້ຄືສິ່ງທີ່ທ່ານຕ້ອງຮູ້ກ່ຽວກັບລົດອາເນກປະສົງນິດສັນເທີຣາ ລຸ້ນໃໝ່ ລົດອາເນກປະສົງນິດສັນເທີຣາລຸ້ນໃໝ່ ມາພ້ອມກັບໂຄງສ້າງແບບຂັ້ນໃດອາເນກປະສົງແບບເຕັມຄວາມຍາວເຕັມຮູບແບບ ແລະ ໂດຍໄດ້ພື້ນຖານມາຈາກລົດກະບະບັນທຸກ (Nissan Navara) ນິດສັນນາວາຣາ ແລະ ລົດທີ່ສ້າງຂຶ້ນມາເປັນເວລາດົນນານຫຼາຍກ່ວາ 60 ປີ ທີ່ສືບທອດກັນມາຂອງລົດອະເນກປະສົງນິດສັນ, ຊຶ່ງລວມເຖີງຮູບແບບສັນຍາລັກທີ່ມີຄວາມໂດດເດັ່ນ ເຊັ່ນວ່າ: Nissan Patrol, …

Read More »

(ແຊຣບອກຕໍ່ໆກັນ) ລະວັງ! ເງິນປອມໃບ 50,000 ກີບ ແລະ 100,000 ກີບ ກຳລັງລະບາດ ທາງການອອກແຈ້ງເຕືອນ ພ້ອມບອກວິທີສັງເກດແບບງ່າຍໆ!!!

ປະຈຸບັນມີກຸ່ມຄົນບໍ່ດີຈຳນວນໜຶ່ງ ໄດ້ລັກລອບປອມແປງທະນະບັດ ປະເພດໃບ 50.000 ກີບ ແລະ 100.000 ກີບ ອອກມາຈໍລະຈອນໃຊ້ຈ່າຍໃນສັງຄົມ ດ້ວຍຮູບແບບການນຳເອົາທະນະບັດແທ້ໄປອັດສຳເນົາສີ (Copy) ໃສເຈ້ຍ A4 ທຳມະດາ, ມີສີສັນລວດລາຍຄ້າຍຄືທະນະບັດແທ້, ດັ່ງນັ້ນ!!! ທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ອອກແຈ້ງການ ໃນວັນທີ 27 ທັນວາ 2018 ໃຫ້ປະຊາຊົນເພີ່ມສະຕິລະວັງໂຕ ໃນການຮັບຈ່າຍ ທະນາບັດ ປະເພດໃບ 50,000 ກີບ ແລະ 100,000 ກີບ ໃນທົ່ວປະເທດ. (ເບິ່ງລາຍລະອຽດ ພ້ອມວິທີສັງເກດຂັ້ນພື້ນຖານໄດ້ດັ່ງລຸ່ມນີ້…) (ຢ່າລືມແຊຣບອກຕໍ່ໆກັນ!!!) (ຂໍຂອບໃຈຮູບພາບ)

Read More »

ຈະເກີດຫຍັງຂື້ນ??? ເມື່ອ ລົດເມ ນັກສະແດງສາວຊື່ດັງປະເທດເພື່ອນບ້ານ ໂພສ… “ຂໍເປັນສາວລາວ 1ມື້”

ຈະເກີດຫຍັງຂື້ນ??? ເມື່ອ ລົດເມ ຄະນຶງນິດ ນັກສະແດງ-ພິທີກອນສາວຊື່ດັງປະເທດເພື່ອນບ້ານ ໂພສ… “ຂໍເປັນສາວລາວ 1ມື້” ເຊິ່ງເມື່ອບໍ່ດົນມານີ້ ລົດເມ ກໍໄດ້ມີໂອກາດເດີນທາງມາຢ້ຽມຢາມ ປະເທດລາວ ພ້ອມກັບເຊັກອິນທີ່ ນະຄອນຫຼວງວຽງຈັນ ແລະ ຍັງບໍ່ໝົດແຕ່ພຽງເທົ່ານັ້ນເດີ້ ເພາະສາວຄົນນີ້ຍັງມີໂອກາດໄດ້ນຸ່ງຊຸດໄໝລາວ ແຖມຍັງໂພສຮູບພ້ອມແຄັບຊັ່ນໜ້າຮັກໆຜ່ານອິນສະຕາແກມວ່າ “ຂໍເປັນສາວລາວ 1ມື້” View this post on Instagram ขอเป็นสาวลาว 1 วันเด้ออ้ายยยย #50ปีสายส่งสานสัมพันธ์พลังงานลาวไทยมั่นยืน #เวียงจันทน์ A post shared by Rodmay (@rodmayaloha) on Dec 13, 2018 at 10:18pm PST ງານນີ້ເຮັດໃຫ້ມີບັນດາໝູ່ເພື່ອນໃນວົງການ ບັນດາແຟນຄລັບທັງ ລາວ ແລະ ໄທ ເຂົ້າໄປສະແດງຄວາມຄິດເຫັນວ່າ ລົດເມ ນຸ່ງຊຸດໄໝລາວແລ້ວງາມ …

Read More »

ຂ່າວດີສົ່ງທ້າຍປີອີກແລ້ວວວ! ນາງງາມລາວຄວ້າລາງວັນໃນເວທີ Miss China-Asean Etiquette 2018 (ຂໍສະແດງຄວາມຍິນດີ)

ສົ່ງທ້າຍປີ 2018 ນີ້ ບອກເລີຍວ່າຄົນລາວເຮົາມີຄວາມດີໃຈ ຍິ້ມໄດ້ ເພາະມີແຕ່ເລື່ອງລາວດີໆ ຂ່າວດີໆໃຫ້ໄດ້ຕິດຕາມກັນເລື້ອຍໆ ຫຼ້າສຸດ ວັນທີ 20 ທັນວາ 2018 ມຸກທິດາ ສຸພັນທະຈິດ Miss Laos China-Asean Etiquette 2018 ສາວງາມຕົວແທນປະເທດລາວ ກໍສາມາດຄວ້າລາງວັນ ຮອງອັນດັບ 2 ຈາກເວທີ Miss China-Asean Etiquette 2018 ທີ່ຈັດຂຶ້ນທີ່ ປະເທດໄທ ມາໄດ້ແບບໜ້າຍິນດີ (ຊົມເຊີຍ! ເກັ່ງຫຼາຍໆ)  ສຳລັບ ລາງວັນ Miss China-Asean Etiquette 2018 ໄດ້ແກ່ Esraphelle B. Tambong ສາວງາມຈາກປະເທດ Philippines ຮອງອັນດັບ 1 ໄດ້ແກ່ Zhao Wenyi ສາວງາມຈາກປະເທດ China ຮອງອັນດັບ 2 ໄດ້ແກ່ Moukthida Souphanthachith ສາວງາມຈາກປະເທດລາວ   (ຂໍສະແດງຄວາມຍິນດີກັບສາວງາມທຸກຄົນ) ເຫັນແລ້ວກໍຍິ້ມໄດ້ …

Read More »