Breaking News

ຂ່າວພາຍໃນ

ແຈ້ງການ! ໃຫ້ພໍ່ແມ່ພີ່ນ້ອງກຽມໂຕ່ງນໍ້າໄວ້ໃຊ້ໃຫ້ພຽງພໍ ໄລຍະນີ້ການສະໜອງນໍ້າຈະບໍ່ປົກກະຕິ #ແຊຣບອກຕໍ່ໆກັນ

ລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ສະບັບເລກທີ 0982 ໃນວັນທີ 3 ກັນຍາ 2018 ທີ່ຜ່ານມາ ເຊິ່ງລາຍລະອຽດມີດັ່ງຕໍ່ໄປນີ້: “ລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງມາຍັງ ພະນັກງານ, ທະຫານ, ຕຳຫຼວດ, ພໍ່ແມ່ປະຊາຊົນ ແລະ ທົ່ວທຸກຫົວໜ່ວຍທຸລະກິດທຸກພາກສ່ວນ ຢູ່ນະຄອນຫຼວງວຽງຈັນຊາບວ່າ: ການສະໜອງນໍ້າປະປາຈະບໍ່ເປັນປົກກະຕິຍ້ອນສະພາບນໍ້າຂອງມີຄວາມຂຸ່ນສູງເກີນມາດຕະຖານການຜະລິດ ຂອງໂຮງງານຜະລິດນໍ້າປະປາ ເຊິ່ງອາດຈະສົ່ງຜົນຕໍ່ການຜະລິດ-ສະໜອງນໍ້າປະປາຢູ່ບາງເຂດ ບໍ່ປົກກະຕິ ແລະ ພຽງພໍຕໍ່ການຊົມໃຊ້ພາຍໃນ ນະຄອນຫຼວງວຽງຈັນ ໃນໄລຍະລະດູຝົນນີ້, ສະນັ້ນ ຈຶ່ງແຈ້ງມາຍັງທ່ານເພື່ອກະກຽມໂຕ່ງນໍ້າໄວ້ຊົມໃຊ້ໃຫ້ພຽງພໍ ຈົນກວ່າການຜະລິດ-ສະໜອງນໍ້າ ຈະເຂົ້າສູ່ສະພາບປົກກະຕິ” ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ຂໍອະໄພໃນຄວາມບໍ່ສະດວກ ຂອງການບໍລິການນໍ້າປະປາ ໃນໄລຍະນີ້ດ້ວຍ. ທີ່ມາ: Support Prime Minister Thongloun Sisoulith

Read More »

ສົ່ງກຳລັງໃຈໃຫ້ທີມ Graphic Design ຈາກລາວຮ່ວມງານແຂ່ງຂັນ “World Skills ASEAN Bangkok 2018”

ສີມືຄົນລາວບໍ່ແພ້ຊາດໃດໃນໂລກ!!! ມາຮ່ວມສົ່ງກຳລັງໃຈໃຫ້ທີມ Graphic Design ຈາກປະເທດລາວເຮົາທີ່ເດີນທາງໄປຮ່ວມງານແຂ່ງຂັນ “World Skills ASEAN Bangkok 2018” ງານແຂ່ງຂັນສີມືແຮງງານ, ເຊິ່ງໃນປີນີ້ລາວເຮົາມີສາຂາ “Graphic Design” ເຂົ້າຮ່ວມແຂ່ງຂັນ ແລະ ໃນວັນທີ 31 ສິງຫາ 2018 ກໍຈະເປັນມື້ແຂ່ງຂັນມື້ທຳອິດ. ຢ່າງໃດຄົນລາວເຮົາກໍຢ່າລືມຊ່ວຍເຊຍນັກ Graphic Design ທີມລາວ. #ຮັກລາວເຊຍລາວ #ລາວສູ້ໆ ທີ່ມາ: Graphic JipJip

Read More »

“ວອນຜູ້ກ່ຽວຂ້ອງປົວແປງດ່ວນ! ເພື່ອໃຫ້ທັນກັບ ບຸນຊ່ວງເຮືອເດືອນເກົ້າ ບຸນເຂົ້າປະດັບດິນ ທີ່ຈະມາເຖິງນີ້”

