Breaking News

ຂ່າວພາຍໃນ

ສ່ອງ! ນຸ້ຍ ສຸພາພອນ ນາງເອກຮູບເງົາ “ສຽງສຸດທ້າຍ” ຈັດລຸກນີ້…ຮ່ວມພົບປະແຟນໆທີ່ນະຄອນປາກເຊ

ເປັນກະແສ Talk of the town ກັນໄປແລ້ວໃນເວລານີ້ ສຳລັບຮູບເງົາເລື່ອງ “ສຽງສຸດທ້າຍ” ຫຼ້າສຸດທີມຜູ້ສ້າງ ແລະ ນັກສະແດງກໍໄດ້ໄປຮ່ວມພົບປະກັບແຟນໆຮູບເງົາທີ່ ນະຄອນປາກເຊ ປະເທດລາວ ເຊິ່ງນອກຈາກບັນຍາກາດຈະເຕັມໄປດ້ວຍຄວາມອົບອຸ່ນແຟນໆໃຫ້ການຕ້ອນຮັບເປັນຢ່າງດີແລ້ວ ບໍ່ເວົ້າເຖິງກໍຄົງຈະບໍ່ໄດ້ສຳລັບ ນຸ້ຍ ສຸພາພອນ ສົມວິຈິດ (Miss Universe Laos 2017) ທີ່ອໍລ້າຈັບ ມາໃນລຸກທີ່ເບິ່ງແລ້ວງົດງາມ ສົດໃສ ແຖມໃນເວລານີ້ນາງຂຶ້ນແທ່ນນາງເອກຮູບເງົາຫຼາຍຮ້ອນລ້ານໄປແລ້ວວວວ… ແຟນໆວ່າແນວໃດ? ລຸກນີ້ຂອງ ນຸ້ຍ ສຸພາພອນ ໃຫ້ຄະແນນນາງເທົ່າໃດ??? ແບບນີ້ໃຫ້ຄະແນນ 10 ເຕັມ 10 ໄປເລີຍກໍແລ້ວກັນເນາະງົດງາມຫຼາຍໆ… ແລະ ຍັງມີຮູບພາບບັນຍາກາດທີ່ ອ້າຍ ໂຈ້ໂຈ້ ມິຣາໂຄຣ ແລະ ນ້ອງ ນຸ້ຍ ສຸພາພອນ ແລະ ບັນດາແຟນໆທີ່ ນະຄອນປາກເຊ ມາຝາກກັນນຳເດີ້… ຮູບພາບ: …

Read More »

ອີດ ໂປງລາງສະອອນ ທ່ອງທ່ຽວລາວ ພ້ອມກິນອາຫານທີ່ຍ້ອງວ່າເປັນຂອງດີ ນະຄອນຫຼວງວຽງຈັນ!!!

ອີດ ໂປງລາງສະອອນ ນັກສະແດງຕະຫຼົກປະເທດເພື່ອນບ້ານ ກໍບໍ່ພາດທີ່ຈະມາທ່ອງທ່ຽວລາວ ພ້ອມຖ່າຍທຳລາຍການ ແລະ  ກິນອາຫານທີ່ຍ້ອງວ່າເປັນຂອງດີ ນະຄອນຫຼວງວຽງຈັນ ບໍ່ວ່າຈະເປັນ ປິ້ງເປັດ-ເລືອດແປງເປັດ, ປີ້ງແບ້-ເລືອດແປງແບ້ ເຊິ່ງເພິ່ນຍັງໄດ້ບອກອີກວ່າການທ່ຽວກິນໃນເທື່ອນີ້ ແມ່ນໄດ້ຈ່າຍເງິນໄປທັງໝົດ 2 ມື້ລວມເປັນ 195,000 ກີບ ພ້ອມທັງປ່ອຍລາຍການທາງຊ່ອງຍູທູບໃຫ້ແຟນໆໄດ້ເບິ່ງໃນຕົ້ນເດືອນ ພະຈິກ ທີ່ຜ່ານມາ ແລະ ມີຍອດວິວເກືອບ 4 ແສນວິວ. (ມີຄລິບລາຍການ) ເບິ່ງແລ້ວເປັນແນວໃດກັບອາຫານທີ່ ອີດ ໂປງລາງສະອອນ ໄດ້ກ່າວຍ້ອງວ່າເປັນຂອງດີ ນະຄອນຫຼວງວຽງຈັນ???, ເອົ້າ!!! ຢ່າງໃດກໍຂໍຕ້ອນຮັບເຂົ້າສູ່ປະເທດລາວ (Welcome to Laos) ຄລິບຈາກ: โปงลางสะออน CHANNEL

