Breaking News

ຂ່າວພາຍໃນ

ເຂົ້າກວດເຊື້ອມະເຮັງເຕົ້ານົມ ບໍ່ເສຍຄ່າຢູ່ໂຮງໝໍມະໂຫສົດ

ເນື່ອງໃນໂອກາດວັນແມ່ຍິງສາກົນ 8 ເດືອນມີນາ 2017 ທາງໂຮງໝໍມະໂຫສົດ ຮ່ວມກັບສະມາຄົມມະເຮັງເຕົ້ານົມລາວ (ABCD) ຈະ​​ໄດ້ຈັດ​ກິດຈະກຳມອບຂອງຂວັນ ໃຫ້ແມ່ຍິງລາວທົ່ວ​ປະ​ເທດ ​ໂດຍ​ການກວດຊອກຫາ​ເຊື້ອມະເຮັງເຕົ້ານົມ ຂັ້ນເລີ່ມຕົ້ນ ສຳຫຼັບແມ່ຍິງໂດຍບໍ່ເສຍຄ່າ​ໃຊ້​ຈ່າຍ​ໃດໆ ​ເຊິ່ງຈະ​ຈັດຂຶ້ນໃນວັນທີ 4 ມີນາ 2017 ກົງ​ກັບ​ວັນ​ເສົາ ເວລາ10:00 -15:00 ​ໂມງ ຢູ່ໂຮງໝໍມະໂຫສົດ ນະຄອນຫຼວງວຽງຈັນ. ສະ​ນັ້ນ, ຈຶ່ງ​ເຊີນຊວນ​ແມ່ຍິງ​ລາວ​ບັນດາ​ເຜົ່າ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ເຂົ້າ​ມາກ​ວດຊອກ​ຫາ​ເຊື້ອ​ມະ​ເຮັງ​ເຕົ້ານົມ ​ເນື່ອງ​ຈາກ​ວ່າ​​ເຊື້ອມະ​ເຮັງ ຖ້າ​ບໍ່​ໄດ້​ຮັບ​ການ​ປິ່ນປົວ​ແຕ່​ເລີ່​ມຕົ້ນ ອາດ​​ເຮັດ​ໃຫ້​ເກີດ​ຜົນ​ເສຍ​ຫາຍ​ແກ່​ຊີວິດ​ໄດ້, ​ເຊື້ອມະເຮັງບໍ່ພຽງຈະເກີດກັບຄົນທີ່ມີອາຍຸຫຼາຍເທົ່ານັ້ນ ແຕ່ຄົນຢູ່​ໃນ​ໄລຍະ​ຈະ​ເລີ​ນພັນ​ ກໍມີ​ຄວາມ​ສ່ຽງເປັນມະ​ເຮັງໄດ້ ໂດຍສະເພາະມະເຮັງເຕົ້ານົມ. ​ສຳລັບຄວາມ​ສ່ຽງທີ່ເຮັດໃຫ້ເກີດມະເຮັງເຕົ້ານົມ ມີຫຼາຍປັດໄຈ ​ເປັນ​ຕົ້ນ ການມີປະຈຳເດືອນຄັ້ງທຳອິດເມືອອາຍຸຍັງນ້ອຍ, ການໝົດປະຈຳເດືອນຊ້າ, ບໍ່ມີລູກ, ມີລູກຄົນທີ 1 ຕອນອາຍຸກາຍ 30 ປີ ແລະ  ຍັງລວມເຖິງຄົນໃນຄອບຄົວ ທີ່ມີປະຫວັດເນື້ອເຫຍື້ອເຕົ້ານົມຜິດປົກກະຕິ ຫຼື ຄົນໃນຄອບຄົວ ທີ່ມີສາຍເລືອດດຽວກັນ ເຄີຍເປັນມະເຮັງເຕົ້ານົມມາກ່ອນ. …

Read More »

ການປະມູນຂາຍລົດປະຈຳຕຳແໜ່ງ ຂອງການນຳ ລະດັບສູງ 

ໃນ​ວັນ​ທີ 24 ກຸມພາ 2017 ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ​ໄດ້​ມີ​ພິທີ​ຖະ​ແຫຼ​ງຂ່າວ ກ່ຽວ​ກັບການ​ປະມູນ​ຂາຍ​ລົດ​ປະຈຳ​ຕຳ​ແໜ່ງ​ ຂອງ​ການ​ນຳ​ລະດັບ​ສູງ ຈຳນວນ 14 ຄັນ, ​ໃນ​ນັ້ນ​ມີ​ລົດ​ຍີ່​ຫໍ້ BMW ລຸ້ນ 730 LI ຈຳນວນ 7 ຄັນ ​ແລະ ​ຍີ່​ຫໍ້ BENZ ລຸ້ນ S 350 ຈຳນວນ 7 ຄັນ. ​ເພື່ອ​ໃຫ້​ບັນດາ​ນັກທຸລະກິດ, ຜູ້​ປະກອບ​ການ, ບຸກຄົນ, ນິຕິບຸກຄົນ ທຸກພາກ​ສ່ວນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຮັບ​ຊາບ​ທົ່ວ​ເຖິງ​ກັນ ພ້ອມ​ເຂົ້າ​ຮ່ວມການ​ປະມູນດັ່ງກ່າວ. ​ເຊິ່ງການ​ປະມູນ​ແມ່ນ​ຈະ​ຈັດ​ຂຶ້ນ​ ໃນ​ວັນ​ທີ 28 ກຸມພາ 2017 ​ເວລາ 15:00 ​ໂມງ ​ເປັນ​ຕົ້ນ​ໄປ ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ (ຫຼັກ6). ທ່ານ ອາດ​ສະພັງ​ທອງ ສີ​ພັນ​ດອນ …

