Breaking News

ຂ່າວພາຍໃນ

ດ່ວນ! ເກີດເຫດໄຟໃໝ້ທີ່ບ້ານ ທົ່ງຂັນຄຳ (ມີຄລິບຖ່າຍທອດສົດ)

ໃນວັນທີ 31 ມີນາ 2017 ເວລາ 10:50 ນາທີ ເກີດເຫດໄຟໃໝ້ຂຶ້ນທີ່ບ້ານ ທົ່ງຂັນຄຳ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຊິ່ງເພີງໄດ້ໃໝ້ລາມບ້ານເຮືອນປະຊາຊົນໄປແລ້ວກວ່າ 5 ຫຼັງຄາເຮືອນ , ຢ່າງໃດກໍຂໍສະແດງຄວາມເສຍໃຈມາຍັງພໍ່ແມ່ປະຊາຊົນ ຂໍເປັນກຳລັງໃຈໃຫ້ ສູ້ໆ… (ມີຄລິບຖ່າຍທອດສົດ) ທົ່ງຂັນຄຳ ສົດໆ31/03/2017ເວລາ10:50 โพสต์โดย ໜ່ວຍກູ້ໄພມູນນິທິຈີນ ແຈ້ງເຫດສຸກເສີນໂທ 1628 บน 30 มีนาคม 2017 ຍັງລາມຕໍ່ ໄຟໄໝ້ໄປແລ້ວຈຳນວນ5ຫຼັງຄາເຮືອນ โพสต์โดย ໜ່ວຍກູ້ໄພມູນນິທິຈີນ ແຈ້ງເຫດສຸກເສີນໂທ 1628 บน 30 มีนาคม 2017   ທີ່ມາ: ໜ່ວຍກູ້ໄພມູນນິທິຈີນ ແຈ້ງເຫດສຸກເສີນໂທ 1628

Read More »

ພີເອສ໌ ຈະຄືນເງິນໃຫ້ປະຊາຊົນໄດ້ພາຍໃນ 3 ເດືອນ

​ໃນ​ວັນ​ທີ 30 ມີນາ 2017 ນີ້ ທີ່​ບໍລິສັດ​ພີ​ເອສ໌ ທ່ານ ນາງ ສຸກ​ນາລີ ​ເທບ​ສີ​ເມືອງ ປະທານ​ບໍລິສັດ​ພີ​ເອສ໌ ສົ່ງ​ເສີມ​ກະສິກຳ ​ແລະ ອຸດສາຫະກຳ​ຄົບ​ວົງ​ຈອນ ຂາ​ເຂົ້າ-ຂາ​ອອກ ຈຳກັດ ​ໄດ້​ຖະ​ແຫຼ່​ງຕໍ່​ນັກ​ຂ່າວ​ວ່າ: ອີງ​ຕາມ​ການ​ຊີ້​ນຳ​ຂອງ​ພັກ, ລັດຖະບານ ​ແລະ ອີງ​ຕາມ​ການ​ແຈ້ງ​ການ​ ຂອງ​ທະນາຄານ​ແຫ່ງ ສປປ ລາວ​ ກ່ຽວ​ກັບ​ລະບົບ​ການ​ດຳ​ເນີນ​ທຸລະ​ກິດ​ ຂອງ​ບໍລິສັດ​ພີ​ເອສ໌ ທີ່​ຍັງ​ບໍ່​ທັນ​ສອດ​ຄ່ອງ​ຕາມ​ກົດໝາຍ​ການ​ຄ້າ​ຂອງ ສປປ ລາວ, ປັດຈຸບັນສັງຄົມ ​ແລະ ທະນາຄານ​ແຫ່ງ ສປປ ລາວ ​ໄດ້ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຜິດວ່າ ບໍລິສັດ​ພີ​ເອສ໌ ​ໄດ້​ຈັດ​ຕັ້ງ​ການ​ລະດົມ​ທຶນ​ຈາກ​ປະຊາຊົນ, ສະ​ນັ້ນ​ ໃນ​ເມື່ອ​ການ​ດຳ​ເນີນ​ທຸລະ​ກິດ ​ໄດ້​ກະທົບ​ເຖິງ ​ຄວາມ​ບໍ່​ເຂົ້າ​ໃຈ ທາງ​ບໍລິສັດ​ພີ​ເອສ໌ ຈຶ່ງ​ຈຳ​ເປັນ​ຕ້ອງ​ໄດ້​ປ່ຽນ​ກົນ​ໄກ​ການ​ຕະຫຼາດ​ ແບບ​ໃໝ່ ໂດຍ​ໄດ້​ຕັດສິນ​ໃຈ​ຢຸດຕິ​ ກາ​ນຮັບສະມາຊິກ​ໃໝ່ ​ແລະ ສຳລັບ​ສະມາຊິກ​ເກົ່າ​ …

Read More »

