Breaking News

ຂ່າວພາຍໃນ

ມາເບິ່ງຄວາມຄືບໜ້າຂອງເຂື່ອນໄຟຟ້າໄຊຍະບູລີ ໃກ້ສຳເລັດແລ້ວ

ວັນທີ 6 ກຸມພາ 2017 ເຈົ້າໜ້າທີ່ບໍລິສັດ ໄຊຍະບູລີພາວເວີ ຈຳກັດ ໄດ້ເປີດເຜີຍວ່າ: ປັດຈຸບັນນີ້, ການກໍ່ສ້າງເຂື່ອນໄຟຟ້າ ພະລັງງານນໍ້າ ໄຊຍະບູລີ ມີຄວາມຄືບໜ້າ 73%, ຄາດວ່າຈະສຳເລັດ ໃນປີ 2019 ພ້ອມຈະສົ່ງຂາຍໃຫ້ໄທ 1.225 ເມກາວັດ ແລະ 60 ເມກາວັດ ຊົມໃຊ້ພາຍໃນ. ໂຄງການໄຟຟ້າ ພະລັງງານນ້ຳ ໄຊຍະບູລີ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ ປີ 2012 ເປັນຕົ້ນມາ, ລວມມູນຄ່າການລົງທຶນທັງໝົດ ຫຼາຍກວ່າ 3 ຕື້ໂດລາສະຫະລັດ, ມີເຄື່ອງຈັກຜະລິດໄຟຟ້າ 8 ເຄື່ອງ, ມີກຳລັງການຜະລິດ ທັງໝົດ 1.285 ເມກາວັດ ໃນນັ້ນ ມີເຄື່ອງຜະລິດໄຟຟ້າ ຂະໜາດ 175 ເມກາວັດ ຈຳນວນ 7 ຊຸດ …

Read More »

ປ່ຽນໂສມໜ້າໃໝ່ຂອງ ຮ້ານ ຮາດລັອກ ຄາເຟ

ໃນຕອນຄໍ່າ ວັນທີ 2 ກຸມພາ 2017 ຢູ່ທີ່ ໜ້າໄອເຕັກມໍ, ຖະໜົນກໍາແພງເມືອງ, ນະຄອນຫຼວງວຽງຈັນ.  ຮ້ານ ຮາດລັອກ ຄາເຟ ໄດ້ສະເຫຼີມສະຫຼອງ ເປີດຮ້ານໃໝ່ອີກຄັ້ງຢ່າງເປັນທາງການ ພ້ອມປະກາດຄູ່ຮ່ວມພັນທະມິດ ໃໝ່ ແລະ ຈະເປັນຜູ້ບໍລິຫານຮ້ານ ຮາດລັອກ ຄາເຟ ວຽງຈັນ ຄື ບໍລິສັດ ລາວ ເບເວເຣດຊ ຈຳກັດຜູ້ດຽວ. ພາຍໃນງານ ມີແຂກທີ່ຖືກເຊີນ, ລູກຄ້າ ແລະ ໝູ່ເພື່ອນ ເຂົ້າຮ່ວມງານຢ່າງຫຼວງຫຼາຍ ແລະ ໄດ້ມ່ວນຊື່ນກັບສຽງເພງ, ສຽງດົນຕີ ເຊິ່ງມີອາຫານ ແລະ ເຄື່ອງດື່ມ ພ້ອມເສີບຕະຫຼອດງານ. ຮາດລັອກ ຄາເຟ ວຽງຈັນ ຈະເປັນສູນລວມຄວາມມ່ວນຊື່ນ ແຫ່ງສຽງດົນຕີ, ຄວາມບັນເທີງ, ຂອງທີລະນຶກທີ່ເປັນເອກະລັກ ແລະ ອາຫານດັ້ງເດີມຂອງຊາວອາເມຣິກາ. ເປີດບໍລິການທຸກໆມື້ ວັນຈັນ-ວັນສຸກເວລາ …

Read More »

 ລັດຖະບານອະນຸຍາດໃຫ້ທຸກພາກສ່ວນມີສິດປະມູນແລ້ວ

ວັນທີ 2 ກຸມພາ 2017 ນີ້ ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ລັດຖະບານໄດ້ປະກາດວ່າຈະເປີດໄຟຂຽວໃຫ້ທຸກພາກສ່ວນທົ່ວສັງຄົມສາມາດເຂົ້າມາປະມູນຊື້ລົດປະຈຳຕຳແໜ່ງຈຳນວນ 15 ຄັນໃນງວດທໍາອິດນີ້ ປະກອບດ້ວຍ ລົດ BMW/Series7/730li ຈຳນວນ 7 ຄັນ ແລະ ລົດ BENZ/MERCEDES/S350 ຈຳນວນ 8 ຄັນ ສໍາລັບລົດຈຳນວນດັ່ງກ່າວ ແມ່ນຈະໄດ້ຈັດການປະມູນຂາຍດ້ວຍຮູບແບບເປີດກວ້າງທົ່ວສັງຄົມ, ມີຄວາມໂປ່ງໃສ, ຖືກຕ້ອງຕາມລະບຽບກົດໝາຍທີ່ກຳນົດໄວ້ຢ່າງເຂັ້ມງວດ. ໂດຍຄາດວ່າ ຈະສາມາດເລີ່ມເປີດຂາຍຊອງປະມູນ ໃນອາທິດທີ 2 ຂອງເດືອນກຸມພາ 2017. ເຊິ່ງໃນຕໍ່ໜ້າຍັງຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ ດໍາລັດສະບັບດັ່ງກ່າວຕື່ມອີກຈົນກວ່າຈະສຳເລັດ. ສຳລັບຜູ້ທີ່ມີຄວາມສົນໃຈຢາກເຂົ້າຮ່ວມປະມູນຊື້ ແມ່ນສາມາດສອບຖາມຂໍ້ມູນ ແລະ ເບິ່ງສະພາບລົດຕົວຈິງໄດ້ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ (ໃນໂມງລັດຖະການ). ສ່ວນວັນເວລາເລີ່ມຂາຍຊອງປະມູນ ແລະ ກຳນົດການເປີດຊອງປະມູນຢ່າງເປັນທາງການນັ້ນ ຄະນະຮັບຜິດຊອບຈະໄດ້ແຈ້ງໃຫ້ຊາບຕາມພາຍຫລັງຕື່ມອີກ. ຂໍມູນຈາກ: ຂ່າວສານປະເທດລາວ

Read More »