Breaking News

ຂ່າວພາຍໃນ

ຫ້ອງການໃໝ່ ຂອງບໍລິສັດຫົວເຫວີຍ ໃນລາວ

ພິທີເປີດ ຫ້ອງການໃໝ່ ບໍລິສັດຫົວເຫວີຍ ແລະ ສູນ CSIC (ສູນວາງສະແດງໄອຊີທີ) ຢ່າງເປັນທາງການໃນລາວ ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນວັນທີ  28 ມິຖຸນາ 2017 ສະຖານທີ່ຕັ້ງຢູ່ ແຄມຂອງ ໂລກໃໝ່ແຫ່ງວຽງຈັນ (Vientiane New World) ຢູ່ບ້ານ​ເພຍ​ວັດ ​ເມືອງ​ສີ​ສັດຕະ​ນາກ, ນະຄອນຫຼວງວຽງຈັນ.  ຫ້ອງການ​ໃໝ່​ນີ້ ປະກອບ​ມີ 3 ຊັ້ນ.  ໃຫ້ກຽດເຂົ້າຮ່ວມການເປີດງານໂດຍທ່ານ ປອ ສິນລະວົງ ຄຸດໄພທູດ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ທ່ານ Zhao Chenggang ອຸປະທູດ ຂອງສະຖານທູດ ສປ ຈີນ ປະຈຳລາວ, ທ່ານ Zhanglin ປະທານບໍລິສັດຫົວເຫວີຍ ປະຈຳອາຊີຕາເວັນອອກສຽງໃຕ້, ທ່ານ Patrick Zhang ຫົວໜ້າບໍລິສັດຫົວເຫວີຍປະຈຳ ລາວ ແລະ ມີບັນດາແຂກເຂົ້າຮ່ວມຢ່າງຫຼວງຫຼາຍ. ​ບໍລິສັດ​ຫົວ​ເຫວີຍ​ ເປັນບໍລິສັດ​ແຖວ​ໜ້າຂອງ​ໂລກ ​ໃນ​ການ​ເປັນຜູ້​ສະໜອງ​ເຕັກ​ໂນ​ໂລ​ຊີ, …

Read More »

ຊົມເຊີຍ! 15 ປີແຫ່ງຄວາມສຳເລັດຂອງໂຮງຮຽນ ນານາຊາດ ປັນຍາທິບ

ໃນວັນທີ 31 ພຶດສະພາ 2017 ທີ່ຜ່ານມາ ຢູ່ ໂຮງແຮມ Crowne plaza vientiane ນະຄອນຫຼວງວຽງຈັນ ໄດ້ມີພິທີສະເຫຼີມສະຫຼອງ ໂຮງຮຽນນານາຊາດ ປັນຍາທິບ ຄົບຮອບ 15 ປີ, ເປັນກຽດເປັນປະທານໃນງານໂດຍ ທ່ານ ລີຕູ້ ບົວປາວ ອາດີດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ , ທ່ານ ນາງ ປາດຖະໜາ ປັນຍາທິບ ຜູ້ອຳນວຍການ ແລະ ຜູ້ກໍ່ຕັ້ງໂຮງຮຽນນານາຊາດປັນຍາທິບ, ທ່ານ  John Gwyn Jones ຮອງຜູ້ອຳນວຍການໂຮງຮຽນນານາຊາດປັນຍາທິບ ແລະ ຮ່ວມດ້ວຍບັນດາແຂກຈາກຫຼາຍພາກສ່ວນທັງການນຳພັກລັດ, ສະຖານທູດ, ຜູ້ບໍລິຫານໂຮງຮຽນຫຼາຍໂຮງຮຽນ, ນັກທຸລະກິດຈາກຫຼາຍຂະແໜງທັງພາຍໃນ ແລະ ຕ່າງປະເທດ, ຜູ້ປົກຄອງນັກຮຽນ ແລະ ນັກຮຽນຈຳນວນໜຶ່ງ ແລະ ສື່ມວນຊົນຈຳນວນຫຼວງຫຼາຍເຂົ້າຮ່ວມ. …

Read More »

ສະເທືອນໃຈເຖິງຂັ້ນກັ້ນນໍ້າຕາບໍ່ຢູ່! ລວມຮູບພາບຄວາມເສຍຫາຍຈາກເຫດການໄຟໃໝ້ຕະຫຼາດວິທະຍາເຂດດົງໂດກ

