Breaking News

ຂ່າວພາຍໃນ

ຖະແຫລງ ການຈັບກຸມ ແລະ ມ້າງກຸ່ມຄ້າຂາຍຢາເສບຕິດ-ອາວຸດເສິກລາຍໃຫຍ່

ກົມຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ, ກົມໃຫຍ່ຕຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ເປັນເຈົ້າການດຳເນີນວຽກງານວິຊາສະເພາະຂອງຕົນ ເພື່ອເກັບກຳຂໍ້ມູນຢ່າງເປັນລະບົບ, ຈາກນັ້ນ ໄດ້ປະສານສົມທົບລະຫວ່າງ ເຈົ້າໜ້າທີ່ຕຳຫລວດຢູ່ສູນກາງ ກັບທ້ອງຖິ່ນບັນດາແຂວງ ໃນທົ່ວປະເທດ, ພ້ອມກັບອົງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທຸກຂັ້ນ ຈຶ່ງໄດ້ດຳເນີນການແກ້ໄຂ ເຄື່ອຂ່າຍກຸ່ມເປົ້າໝາຍຊື້-ຂາຍ ຢາເສບຕິດ ແລະ ຕິດພັນກັບອາວຸດເສີກ, ແຕ່ພາກເໜືອ ລົງຮອດ ພາກໃຕ້ ແລະ ສາມາດຈັບຕົວຜູ້ຖືກຫາທັງໝົດ ໄດ້ 33 ຄົນ, ຍິງ 11 ຄົນ. ທ່ານ ທອງເຫລັກ ມັງໜໍ່ເມກ ຫົວໜ້າກົມໃຫຍ່ຕຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ຖະແຫລງ ກ່ຽວກັບເຫດການດັ່ງກ່າວ ໃນວັນທີ 16 ກັນຍາ 2016 ເຖິງ ວັນທີ 24 ມັງກອນ 2017 ທີ່ຜ່ານມາວ່າ: ກຸ່ມທີ 1: …

Read More »

ເຄບີ ໂຄລາວ ເຊົ່າສິນເຊື່ອ ເລີ່ມດຳເນີນທຸລະກິດຢູ່ໃນ ສປປ ລາວ

ງານເປີດໂຕ ບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ ຈຳກັດ ຈັດຂຶ້ນ ໃນວັນທີ 13 ກຸມພາ 2017  ຢູທີ່ຕຶກອາລຸນໃໝ່ ຊັ້ນ 7 ບ້ານໜອງບອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ໄດ້ຈັດງານລ້ຽງສະເຫຼີມສະຫຼອງ ການເປີດໂຕ ຢ່າງເປັນທາງການ ໃນຕອນຄໍ່າຂອງມື້ດຽວກັນ ຢູ່ທີ ໂຮງແຮມ ແລນມາກມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ຍູນກັງຮ່ອນ ທ່ານເອກອັກຄະລັດຖະທູດ ຂອງ ສ.ເກົາຫຼີ ປະຈຳ ສປປ ລາວ, ທ່ານ ໂອເຊຢອງ ປະທານກຸ່ມບໍລິສັດໂຄລາວ, ທ່ານ ຢູນຈົງກຽວ …

Read More »

ຂ່າວດີ! ສຳລັບຜູ້ພິການ ແຕ່ກຳເນີດ

​ເລີ່​ມແຕ່ວັນທີ 07-20 ກຸມພາ 2017 ເປັນເວລາ 2 ອາທິດ. ຄະ​ນະ​ທີມ​ແພດອາສາສະໝັກຈາກອົງການ ການ​ແພດ Interplast ຈາກ​ປະ​ເທດ ອົດສະຕາລີ ແລະ ນິວຊີແລນ ໄດ້ເດີນທາງມາເຖິງໂຮງໝໍມະໂຫສົດ ນະຄອນຫຼວງວຽງຈັນ ເພື່ອດຳເນີນໂຄງການໃຫ້ຄຳປຶກສາ ແລະ ການຜ່າຕັດ ​ໂດຍ​ບໍ່​ເສຍ​ຄ່າ ໃຫ້​ແກ່ ຜູ້ທີ່ມີອາການ​ດ້ານ​ຄວາມພິການແຕ່ກຳເນີດ ແລະ ຈາກການຈະເລີນເຕີບໂຕ. ໂຄງການດັ່ງກ່າວ, ໄດ້ຮັບການສະໜັບສະໜູນ ບໍລິສັດ ພູເບັ້ຍ ມາຍນິງ (PBM) ແລະ ກຸ່ມແມ່ຍິງສາກົນ (WIG) ເຊິ່ງ​ເປັນ​ການສືບຕໍ່ ການຈັດຕັ້ງໂຄງການທີ່​ທາງ ບໍ​ລິ​ສັດ ໄດ້ຮ່ວມທຶນ​ຮອນ​ກັບ Interplast​ ນັບແຕ່ປີ 2012. ທີມອາສາສະໝັກຂອງ Interplast ທີ່ປະກອບດ້ວຍແຜນຜ່າຕັດ​ໃສຍະກຳ ແລະ ຕົບແຕ່ງ, ແພດວາງຢາສະລົບ ແລະ ພະຍາບານ ໄດ້ດຳເນີນການປະເມີນກ່ອນຜ່າຕັດ ​ເຊິ່ງຈະປະຕິບັດວຽກຮ່ວມ …