Read More »

ສີນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ

ໃນລະຫວ່າງວັນທີ 22-26 ກຸມພາ 2017 ນີ້ ຢູ່ທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ. ໄດ້ຈັດງານວາງສະແດງສີນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ ທົ່ວປະເທດຄັ້ງ I ຂຶ້ນ. ເຊິ່ງມີສີນຄ້າພົ້ນເດັ່ນຂອງລາວ ເຊັ່ນ: ອາຫານພື້ນເມືອງ, ເຄື່ອງດື່ມ, ເຄື່ອງຕົບແຕ່ງ, ເຄື່ອງຫັດຖະກຳ, ຢາພື້ນເມືອງ ແລະ ອື່ນໆອີກ. ນອກຈາກນີ້, ພາຍໃນງານ ຍັງມີການປະກວດ ກະຕ່າຂອງຂວັນສີນຄ້າໂອດ໋ອບ ແລະ ໄດ້ຈັດກອງປະຊຸມຖອດຖອນບົດຮຽນວຽກງານ ໜຶ່ງເມືອງ ໜຶ່ງຜະລິດຕະພັນຂອງລາວ, ຈັດສຳມະນາ ການພັດທະນາຜະລິດຕະພັນລາວ ແລະ ແຂ່ງຂັນຟ້ອນຫລານນ້ອຍ ຂັ້ນອະນຸບານ ແລະ ປະຖົມອີກດ້ວຍ. ທ່ານ ສົມຫວັງ ນິນທະວົງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ການຈັດງານຄັ້ງນີ້ ແມ່ນໄດ້ລວບລວມ ຜູ້ປະກອບການທີ່ໄດ້ຮັບກາໝາຍໂອດ໋ອບ ທົ່ວປະເທດ …

Read More »

ອົງການ UNICEF ສຸມໃສ່ 7 ແຜນງານໃຫຍ່ (ມີຄຼິບ)

ຕ້ອນຮັບຢ່າງອົບອຸ່ນ! ຣາຊີນີປະເທດແບນຊິກຢ້ຽມຢາມ ສປປ ລາວ ພະຣາຊີນີ ມາທິນເດີ ແຫ່ງປະເທດແບນຊິກ ປະທານກິດຕິມະສັກຄະນະກໍາມະການແຫ່ງຊາດ ສໍາລັບອົງການອຸຍນີເຊັບຂອງປະເທດແບນຊິກ ພ້ອມດ້ວຍຄະນະ ໄດ້ເດີນ ທາງຢ້ຽມຢາມ ສປປ ລາວ ແຕ່ວັນທີ 20-23 ກຸມພາ 2017 ໃນຂອບການຮ່ວມມືຂອງອົງການ ອຸຍ ນິເຊັບ ໃນໂອກາດນີ້ ທ່ານນາງ ບົວຈັນ ສີຫານາດ ຮອງປະທານສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ນາງ ຮົງເວຍ ກາວ ຜູ້ຕ່າງໜ້າ ອຸຍນິເຊັບ ປະຈຳ ສປປ ລາວ ໄດ້ນຳພາຄະນະ ພະລາຊີນີ ແຫ່ງ ປະເທດແບນຊິກເຂົ້າຢ້ຽມຂໍ່ານັບ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ, ເຂົ້າພົບປະທ່ານ ນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ …

Read More »

ການກໍ່ສ້າງທາງແຕ່ 4 ແຍກໄຟແດງຕານມີໄຊ ຫາ 3 ແຍກສີເກີດ

ປັດຈຸບັນ ໂຄງການກໍ່ສ້າງທາງເບຕົ້ງແຕ່ 4 ແຍກໄຟແດງຕານມີໄຊ ຫາ 3 ແຍກສີເກີດ ມີຄວາມຄືບໜ້າ 10%   ເລີ່ມລົງມືກໍ່ສ້າງມາແຕ່ ເດືອນຕຸລາ 2016  ປັດຈຸບັນໄດ້ສຳເລັດການວ່າງທໍ່ລະບາຍນ້ຳຈຳນວນໜຶ່ງ ແລະ ພວມຢູ່ໃນໄລຍະການມ້າງສິ່ງກີດຂວາງເຊັ່ນ: ການຍ້າຍເສົາໄຟຟ້າ, ສາຍໄຟຟ້າ, ສາຍໂທລະສັບ, ນ້ຳປະປາ ແລະ ອື່ນໆ. ທ່ານ ຄຳບອນ ທຳມະວົງສາ ຮອງຜູ້ຈັດການພາກສະໜາມໂຄງການກໍ່ສ້າງທາງເບຕົ້ງດັ່ງກ່າວ (ຕັ້ງຈະເລີນ) ໄດ້ໃຫ້ສຳພາດ ໃນວັນທີ 21 ກຸມພານີ້ວ່າ: ໂຄງການກໍ່ສ້າງທາງເບຕົ້ງນີ້ ແມ່ນມີຄວາມຍາວທັງໝົດ 9 ພັນກວ່າແມັດ, ໜ້າທາງກວ້າງ 28 ແມັດ (ລວມທັງທາງຍາງທັງສອງກ້ຳ ແລະ ດອນກາງທາງ ) ແລະ ມີຄວາມໜາຂອງເປຕົ້ງ 20 ຊັງຕີແມັດກວ່າ, ຄາດວ່າ ຈະໃຫ້ສຳເລັດການກໍ່ສ້າງຕາມແຜນການ ຄື ປະມານເດືອນກັນຍາ …

Read More »