Read More »

ງົດງາມຫຼາຍ! ຄຣິດຕິນ້າ-ສີຣິຕ້າ ຄົນບັນເທີງຈາກສອງຝັ່ງຂອງ ຮ່ວມເຟມໃນຊຸດໄໝລາວ

ເບິ່ງແລ້ວເປັນມິດຕໍ່ສາຍຕາ… ງົດງາມຫຼາຍໆ…ບໍ່ເວົ້າເຖິງບໍ່ໄດ້ເລີຍເດີ້ສຳລັບຮູບພາບທີ່ກຳລັງເປັນກະແສໃນເວລານີ້ ນັ້ນກໍຄືຄົນບັນເທີງຈາກສອງຝັ່ງຂອງບໍ່ວ່າຈະເປັນ ຄຣິດຕິນ້າ ລາສະສິມມາ (Miss Laos 2012) ແລະ ສີຣິຕ້າ ເຈັນເຊັນ ນັກສະແດງຊື່ດັງຈາກປະເທດໄທ ທີ່ງານນີ້ມາໃນລຸກສາວລາວ ນຸ່ງສິ້ນໄໝ-ເກົ້າຜົມບ່ຽງແພໃນແບບສາວ ນະຄອນຫຼວງພະບາງ, ໂອ້ຍ!!! ເຫັນແລ້ວກໍອົດໃຈທີ່ຈະອຸທານອອກມາວ່າ “ງົດງາມຫຼາຍໆ” ບໍ່ໄດ້ອີ່ຫລີ!!! ຍິ່ງທັງສອງໄດ້ມາຮ່ວມເຟມຖ່າຍຮູບຮ່ວມກັນ ຍິ່ງເບິ່ງແລ້ວຍິ່ງງົດງາມ ບໍ່ວ່າຈະເປັນສາວລາວ ຫຼື ສາວໄທ ກໍບໍ່ມີໃຜເປັນຮອງໃຜກັນເລີຍ, ບໍ່ເຊື່ອລອງເບິ່ງກັນເອງເລີຍເດີ້…ຊຸດໄໝລາວໃຜໃສ່ກໍ່ງາມແທ້ໆ!!! ເບິ່ງແລ້ວເປັນແນວໃດງົດງາມສົມກັບທີ່ ຊະນີIndy ຍ້ອງກັນແດ່ບໍ່ ແຟນໆເດເບິ່ງແລ້ວວ່າແນວໃດ??? ສອງສາວ ລາວ-ໄທ ໃນຊຸດໄໝລາວເປັນແນວໃດແດ່? ຄອມເມັ້ນບອກກັນແດ່ເດີ້ແຟນໆ!!! ທີ່ມາຮູບພາບ: FB/Christina Lasasimma , IG/sriritajensen

Read More »