Read More »

ງານປະກວດນາງງາມດອກງິ້ວ ແຂວງບໍ່ແກ້ວ

  ງານ​ເທດສະການ​ດອກ​ງີ້ວ​ບານ ຄັ້ງທີ 17 ​ ໄດ້ຈັດງານມາຮອດມື້ສຸດທ້າຍ ໃນມື້ວານນີ້ ທີ 12 ກຸມພາ 2017  ຢູ່ດອນຊາວ, ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ  ພາຍໃນງານພິເສດທີ່ສຸດ ແລະ ມວນຊົນໃຫ້ຄວາມສົນໃຈ ກໍແມ່ນການປະກວດນາງງາມ ດອກງິ້ວ ປະຈຳປີ 2017 ​ໂດຍ​ໄດ້ຄັດ​ເລືອກ​ເອົານາງ​ສາວງາມ​ ຈໍານວນ 20 ນ້ອງ ຈາກບັນດາເມືອງ, ບັນດາບ້ານ ທີ່ເປັນຕົວແທນຂອງແຕ່ລະເຜົ່າ ເຊິ່ງງານແມ່ນມີບັນຍາກາດຄຶ້ກຄື້ນມ່ວນຊື່ນຫຼາຍ  ສະນັ້ນ ຂວັນໃຈ ເຮົາຈຶ່ງບໍ່ພາດທີ່ຈະເອົາບັນຍາກາດ ຂອງງານ ແລະ ສາວງາມຜູ້ທີ່ໄດ້ຕໍາແໜງນີ້ມາໃຫ້ ສາວໆຂວັນໃຈ ເຮົາໄດ້ຮູ້ກັນ. ອັນດັບທີ 1  ນາງສາວ ຈັນທະລາ ວົງຂັນທອງ ໝາຍເລກ 12 ຈາກ ເມືອງ ຕົ້ນເຜິ້ງ ໄດ້ຮັບເງິນລາງວັນ 9,200,000ກີບ …

Read More »

ປະກາດ! ເຈົ້າຂອງເພສ ເຟສບຸກຕ່າງໆ ໃຫ້ເອົາໃຈໃສ່ຕໍ່ລະບຽບກົດໝາຍ

ເຈົ້າໜ້າທີ່ສະເພາະກິດຂອງກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວໄດ້ເປີດເຜີຍໃນວັນທີ 7 ກຸມພາ 2017 ນີ້ວ່າ: ມີເຟສບຸກຈໍານວນຫຼວງຫຼາຍຍັງບໍ່ທັນໄດ້ເຂົ້າມາແຈ້ງເຈດຈໍານົງ ແລະ ລົງທະບຽນຂອງຕົນເອງໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເປັນທາງການຕໍ່ລັດຖະບານລາວກໍຄືກະຊວງກ່ຽວຂ້ອງໂດຍສະເພາະໂທລະໂຄ່ງ THOLAKHONG, ລາວໂພສຕ໌ Laopost,  ABC Laos news ສຳນັກຂ່າວເອບີຊີລາວ,  ຄິດອອກ kidork.com, una studio – ຢູ່ນາສະຕູດິໂອ ແລະ ອື່ນໆ ຂະນະທີ່ເຟສບຸກດັ່ງກ່າວໄດ້ສ້າງຂຶ້ນເພື່ອຈຸດປະສົງເຜີຍແຜ່ ແລະ ນໍາສະເໜີຂໍ້ມູນຂ່າວສານຕໍ່ສັງຄົມເປັນວົງກວ້າງໃນຮູບແບບການດໍາເນີນທຸລະກິດແບບອິດສະຫຼະໂດຍບໍ່ເຄົາລົບຕາມກົດລະບຽບ ກົດໝາຍ ແລະ ບໍ່ເສຍພັນທະອາກອນໃຫ້ລັດ. ເຈົ້າໜ້າທີ່ຈາກກະຊວງກ່ຽວຂ້ອງຍັງຊີ້ແຈ້ງວ່າ: ກົດໝາຍວ່າດ້ວຍສື່ມວນຊົນສະບັບປັບປຸງກໍານົດຢ່າງຈະແຈ້ງວ່າອົງການໃດ, ບຸກຄົນໃດ ແລະ ນິຕິບຸກຄົນມີຈຸດປະສົງຕ້ອງການສ້າງຢາກສ້າງເວບໄຊ, ເຟສບຸກ ແລະ ສື່ອອນລາຍອື່ນໆຕ້ອງໄດ້ໄປແຈ້ງລົງທະບຽນນໍາກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຕ່ກໍລະນີຖ້າຢາກສ້າງຂຶ້ນເພື່ອນໍາສະເໜີຂໍ້ມູນຂ່າວສານ ແລະ ສາລະໜ້າຮູ້ເພື່ອຈຸດປະສົງທຸລະກິດ ແລະ ເຜີຍແຜ່ຂໍ້ມູນຢ່າງເປັນທາງການຕໍ່ສັງຄົມໃນວົງກວ້າງນັ້ນຕ້ອງໄປແຈ້ງໃຫ້ກະຊວງຖະແຫລງ ວັດທະນະທໍາ ແລະ …

Read More »