ໃນວັນທີ 25 ສິງຫາ 2018 ທີ່ຜ່ານມາ ໄດ້ມີເພສເຟສບຸກ ນະຄອນຫລວງພຣະບາງ Luangprabang City ໄດ້ລາຍງານສະພາບເສັ້ນທາງແຄມແມ່ນໍ້າຄານທີ່ນະຄອນຫຼວງພະບາງ ເຂດ ບ້ານ ຄີລີ-ຊຽງທອງ  ຕັ້ງແຕ່ບ້ານວັດແສນ ຫາຜາມຕຳນັກ (ຜາມໄຊ) ເຊິ່ງໄດ້ມີເຫດການດິນເຈື່ອນ. ເຊິ່ງເພສດັງກ່າວຍັງໄດ້ໂພສຮູບພາບ ພ້ອມຄຳອະທິບາຍວ່າ:  “ມື້ຄືນນີ້ ວັນທີ່ 25/08/2018 ເສັ້ນທາງແຄມຄານແຖວບ້ານຄີລີ-ຊຽງທອງ ຕັ້ງແຕ່ບ້ານວັດແສນ ຫາຜາມຕຳນັກ ( ຜາມໄຊ ) ໄດ້ເຈື່ອນລົງ ພໍ່ຕື່ນເຊົ້າມາມື້ນີ້ ວັນທີ່ 26/08/2018 ກໍ່ເຫັນສະພາບ ແບບນີ້ ເພາະທາງນີ້ມີບັນຫາ ການຍຸບຕົວມາຫລາຍປີແລ້ວ ຍ້ອນຂາດການເປັນເຈົ້າການໃນການປົກປັກຮັກສາ ແລະນ້ຳຄານຂຶ້ນຫລາຍອີກດ້ວຍ ດັ່ງນັ້ນຈຶ່ງຂໍຮຽກຮ້ອງໃຫ້ໂຍທາ ນະຄອນຫລວງພຣະບາງ , ໄຟຟ້າລາວ ສາຂານະຄອນຫລວງພຣະບາງ ແລະ ສາຍໂທລະສັບຈາກບໍລິສັດຕ່າງໆ ມາເບິ່ງແລະປົວແປງໂດຍດ່ວນ ເພາະອີກບໍ່ຈັກມື້ຂ້າງຫນ້ານີ້ ຄືວັນທີ່ 09/09/2018 ນີ້ກໍ່ຈະຮອດມື້ບຸນຊ່ວງເຮືອເດືອນເກົ້າ …

Read More »

ຕາຕະລາງສອບເສັງເຂົ້າ ມະຫາວິທະຍາໄລແຫ່ງຊາດ ແລະ ແຜນທີ່ຈຸດສອບເສັງທັງໝົດ

ໃກ້ເຂົ້າມາແລ້ວກັບການສອບເສັງເຂົ້າຮຽນທີ່ ມະຫາວິທະຍາໄລແຫ່ງຊາດ ສົກຮຽນ 2018-2019 ໃນວັນທີ 25 ສິງຫາ 2018 ນີ້, ສຳລັບນ້ອງໆທີ່ຍັງບໍ່ຮູ້ຈຸດສອບເສັງ ແລະ ຕາຕະລາງການສອບເສັງ ມື້ນີ້ ຂວັນໃຈ ເຮົາກໍ່ບໍ່ພາດທີ່ຈະໄປຊອກຫາຂໍ້ມູນມາຝາກນ້ອງໆ ລອງເຂົ້າເບິ່ງຕາມລາຍລະອຽດດັ່ງລຸ່ມນີ້ເລີຍ… (ຢ່າລືມແຊຣເກັບໄວ້ເບິ່ງເດີ້ນ້ອງໆ) ຕາຕະລາງສອບເສັງໃນວັນທີ 25.82018 ແລະ ແຜນທີ່ຈຸດສອບເສັງທັງໝົດ ⚠️ ໃຫ້ນ້ອງນັກຮຽນສັງເກດປ້າຍສີຝ້າແຕ່ລະຈຸດສອບເສັງຈະບອກທາງໄປຫ້ອງສອບ ? ສຳລັບໃຜບໍ່ຮູ້ສະຖານທີສອບເສັງຕົນເອງແມ່ນໃຫ້ໃຊ້ໂທລະສັບ ສະແກນ QRCode ໃນບັດສອບເສັງໃດ້ເລີຍ ? ເບິ່ງວີດີໂອວິທີສະແກນhttps://www.facebook.com/NUOLOFFICIAL/videos/216689845669628/ ? ອ່ານລາຍລະອຽດໃຊ້ແອັບຫຍັງແດ່ແມ່ນກົດບ່ອນນີ້http://lesstalk.nirankoon.com/t/qrcode/27?u=nirankoon ທີ່ມາ: ຂ່າວສານ ມຊ NUoL News

Read More »

52 ປີແຫ່ງຄວາມຫຼັງ! ຍ້ອນເບິ່ງພາບ ນໍ້າຖ້ວມ ນະຄອນຫຼວງວຽງຈັນ ປີ 1966.

ມາຍ້ອນເບິ່ງພາບເກົ່າ ຈາກເຫດນໍ້າຖ້ວມຄັ້ງໃຫ່ຍທີ່ ນະຄອນຫຼວງວຽງຈັນ ຕັ້ງແຕ່ປີ 1966, ເຊິ່ງພາບດັ່ງກ່າວໄດ້ຖືກເປີດເຜີຍຈາກຜູ້ໃຊ້ເຟສບຸກລາຍໜຶ່ງ ເຮັດໃຫ້ມີຄົນໃຫ້ຄວາມສົນໃຈກົດໄລ້ ແຊຣ ແລະ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ. (ມີຄລິບ) Posted by Gonzalo Cancino on Monday, August 20, 2018 ນ້ໍາຖ້ວມຢູ່ວຽງຈັນ ປີ໑໙໖໖ (Part 2) Posted by Gonzalo Cancino on Monday, August 20, 2018 ທີ່ມາ: Gonzalo Cancino

Read More »