40 ພາບບັນຍາຍຄວາມເສຍຫາຍ, ຄວາມເສົ້າເສຍໃຈ, ຄວາມສີ້ນຫວັງ ແລະ ຄວາມທຸກໂສກຂອງພໍ່ຄ້າແມ່ຄ້າທີ່ຕະຫຼາດ ວິທະຍາເຂດດົງໂດກຈາກເຫດການໄຟໄໝ້ຕະຫຼາດໃນຄືນວັນທີ 6 ພຶດສະພາ  2017 ເວລາປະມານ 3 ໂມງເຊົ້າ ເຊິ່ງເຫດການໄຟໄໝ້ຕະຫຼາດແຫ່ງນີ້ບໍ່ແມ່ນຄັ້ງທໍາອິດ ແຕ່ຫາກແມ່ນຄັ້ງທີສອງທີ່ພໍ່ຄ້າແມ່ຄ້າຕ້ອງປະເຊີນ. ພວກເຮົາ ທີມງານ ຂວັນໃຈ ແລະ ປະຊາຊົນລາວທຸກຄົນຂໍເປັນກຳລັງໃຈໃຫ້ແມ່ຄ້າພໍ່ຄ້າຊາວຂາຍທຸກຄົນຈົ່ງເຂັ້ມແຂງ ຈົ່ງມີສະຕິ ແລະ ເຊື່ອວ່າ ຟ້າຫຼັງຝົນຍ່ອມສົດໃສສະເໝີ…ສູ້ໆເດີ້! ທີ່ມາ: Tonamcha

Read More »

ຊົມເຊີຍຜົນງານ ທີ່ສາມາດຍາດໄດ້ຫຼຽນຄຳໃຫ້ກັບປະເທດລາວ

ຂໍສະແດງຄວາມຊົມເຊີຍ, ຄວາມພາກພູມໃຈ ແລະ ຄວາມຍິນດີກັບນ້ອງ ມະໄລພອນ ເພັດດາວເຮືອງ ທີ່ສາມາດຍາດໄດ້ຫຼຽນຄໍາໃຫ້ກັບປະເທດຊາດລາວ ພາຍໃນງານການແຂ່ງຂັນ Bangkok Young Smart Karate Even ໃນວັນທີ 23 ເມສາ 2017 ນະຄອນຫຼວງບາງກອກ ປະເທດໄທ. ທີ່ມາ  ແລະ ຮູບພາບ: Tonamcha news

Read More »

ມາເບິ່ງ! ອັດຕາຄ່າ ອິນເຕີເນັດ ຂອງທຸກເຄືອຂ່າຍໃນລາວ

ມາເບິ່ງ ແລະ ສົມທຽບ ລາຄາ, ອັດຕາຄ່າອິນເຕີເນັດ ຂອງແຕ່ລະເຄືອຂ່າຍໃນລາວ ໃນປັດຈຸບັນ ມີທັງໄດ້ປັບປຸງໃໝ່ ແລະ ຍັງບໍ່ມີການປັບປຸງເທື່ອ. ມາເລືອກເບິ່ງ ເພື່ອເປັນທາງເລືອກ ວ່າເຮົາຈະໃຊ້ເຄືອຂ່າຍໃດຄຸ້ມສຸດ ໃນປັດຈຸບັນນີ້. +ເຄືອຂ່າຍ ລາວໂທລະຄົມ (ເອັມໂຟນ) ມີການອັບເດດ ປັບປ່ຽນ ອັດຕາຄ່າບໍລິການຕ່າງໆ ຂອງ ລາວໂທລະຄົມ ເລີ່ມແຕ່ວັນທີ 4 ເມສາ 2017 ເປັນຕົ້ນໄປ   +ເຄືອຂ່າຍ ອີທີເອວ ອັບເດດ ຄ່າບໍລິການທາງອິນເຕີເນັດ ລ່າສຸດໃນວັນທີ 15 ກຸມພາ 2017  ປັດຈຸບັນ ຍັງບໍ່ມີການປ່ຽນແປງ.   + ເຄືອຂ່າຍ ຢູທີເທວ  ມີການອັບເດດ ປັບປຸງ ອັດຕາຄ່າອິນເຕີເນັດໃໝ່ ເລີ່ມນຳໃຊ້ແຕ່ 4 ເມສາ 2017 ນີ້ …

Read More »