ໂຄງການບ້ານມິດຕະພາບ ຊາວໜຸ່ມຊາຍແດນ ລາວ-ຫວຽດນາມ

ລັດຖະບານ ​ແຫ່ງ ສປປ ລາວ ​ແລະ ລັດຖະບານ ສສ ຫວຽດນາມ ​ໄດ້​ສ້າງໂຄງການບ້ານມິດຕະພາບ ຊາວໜຸ່ມຊາຍແດນ ລາວ-ຫວຽດນາມ ເຂດໜອງກອກ ຢູ່ທີ່ເມືອງຄຳເກີດ, ແຂວງ ບໍລິຄຳໄຊ ເພື່ອເປັນບ່ອນຝຶກອົບຮົມວິຊາຊີບ, ສ້າງວຽກເຮັດງານທຳໃຫ້ກັບຊາວໜຸ່ມ, ປະຊົນບັນດາເຜົ່າ ໃນບໍລິເວນໃກ້ຄຽງ ກໍຄື ການສົ່ງເສີມວຽກເຮັດງານທຳ ໃຫ້ຊາວໜຸ່ມລາວ ບັນດາເຜົ່າໃນ ຂອບເຂດທົ່ວປະເທດ. ​ໂຄງການດັ່ງກ່າວ ໄດ້​ເລີ່​ມກໍ່ສ້າງ​ຕັ້ງ​ແຕ່ເດືອນສິງຫາ ປີ 2012  ມາຮອດວັນທີ 9 ມີນາ 2017 ຈຶ່ງໄດ້ມີພິທີມອບ-ຮັບ  ​ແລະ ​ເລິ່ມຈັດ​ຕັ້ງ​ປະຕິບັດ ໂຄງການຢ່າງ​ເປັນ​ທາງ​ການ. ໂຄງການດັ່ງກ່າວ ໄດ້ຮັບການຊ່ວຍເຫຼືອລ້າ ຈາກລັດຖະບານ ສສ ຫວຽດນາມ ລວມມູນຄ່າທັງໝົດ 75,2 ຕື້ດົ້ງ, ທຶນສົມທົບຂອງ ລັດຖະບານ ສປປ ລາວ 3 ຕື້ກີບ. …

Read More »

ແຂ່ງຂັນຮ້ອງເພງຫວຽດນາມ ຊິງລາງວັນ 19 ລ້ານກວ່າກີບ

ການຈັດການແຂ່ງຂັນຮ້ອງເພງ ຫວຽດນາມ ໃນຄັ້ງນີ້ ເປັນ​ຄັ້ງ​ທຳ​ອິດທີ່​ຈັດ​ຂຶ້ນ​ຢູ່ ສປປ ລາວ ​ເຊິ່ງມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 32 ຄົນ ໃນນັ້ນ ຄັດເລືອກເອົາ 16 ຄົນ ເພື່ອຊິງ​ເອົາເງິນລາງວັນ ຈຳນວນ 50 ລ້ານດົງ ຫຼື ປະມານ 19 ລ້ານກວ່າກີບ. ພ້ອມນັ້ນ, ຜູ້ທີ່ໄດ້ເຂົ້າຮອບ 16 ຄົນຈະໄດ້ໄປແຂ່ງຂັນຢູ່ເອີຣົບ ໃນທ້າຍປີນີ້. ສະ​ມາ​ຄົມ​​ພັດ​ທະ​ນາ ​ວັດ​ທະ​ນະ​ທຳ ​ທຸ​ລະ​ກິດ​ຫວຽດ​ນາມ ຮ່ວມ​ກັບ ​ສະ​ມາ​ຄົມທຸ​ລະ​ກິດ​ຫວຽດ​ນາມ ແຫ່ງປະ​ເທດ​ໄທ ໄດ້​ເປີດ​ພິທີແຂ່ງຂັນຮ້ອງເພງ ຫວຽດນາມ ໃນວັນທີ 13 ມີນາ 2017 ຢູ່ນະຄອນຫຼວງວຽງຈັນ ​​ເພື່ອ​ຄັດ​ເລືອກ​ເອົາ​ຕົວ​ແທນ 16 ຄົນ ​ຈາກ 10 ປະ​ເທດ​ສະມາຊິກ​ອາ​ຊຽນ​ ໄປ​ແຂ່ງ ຂັນ​ໃນ​ເອີ​ລົບ ​ທ້າຍ​ປີ​ນີ້.  ພິທີ​ດັ່ງກ່າວ​, ໂດຍ​ເປັນ​ປະທານ​ຂອງ …

Read More »

ນາງສັງຂານຫຼວງພະບາງ ປະຈຳປີ ພສ 2560 ອາດແມ່ນເຈົ້າ!

ກອງປະກວດນາງສັງຂານຫຼວງພະບາງ ເປີດຮັບສະໝັກ ນາງສາວງາມ ຜູ້ທີ່ມີຄວາມສົນໃຈ ເຂົ້າຮ່ວມການປະກວດ ສາມາດ ລົງທະບຽນ ໄດ້ແລ້ວ ຕັ້ງແຕ່ມື້ນີ້ ຈົນໄປຖິງວັນທີ 16 ມີນາ 2017 ນີ້. ສາວງາມແຫ່ງດິນແດນເມືອງມໍລະດົກໂລກ ທີ່ເປັນເພດຍິງ ໂດຍກຳເນີດ ອາຍຸ 15-23 ປີ ສາມາດອ່ານ-ຂຽນ ພາສາລາວໄດ້ເປັນຢ່າງດີ ສຳນຽງສຽງປາກເອກະລັກຫຼວງພະບາງ ສາມາດຂໍໃບສະໝັກໄດ້ທີ່: ຫ້ອງວ່າການປົກຄອງເມືອງຫຼວງພະບາງ, ບ້ານວຽງໃໝ່ ເມືອງຫຼວງກະບາງ. ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີເບີ: 071 212 160 ຮອບຄັດເລືອກຈະມີຂຶ້ນໃນວັນທີ 17 ກຸມພາ 2017 ນີ້.   ຂໍມູນຈາກ: ເຟສບຸກ ນາງສັງຂານ ຫລວງພະບາງ

Read More »