ເປີດຕົວຢ່າງຍິ່ງໃຫຍ່ ໃນລາວ Huawei Mate20 ແລະ Mate20Pro

ຫົວເຫວີຍນຳສະເໜີສະມາດໂຟນ ສຸດຍອດຄວາມສະຫຼາດດ້ວຍ AI ທີ່ເໜືອກວ່າ. ໃນວັນທີ 11 ພະຈິກ 2018 ທີ່ຜ່ານມາ, ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້,  ຫົວເຫວີຍໄດ້ຈັດ ງານເປີດຕົວ ແລະ ຈໍາໜ່າຍ HUAWEI Mate20’’ ແລະ ‘’HUAWEI Mate 20 Pro ຢ່າງເປັນທາງການໃນລາວ;  ດ້ວຍຈຸດເດັ່ນຂອງສະມາດໂຟນທັງ 2 ລຸ້ນນີ້ກໍຄື: ຂຸມພະລັງຊິບເຊັດ Kirin 980 ທີ່ຜະລິດຈາກຂະບວນການຜະລິດ 7 ນາໂນເມດຕົວທຳອິດຂອງໂລກແລະມາພ້ອມກ້ອງຫຼັງ 3 ຕົວໃໝ່ຂອງໄລກ້າທີ່ຈັດລຽງຢູ່ໃນກອບ 4 ຫຼ່ຽມຈະຕຸລັດ. ພາຍໃນງານທາງຫົວເຫວີຍຍັງໄດ້ຈັດໃຫ້ລູກຄ້າໄດ້ສໍາຜັດປະສົບການແລະທົດລອງນະວັດຕະກຳໃໝ່ໆທີ່ລ້ຳສະໄໝໃນ Huawei Mate20 ແລະ Mate 20 Pro ຢ່າງເຕັມທີ່ດ້ວຍ Experience zone ທີ່ສ້າງສຽງຮືຮາແລະ ສ້າງຄວາມຕື່ນເຕັ້ນໃຫ້ກັບຜູ້ມາຮ່ວມງານເປັນຢ່າງດີກັບນະວັດຕະກຳໃໝ່ໆ. ພາຍໃນງານຍັງໄດ້ມີການສຳພາດພິເສດຈາກ ໂຈໂຈ້ ມິຣາໂຄ ຜູ້ກຳກັບໜຸ່ມໄຟແຮງທີ່ມີຊື່ສຽງໃນລາວ …

Read More »

ເຈົ້າໜ້າທີ່ພາສີຂົວມິດຕະພາບ 1 ຢຶດເງິນໂດລາ-ເງິນເອີໂຣ ມູນຄ່າຫລາຍກວ່າ 1,5 ຕື້ກີບ

ໃນວັນທີ 31 ຕຸລາ 2018 ທີ່ຜ່ານມາ ດ່ານພາສີສາກົນ ຂົວມິດຕະພາບ 1 (ນະຄອນຫລວງວຽງຈັນ-ໜອງຄາຍ) ເຈົ້າໜ້າທີ່ພາສີ ສາມາດຢຶດເງິນໂດລາສະຫະລັດໄດ້ 170.000 ໂດລາ,ໂດລາອົດສະຕຣາລີ 7.470 ໂດລາ, ເງິນເອີໂຣ 3.145 ເອີໂຣ ທີ່ຊຸກເຊື່ອງໃນກະເປົາເປ້ສີດໍາໃນລົດກະບະໝາຍເລກທະບຽນ ຂກ 6633 ກຳແພງນະຄອນ, ກຽມນຳເງິນຕາອອກນອກປະເທດ, ຕີເປັນມູນຄ່າເງິນກີບຫລາຍກວ່າ 1,5 ຕື້ກີບ. ອີງຕາມການລາຍຂອງ ທ່ານ ບຸນແອງ ພັນທະວົງ ຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 1 ໄດ້ໃຫ້ຮູ້ວ່າ: ໃນວັນທີ 31 ຕຸລາ 2018 ເວລາ 10:25 ໂມງ, ເຈົ້າໜ້າພາສີ ໄດ້ຮັບແຫລ່ງຂ່າວວ່າຈະມີການລັກລອບເງິນຕາອອກນອກປະເທດ. ພ້ອມກັນນັ້ນ, ຈຸງານກວດກາພາຫະນະ-ຜູ້ໂດຍສານ ແລະ ໜ່ວຍງານທີ່ກ່ຽວຂ້ອງໄດ້ກຽມພ້ອມກວດກາ, ພໍມາຮອດ ເວລາ 11:37 …

Read More »